ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ຜູ້ຊ່ວຍລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ

 

2023311 1

2023311 2

2023311 3

 

ໃນຕອນບ່າຍຂອງວັນທີ 11 ມີນາ 2023, ທີ່ ກະຊວງການຕ່າງປະເທດ, ສະຫາຍ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ສະຫາຍ ໜົງ ຫລົງ, ຜູ້ຊ່ວຍລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ພ້ອມດ້ວຍຄະນະ, ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ໃນວັນທີ 11-12 ມີນາ 2023.

 

ໃນໂອກາດນີ້, ສະຫາຍ ຮອງນາຍົກລັດຖະມົນຕີ ກໍໄດ້ສະແດງຄວາມຍິນດີຕ້ອນຮັບຄະນະຜູ້ແທນຈີນ ແລະ ຕີລາຄາສູງ ຕໍ່ການພົວພັນຮ່ວມມືຂອງສອງປະເທດ, ເຊິ່ງ ພັກ ແລະ ລັດຖະບານ ສປປ ລາວ ຕີລາຄາສູງ ຕໍ່ຜົນການຢ້ຽມຢາມທາງລັດຖະກິດຢູ່ ສປ ຈີນ ຂອງສະຫາຍເລຂາທິການໃຫຍ່, ປະທານປະເທດລາວ ໃນທ້າຍປີ 2022 ຜ່ານມາ, ເຫັນວ່າເປັນການຢ້ຽມຢາມທີ່ສໍາຄັນທີ່ສຸດ ແລະ ໄດ້ຮັບຜົນສໍາເລັດຢ່າງຈົບງາມ, ເຊິ່ງສອງຝ່າຍໄດ້ລົງນາມເອກະສານທີ່ມີຄວາມສໍາຄັນ ຈໍານວນ 26 ສະບັບ ລວມທັງຖະແຫຼງການຮ່ວມຂອງສອງປະເທດ. ພ້ອມນີ້, ສະຫາຍ ຮອງນາຍົກລັດຖະມົນຕີ ໄດ້ຕີລາຄາສູງ ຕໍ່ການພົວພັນຮ່ວມມື ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ ແລະ ຈີນ ທີ່ມີການປະສານສົມທົບກັນຢ່າງໃກ້ຊິດ, ພ້ອມທັງສະເໜີສອງຝ່າຍສືບຕໍ່ຈັດຕັ້ງຜັນຂະຫຍາຍບົດບັນທຶກການຮ່ວມມື ລະຫວ່າງ ສອງກະຊວງ ແລະ ຍັງໄດ້ຝາກຄວາມຢື້ຢາມຖາມຂ່າວເຖິງ ສະຫາຍ ລັດຖະມົນຕີການຕ່າງປະເທດ ແຫ່ງ ສປ ຈີນ ຕື່ມອີກ. ໃນຂະນະດຽວກັນ, ສະຫາຍ ໜົງ ຫລົງ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້, ພ້ອມທັງໄດ້ ຕີລາຄາສູງ ແລະ ສະແດງຄວາມຍີນດີໃນການປະກອບສ່ວນຊຸກຍູ້ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການພົວພັນແບບຄູ່ຮ່ວມຍຸດທະສາດ ຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊະຕາກໍາ ຈີນ-ລາວ, ລາວ-ຈີນ ໃຫ້ສວຍສົດງົດງາມ ແລະ ໝັ້ນຄົງຄະນົງແກ່ນຕະຫຼອດໄປ.

ບົດຂ່າວອື່ນໆ

ແຈ້ງການ

    

* ປະກາດ ຄັດເລືອກບຸກຄົນ ຫຼື ອົງການຈັດຕັ້ງ ເພື່ອແຂ່ງຂັນຊີງລາງວັນອາຊຽນ ປະຈຳປີ 2023.

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)  

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
423834
ມື້ນີ້99
ມື້ວານ158
ອາທິດນີ້798
ເດືອນນີ້1594