ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ປະທານປະເທດ ຮັບການຢື່ນສານຕາຕັ້ງຂອງບັນດາທູດຕ່າງປະເທດ ປະຈໍາ ສປປ ລາວ

 

KLS 1840

ທ່ານ ໂຈນາທານ ຄິງສ໌ (Jonathan KINGS), ເອກອັກຄະລັດຖະທູດ ແຫ່ງ ນິວຊີແລນ ປະຈໍາ ສປປ ລາວ.

KLS 1844

ທ່ານ ເປໂດຣ ຊະວາເລັນ (Pedro Zwahlen), ເອກອັກຄະລັດຖະທູດ ແຫ່ງ ສະມາພັນທະລັດ ສະວິດ ປະຈໍາ ສປປ ລາວ.

KLS 1848

ທ່ານ ປາເວວ ປີເຕວ (Pavel Pitel), ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ເຊັກ ປະຈຳ ສປປ ລາວ. 

KLS 1850

ທ່ານ ນິໂກລາຍ ພຣິດສ໌ (Nicolai Prytz), ເອກອັກຄະຣາຊະທູດແຫ່ງ ຣາຊະອານາຈັກ ດານມາກ ປະຈຳ ສປປ ລາວ.

KLS 1853

ທ່ານ ອູລັດຊີເມຍ ບາຣາວີກູ (Uladzimir Baravikou), ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ເບລາຣຸດຊີ ປະຈຳ ສປປ ລາວ.

 

ໃນຕອນເຊົ້າຂອງວັນທີ 23 ກຸມພາ 2023, ທີ່ ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ, ປະທານ ປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຈາກບັນດາທູດຕ່າງປະເທດ ເພື່ອດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ, ດັ່ງນີ້:

 

1.) ທ່ານ ໂຈນາທານ ຄິງສ໌ (Jonathan KINGS), ເອກອັກຄະລັດຖະທູດ ແຫ່ງ ນິວຊີແລນ ປະຈໍາ ສປປ ລາວ, ເຊິ່ງມີສຳນັກງານສະຖານທູດຕັ້ງຢູ່ ບາງກອກ, ຣາຊະອານາຈັກໄທ.

 

2.) ທ່ານ ເປໂດຣ ຊະວາເລັນ (Pedro Zwahlen), ເອກອັກຄະລັດຖະທູດ ແຫ່ງ ສະມາພັນທະລັດ ສະວິດ ປະຈໍາ ສປປ ລາວ, ເຊິ່ງມີສຳນັກງານສະຖານທູດຕັ້ງຢູ່ ບາງກອກ,​ ຣາຊະອານາຈັກໄທ.

 

3.) ທ່ານ ປາເວວ ປີເຕວ (Pavel Pitel), ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ເຊັກ ປະຈຳ ສປປ ລາວ, ເຊິ່ງມີສຳນັກງານສະຖານທູດຕັ້ງຢູ່ ບາງກອກ, ຣາຊະອານາຈັກໄທ.

 

4.) ທ່ານ ນິໂກລາຍ ພຣິດສ໌ (Nicolai Prytz), ເອກອັກຄະຣາຊະທູດແຫ່ງ ຣາຊະອານາຈັກ ດານມາກ ປະຈຳ ສປປ ລາວ, ເຊິ່ງມີສໍານັກງານສະຖານທູດຕັ້ງຢູ່ ນະຄອນຫຼວງ ຮ່າໂນ້ຍ, ສສ. ຫວຽດນາມ.

 

5.) ທ່ານ ອູລັດຊີເມຍ ບາຣາວີກູ (Uladzimir Baravikou), ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ເບລາຣຸດຊີ ປະຈຳ ສປປ ລາວ, ເຊິ່ງມີສໍານັກງານສະຖານທູດຕັ້ງຢູ່ ນະຄອນຫຼວງ ຮ່າໂນ້ຍ, ສສ. ຫວຽດນາມ.

 

ໃນໂອກາດນີ້, ທ່ານ ປະທານປະເທດ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ບັນດາທ່ານເອກອັກຄະລັດຖະທູດ ທີ່​ໄດ້ຖືກແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ຄົນໃໝ່ ປະຈໍາ ສປປ ລາວ ໃນ​ຄັ້ງ​ນີ້, ພ້ອມທັງ ສະແດງຄວາມຫວັງວ່າ ໃນໄລຍະທີ່ ດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ປະຈຳ ສປປ ລາວ, ບັນດາທ່ານທູດ ຈະເປັນຂົວຕໍ່ເພື່ອເສີມຂະຫຍາຍ​ສາຍ​ພົວ​ພັນມິດຕະພາບ ​ແລະ ການຮ່ວມມືອັນດີ ໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນໃນອະນາຄົດ, ເຊິ່ງລັດ​ຖະ​ບານ ແລະ ພາກ​ສ່ວນ​ກ່ຽວ​ຂ້ອງ​ຕ່າງໆ​ຂອງ​ລາວ ພ້ອມ​ທີ່​ຈະໃຫ້ການຮ່ວມ​ມື​, ສະໜັບສະໜູນ ແລະ ອໍານວຍ ຄວາມສະດວກ ເພື່ອໃຫ້​ບັນ​ດາທ່ານທູດ ສາມາດເຮັດສໍາເລັດໜ້າທີ່ທີ່ໄດ້ຮັບມອບໝາຍຢ່າງຈົບງາມ. ທ່ານປະທານປະເທດ ກໍ່ໄດ້ສະ​ເໜີໃຫ້ບັນດາທ່ານເອກອັກຄະລັດຖະທູດ ຈົ່ງສືບຕໍ່ຊຸກ​ຍູ້ໃຫ້​ມີ​ການ​ແລກ​ປ່ຽນ​ການ​ຢ້ຽມ​ຢຽມເຊິ່ງກັນ ແລະ ກັນ ລະຫວ່າງ ບັນດາການນຳຂັ້ນສູງ ຈົນເຖິງ ການໄປມາຫາສູ່ກັນລະຫວ່າງ ປະຊາຊົນ ດ້ວຍກັນໃຫ້ຫຼາຍຂຶ້ນ; ໄດ້ຢືນຢັນຄືນແນວທາງນະໂຍບາຍການຕ່າງປະເທດ ອັນສະເໝີຕົ້ນສະເໝີປາຍຂອງ ສປປ ລາວ ຍາມໃດກໍ່ຍຶດໝັ້ນໃນແນວທາງການຕ່າງປະເທດ ແຫ່ງ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື, ສປປ ລາວ ເປັນປະເທດຮັກຫອມສັນຕິພາບ,​ ຢາກເປັນມິດກັບທຸດປະເທດ,​ ພ້ອມທີ່ຈະຮ່ວມມື ກັບທຸກປະເທດ ບົນຫຼັກການເຄົາລົບເຊິ່ງກັນ ແລະ ກັນ, ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ ເພື່ອຄວາມຢູ່ດີກິນດີ ຂອງປະຊາຊົນ, ເພື່ອສັນຕິພາບ ແລະ ການພັດທະນາແບບຍືນຍົງຢູ່ໃນໂລກ.

 

ໃນໂອກາດດຽວກັນ, ທ່ານ ປະທານປະເທດ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ການຮ່ວມມື,​ ສະໜັບສະໜູນ ແລະ ຊ່ວຍເຫຼືອ ຂອງບັນດາປະເທດເພື່ອນມິດ ຕໍ່ ສປປ ລາວ ໃນໄລຍະຜ່ານມາ, ເຊິ່ງໄດ້ປະກອບສ່ວນສຳຄັນເຂົ້າ ໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ. ພ້ອມນີ້, ກໍສະເໜີໃຫ້ບັນດາທ່ານທູດ ຊ່ວຍສືບຕໍ່ຊຸກຍູ້ ການຮ່ວມມືດ້ານການຄ້າ ແລະ ການລົງທຶນ ໃນຂະແໜງການຕ່າງໆທີ່ມີທ່າແຮງຮ່ວມກັນ. ໂດຍສະເພາະໃນປີ 2024 ນີ້, ສປປ ລາວ ຈະໄດ້ຮັບກຽດເປັນປະທານອາຊຽນ ແລະ ຫວັງຢ່າງຍິ່ງວ່າ ຈະໄດ້ຮັບການສະໜັບສະໜູນ ຊ່ວຍເຫຼືອ ແລະ ການຮ່ວມມື ຈາກບັນດາທູດທັງໝົດ ເພື່ອເຮັດໃຫ້ການເປັນປະທານອາຊຽນຂອງ ສປປ ລາວ ປະສົບຜົນສໍາເລັດຢ່າງຈົບງາມ. ໃນຕອນທ້າຍ, ກໍ່ໄດ້ຝາກຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ຄໍາອວຍພອນໄຊ ອັນປະເສີດ ໄປຍັງຜູ້ນຳຂອງບັນດາທ່ານທູດທັງ 5 ປະເທດ ແລະ ຖືໂອກາດນີ້ເຊື້ອເຊີນມາຢ້ຽມຢາມ ສປປ ລາວ ໃນເວລາທີ່ສະດວກ, ອວຍພອນໃຫ້ບັນດາທ່ານທູດ ຈົ່ງປະສົບຜົນສຳເລັດໃນການປະຕິບັດ ຫນ້າທີ່ການທູດຢູ່ ສປປ ລາວ ໃນຄັ້ງນີ້.

 

ໃນຂະນະດຽວກັນ, ບັນດາທ່ານ ເອກອັກຄະລັດຖະທູດ ກໍໄດ້ສະແດງຄວາມຂອບໃຈຕໍ່ຄໍາເວົ້າ ອັນຈົບງາມຂອງພະນະທ່ານ ປະທານປະເທດ ແຫ່ງ ສປປ ລາວ ແລະ ການຕ້ອນຮັບອັນອົບອຸ່ນ ໃນໂອກາດ ມາປະຕິບັດໜ້າທີ່ຢູ່ ສປປ ລາວ, ພ້ອມທັງ ໄດ້ສະແດງຄວາມຍິນດີທີ່ຈະສືບຕໍ່ຊຸກຍູ້ສົ່ງເສີມສາຍພົວພັນ ມິດຕະພາບອັນດີງາມ ແລະ ການຮ່ວມມືຢ່າງມີຫມາກຜົນ ລະຫວ່າງ ປະເທດຂອງຕົນ ກັບ ສປປ ລາວ ໃຫ້ນັບມື້ນັບ ໄດ້ຮັບການເສີມຂະຫຍາຍ ແລະ ແຕກດອກອອກຜົນຍິ່ງໆຂຶ້ນໃນອະນາຄົດ ເພື່ອນຳເອົາຄວາມ ຈະເລີນຮຸ່ງເຮືອງ ມາສູ່ ປະເທດຊາດ ແລະ ນຳເອົາຜົນປະໂຫຍດສູງສຸດ ມາສູ່ ປະຊາຊົນ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484705
ມື້ນີ້16
ມື້ວານ205
ອາທິດນີ້1143
ເດືອນນີ້4010