ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ກ່າວປາໄສໃນພາກອະພິປາຍທົ່ວໄປຂອງກອງປະຊຸມລະດັບສູງ ອົງການສະຫະປະຊາຊາດວ່າດ້ວຍປະເທດດ້ອຍພັດທະນາ ຄັ້ງທີ 5

  

  

  

20230306 DPM LDC5

    

 

ໃນຕອນເຊົ້າຂອງວັນທີ 06 ມີນາ 2023, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຂຶ້ນກ່າວປາໄສໃນພາກອະພິປາຍທົ່ວໄປ ຂອງກອງປະຊຸມລະດັບສູງ ອົງການສະຫະປະຊາຊາດວ່າດ້ວຍປະເທດດ້ອຍພັດທະນາ ຄັ້ງທີ 5 ທີ່ ນະຄອນຫຼວງໂດຮາ, ປະເທດກາຕາ, ເຊິ່ງເນື້ອໃນບາງຕອນ ທ່ານໄດ້ກ່າວວ່າ ການຈັດຕັ້ງປະຕິບັດແຜນດໍາເນີນງານ ອິສຕັນບູ ສໍາລັບປະເທດດ້ອຍພັດທະນາ ໃນທົດສະຫວັດທີ່ຜ່ານມາ ໄດ້ມີຄວາມຄືບໜ້າ ແຕ່ຍັງບໍ່ທັນສົມດຸນເທື່ອ ໂດຍສະເພາະບັນດາປະເທດດ້ອຍພັດທະນາ ແມ່ນໄດ້ຮັບຜົນກະທົບຢ່າງໜັກໜ່ວງຫຼາຍກວ່າປະເທດອື່ນໆ ຈາກການລະບາດຂອງພະຍາດໂຄວິດ-19 ກໍຄືວິກິດການດ້ານຕ່າງໆ ເຊິ່ງໄດ້ຊ້ຳເຕີມຄວາມບອບບາງທາງດ້ານໂຄງສ້າງ, ຂີດຄວາມສາມາດດ້ານການຜະລິດທີ່ຈຳກັດ ແລະ ຄວາມທຸກຍາກທີ່ມີຢູ່ແລ້ວຕື່ມອີກ.​ ການຮັບຮອງເອົາແຜນດໍາເນີນງານ ໂດຮາ ວ່າດ້ວຍປະເທດດ້ອຍພັດທະນາ ແມ່ນເປັນຂີດໝາຍທີ່ສຳຄັນ ສຳລັບວົງຄະນາຍາດສາກົນໃນການຊ່ວຍເຫຼືອປະເທດດ້ອຍພັດທະນາໃຫ້ຟື້ນຟູໂດຍໄວຈາກຜົນກະທົບຂອງພະຍາດໂຄວິດ-19, ສ້າງຄວາມເຂັ້ມແຂງທົນທານຕໍ່ກັບວິກິດການທີ່ອາດຈະເກີດຂຶ້ນໃນອະນາຄົດ, ລຶບລ້າງຄວາມທຸກຍາກ ແລະ ບັນລຸການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ກໍຄື ເປົ້າໝາຍການພັດທະນາແບບຍືນຍົງ.

  

ຕໍ່ບັນຫາດັ່ງກ່າວ, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ວົງຄະນາຍາດສາກົນ ຕ້ອງເພີ່ມທະວີຄວາມພະຍາຍາມໃນການປະຕິບັດຕາມຄໍາໝາຍໝັ້ນທີ່ໃຫ້ໄວ້ ໃນແຜນດຳເນີນງານໂດຮາ ໃຫ້ທັນການ, ມີປະສິດທິຜົນ ແລະ ເປັນຮູບປະທໍາ ແລະ ໃຫ້ມີມາດຕະການສະໜັບສະໜູນຈາກສາກົນໃຫ້ຫຼາຍກວ່າເກົ່າ ພ້ອມທັງຮັດແໜ້ນການເປັນຄູ່ຮ່ວມມື ເພື່ອໃຫ້ປະເທດດ້ອຍພັດທະນາສາມາດຫັນປ່ຽນທ່າແຮງຂອງປະເທດ ໃຫ້ກາຍເປັນຄວາມຈະເລີນຮຸ່ງເຮືອງ ແລະ ພັດທະນາໄປພ້ອມກັນກັບນາໆປະເທດ. ນອກຈາກນັ້ນ, ທ່ານ ຮອງນາຍົກລັດຖະມົນຕີ ຍັງໄດ້ຢໍ້າຄືນຄຳໝາຍໝັ້ນຂອງ ສປປ ລາວ ໃນການບັນລຸເປົ້າໝາຍການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາໄດ້ຢ່າງໂລ່ງລຽນ, ມີຄຸນນະພາບ ແລະ ຍືນຍົງ ພ້ອມທັງໄດ້ຮຽກຮ້ອງສາກົນສືບຕໍ່ການຮ່ວມມື, ສະໜັບສະໜູນໃນໄລຍະການຂ້າມຜ່ານ ແລະ ພາຍຫຼັງການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ຂອງ ສປປ ລາວ.

  

ໃນມື້ດຽວກັນນີ້, ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ພົບປະກັບ ທ່ານ ອອດສ໌ກາ ເຟີແນນເດສ-ທາຣັນໂກ (Oscar Fernandez-Taranco), ຜູ້ຊ່ວຍເລຂາທິການໃຫ່ຍ ອົງການ ສປຊ ທີ່ຮັບຜິດຊອບການປະສານງານດ້ານການພັດທະນາ ເພື່ອປຶກສາຫາລືກ່ຽວກັບບົດບາດຂອງ ອົງການ ສປຊ ໂດຍສະເພາະຫ້ອງການຜູ້ປະສານງານ ອົງການ ສປຊປະຈຳປະເທດ ເພື່ອຊ່ວຍປະສານງານ ແລະ ຊຸກຍູ້ການຈັດຕັ້ງປະຕິບັດບົດບາດໜ້າທີ່ຂອງບັນດາອົງການເຄື່ອຂ່າຍ ສປຊ ໃຫ້ມີຄວາມກົມກຽວ ມີປະສິດທິພາບ ແລະ ສອດຄ່ອງກັບບູລິມະສິດດ້ານການພັດທະນາຂອງລັດຖະບານ ລວມທັງການສະໜັບສະໜູນການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາໃນຕໍ່ໜ້າ.

  

 

ບົດຂ່າວອື່ນໆ

ແຈ້ງການ

    

* ປະກາດ ຄັດເລືອກບຸກຄົນ ຫຼື ອົງການຈັດຕັ້ງ ເພື່ອແຂ່ງຂັນຊີງລາງວັນອາຊຽນ ປະຈຳປີ 2023.

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)  

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
423827
ມື້ນີ້92
ມື້ວານ158
ອາທິດນີ້791
ເດືອນນີ້1587