ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລາວ-ອົດສະຕຣາລີ ສືບຕໍ່ເພີ່ມທະວີການພົວພັນຮ່ວມມືສອງຝ່າຍ

    

  

   

20230515 FM Lao Aus 1

  

  

ຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ ຂອງ ​​ທ່ານ ສະ​ເຫຼີ​ມ​ໄຊ ກົມມະ​ສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ ​ການ​ຕ່າງປະ​ເທດ ​ແຫ່ງ ສປປ ລາວ, ​ທ່ານ ນາງ ເພັນນີ ວອງ, ລັດຖະມົນຕີ​ການ​ຕ່າງປະ​ເທດ ​ແຫ່ງ ອົດ​ສະຕຣາລີ ພ້ອມ​ດ້ວຍ​ຄະນະ ໄດ້​ເດີນທາງ​ມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງ​ການ ​ໃນ​​ວັນ​ທີ 15 - 16 ພຶດສະພາ 2023 ເພື່ອ​​ຮັດ​ແໜ້ນ​ ສາຍ​ພົວພັນ​ມິດຕະພາບ​ອັນ​ຍາວ​ນານ ​ແລະ ການ​ຮ່ວມ​ມື​ອັນ​ດີງາມ ລະຫວ່າງ ສປປ ລາວ ​ແລະ ອົດ​ສະຕຣາລີ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ.

    

 

  20230515 FM Lao Aus 620230515 FM Lao Aus 5

20230515 FM Lao Aus 2

  

    

ໃນວັນທີ 15 ພຶດສະພາ 2023, ທີ່ ກະຊວງການຕ່າງປະເທດ ໄດ້ມີກອງປະຊຸມພົບປະສອງຝ່າຍຢ່າງເປັນທາງການ ລະຫວ່າງ ທ່ານ ສະເຫຼີມໄຊ ກົມມະສິດ ແລະ ທ່ານ ນາງ ເພັນນີ ວອງ ພ້ອມດ້ວຍຄະນະ. ໃນໂອກາດນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ການມາຢ້ຽມຢາມ ສປປ ລາວ ຂອງ ທ່ານ ນາງ ເພັນນີ ວອງ ພ້ອມຄະນະ, ເປັນການສືບຕໍ່ປະກອບສ່ວນອັນສໍາຄັນເຂົ້າໃນການ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ, ເວົ້າລວມ, ເວົ້າສະເພາະກໍຄືການພົວພັນຮ່ວມມື ລະຫວ່າງ ສອງ ກະຊວງການຕ່າງປະເທດ ລາວ-ອົດສະຕຣາລີ.

  

ສອງຝ່າຍແມ່ນໄດ້ປຶກສາຫາລື ແລະ ທົບທວນຄືນ ການພົວພັນຮ່ວມມືໃນໄລຍະຜ່ານມາ, ເຊິ່ງນັບຕັ້ງແຕ່ ສປປ ລາວ ແລະ ອົດສະຕຣາລີ ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 15 ມັງກອນ 1952 ແລະ ເຫັນດີ ເປັນເອກະພາບ ຕໍ່ການຕີລາຄາສູງ ສາຍພົວພັນມິດຕະພາບ ການພົວພັນຮ່ວມມື ລະຫວ່າງ ລາວ ແລະ ອົດສະຕຣາລີ ແມ່ນໄດ້ ຮັບການພັດທະນາເປັນກ້າວໆ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ, ເຊິ່ງສະແດງອອກໃນການແລກປ່ຽນການຢ້ຽມຢາມ ຂອງຄະນະຜູ້ແທນຂັ້ນສູງ ລະດັບຕ່າງໆ ລວມເຖິງການ ໄປມາຫາສູ່ກັນ ລະຫວ່າງ ປະຊາຊົນກັບປະຊາຊົນຂອງສອງປະເທດຢ່າງເປັນປົກກະຕິ, ລັດຖະບານອົດສະຕຣາລີ ໄດ້ສືບຕໍ່ໃຫ້ການຊ່ວຍເຫຼືອທາງການເພື່ອການພັດທະນາ (ODA) ໃຫ້ແກ່ ສປປ ລາວ ເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະ ຈັດອັນດັບເປັນທີ 3 ຂອງການຊ່ວຍເຫຼືອ ODA ຂອງຕ່າງປະເທດ ຢູ່ ສປປ ລາວ, ກວມເອົາຫຼາຍຂະແໜງການເປັນຕົ້ນ: ການສຶກສາ, ການພັດທະນາຊັບພະຍາກອນມະນຸດ, ການພັດທະນາພື້ນຖານໂຄງລ່າງ, ສາທາລະນະສຸກ, ການຄ້າ, ການລົງທຶນ, ການພັດທະນາຊົນນະບົດ, ການຮັກສາສິ່ງແວດລ້ອມ, ການບໍລິຫານຈັດການໄພພິບັດທາງທໍາມະຊາດ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຕ້ານການຄ້າມະນຸດ, ການເກັບກູ້ລະເບີດບໍ່ທັນແຕກ (UXO), ລວມເຖິງວຽກງານໃນຂອບການຮ່ວມມືອາຊຽນ ແລະ ອື່ນໆ. ພິເສດໃນປີ 2022 ສອງຝ່າຍ ໄດ້ຮ່ວມກັນສະເຫຼີມສະຫຼອງ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ອົດສະຕຣາລີ ຢ່າງມີຜົນສໍາເລັດ.

  

ກອງປະຊຸມໃນຄັ້ງນີ້, ສອງຝ່າຍຍັງໄດ້ປຶກສາຫາລື ກ່ຽວກັບທິດທາງ ແລະ ແຜນການຮ່ວມມື ໃນຕໍ່ໜ້າຂອງສອງປະເທດ ໃນຂົງເຂດການຮ່ວມມືໃນດ້ານຕ່າງໆ ແລະ ຢືນຢັນຄືນເຈດຈໍານົງໃນການຍົກລະດັບການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ອົດສະຕຣາລີ ເປັນ “ຄູ່ຮ່ວມມືຮອບດ້ານ” (Comprehensive Partnership) ໃຫ້ປາກົດຜົນເປັນຈິງໃນໄວໆນີ້, ໄດ້ມີການແລກປ່ຽນຄໍາຄິດເຫັນ ກ່ຽວກັບສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ ຈໍານວນໜຶ່ງທີ່ສອງຝ່າຍມີຄວາມສົນໃຈ, ສອງປະເທດ ເຫັນພ້ອມທີ່ຈະສືບຕໍ່ຮັກສາການພົວພັນຮ່ວມມືອັນດີ ແລະ ໃຫ້ການສະໜັບສະໜູນ ເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ, ເປັນຕົ້ນ ໃນຂອບການຮ່ວມມືອະນຸພາກພື້ນແມ່ນໍ້າຂອງ, ຂອບການຮ່ວມມືອາຊຽນ, ອົງການສະຫະປະຊາຊາດ ແລະ ອົງການຈັດຕັ້ງສາກົນອື່ນໆ,  ໂດຍສະເພາະ ໃນໄລຍະສົກປີ 2021-2024 ທີ່ ສປປ ລາວ ຮັບຫນ້າທີ່ ເປັນປະເທດ ປະສານງານ ອາຊຽນ-ອົດສະຕຣາລີ ແລະ ກໍາລັງກະກຽມຄວາມພ້ອມ ໃນການເປັນປະທານ ອາຊຽນ ໃນປີ 2024, ລວມເຖິງ ການກະກຽມສະເຫຼີມສະຫຼອງ ອາຊຽນ-ອົດສະຕຣາລີ ຄົບຮອບ 50 ປີ ໃນປີ 2024.

  

ໃນໂອກາດດຽວກັນນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຕາງໜ້າໃຫ້ ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈ ຕໍ່ລັດຖະບານ ແລະ ປະຊາຊົນ ອົດສະຕຣາລີ ຕໍ່ການຊ່ວຍເຫຼືອອັນລໍ້າຄ່າ ໃຫ້ແກ່ ສປປ ລາວ ຕະຫຼອດໄລຍະຜ່ານມາ, ເຊິ່ງໄດ້ປະກອບສ່ວນອັນສໍາຄັນ ເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ ຂອງປະເທດ ໃນການແກ້ໄຂຄວາມທຸກຍາກ ເພື່ອຫຼຸດພົ້ນອອກຈາກ ສະຖານະ ການເປັນປະເທດດ້ອຍພັດທະນາ ຂອງ ສປປ ລາວ ໃນອະນາຄົດ, ພ້ອມຕີລາຄາສູງ ຕໍ່ການຊ່ວຍເຫລືອ ຂອງ ອົດສະຕາລີແມ່ນມີປະສິດຕິພາບ ແລະ ຕອບສະຫນອງໄດ້ເຖິງ ຄວາມຮຽກຮ້ອງຕ້ອງການຕົວຈິງ ຂອງປະເທດ, ພ້ອມທັງສະແດງຄວາມຂອບໃຈ ຕໍ່ອົດສະຕຣາລີ ສຳລັບການຮ່ວມມື ແລະ ການຊ່ວຍເຫຼືອແກ່ ສປປ ລາວ ໃນຂອບອາຊຽນ ເປັນຕົ້ນແມ່ນ ການກະກຽມເປັນ ປະທານອາຊຽນຂອງ ສປປ ລາວ ໃນປີ 2024 ທີ່ຈະມາເຖິງນີ້.

  

ໃນຂະນະດຽວກັນ, ທ່ານ ນາງ ເພັນນີ ວອງ ໄດ້ສະແດງຄວາມຂອບໃຈ ມາຍັງ ສປປ ລາວ ທີ່ໄດ້ໃຫ້ການສະໜັບສະໜູນ ຢ່າງຕັ້ງໜ້າ ແລະ ຫ້າວຫັນໃນຖານະ ເປັນປະເທດຜູ້ປະສານງານ ອາຊຽນ-ອົດສະຕຣາລີ, ພ້ອມທັງໄດ້ຢັ້ງຢັນຄືນເຖິງຄໍາໝາຍໝັ້ນຂອງ ອົດສະຕຣາລີ ທີ່ຈະໃຫ້ການສະໜັບສະໜູນ ແກ່ ສປປ ລາວ ໃນການກະກຽມເປັນປະທານອາຊຽນ ໃນປີ 2024 ແລະ ໄດ້ສະແດງຄວາມກຽມພ້ອມໃນການສະເຫຼີມສະຫຼອງ ຄົບຮອບ 50 ປີ ຂອງການເປັນປະເທດຄູ່ເຈລະຈາອາຊຽນ ຂອງອົດສະຕຣາລີ ໃນປີທີ່ ສປປ ລາວ ຈະເປັນປະທານຈັດກອງປະຊຸມສຸດຍອດອາຊຽນ. ພ້ອມນັ້ນ, ຍັງໄດ້ສະແດງຄວາມຂອບໃຈ ຕໍ່ລັດຖະບານ ແລະ ປະຊາຊົນລາວ ທີ່ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນ ອົດສະຕຣາລີ ໃນເວທີພາກພື້ນ ແລະ ສາກົນ ຕະຫຼອດມາ, ສະແດງຄວາມຍິນດີທີ່ຈະສືບຕໍ່ໃຫ້ການຮ່ວມມື, ຊ່ວຍເຫຼືອ ແລະ ສະໜັບສະໜູນ ສປປ ລາວ ເພື່ອເຮັດໃຫ້ບັນດາຂໍ້ຕົກລົງຕ່າງໆປະກົດຜົນເປັນຈິງ ເພື່ອນໍາເອົາຜົນປະໂຫຍດສູງສຸດມາສູ່ ປະຊາຊົນ ສອງປະເທດ ອົດສະຕຣາລີ-ລາວ.

  

  

 

20230515 FM Lao Aus 3

20230515 FM Lao Aus 4

  

ພາຍຫລັງ ສຳເລັດການພົບປະສອງຝ່າຍເປັນທາງການ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວກໍໄດ້ເຂົ້າຮ່ວມເປັນສັກຂີພິຍານ ໃນພິທີລົງນາມ ຂໍ້ຕົກລົງເພີ່ມເຕີມ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ອົດສະຕຣາລີ ວ່າດ້ວຍ ໂຄງການຮ່ວມມື ລາວ-ອົດສະຕຣາລີ ເພື່ອການພັດທະນາ ພະລັງງານແບບຍືນຍົງ ລະຫວ່າງ ທ່ານ ປອ. ໂພໄຊ ໄຊຍະສອນ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ຕາງໜ້າລັດຖະບານ ແຫ່ງ ສປປ ລາວ ແລະ ທ່ານ ນາງ ເພັນນີ ວອງ, ລັດຖະມົນຕີການຕ່າງປະເທດ ຕາງຫນ້າລັດຖະບານ ອົດສະຕາລີ ໂດຍມີ ພາກສ່ວນກ່ຽວຂ້ອງຂອງສອງຝ່າຍ ລາວ-ອົດສະຕຣາລີ ເຂົ້າຮ່ວມ.

  

ໃນໂອກາດຢ້ຽມຢາມທາງການ ທີ່ ສປປ ລາວ ຄັ້ງນີ້, ທ່ານ ນາງ ເພັນນີ ວອງ ພ້ອມດ້ວຍຄະນະ ຍັງຈະໄດ້ເຂົ້າຢ້ຽມ ຂໍ່ານັບ ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ພົບປະກັບ ທ່ານ ທອງສະຫວັນ ພົມວິຫານ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປະຊາຊົນ ປະຕິວັດລາວ.  ນອກນັ້ນ, ຍັງໄດ້ຢ້ຽມຢາມໂຮງຮຽນປະຖົມສົມບູນນາໄຮ່ດຽວ ເພື່ອຕິດຕາມຄວາມຄືບໜ້າ ການຈັດຕັ້ງປະຕິບັດຫຼັກສູດຊັ້ນປະຖົມສຶກສາແຫ່ງຊາດສະບັບປັບປຸງໃໝ່ ທີ່ພັດທະນາຂຶ້ນໂດຍສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ພາຍໃຕ້ການສະ    ໜັບສະໜູນຈາກ ລັດຖະບານ ອົດສະຕຣາລີ ແລະ ສະຖານທີ່ ທາງດ້ານວັດທະນະທຳຂອງລາວ ຈຳນວນນຶ່ງ.

 

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485651
ມື້ນີ້156
ມື້ວານ196
ອາທິດນີ້687
ເດືອນນີ້4956