ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ນາຍົກລັດຖະມົນຕີ ພົບປະກັບຜູ້ນຳປະເທດເພື່ອນມິດ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 42

 

 

PMarrive 2

 

ຄະນະຜູ້ແທນຂັ້ນສູງຂອງລາວ ນຳໂດຍ ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເດີນທາງເຖິງສະຫນາມບິນສາກົນ ເມືອງລາບວນ ບາໂຈ,​ ສາທາລະນະລັດ ອິນໂດເນເຊຍ ໃນວັນທີ 9 ພຶດສະພາ 2023, ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 42, ພາຍໃຕ້ຄໍາຂວັນ “ອາຊຽນມີຄວາມສໍາຄັນ: ສູນກາງແຫ່ງການຈະເລີນເຕີບໂຕ”, ທີ່ຈະມີຂຶ້ນໃນວັນທີ 10-11 ພຶດສະພາ 2023, ຕາມຄໍາເຊື້ອເຊີນຂອງ ພະນະທ່ານ ໂຈໂກ ວີໂດໂດ, ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິນໂດເນເຊຍ, ໃນຖານະເປັນປະທານອາຊຽນ ປີ 2023.​

 

ໃນຕອນແລງ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ກໍ່ໄດ້ພົບປະສອງຝ່າຍກັບ ພະນະທ່ານ ໂຈໂກ ວີໂດໂດ,​ ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິນໂດເນເຊຍ. ໃນການພົບປະ, ພະນະທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຂອບໃຈເປັນຢ່າງຍິ່ງຕໍ່ການເຊື້ອເຊີນມາເຂົ້າຮ່ວມກອງປະຊຸມສຸດຍອດຜູ້ນຳອາຊຽນ ເປັນຄັ້ງທຳອິດ ພາຍຫຼັງທີ່ທ່ານ ໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແຫນ່ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ. ພ້ອມນີ້, ກໍ່ສະແດງຄວາມເຊື່ອຫມັ້ນວ່າ ພາຍໃຕ້ການນຳພາອັນປີຊາສາມາດຂອງ ພະນະທ່ານ ໂຈໂກ ວິໂດໂດ ການເປັນປະທານອາຊຽນອາຊຽນຂອງອິນໂດເນເຊຍ ໃນປີ 2023 ນີ້ ຈະໄດ້ຮັບຜົນສຳເລັດຢ່າງຈົບງາມ. ພ້ອມນີ້, ສອງຝ່າຍ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ລາວ-ອິນໂດເນເຊຍ ທີ່ສືບຕໍ່ຮັກສາໄດ້ການພົວພັນທີ່ດີນຳກັນຕະຫຼອດມາ, ສອງຝ່າຍ ໄດ້ມີການພົບປະແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ, ໄດ້ມີການຮ່ວມມື ແລະ ໃຫ້ການສະໜັບສະໜູນຊ່ວຍເຫຼືອກັນ ທັງໃນຂອບການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ ໃນໄລຍະຜ່ານມາ. ພ້ອມນີ້, ສອງຝ່າຍ ໄດ້ເຫັນດີເປັນເອກະພາບກັນ ຈະເພີ່ມທະວີຊຸກຍູ້ການພົວພັນຮ່ວມມືກັນໃຫ້ຫຼາຍຂຶ້ນ ເປັນຕົ້ນ ການຄ້າ-ການລົງທຶນ, ການທ່ອງທ່ຽວ ແລະ ອື່ນໆ, ຈະສືບຕໍ່ຊຸກຍູ້ພາກສ່ວນກ່ຽວຂ້ອງຂອງສອງຝ່າຍ ປະສານສົມທົບກັນເພື່ອຈັດຕັ້ງປະຕິບັດບັນດາຂໍ້ຕົກລົງຂອງການນຳສອງປະເທດ ໄດ້ເຫັນດີແລ້ວນັ້ນ ໃຫ້ປະກົດຜົນເປັນຈິງ, ມີຫມາກຜົນສູງສຸດ ແລະ ນຳເອົາຜົນປະໂຫຍດມາສູ່ປະຊາຊາດສອງປະເທດ ລາວ-ອິນໂດເນເຊຍ.​ ສອງຝ່າຍ ເຫັນດີໃຫ້ການສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນຂອບການຮ່ວມມື ອາຊຽນ, ອາເຊັມ, ສປຊ ແລະ ອື່ນໆ, ໂດຍສະເພາະ ການສະໜັບສະໜູນ ສປປ ລາວ ໃນການເປັນປະທານອາຊຽນ ໃນປີ 2024 ໃຫ້ປະສົບຜົນສຳເລັັດຢ່າງຈົບງາມ.

 PMmetTimor 2

 

ໃນວັນດຽວກັນ, ທ່ານ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະ ຍັງໄດ້ພົບປະສອງຝ່າຍກັບ ພະນະທ່ານ ຕາອຸລ ມາຕັນ ຣວກ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ເລສເຕ, ເຊິ່ງ ສອງຝ່າຍ ເຫັນດີຈະເພີ່ມທະວີການພົວພັນຮ່ວມມື ດ້ານການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ອື່ນໆ ໃຫ້ຫຼາຍຂຶ້ນຕື່ມ. ພ້ອມນີ້ ກໍ່ໄດ້ປຶກສາຫາລືກັນ ກ່ຽວກັບ ການແລກປ່ຽນທີ່ດິນເພື່ອປຸກສ້າງສະຖານທູດຂອງກັນ ແລະ ກັນ ເພື່ອເຮັດຫນ້າທີ່ເປັນຂົວຕໍ່ ລະຫວ່າງ ສອງຝ່າຍ, ໂດຍສະເພາະການຮ່ວມມືລະຫວ່າງ ສອງກະຊວງການຕ່າງປະເທດ ລາວ ແລະ ຕີມໍ-ເລສເຕ ໃຫ້ນັບມື້ແຫນ້ນແຟ້ນຍິ່ງຂຶ້ນໃນຕໍ່ຫນ້າ. ສປປ ລາວ ໄດ້ໃຫ້ການສະໜັບສະໜູນ ຕີມໍ ເລສເຕ ໃນການເຂົ້າເປັນສະມາຊິກອາຊຽນ ແລະ ຍິນດີຈະແລກປ່ຽນບົດຮຽນ ກ່ຽວກັບ ການເຂົ້າເປັນສະມາຊິກອາຊຽນ ໃຫ້ແກ່ຝ່າຍ ຕີມໍ- ເລສເຕ, ເຊິ່ງຈະເປັນປະໂຫຍດໃນການກະກຽມຄວາມພ້ອມດ້ານຕ່າງໆ ກໍ່ຄື ການຈັດຕັ້ງປະຕິບັດແຜນດຳເນີນງານ ເພື່ອກ້າວໄປສູ່ການເປັນສະມາຊິກຂອງຄອບຄົວອາຊຽນຢ່າງສົມບູນ. ໃນຂະນະດຽວກັນ, ພະນະທ່ານ ຕາອຸລ ມາຕັນ ຣວກ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ຝ່າຍລາວ ທີ່ໄດ້ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນ ຕີມໍ-ເລສເຕ ໃນການເຂົ້າເປັນສະມາຊິກຂອງຄອບຄົວອາຊຽນ. ພ້ອມນີ້, ກໍ່ໄດ້ເຫັນດີໃຫ້ມີການພົບປະແລກປ່ຽນການຢ້ຽມຢາມສອງຝ່າຍ ໃນໂອກາດທີ່ມີຄວາມສະດວກນຳກັນ.

 

 

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484478
ມື້ນີ້182
ມື້ວານ273
ອາທິດນີ້916
ເດືອນນີ້3783