ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກະຊວງການຕ່າງປະເທດ ຈັດພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2022

 

 

2023519 1

2023519 2

2023519 4

2023519 3

 

     ໃນຕອນ​ເຊົ້າຂອງ ວັນທີ 19 ພຶດສະພາ 2023 ທີ່ກະຊວງການຕ່າງປະເທດ ໄດ້ຈັດພິທີມອບ-ຮັບ​ໃບ​ຢັ້ງຢືນ​ໜ່ວຍ​ພັກ​ປອດ​ໃສ, ​ເຂັ້ມ​ແຂງ, ໜັກ​ແໜ້ນ ປະຈຳປີ 2022 ​ໃຫ້​ແກ່​ບັນດາ​ໜ່ວຍ​ພັກ​ທີ່​ຂຶ້ນກັບ​ອົງຄະ​ນະ​ພັກ​ກະຊວງ​ການ​ຕ່າງປະ​ເທດ, ເຊິ່ງຈັດ​ຂຶ້ນພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ ສະຫາຍ ສະ​ເຫຼີມ​ໄຊ ​ກົມມະ​ສິດ, ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ​ເລຂາ​ຄະນະບໍລິຫານ​ງານ​ພັກ​ກະຊວງ, ຮອງ​ນາຍົກລັດຖະມົນຕີ ​ແລະ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ. ມີບັນດາສະຫາຍຄະນະບໍລິຫານ​ງານພັກ, ຄະນະນຳກະຊວງ, ຄະນະ​ໜ່ວຍ​ພັກ ​ແລະ ສະມາຊິກພັກ ອ້ອມຂ້າງກະຊວງເຂົ້າຮ່ວມຢ່າງພ້ອມພຽງ.

 

     ​ໃນ​ພິທີ ສະຫາຍ ​ໄມ​ທອງ ທໍາ​ມະ​ວົງສາ, ກຳມະການ​ຄະນະພັກກະຊວງ, ຫົວໜ້າກົມ​ຈັດ​ຕັ້ງ ​ແລະ ພະນັກງານ ກະຊວງ​ການ​ຕ່າງປະ​ເທດ ​ໄດ້​ຂຶ້ນຜ່ານ​ບົດ​ສະຫຼຸບຕີ​ລາ​ຄາ​ວຽກ​ງານ​ກໍ່ສ້າງ​ໜ່ວຍ​ພັກ​ປອດ​ໃສ, ​ເຂັ້ມ​ແຂງ, ໜັກ​ແໜ້ນ ປະ​ຈໍາປີ 2022​ແລະ ທິດ​ທາງ​ແຜນການ​ກໍ່ສ້າງ​ໜ່ວຍ​ພັກ​ປອດ​ໃສ, ​ເຂັ້ມ​ແຂງ, ໜັກ​ແໜ້ນ ປະຈຳ​ປີ 2023 ​ໂດຍ​ໄດ້​ຍົກ​ໃຫ້​ເຫັນ​ເຖິງ​ຄວາມ​ເອົາ​ໃຈ​ໃສ່ດ້ວຍຄວາມ​ຮັບຜິດ​ຂອງບັນດາ​ໜ່ວຍ​ພັກ ​ແລະ ສະມາຊິກ​ພັກ ​ໃນ​ການຈັດ​ຕັ້ງ​ປະຕິບັດ​ແຜນການ​ກໍ່ສ້າງໜ່ວຍ​ພັກ​ປອດ​ໃສ, ​ເຂັ້ມ​ແຂງ, ໜັກ​ແໜ້ນ, ມະຕິ, ຄຳ​ສັ່ງ​, ກົດ​ລະບຽບຂອງ​ພັກ, ກໍຄືມະຕິຂອງກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງ ການຕ່າງປະເທດ ຄັ້ງທີ IV ​​ເພື່ອປະຕິບັດ​ຄາດໝາຍ​ສູ້​ຊົນສ້າງ​ແຜນການ​ກໍ່ສ້າງໜ່ວຍ​ພັກ​ປອດ​ໃສ, ​ເຂັ້ມ​ແຂງ, ໜັກ​ແໜ້ນ ອັນ​ໄດ້​ເຮັດ​ໃຫ້​ຄະນະໜ່ວຍພັກ ແລະ ສະມາຊິກ​ພັກຍຶດໝັ້ນໃນ​ຄຸນ​ທາດ​ການ​ເມືອງ,​ ມີ​ຄວາມ​ຈົ່ງ​ຮັກ​ພັກດີ​ຕໍ່​ອຸດ​ົມການ​ຂອງ​ພັກ, ຍົກ​ສູງ​ສະຕິ​ຄວາມ​ຮັບຜິດຊອບ​ຕໍ່ໜ້າ​ທີ່​ວຽກ​ງານ​ຂອງ​ຕົນ, ​ເປັນ​ເຈົ້າ​ການ​ປົກ​ປ້ອງ​ແນວທາງ​ປ່ຽນແປງ​ໃໝ່​ຂອງ​ພັກ. ນອກ​ນັ້ນ​,​ຍັງ​ໄດ້​ຍົກ​ໃຫ້​ເຫັນ​ບາງ​ຂໍ້ຄົງຄ້າງ​ທີ່​ບັນດາ​ໜ່ວຍ​ພັກ​ຈະ​ຕ້ອງ​ໄດ້​ເອົາ​ໃຈ​ໃສ່ແກ້ໄຂ, ບົດຮຽນທີ່ຖອດຖອນໄດ້ ແລະ ທິດທາງແຜນ ການໃນຕໍ່ໜ້າ. ສໍາລັບ​ໃນປີ 2022 ​ມີ​ບັນດາ​ໜ່ວຍ​ພັກ​ທີ່​ຖືກ​ຮັບຮອງເປັນ​ໜ່ວຍ​ພັກ​ປອດ​ໃສ, ​ເຂັ້ມ​ແຂງ, ໜັກ​ແໜ້ນ​ທັງ​ໝົດ 42 ໜ່ວຍ​ພັກ ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ ຈາກ​ທັງ​ໝົດ 57 ໜ່ວຍ​ພັກ, ເຊິ່ງກວມ​ເອົາ 74% ຂອງ​ໜ່ວຍ​ພັກ ທີ່​ຂຶ້ນກັບ​ອົງຄະ​ນະ​ພັກ​ກະຊວງການຕ່າງປະເທດ. ​ໃນ​ນັ້ນ, ມີ​ໜ່ວຍ​ພັກ​ທີ່​ສາມາດ​ປ້ອງ​ກັນ​ນາມມະຍົດ​ໜ່ວຍ​ພັກ​ປອດ​ໃສ, ​ເຂັ້ມ​ແຂງ, ໜັກ​ແໜ້ນ ສະ​ໄໝທີ VI ມີ 02 ໜ່ວຍ​ພັກ, ສະ​ໄໝທີ V ມີ 05 ໜ່ວຍ​ພັກ, ສະ​ໄໝທີ IV ມີ 13 ໜ່ວຍ​ພັກ, ສະ​ໄໝທີ II​ ມີ 14 ໜ່ວຍ​ພັກ ​ແລະ ໜ່ວຍ​ພັກ​ທີ່​ສາມາດ​ຍາດ​ໄດ້​ນາມ​ມະ​ຍົດ​ໃໝ່ ມີ 08 ໜ່ວຍ​ພັກ. ທຽບໃສ່ປີ 2021 ມີໜ່ວຍພັກຖືກຮັບຮອງເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ເພີ່ມຂຶ້ນ 08 ໜ່ວຍ, ຈາກ 34 ໜ່ວຍ ໃນປີ 2021 ມາເປັນ 42 ໜ່ວຍ ໃນປີ 2022. 

 

     ໃນໂອກາດດຽວກັນນີ້, ກໍ​ໄດ້ມີການ​ປະກາດ​​ການບົ່ງໂຕແຕ່ງ​ຕັ້ງ​ກຳມະການ​ຄະນະ​ພັກກະຊວງ ເພີ່ມເຕີມ ຈໍານວນ 05 ສະຫາຍ ເພື່ອທົດແທນ ຄະນະພັກ ຈໍານວນ 05 ສະຫາຍ ທີ່​ໄດ້​ຖືກ​ຍົກຍ້າຍໄປຮັບໜ້າທີ່ຢູ່ບ່ອນອື່ນ ແລະ ອອກປະຈໍາການຢູ່ສໍານັກງານຜູ້ຕາງໜ້າການທູດຂອງ ສປປ ລາວ ຢູ່​ຕ່າງປະ​ເທດ.

 

​     ສະຫາຍ ສະ​ເຫຼີມ​ໄຊ ກົມມະ​ສິດ, ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ​ເລຂາ​ຄະນະບໍລິຫານ​ງານ​ພັກ​ກະຊວງ, ຮອງ​ນາຍົກລັດຖະມົນຕີ ​ແລະ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ, ນອກຈາກ ໃຫ້ກຽດ​ຂຶ້ນມອບ​ໃບ​ຢັ້ງຢືນ​ໃຫ້​ແກ່​ບັນດາ​ໜ່ວຍ​ພັກ​ທີ່​ສາມາດ​ຍາດ​ໄດ້​ນາມມະຍົດໜ່ວຍ​ພັກ​ປອດ​ໃສ, ​ເຂັ້ມ​ແຂງ, ໜັກ​ແໜ້ນ ປະ​ຈໍາປີ 2022 ແລ້ວ ຍັງໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນໍາ​ໃນ​ການຈັດ​ຕັ້ງ​ປະຕິບັດ​ໃນ​ຕໍ່ໜ້າ​ ໂດຍ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ ​ແລະ ຕີ​ລາ​ຄາ​ສູງ​ຕໍ່​ຄວາມ​ເອົາ​ໃຈ​ໃສ່​ຂອງ​ບັນດາ​ສະຫາຍ​ຄະນະ​ໜ່ວຍ​ພັກ ​ແລະ ສະມາຊິກ​ພັກ-ພະນັກງານ ທີ່ໄດ້ບຸກບືນ ແລະ ຍາດມາໄດ້ນາມມະຍົດໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ທີ່ມີຈໍານວນເພີ່ມຂຶ້ນ. ເຖິງຢ່າງໃດກໍ່ຕາມ, ສະຫາຍ ໄດ້ເນັ້ນໜັກ ໃຫ້ຮັບປະກັນທາງດ້ານຄຸນນະພາບ ແລະ ຍົກໃຫ້ເຫັນເຖິງຄວາມໝາຍ ແລະ ຄວາມສໍາຄັນ ຂອງວຽກງານການ​ປັບປຸງ​ກໍ່ສ້າງ​ຮາກ​ຖານ​ພັກ ​ແລະ ໜ່ວຍ​ພັກ​ໃຫ້​ມີ​ຄວາມ​ປອດ​ໃສ, ​ເຂັ້ມ​ແຂງ, ໜັກ​ແໜ້ນ ເຊິ່ງ​ແມ່ນ​ຄວາມ​ຮຽກຮ້ອງ​ຕ້ອງການ​ທີ່​ຈຳ​ເປັນ​ຢ່າງ​ພາວະ​ວິ​ໄສ, ທັງ​ເປັນ​ບັນຫາ​ຍຸດ​ທະ​ສາດ​ທີ່​ພົວພັນ​ເຖິງ​ການ​ຄົງ​ຕົວ ​ແລະ ຂະຫຍາຍຕົວ​ຂອງ​ການ​ຈັດ​ຕັ້ງ​ພັກ​ໃນ​ການ​ນໍາພາ-ຊີ້​ນໍາ​ໃນ​ພາລະກິດ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ພັດທະນາ​ປະ​ເທດ​ຊາດ ໃຫ້ຈະເລີນຮຸ່ງເຮືອງ ໄປຕາມເສັ້ນທາງສັງຄົມນິຍົມ ແລະ ທັງໝົດນັ້ນ ແມ່ນ​ໜ້າ​ທີ່ ​ແລະ ຄວາມ​ຮັບຜິດຊອບ​ໂດຍ​ກົງ​ຂອງ​ຄະນະ​ພັກ ​ແລະ ສະມາຊິກ​ພັກ-ພະນັກງານ​ທຸກ​ຄົນ ທີ່ຈະຕ້ອງຮ່ວມແຮງຮ່ວມໃຈກັນສຸມໃສ່ຈັດຕັ້ງປະຕິບັດຢ່າງມີຄວາມຮັບຜິດຊອບສູງ ແລະ ຕໍ່ເນື່ອງ.

 

     ບັນດາ​ໜ່ວຍ​ພັກ​ອ້ອມ​ຂ້າງ​ກະຊວງ​ການ​ຕ່າງປະ​ເທດ ກໍ​ໄດ້​ໃຫ້​ຄໍາ​ໝັັ້ນສັນຍາ​ ຈະ​ພ້ອມ​ກັນ​ສູ້​ຊົນ​ສືບ​ຕໍ່​ກໍ່​ສ້າງໜ່ວຍ​ພັກ​ປອດ​ໃສ, ​ເຂັ້ມ​ແຂງ, ໜັກ​ແໜ້ນ​ໃຫ້​ດີ​ຂຶ້ນຫຼາຍກວ່າ​ເກົ່າ ທັງ​ທາງດ້ານປະລິມານ ​ແລະ ຄຸນ​ນະພາ​ບ​ໃນ​ຕໍ່ໜ້າ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484711
ມື້ນີ້22
ມື້ວານ205
ອາທິດນີ້1149
ເດືອນນີ້4016