ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ປະທານສະພາແຫ່ງຊາດລາວ ພົບປະກັບ ນາຍົກລັດຖະມົນຕີ ກໍາປູເຈຍ

 

SP 1

SP 2

SP 3

ໃນຕອນບ່າຍຂອງວັນທີ 13 ກຸມພາ 2023, ທີ່ ສະພາແຫ່ງຊາດ, ພະນະທ່ານ ປອ. ໄຊສົມພອນ ພົມວິຫານ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ພົບປະກັບ ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນ ແຊນ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ, ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 13-14 ກຸມພາ 2023.

 

          ໃນໂອກາດນີ້, ພະນະທ່ານ ປະທານສະພາແຫ່ງຊາດ ປອ. ໄຊສົມພອນ ພົມວິຫານ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການຢ້ຽມຢາມ ສປປ ລາວ ຂອງ ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນ ແຊນ ແລະ ຄະນະ ໃນຄັ້ງນີ້, ເຊິ່ງໄດ້ນໍາເອົາໄມຕີຈິດມິດຕະພາບອັນອົບອຸ່ນຂອງພັກ, ລັດຖະບານ, ສະພາແຫ່ງຊາດ ແລະ ປະຊາຊົນກໍາປູເຈຍ ມາສູ່ ພັກ, ລັດຖະບານ, ສະພາແຫ່ງຊາດ ແລະ ປະຊາຊົນລາວບັນດາເຜົ່າ ທັງເປັນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ການພົວພັນແບບຄູ່ຮ່ວມຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ກໍາປູເຈຍ ໃຫ້ນັບມື້ນັບໄດ້ຮັບການພັດທະນາຍິ່ງໆຂຶ້ນ.

 

          ພ້ອມນີ້, ພະນະທ່ານ ປອ. ໄຊສົມພອນ ພົມວິຫານ ກໍ່ໄດ້ຝາກຄວາມຢື້ຢາມຖາມຂ່າວເຖິງ ພະບາດສົມເດັດ ໂນໂຣດົມ ສີຫາໂມນີ, ພະມະຫາກະສັດ; ສົມເດັດ ອັກຄະ ມະຫາ ໂປເຢຍ ຈັກກຼີ ເຮັງ ຊໍາຣິນ, ປະທານສະພາແຫ່ງຊາດ; ແລະ ສົມເດັດ ວິບູນ ເສນາ ພັກດີ ຊາຍຊຸມ, ປະທານສະພາສູງ ແຫ່ງ ຣາຊະອານາຈັກ ກໍາປູເຈຍ; ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສໍາເລັດອັນໃຫຍ່ຫຼວງຮອບດ້ານ ທີ່ປະຊາຊົນກໍາປູເຈຍອ້າຍນ້ອງຍາດມາໄດ້ ໂດຍພາຍໃຕ້ການນໍາພາອັນເດັດດ່ຽວຫນຽວແໜ້ນຂອງ ພັກປະຊາຊົນ ແລະ ລັດຖະບານກໍາປູເຈຍ, ພິເສດແມ່ນຜົນສໍາເລັດຂອງການເລືອກຕັ້ງສະພາຕາແສງ ຊຸດທີ V ໃນປີ 2022 ຜ່ານມາ, ເຊິ່ງພັກປະຊາຊົນກໍາປູເຈຍ ໄດ້ຮັບໄຊຊະນະຢ່າງຖ້ວມລົ້ນ, ກໍ່ຄື ຜົນສໍາເລັດຂອງການເປັນປະທານກອງປະຊຸມສຸດຍອດອາຊຽນ ຄັ້ງທີ 40 ແລະ 41 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ລວມທັງກອງປະຊຸມໃຫຍ່ ສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 43, ອັນເປັນການເຊີດຊູຖານະບົດບາດຂອງ ກໍາປູເຈຍ ໃຫ້ສູງເດັ່ນຂຶ້ນ ໃນເວທີພາກພື້ນ ແລະ ສາກົນ; ພ້ອມທັງໄດ້ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນໍາພາຂອງ ສົມເດັດ ຮຸນເຊນ, ກໍາປູເຈຍຈະໄດ້ຮັບຜົນສໍາເລັດຢ່າງຈົບງາມ ໃນການເປັນເຈົ້າພາບຈັດງານກິລາຊີເກມ ໃນເດືອນພຶດສະພາ ແລະ ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ VII ໃນເດືອນກໍລະກົດ 2023 ທີ່ຈະມາເຖິງນີ້.

 

          ພ້ອມດຽວກັນນັ້ນ, ພະນະທ່ານ ປະທານສະພາແຫ່ງຊາດລາວ ກໍ່ໄດ້ແຈ້ງຜົນສໍາເລັດຂອງກອງປະຊຸມສະໄໝສາມັນ ເທື່ອທີ 4 ໃນເດືອນທັນວາ 2022 ຜ່ານມາ ທີ່ໄດ້ພິຈາລະນາ ແລະ ຮັບຮອງເອົາຫຼາຍບັນຫາທີ່ສໍາຄັນຂອງຊາດ; ໄດ້ຕີລາຄາສູງຕໍ່ຜົນສໍາເລັດຂອງການປຶກສາຫາລືຮ່ວມ ລະຫວ່າງ ສອງນາຍົກລັດຖະມົນຕີ ລາວ-ກໍາປູເຈຍ, ເຊິ່ງສາມາດຕົກລົງຫຼາຍບັນຫາຮ່ວມກັນ ເພື່ອສົ່ງເສີມການພົວພັນທີ່ດີ ແລະ ການຮ່ວມມືທີ່ເປັນໝາກຜົນ ໃຫ້ແກ່ສອງປະເທດ; ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ທີ່ສອງລັດຖະບານໄດ້ຮ່ວມກັນລົງນາມ ສົນທິສັນຍາ ວ່າດ້ວຍ ການປັກຫຼັກໝາຍຊາຍແດນ ທີ່ສໍາເລັດການສໍາຫຼວດຮ່ວມກັນແລ້ວ 86% ແລະ ແຜນປະຕິບັດງານຮ່ວມ ສໍາລັບ ການພົວພັນແບບຄູ່ຮ່ວມຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ, ເຊິ່ງເປັນເອກະສານທີ່ມີຄວາມໝາຍສໍາຄັນທາງດ້ານປະຫວັດສາດຂອງສອງປະເທດ. ໃນຕອນທ້າຍ, ພະນະທ່ານ ປອ. ໄຊສົມພອນ ພົມວິຫານ ໄດ້ຕາງໜ້າໃຫ້ ສະພາແຫ່ງຊາດ, ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງ ພັກປະຊາຊົນກໍາປູເຈຍ, ລັດຖະບານ, ລັດຖະສະພາ ແລະ ປະຊາຊົນກໍາປູເຈຍ ທີ່ໄດ້ໃຫ້ການຮ່ວມມື, ສະໜັບສະໜູນ ແລະ ຊ່ວຍເຫຼືອຢ່າງໃຫຍ່ຫຼວງ ແກ່ພັກ, ລັດຖະບານ, ສະພາແຫ່ງຊາດ ກໍ່ຄື ປະຊາຊົນລາວບັນດາເຜົ່າ ຕະຫຼອດໄລຍະທີ່ຜ່ານມາ.

 

          ໃນການພົບປະຄັ້ງນີ້, ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ການພົວພັນແບບຄູ່ຮ່ວມຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງສອງປະເທດ ລາວ-ກໍາປູເຈຍ ທີ່ນັບມື້ນັບໄດ້ຮັບການເສີມຂະຫຍາຍເຂົ້າສູ່ລວງເລິກ ເວົ້າລວມ, ເວົ້າສະເພາະ ການພົວພັນຮ່ວມມື ລະຫວ່າງ ສະພາແຫ່ງຊາດລາວ ແລະ ລັດຖະສະພາກໍາປູເຈຍ ທີ່ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ໂດຍໄດ້ມີການແລກປ່ຽນຄະນະຜູ້ແທນ, ແລກປ່ຽນຂໍ້ມູນຂ່າວສານ, ຊຸກຍູ້ການຈັດຕັ້ງປະຕິບັດບັນດາສັນຍາ, ສົນທິສັນຍາ ແລະ ຂໍ້ຕົກລົງຂອງຂອງປະເທດ, ພ້ອມທັງມີການຮ່ວມມື ແລະ ສະໜັບສະໜູນ ເຊິ່ງກັນ ແລະ ກັນ ໃນເວທີລັດຖະສະພາ ພາກພື້ນ ແລະ ສາກົນ.

 

          ໃນຂະນະດຽວກັນ, ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນ ແຊນ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ແຈ້ງສະພາບການພົ້ນເດັ່ນຂອງການພັດທະນາເສດຖະກິດ-ສັງຄົມຂອງກໍາປູເຈຍໂດຍຫຍໍ້, ພ້ອມທັງໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ການຮ່ວມມືທີ່ມີມາແຕ່ດົນນານຖານບ້ານໃກ້ເຮືອນຄຽງ ແລະ ການພົວພັນແບບຄູ່ຮ່ວມຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ສອງປະເທດ ລາວ-ກໍາປູເຈຍ ທີ່ໄດ້ຮັບການເສີມຂະຫຍາຍເປັນກ້າວໆຕະຫຼອດມາ. ພ້ອມດຽວກັນນີ້, ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນ ແຊນ ກໍໄດ້ສະແດງຄວາມໝາຍໝັ້ນວ່າ ຈະສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ໃນຕໍ່ໜ້າ ໂດຍສະເພາະແມ່ນ ການເປັນເຈົ້າພາບຈັດກອງປະຊຸມສຸດຍອດລັດຖະສະພາ 3 ປະເທດ ກໍາປູເຈຍ-ລາວ-ຫວຽດນາມ ໃນທ້າຍປີ 2023, ກອງປະຊຸມສຸດຍອດອາຊຽນ ແລະ ກອງປະຊຸມ AIPA ໃນປີ 2024.  ພ້ອມນັ້ນ, ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນ ແຊນ ຍັງໄດ້ແຈ້ງໃຫ້ຊາບ ກ່ຽວກັບ ການກະກຽມເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ VII ທີ່ຈະຈັດຂຶ້ນໃນເດືອນກໍລະກົດ 2023 ທີ່ຈະມາເຖິງນີ້ ແລະ ພາຍຫຼັງການເລືອກຕັ້ງ 60 ວັນ ສະພາແຫ່ງຊາດຊຸດເກົ່າ ຈະໝົດວາລະ.

 

            ໃນວັນດຽວກັນ, ພະນະທ່ານ ປອ. ໄຊສົມພອນ ພົມວິຫານ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ກໍໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ພະນະທ່ານ ເຕບ ໂງ່, ຮອງປະທານສະພາສູງ (ຜູ້ທີ 2) ແຫ່ງ ຣາຊະອານາຈັກ ກໍາປູເຈຍ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485806
ມື້ນີ້105
ມື້ວານ206
ອາທິດນີ້842
ເດືອນນີ້5111