ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ເອກອັກຄະລັດຖະທູດ ແຫ່ງ ສະຫະຣາຊະອານາຈັກອັງກິດ ແລະ ອຽກລັງເໜືອ ປະຈໍາ ສປປ ລາວ

 

receivedENGam1receivedENGam2

 

 

 

ໃນຕອນເຊົ້າຂອງວັນທີ 31 ພຶດສະພາ 2023 ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ,ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ຈອນ ເພຍຊັນ (John Pearson), ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສະຫະຣາຊະອານາຈັກອັງກິດ ແລະ ອຽກລັງເໜືອ ປະຈຳ ສປປ ລາວ ໃນໂອກາດທີ່ທ່ານໄດ້ສຳເລັດການປະຕິບັດໜ້າທີ່ ເປັນເອກອັກຄະລັດຖະທູດ ປະຈຳ ສປປ ລາວ.

 

ໃນໂອກາດດັ່ງກ່າວ, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສໍາເລັດ​ໃນການປະຕິບັດໜ້າທີ່ຂອງ ທ່ານ ເອກອັກຄະລັດຖະທູດ ຈອນ ເພຍຊັນ ແລະ ສະແດງຄວາມຂອບໃຈຕໍ່ການປະກອບສ່ວນຢ່າງຫ້າວຫັນໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສອງປະເທດລາວ-ອັງກິດ ຕະຫຼອດໄລຍະເວລາເກືອບ 4 ປີທີ່ປະຈໍາການ ຢູ່ ສປປ ລາວ ເປັນຕົ້ນ ແມ່ນການຂົນຂວາຍເອົາທຶນການສຶກສາ (Chevening) ໃຫ້ແກ່ນັກສຶກສາລາວໄປສຶກສາຕໍ່ທີ່ປະເທດອັງກິດ, ຊຸກຍູ້ໃຫ້ມີການແລກປ່ຽນຢ້ຽມຢາມທາງການ ຂອງການນໍາຂັ້ນສູງຂອງສອງປະເທດ ພິເສດໃນປີ 2022, ການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ຂອງທ່ານ ອາມານດາ ມິວລິງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ອັງກິດ (ຜູ້ຊີ້ນໍາຂົງເຂດອາຊີ ແລະ ຕາເວັນອອກກາງ) ແລະ ໃນເດືອນ ມິຖຸນາ 2023 ນີ້ກໍ່ຈະມີການເດີນທາງມາຢ້ຽມຢາມ ສປປ ລາວ ຂອງ ທ່ານ ນາງ Anne Marie Trevelyan, ຮອງລັດຖະມົນຕີ (ຜູ້ຊີ້ນໍາຂົງເຂດອິນໂດ-ປາຊີຟິກ) ກະຊວງການຕ່າງປະເທດອັງກິດ ໃນວັນທີ 4-5 ມິຖຸນາ 2023. ອັງກິດ ຍັງມີການສະໜັບສະໜູນຊ່ວຍເຫຼືອເພື່ອຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ແກ່ ສປປ ລາວ ຜ່ານຂອບສອງຝ່າຍ ແລະ ໂຄງການ COVAX Facility ເຊັ່ນ: ວັກຊີນ ຈຳນວນຫຼາຍກວ່າ 1 ລ້ານໂດສ ແລະ ຊຸດ PPE ມູນຄ່າຫຼາຍກວ່າ 255,000 ປອນ, ການຊຸກຍູ້ໃຫ້ມີ ການຮ່ວມມືດ້ານສາທາລະນະສຸກ ລະຫວ່າງ ໂຮງໝໍມະໂຫສົດ ແລະ ອົງການ Wellcome Trust Oxford University ພາຍໃຕ້ໂຄງການ Lao-Oxford-Mahosot Hospital Wellcome Trust- Research Unit (LOMWRU) ແລະ ຊຸກຍູ້ໃຫ້ມີການຊ່ວຍ ເຫຼືອ ເພື່ອປັບປຸງລະບົບການເຝົ້າລະວັງເຊື້ອພະຍາດທີ່ດື້ຢາ ຜ່ານອົງການ Flemming Fund. ນອກຈາກນັ້ນ, ໃນໄລຍະທີ່ ທ່ານທູດ John Pearson ປະຕິບັດໜ້າທີ່ ຍັງໄດ້ຊຸກຍູ້ໃຫ້ມີຂໍ້ລິເລີ່ມໃນການຊ່ວຍເຫຼືອ ສປປ ລາວ ໃນຂະແໜງພະລັງງານ ໂດຍການຊ່ວຍເຫຼືອດ້ານເຕັກນິກໃນການພັດທະນາ ພະລັງງານສີຂຽວ ແລະ ພະລັງງານສະອາດ, ການຊຸກຍູ້ໃຫ້ມີການຮ່ວມມືທາງດ້ານການຮັກສາສິ່ງແລດລ້ອມ ແລະ ຊີວະນາໆພັນ ລະຫວ່າງ ສປປ ລາວ ແລະ ສະຫະຣາຊະອານາຈັກອັງກິດ ມູນຄ່າ 100 ລ້ານປອນ ໃຫ້ແກ່ 3 ປະເທດລຸ່ມແມ່ນໍ້າຂອງ ລາວ, ຫວຽດນາມ ແລະ ກຳປູເຈຍ. ຫຼ້າສຸດ ແມ່ນໄດ້ຊຸກຍູ້ຂົນຂວາຍໃຫ້ ສປປ ລາວ ຢູ່ໃນບັນຊີລາຍຊື່  ຂອງແຜນງານການຄ້າຮູບແບບໃໝ່ໃຫ້ແກ່ປະເທດກຳລັງພັດທະນາ (Developing Countries Trading Scheme) ຂອງ ລັດຖະບານອັງກິດ ທີ່ ໃຫ້ພຽງແຕ່ 3 ປະເທດໃນອາຊຽນ ຄື: ລາວ, ກໍາປູເຈຍ ແລະ ມຽນມາ. ທ່ານ ຮອງນາຍົກລັດຖະມົນຕີ ຍັງໄດ້ຕີລາຄາສູງຕໍ່ການສະໜັບສະໜູນ ແລະ ຊ່ວຍເຫຼືອອັນລ້ຳຄ່າ ຂອງລັດຖະບານ ແລະ ປະຊາຊົນອັງກິດ ໃຫ້ແກ່ ສປປ ລາວ ໃນໄລຍະຜ່ານມາ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ເປັນຕົ້ນແມ່ນ ຂະແໜງການສຶກສາ, ສາທາລະນະສຸກ, ການເກັບກູ້ລະເບີດບໍ່ທັນແຕກ, ການຮັກສາສິ່ງແວດລ້ອມ ແລະ ອື່ນໆ, ເຊິ່ງການຊ່ວຍເຫຼືອດັ່ງກ່າວໄດ້ປະກອບສ່ວນອັນສຳຄັນເຂົ້າໃນການສ້າງສາພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ພ້ອມທັງເປັນການເສີມຂະຫຍາຍສາຍພົວພັນມິດຕະພາບ ລະຫວ່າງສອງປະເທດ ໃຫ້ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ.

 

ໃນໂອກາດດຽວກັນນີ້, ທ່ານ ເອກອັກຄະລັດຖະທູດ ຈອນ ເພຍຊັນ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ຕໍ່ລັດຖະບານ ແລະ ປະຊາຊົນລາວ ກໍຄື ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ການຮ່ວມມື, ສະໜັບສະໜູນຊ່ວຍເຫຼືອ ແລະ ອໍານວຍຄວາມສະດວກເປັນຢ່າງດີ ຕະຫຼອດໄລຍະການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ໃນຄັ້ງນີ້ ຈົນໄດ້ຮັບຜົນສໍາເລັດອັນຈົບງາມ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485550
ມື້ນີ້55
ມື້ວານ196
ອາທິດນີ້586
ເດືອນນີ້4855