ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ຄະນະຜູ້ແທນ ກຸ່ມທະນາຄານໃນຕ່າງປະເທດ (BRED Group) ຂອງ ຝຣັ່ງ

  

  

20230301 DFM BRED 1

20230301 DFM BRED 3

  

    

   

ໃນຕອນ​ເຊົ້າ​ຂອງວັນ​ທີ 01 ມີນາ 2023, ທີ່ ກະຊວງການຕ່າງປະເທດ, ​ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ​ປ​ປ ລາວ ໄດ້​ຕ້ອນ​ຮັບການເຂົ້າຢ້ຽມຂໍ່ານັບຂອງ ຄະນະຜູ້ແທນ ກຸ່ມທະນາຄານໃນຕ່າງປະເທດ ແລະ ສປປ ລາວ (BRED Group) ຈາກ ສາທາລະນະລັດ ຝຣັ່ງ, ນໍາໂດຍ ທ່ານ ໂອລີວີເອ ແຄລນ (Olivier KLEIN), ຜູ້ບໍລິຫານໃຫຍ່ ຂອງກຸ່ມທະນາຄານ ດັ່ງກ່າວ.

  

ໃນໂອກາດນີ້, ທ່ານ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ຄະນະຜູ້ແທນດັ່ງກ່າວ, ເຊິ່ງການຢ້ຽມຢາມ ສປປ ລາວ ຄັ້ງນີ້ ຖືເປັນການປະສ່ວນເຂົ້າໃນການສົ່ງເສີມການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ສ. ຝຣັ່ງ, ໂດຍສະເພາະ ການພົວພັນຮ່ວມມືດ້ານການເງິນ-ທະນາຄານ ແລະ ການຄ້າ-ການລົງທຶນ. ພ້ອມດຽວກັນນີ້, ກໍໄດ້ແຈ້ງໃຫ້ຊາບ ກ່ຽວກັບ ສະພາບພົ້ນເດັ່ນໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໂດຍ​ສະ​ເພາະ ​ການ​ພັດ​ທ​ະ​ນາ​ເສດ​ຖະ​ກິດ​ສີ​ຂຽ​ວ ແລະ ສະ​ອາດ ເພື່ອ​ແນ່​ໃສ່ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ຢູ່ ສ​ປ​ປ ລາວ  ແລະ ແຜນນະໂຍບາຍສົ່ງເສີມການຄ້າ-ການລົງທຶນ ຢູ່ ສປປ ລາວ, ພ້ອມທັງໄດ້ສະເໜີຝ່າຍຝຣັ່ງ ສືບຕໍ່ຊຸກຍູ້ ແລະ ດຶງດູດເອົາການຄ້າ-ການລົງທຶນຈາກ ຝຣັ່ງ ເຂົ້າມາ ສປປ ລາວ ໃຫ້ນັບມື້ນັບຫຼາຍຂຶ້ນ, ໂດຍສະເພາະ ຢູ່ໃນຂົງເຂດການສົ່ງເສີມທຸລະກິດຂະໜາດກາງ ແລະ ຂະໜາດນ້ອຍ, ການທ່ອງທ່ຽວວັດທະນະທໍາ ແລະ ການທ່ອງທ່ຽວທໍາມະຊາດ ເປັນຕົ້ນ. ນອກນັ້ນ, ກໍໄດ້ແຈ້ງໃຫ້ຊາບ ກ່ຽວກັບ ການກະກຽມເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024.

  

ໂອກາດດຽວກັນນີ້, ທ່ານ  ໂອລີວີເອ ແຄລນ ກໍໄດ້ຕາງໜ້າໃຫ້ຄະນະ ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບໃນຄັ້ງນີ້, ພ້ອມທັງສະແດງຄວາມຊົມເຊີຍ ຕໍ່ຜົນສໍາເລັດໃນການພັດທະນາປະເທດຊາດ ຂອງ ສປປ ລາວ ໃນໄລຍະຜ່ານມາ ແລະ ຊົມເຊີຍ ທີ່ ສປປ ລາວ ມີແຜນຈະນໍາພາປະເທດຊາດຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ໃນປີ 2026. ພ້ອມທັງກ່າວຕື່ມວ່າ ກຸ່ມທະນາຄານ ຈະສືບຕໍ່ເຄື່ອນໄຫວ ປະກອບສ່ວນເຂົ້າໃນການສົ່ງເສີມ ການພົວພັນຮ່ວມມື ດ້ານການຄ້າ-ການລົງທຶນ ລະຫວ່າງ ສອງຝ່າຍ, ໂດຍສະເພາະ ບັນຫາທີ່ໄດ້ຫາລືກັນ ໃນການສົ່ງເສີມທຸລະກິດຂະໜາດກາງ ແລະ ຂະໜາດນ້ອຍ, ການຮ່ວມມືລະຫວ່າງທະນາຄານ, ລວມທັງຂະແໜງການທ່ອງທ່ຽວຢູ່ ສປປ ລາວ ໃຫ້ເພີ່ມຂຶ້ນໃນອະນາຄົດ. ນອກຈາກນັ້ນ, ຄະນະຜູ້ແທນດັ່ງກ່າວ ກໍໄດ້ແຈ້ງຈຸດປະສົງຂອງການເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ຕື່ມອີກ.

  

 

 

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484482
ມື້ນີ້186
ມື້ວານ273
ອາທິດນີ້920
ເດືອນນີ້3787