ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ການນຳກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ສະພາທີ່ປຶກສາທຸລະກິດອາຊຽນ

 

ReceivedASEANdelegation1ReceivedASEANdelegation2

 

ໃນ​ວັນ​ທີ 31 ພຶດສະພາ 2023 ທີ່ ກະ​ຊວງ​ການ​ຕ່າງ​ປະ​ເທດ, ທ່ານ ສະ​ເຫຼີມ​ໄຊ ກົມ​ມະ​ສິດ,  ຮອງນາຍົກ​ລັດ​ຖະ​ມົນຕີ​, ລັດຖະມົນຕີກະ​ຊວງ​ການ​ຕ່າງ​ປະ​ເທດ ແຫ່ງ ສປປ ລາວ ໄດ້​ໃຫ້​ກຽດ​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມຂ່ຳ​ນັບຂອງ​ ທ່ານ ເບີນາດີໂນ ເວກກາ, ຮອງປະທານສະພາທີ່ປຶກສາທຸລະກິດອາຊຽນ ທັງເປັນຜູ້ຕາງໜ້າໃນນາມສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ອິນໂດເນເຊຍ ພ້ອມດ້ວຍຄະນະ ໃນໂອກາດມາຢ້ຽມຢາມເຮັດວຽກຮ່ວມກັບສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ.

 

ໂອ​ກາດ​ດັ່ງ​ກ່າວ,  ທ່ານ ຮອງນາຍົກລັດ​ຖະ​ມົນ​ຕີ ສະເຫລີມໄຊ ກົມມະສິດ ໄດ້​ກ່າວສະ​ແດງ​ຄວາມ​ຍິນ​ດີ​ຕ້ອນ​ຮັບຄະນະດັ່ງກ່າວ ໂດຍໄດ້ຕີລາຄາສູງຕໍ່ການປະກອບສ່ວນອັນສຳຄັນຂອງສະພາທຸລະກິດອາຊຽນໃນໄລຍະຜ່ານມາ ໂດຍສະເພາະຕໍ່ຜົນຂອງກອງປະຊຸມພົບປະລະຫວ່າງສະພາທຸລະກິດອາຊຽນກັບບັນດາຜູ້ນໍາອາຊຽນ ໃນວັນທີ 10 ພຶດສະພາ 2023 ໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 42 ທີ່ ລາບວນ ບາໂຈ, ອິນໂດເນເຊຍ ກໍຄືການຈັດຕັ້ງຜັນຂະຫຍາຍແຜນວຽກບູລິມະສິດ ທີ່ ອິນໂດເນເຊຍເປັນປະທານ ໃນປີ 2023 ພາຍໃຕ້ຄໍາຂັວນ “ຄວາມເປັນແກນກາງຂອງອາຊຽນ: ການຫັນເປັນນະວັດຕະກໍາ ເພື່ອກ້າວໄປສູ່ຄວາມເຂັ້ມແຂງຮອບດ້ານ”. ພ້ອມນີ້, ທ່ານ ຮອງນາຍົກນາຍົກລັດຖະມົນຕີ ສະເຫລີມໄຊ ກົມມະສິດ ບໍ່ພຽງແຕ່ຊຸກຍູ້ໃຫ້ໃຫ້​ຄະນະສະພາທຸລະກິດອາຊຽນ ສືບຕໍ່ຈັດຕັ້ັ້ງປະຕິບັດ​ບັນດາແຜນວຽກບູລິມະສິດຕ່າງໆໃຫ້ສາມາດສໍາເລັດຕາມເປົ້າໝາຍທີ່ວາງໄວ້ເທົ່ານັ້ນ ແຕ່ຍັງໄດ້ໃຫ້ຂໍ້ສະເໜີແນະທີ່ຕິດພັນກັບວຽກງານເສດຖະກິດພາຍໃນອາຊຽນ ເຊັ່ນ: ການຍົກລະດັບການສ້າງຂີດຄວາມສາມາດຂອງຂະແໜງການທາງດ້ານການເຊື່ອມໂຍງ, ເຊື່ອມຈອດ, ການອຳນວຍຄວາມສະດວກທາງການຄ້າ, ການສົ່ງເສີມຂົງເຂດຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ,  ການຫັນເປັນດີຈີຕອນ, ການສ້າງຄວາມເຂັ້ມແຂງດ້ານການຄໍ້າປະກັນສະບຽງອາຫານ , ສາທາລະນະສຸກ ແລະ ການພັດທະນາແບບຍືນຍົງ ອັນສໍາຄັນ ແມ່ນການເພິ່ມທະວີການຄ້າ-ການລົງທຶນພາຍໃນບັນດາປະເທດສະມາຊິກອາຊຽນເວົ້າສະເພາະ ເວົ້າລວມກໍຄືການຮ່ວມມືກັບປະເທດຄູ່ເຈລະຈາອາຊຽນລະຫວ່າງພາກລັດ ແລະ ພາກທຸລະກິດໃນພາກພຶ້ນ ເພື່ອຊ່ວຍຊຸກຍູ້ການຟຶ້ນຟູເສດຖະກິດອາຊຽນ ພາຍຫລັງການແຜ່ລະບາດພະຍາດໂຄວິດ-19.

 

ທ່ານ ຮອງນາຍົກນາຍົກລັດຖະມົນຕີ ສະເຫລີມໄຊ ກົມມະສິດ ຍັງໄດ້ສະແດງຄວາມຂອບໃຈຕໍ່ຄະນະສະພາທີ່ປຶກສາທຸລະກິດອາຊຽນ ທີ່ຈະໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອ ໃນໂອກາດທີ່ ສປປ ລາວ ຈະຮັບກຽດເປັນປະທານອາຊຽນ ປີ 2024, ແລະ ເຊື່ອ​ໝັ້ນ​ວ່າ ສະພາທຸລະກິດອາຊຽນ  ຈະສືບຕໍ່ເຮັດວຽກຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ສປປ ລາວ ຢ່າງໃກ້ຊິດ.

​ ສະພາທີ່ປຶກສາທຸລະກິດອາຊຽນ ໃນນາມສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ອິນໂດເນເຊຍ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມເຮັດວຽກຮ່ວມກັບສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວໃນວັນທີ 31 ພຶດສະພາ-01 ມິຖຸນາ 2023. ເຊິ່ງຄະນະຈະໄດ້ເຄື່ອນໄຫວເຮັດວຽກຮ່ວມກັບພາກລັດ ແລະ ພາກທຸລະກິດຂອງ ສປປ ລາວ ແນໃສ່ເພື່ອເພິ່ມທະວີ ແລະ ເສີມຂະຫຍາຍການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນໃຫ້ສູງຂຶ້ນ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485780
ມື້ນີ້79
ມື້ວານ206
ອາທິດນີ້816
ເດືອນນີ້5085