ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີສະເຫຼີມສະຫຼອງ ວັນຊາດບຣູໄນ ດາຣູຊາລາມ ຄົບຮອບ 39 ປີ ແລະ ຄົບຮອບ 30 ປີ ແຫ່ງ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ບຣູໄນ ດາຣູຊາລາມ

 

810 9607r

810 9560r

810 9620r

 

ໃນວັັນທີ 23 ກຸມພາ 2023, ທີ່ ໂຮງແຮມ ແລນມາກ, ສະຖານເອກອັກຄະລັດຖະທູດ ແຫ່ງ ບຣູໄນ ດາຣູຊາລາມ ປະຈໍາ ສປປ ລາວ ໄດ້ຈັດພິທີສະເຫຼີມສະຫຼອງວັນຊາດ ບຣູໄນ ດາຣູຊາລາມ ຄົບຮອບ 39 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ບຣູໄນ ດາຣູຊາລາມ ຄົບຮອບ 30, ໂດຍການເປັນປະທານຂອງ ທ່ານ ນາອິມ ຊາເລ, ເອກອັກຄະລັດຖະທູດ ແຫ່ງ ບຣູໄນ ດາຣູຊາລາມ ປະຈໍາ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ເປັນກຽດເຂົ້າຮ່ວມພິທີດັ່ງກ່າວໂດຍ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ພ້ອມນີ້ກໍມີຮອງລັດຖະມົນຕີ,​ ທຸຕານຸທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈໍາ ສປປ ລາວ ແລະ ແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.

 

ໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ນາອິມ ຊາເລ ໄດ້ຂຶ້ນມີຄໍາເຫັນຕໍ່ພິທີ ໂດຍໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສໍາຄັນ ແລະ ຄວາມເປັນມາຂອງວັນຊາດ ບຣູໄນ ດາຣູຊາລາມ, ພ້ອມທັງໄດ້ຕີລາຄາສູງ ແລະ ຍົກໃຫ້ເຫັນເຖິງ ຜົນສໍາເລັດດ້ານຕ່າງໆໃນການພົວພັນຮ່ວມມື ລະຫວ່າງ ບຣູໄນ ດາຣູຊາລາມ ແລະ ສປປ ລາວ ຕະຫຼອດໄລຍະ 30 ປີຜ່ານມາ.

 

ໃນໂອກາດດຽວກັນນີ້, ທ່ານຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຊົມເຊີຍຕໍ່ການຈັດພິທີດັ່ງກ່າວຂອງສະຖານເອກອັກຄະລັດຖະທູດ ແຫ່ງ ບຣູໄນ ດາຣູຊາລາມ ໃນຄັ້ງນີ້, ພ້ອມທັງໄດ້ຕີລາຄາສູງ ຕໍ່ການພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສອງປະເທດ ລາວ-ບຣູໄນ ນັບຕັ້ງແຕ່ສອງປະເທດໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 27 ກໍລະກົດ 1993, ເຊິ່ງຕະຫຼອດໄລຍະ 30 ປີຜ່ານມາ ການພົວພັນຮ່ວມມືລະຫວ່າງສອງປະເທດ ໃນດ້ານຕ່າງໆ ນັບມື້ໄດ້ຮັບການເສີມຂະຫຍາຍຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງ, ມີການແລກປ່ຽນການຢ້ຽມຢາມ ເຊິ່ງກັນ ແລະ ກັນ ຂອງການນໍາຂັ້ນສູງຢ່າງເປັນປົກກະຕິ ລວມເຖິງການພົວພັນລະຫວ່າງປະຊາຊົນສອງຊາດ, ການພົວພັນຮ່ວມມືໃນດ້ານຕ່າງໆ ເປັນຕົ້ນດ້ານການເມືອງ, ເສດຖະກິດ, ການຄ້າ-ການລົງທຶນ, ການພັດທະນາຊັບພະຍາກອນມະນຸດ ແລະ ອື່ນໆ ສືບຕໍ່ໄດ້ຮັບການເສີມຂະຫຍາຍເປັນກ້າວໆ ອັນເປັນການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຂົ້າອົກເຂົ້າໃຈລະຫວ່າງສອງລັດຖະບານ ກໍຄືປະຊາຊົນສອງຊາດ, ພິເສດແມ່ນການຢ້ຽມຢາມລັດຖະກິດຂອງພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສປປ ລາວ ໃນທ້າຍປີ 2022, ເຊິ່ງເປັນການຢັ້ງຢືນຄືນຄວາມປາຖະໜາພັດທະນາການຮ່ວມມືລະຫວ່າງສອງປະເທດໃຫ້ກ້າວສູ່ລວງເລິກກວ່າເກົ່າ. ໃນຂະນະດຽວກັນນີ້, ທ່ານຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ຍັງໄດ້ຕາງໜ້າລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈ ແລະ ຕີລາຄາສູງ ຕໍ່ລັດຖະບານ ແລະ ປະຊາຊົນ ບຣູໄນ ທີ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ແກ່ ສປປ ລາວ ຕະຫຼອດມາ ເຊິ່ງໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ, ລວມເຖິງການສະໜັບສະໜູນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2016 ຜ່ານມາ ແລະ ອື່ນໆ. ພ້ອມນີ້, ກໍໄດ້ອວຍພອນໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສອງປະເທດ ລາວ-ບູຣໄນ ສືບຕໍ່ໄດ້ຮັບການພັດທະນາເລິກເຊິ່ງ ແລະ ມີປະສິດທິຜົນຍິ່ງໆຂຶ້ນໃນອະນາຄົດ.

 

ພິທີດັ່ງກ່າວ ໄດ້ດໍາເນີນໄປດ້ວຍບັນຍາກາດອັນອົບອຸ່ນ, ສະໜິດສະໜົມ, ມີເນື້ອໃນຄວາມໝາຍອັນສໍາຄັນ ແລະ ໄດ້ຮັບຜົນສໍາເລັດຢ່າງຈົບງາມ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484630
ມື້ນີ້146
ມື້ວານ188
ອາທິດນີ້1068
ເດືອນນີ້3935