ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມປາຖະກະຖາໃນຫົວຂໍ້: “ສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ ”

 

2023321 Salermxay 1

2023321 Salermxay 3

2023321 Salermxay 2

2023321 Salermxay 4

2023321 Salermxay 5

 

ໃນວັນທີ 21 ມີນາ 2023, ທີ່ ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC), ສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດ ໄດ້ຈັດປາຖະກະຖາໃນຫົວຂໍ້: “ສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ (The Development of Regional and International Architecture) ” , ໃຫ້ກຽດເປັນວິທະຍາກອນໂດຍ ທ່ານ ສຈ ດຣ. ສຸຣະກຽດ ສະຖຽນໄທ, ອະດີດຮອງນາຍົກລັດຖະມົນຕີ, ອະດີດລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງຣາຊະອານາຈັກໄທ, ປະທານສະພາສັນຕິພາບ ແລະ ຄວາມປອງດອງແຫ່ງອາຊີ, ພ້ອມທັງເປັນກຽດເຂົ້າຮ່ວມຮັບຟັງ ປະກອບມີ: ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ບັນດາທ່ານອະດີດການນໍາຂັ້ນສູງ,  ບັນດາທ່ານຮອງລັດຖະມົນຕີ, ຄະນະນໍາ, ຄະນະກົມ ແລະ ພະນັກງານຫຼັກແຫຼ່ງຂັ້ນພະແນກພາຍໃນຂອງກະຊວງການນຕ່າງປະເທດ, ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ບັນດາກະຊວງອ້ອມຂ້າງສູນກາງກ່ຽວຂ້ອງ ລວມຈໍານວນທັງໝົດ 300 ທ່ານ.

 

ຈຸດປະສົງຂອງການປາກະຖະຖາຄັ້ງນີ້ ແມ່ນເພື່ອຮັບຟັງທັດສະນະ, ຈຸດຢືນ, ສະຫຼຸບຕີລາຄາສະພາບການພາກພື້ນ ແລະ ສາກົນ ໃນປັດຈຸບັນ ທີ່ມີການຜັນແປຢ່າງສັບສົນ, ຄາດຄະເນໄດ້ຍາກ ທັງຍັງສົ່ງຜົນກະທົບໂດຍກົງຕໍ່ບັນຫາການເມືອງ, ເສດຖະກິດ ແລະ ການພົວພັນສາກົນ ກໍຄື ການກໍານົດທັດສະນະຈຸດຢືນຕ່າງໆ  ຢ່າງຖືກຕ້ອງໃນການພົວພັນຮ່ວມມື ເພື່ອເປັນຂໍ້ສະເໜີແນະ, ກໍຄື ບົດຮຽນໃນການເຄື່ອນໄຫວວຽກງານການທູດຂອງຕົນ ໃນໄລຍະຜ່ານມາ ໃນການແກ້ໄຂບັນຫາສັນຕິພາບ ແລະ ຂໍ້ຂັດແຍ້ງສາກົນຕ່າງໆ.

 

ປັດຈຸບັນ, ສະພາບການຂອງພາກພື້ນ ແລະ ຂອງໂລກ ສືບຕໍ່ຜັນແປໄປຢ່າງສັບສົນວູ້ນວາຍ, ເປັນຕົ້ນແມ່ນການຊ່ວງຊິງອໍານາດ ລະຫວ່າງ ປະເທດມະຫາອໍານາດເກົ່າ ແລະ ໃຫມ່ ເຊິ່ງໄດ້ສົ່ງຜົນສະທ້ອນໂດຍກົງຕໍ່ບັນຍາກາດການພົວພັນຮ່ວມມືຂອງພາກພື້ນ ແລະ ສາ ກົນ.  ນອກນັ້ນ, ບັນຫາສົງຄາມຢູ່ອູກຣາອິນ, ບັນຫາຊ່ອງແຄບໄຕ້ຫວັນ, ບັນຫາແຫຼມເກົາຫຼີ, ສົງຄາມການຄ້າ, ວິກິດການທາງດ້ານເສດຖະກິດ, ໄພເງິນເຟີ້, ຄວາມໝັ້ນຄົງທາງດ້ານສະບຽງອາຫານ, ບັນຫາສະພາບການປ່ຽນແປງຂອງດິນຟ້າອາກາດ, ບັນຫາໂລກລະບາດ, ໄພທຳມະຊາດ ແລະ ອື່ນໆ ທີ່ບໍ່ພຽງແຕ່ໄດ້ກາຍເປັນສິ່ງທ້າທາຍ ຕໍ່ຄວາມໝັ້ນຄົງຂອງພາກພື້ນ ແລະ ສາກົນ, ແຕ່ຍັງສົ່ງຜົນກະທົບຕໍ່ການດໍາລົງຊີວິດຂອງປະຊາຊົນ ແລະ ຍັງເປັນອຸປະສັກກົດໜ່ວງ ຕໍ່ການພັດທະນາເສດຖະ ກິດພາກພື້ນ ແລະ ສາກົນ ກໍຄື ການປ່ຽນແປງພູມສາດການເມືອງໂລກ ໃຫ້ມີຄວາມສະຫຼັບຊັບຊ້ອນຂຶ້ນກວ່າເກົ່າ.

 

ທ່ານ ສຈ ດຣ. ສຸຣະກຽດ ສະຖຽນໄທ, ບໍ່ພຽງແຕ່ເປັນນັກການທູດມືອາຊີບທີ່ມີປະສົບການສູງ, ແຕ່ຍັງເປັນຜູ້ທີ່ມີບົດບາດສໍາຄັນໃນການເຄື່ອນໄຫວການຕ່າງປະເທດ ແລະ ເປັນທີ່ຮູ້ຈັກກັນຢ່າງກວ້າງຂວາງໃນຂົງເຂດວຽກງານການທູດ. ທ່ານ ໄດ້ຮັບໜ້າທີ່ສຳຄັນຫລາຍໆຕຳແໜ່ງ, ເຊິ່ງເປັນທັງອະດີດຮອງນາຍົກ ລັດຖະ ມົນຕີ, ອະດີດລັດຖະມົນຕີກະຊວງການຕ່າງປະເທດ, ອະດີດລັດຖະມົນຕີກະຊວງການເງິນ ແຫ່ງຣາຊະອານາ ຈັກໄທ, ອະດີດທີ່ປຶກສາດ້ານເສດຖະກິດ ແລະ ການຕ່າງປະເທດຂອງນາຍົກ ສະໄໝລັດຖະບານຂອງ ທ່ານ ສະວາລິດ ຢົງໃຈຍຸດ,  ອະດີດປະທານ ສະຖາບັນເສດຖະກິດ-ສັງຄົມ ແລະ ອີກຫລາຍຕໍາແໜ່ງທີ່ສໍາຄັນ. ປັດຈຸ ບັນ, ທ່ານ ສຈ ດຣ. ສຸຣະກຽດ ສະຖຽນໄທ, ເປັນປະທານສະພາສັນຕິພາບ ແລະ ຄວາມປອງດອງແຫ່ງອາຊີ, ເປັນນັກການທູດ-ການເມືອງ ອິດສະຫຼະ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485814
ມື້ນີ້113
ມື້ວານ206
ອາທິດນີ້850
ເດືອນນີ້5119