ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ແລະ ປະດັບຫຼຽນໃຫ້ແກ່ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ

 

PM1 1

PM1 2

ໃນວັນທີ 13 ກຸມພາ 2023, ທີ່ ທຳນຽບປະທານປະເທດ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ສົມ​ເດັດ ອັກຄະມະຫາ ​ເສນາ​ບໍດີ​ ເຕ​ໂຈ ຮຸນ​​​ ແຊນ, ນາຍົກລັດຖະມົນຕີ ​ແຫ່ງ ຣາຊະ​ອານາຈັກ ​ກໍາປູ​ເຈຍ, ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 13-14 ກຸມພາ 2023.

 

ໃນໂອກາດນີ້, ພະນະທ່ານ ປະທານປະເທດ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ ນາຍົກລັດຖະມົນຕີ ສົມ​ເດັດ ອັກຄະມະຫາ ​ເສນາ​ບໍດີ​ ເຕ​ໂຈ ຮຸນ​​​ ແຊນ ແລະ ຄະນະຜູ້ແທນຂັ້ນສູງ ກຳປູເຈຍ ທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນສໍາຄັນໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີຖານບ້ານໃກ້ເຮືອນຄຽງ ທີ່ມີມາແຕ່ດົນນານ ລະຫວ່າງ ສອງປະເທດ ລາວ-ກໍາປູເຈຍ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ. ພ້ອມນີ້, ກໍ່ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສໍາເລັດຂອງການເປັນປະທານອາຊຽນຂອງກໍາປູເຈຍ ໃນປີ 2022 ແລະ ການເລືອກຕັ້ງສະພາຕາແສງຊຸດທີ່ V ໃນວັນທີ 05 ມີຖຸນາ 2022 ທີ່ຜ່ານມາ, ເຊິ່ງ ພັກປະຊາຊົນກໍາປູເຈຍ ໄດ້ຮັບໄຊຊະນະອັນໃຫຍ່ຫຼວງ, ສະແດງໃຫ້ເຫັນເຖິງຄວາມເຊື່ອໝັ້ນ ແລະ ຄວາມສັດທາຂອງປະຊາຊົນກໍາປູເຈຍ ທີ່ມີຕໍ່ ພັກປະຊາຊົນກໍາປູເຈຍ ຕະຫຼອດໄລຍະທີ່ຜ່ານມາ ກໍ່ຄື ປັດຈຸບັນ ເຊິ່ງໄດ້ນໍາເອົາການພັດທະນາ, ຄວາມຈະເລີນກ້າວໜ້າມາສູ່ປະເທດຊາດ ເຮັດໃຫ້ທົ່ວປະເທດ ມີສະຖຽນລະພາບທາງດ້ານການເມືອງ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປົວແປງດີຂື້ນເປັນກ້າວໆ, ບົດບາດອິດທິພົນຊື່ສຽງຂອງ ກໍາປູເຈຍ ນັບມື້ໄດ້ຮັບການຍົກສູງຂຶ້ນໃນເວທີພາກພື້ນ ແລະ ສາກົນ. ພ້ອມດຽວກັນນີ້,​ ພະນະທ່ານ ປະທານປະເທດ ທອງລຸນ ສີສຸລິດ ກໍ່ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດຂອງການພົບປະປຶກສາຫາລືຮ່ວມກັນ ລະຫວ່າງ ສອງນາຍົກລັດຖະມົນຕີ ລາວ-ກຳປູເຈຍ, ເຊິ່ງເຫັນວ່າສາມາດຕົກລົງ​ຫຼາຍ​ບັນຫາຮ່ວມກັນ, ໃນນັ້ນແມ່ນການຮ່ວມລົງນາມສົນທິສັນຍາ ວ່າດ້ວຍ ເສັ້ນຊາຍແດນທີ່ໄດ້ສຳເລັດການປັກຫຼັກໝາຍສຳເລັດ 86%, ເຊິ່ງເປັນເອກະສານສຳຄັນ ແລະ ເປັນພື້ນຖານໃຫ້ແກ່ການສືບຕໍ່ແກ້ໄຂບັນຫາເສັ້ນຊາຍແດນທີ່ຍັງເຫຼືອບົນພື້ນຖານມິດຕະພາບທີ່ເປັນມູນເຊື້ອ ລະຫວ່າງ ປະຊາຊົນສອງຊາດ ລາວ-ກຳປູເຈຍ. ນອກນີ້, ຍັງໄດ້ມີການລົງນາມ ແຜນປະຕິບັດງານຮ່ວມ (Action Plan) ວ່າດ້ວຍ ຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ  ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ກຳປູເຈຍ ໄລຍະ 2023-2027 ທີ່ຈະເປັນພື້ນຖານໃຫ້ແກ່ສອງປະເທດ ໃນຕໍ່ໜ້າ. ພ້ອມກັນນັ້ນ, ທ່ານປະທານປະເທດ ທອງລຸນ ສີສຸລິດ ໄດ້ສະເໜີໃຫ້ສອງນາຍົກລັດຖະມົນຕີ ລາວ-ກຳປູເຈຍ ເອົາໃຈໃສ່ຊີ້ນຳບັນດາກະຊວງຂະແໜງການ ໃນການຈັດຕັ້ງປະຕິບັດບັນດາເອກະສານທີ່ໄດ້ລົງນາມກັນແລ້ວໃຫ້ມີປະສິດທິພາບ, ປະສິດທິຜົນ ແລະ ເປັນຮູບປະທຳຫຼາຍຂຶ້ນ, ສືບຕໍ່ເພີ່ມທະວີການຮ່ວມມືສອງຝ່າຍ ເປັນຕົ້ນ ດ້ານເສດຖະກິດ-ການຄ້າ, ການທ່ອງທ່ຽວ ແລະ ອື່ນໆ ໃຫ້ຫຼາຍຂຶ້ນຕື່ມ ເພື່ອນຳເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງຊາດ ລາວ-ກຳປູເຈຍ. ນອກຈາກນີ້, ພະນະທ່ານ ປະທານປະເທດ ກໍ່ໄດ້ຖືໂອກາດນີ້ ຝາກຄວາມຢື້ຢາມຖາມຂ່າວເຖິງ ພະບາດ ສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາມຸນີ, ພະມະຫາກະສັດ ແຫ່ງ ຣາຊະອານາຈັກກຳປູເຈຍ ແລະ ຫວັງວ່າ ຈະໄດ້ຮັບກຽດຕ້ອນຮັບ ພະບາດ ສົມເດັດ ມາຢ້ຽມຢາມ ນະຄອນຫຼວງວຽງຈັນ ອີກຄັ້ງໜຶ່ງ ໃນອະນາຄົດ.

 

ສົມ​ເດັດ ອັກຄະມະຫາ ​ເສນາ​ບໍດີ​ ເຕ​ໂຈ ຮຸນ​​​ ແຊນ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມຍິນດີທີ່ໄດ້ນຳພາຄະນະຜູ້ແທນເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ພ້ອມທັງໄດ້ແຈ້ງໃຫ້ຊາບເຖິງຈຸດປະສົງຂອງການຢ້ຽມຢາມຄັ້ງນີ້, ພັກ-ລັດຖະບານ ກຳປູເຈຍ ຢືນຢັນຈະສືບຕໍ່ໃຫ້ການຮ່ວມມືສອງຝ່າຍ ໃຫ້ຫຼາຍຂຶ້ນຕື່ມໃນຕໍ່ຫນ້າ ທັງໃນຂອບການຮ່ວມມືສອງຝ່າຍ, ຫຼາຍຝ່າຍ, ທັງໃນເວທີພາກພື້ນ ແລະ ສາກົນ ເພື່ອນຳເອົາຄວາມຜາສຸກ, ຄວາມຈະເລີນຮຸ່ງເຮືອງ, ຄວາມຮັ່ງມີເຂັ້ມແຂງ ມາສູ່ສອງຊາດ ກຳປູເຈຍ-ລາວ, ອວຍພອນໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ຖານບ້ານໃກ້ເຮືອນຄຽງ ທີ່ມີມາແຕ່ດົນນານ ລະຫວ່າງ ສອງປະເທດ ລາວ-ກໍາປູເຈຍ ຈົ່ງຫມັ້ນຄົງທະນົງແກ່ນຕະຫຼອດໄປ.

 

PM1 4

PM1 5

ໃນໂອກາດດຽວກັນນີ້, ພະນະທ່ານ ປະທານປະເທດ ທອງລຸນ ສີສຸລິດ ໄດ້ຕາງໜ້າໃຫ້ພັກ ແລະ ລັດຖະບານ ແຫ່ງ ສປປ ລາວ ປະດັບຫຼຽນໂພໄຊລ້ານຊ້າງ ໃຫ້ແກ່ ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນ ແຊນ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ, ເຊິ່ງເປັນຫຼຽນທີ່ມອບໃຫ້ ຜູ້ນໍາຂອງຕ່າງປະເທດ ທີ່ມີຄຸນງາມຄວາມດີ, ມີຜົນງານດີເດັ່ນ ປະກອບສ່ວນໃນການເສີມສ້າງ, ປົກປັກຮັກສາສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີງາມ ຕໍ່ ສປປ ລາວ.

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480207
ມື້ນີ້37
ມື້ວານ157
ອາທິດນີ້605
ເດືອນນີ້6438