ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ອິນເດຍ ປະຈຳ ສປປ ລາວ

 

20230215 DPM SLX India Am1

20230215 DPM SLX India Am2

ໃນຕອນ​ເຊົ້າ​ຂອງວັນ​ທີ 15 ກຸມພາ 2023, ທີ່ ກະຊວງການຕ່າງປະເທດ, ​ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ​ປ​ປ ລາວ ໄດ້​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ອຳ​ລາ ຂອງ​ ທ່ານ ດິນກ່າ ອາສ໌ທ່ານາ (Dinkar Asthana), ເອກ​ອັກ​ຄະ​ລັດ​ຖະ​ທູດ ວິ​ສາ​ມັນ ​ຜູ້​ມີ​ອຳ​ນາດ​ເຕັມ ​ແຫ່ງ ສາທາລະນະລັດ ອິນເດຍ ປະ​ຈຳ ສ​ປ​ປ ລາວ ໃນ​ໂອ​ກາດ​ທີ່​ສຳ​ເລັດການປະຕິບັດ​ໜ້າ​ທີ່​ການ​ທູດ​ຢູ່ ສ​ປ​ປ ລາວ.

 

ໃນ​ໂອ​ກາດ​ດັ່ງ​ກ່າວ​, ທ່ານ​ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ຜົນ​ສຳ​ເລັດ​ໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່​ການ​ທູດ​ຂອງ​ ທ່ານເອກອັກຄະລັດຖະທູດ ​ທີ່ໄດ້ມີການເຄື່ອນ​ໄຫວ​ຢ່າງ​ຫ້າວ​ຫັນ ໃນການ​ສະ​ໜັບ​ສະ​ໜູນ ແລະ ປະ​ກອບ​ສ່ວນ​ອັນ​ສຳ​ຄັນ ເຂົ້າໃນ​ການ​ເສີມ​ຂະ​ຫ​ຍາຍ​ສາຍ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ອັນດີງາມ ລະ​ຫວ່າງ ສ​ປ​ປ ລາວ ແລະ ສ. ອິນເດຍ ຕະຫຼອດ​ໄລ​ຍະເກືອບ 4 ປີຜ່ານມາ ນັບຕັ້ງແຕ່ເດືອນພຶດສະພາ ປີ 2019. ພ້ອມນີ້, ທ່ານຍັງໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດ ທີ່ໄດ້ຮັບການພັດທະນາ ແລະ ເສີມຂະຫຍາຍເປັນກ້າວໆໃນຫຼາຍດ້ານ ຕະຫຼອດໄລຍະ 67 ປີ ຜ່ານມາ. ນອນນັ້ນ, ການນໍາຂັ້ນສູງຂອງສອງປະເທດ ກໍໄດ້ມີການແລກປ່ຽນການຢ້ຽມຢາມ ເຊິ່ງກັນ ແລະ ກັນ ຢ່າງເປັນປົກກະຕິ, ລວມທັງໄດ້ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນ ເຊິ່ງກັນ ແລະ ກັນ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ.

 

ພ້ອມດຽວກັນນີ້, ທ່ານ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈ ໂດຍຜ່ານທ່ານເອກອັກຄະລັດຖະທູດ ໄປຍັງລັດຖະບານ ແລະ ປະຊາຊົນ ອິນເດຍ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ຕະຫຼອດມາ ໃນຮູບແບບການໃຫ້ທຶນຝຶກອົບຮົມດ້ານວິຊາການ ຜ່ານໂຄງການຮ່ວມມືສອງຝ່າຍ, ການຮ່ວມມືຜ່ານອົງການ ສປຊ, ພ້ອມນີ້ຍັງໄດ້ສະແດງຄວາມຂອບໃຈ ຕໍ່ການສະໜັບສະໜູນ ສປປ ລາວ ໃນການສະໝັກເຂົ້າເປັນສະມາຊິກສະພາເສດຖະກິດ-ສັງຄົມ ສປຊ (ECOSOC) ສໍາລັບສົກປີ 2023-2025. ໃນວາລະໂອກາດນີ້ທ່ານ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ກໍໄດ້​ອວຍ​ພອນ​ໃຫ້​ ທ່ານເອກອັກຄະລັດຖະທູດ ຈົ່ງ​ເດີນ​ທາງ​ກັບ​ຄືນ​ປະ​ເທດ​ດ້ວຍ​ຄວາມ​ສະ​ຫວັດ​ດີ​ພາບ ແລະ ປະ​ສົບ​ຜົນ​ສຳ​ເລັດ​ ໃນ​ໜ້າ​ທີ່​ວຽກ​ງານ​ໃໝ່ ​ທີ່​ທ່ານ​ທູດຈະ​ໄດ້​ຮັບຜິດຊອບໃນ​ອະ​ນາ​ຄົດ​ ແລະ ສະແດງຄວາມຫວັງວ່າ ທ່ານເອກອັກຄະລັດຖະທູດ ຈະສືບຕໍ່ປະກອບສ່ວນເຂົ້າໃນການສົ່ງເສີມການພົວພັນຮ່ວມມື ລະຫວ່າງ ສອງປະເທດ, ໂດຍສະເພາະ ການຊຸກຍູ້ສົ່ງເສີມບັນດານັກທຸລະກິດ ແລະ ນັກທ່ອງທ່ຽວ ອິນເດຍ ໃຫ້ເຂົ້າມາລົງທຶນ ແລະ ທ່ອງທ່ຽວ ຢູ່ ສປປ ລາວ ນັບມື້ນັບຫຼາຍຂຶ້ນ.

 

ໃນໂອກາດດຽວກັນນີ້, ທ່ານ​ ເອກອັກຄະລັດຖະທູດ ອິນເດຍ ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ ຕໍ່​ລັດ​ຖະ​ບານລາວ ໂດຍ​ສະ​ເພາະ​ກະ​ຊວງ​ການ​ຕ່າງ​ປະ​ເທດ ​ທີ່​ໄດ້​ເອົາ​ໃຈ​ໃສ່ ແລະ ໃຫ້​ການ​ຮ່ວມ​ມື​ຊ່ວຍ​ເຫຼືອ​ໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່​ການ​ທູດຂອງຕົນ ຕະຫຼອດ​ໄລ​ຍະ​ເວ​ລາເກືອບ 4 ປີ ຜ່ານມາ ແລະ ສະແດງຄວາມຢືນຢັນວ່າ ຈະສືບຕໍ່ປະກອບສ່ວນເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງ ສ. ອິນເດຍ ແລະ ສປປ ລາວ ຕໍ່ໄປ, ພ້ອມທັງຫວັງ​ວ່າ ລັດ​ຖະ​ບານລາວ ຈະ​ສືບ​ຕໍ່​ໃຫ້​ການ​ຮ່ວມ​ມື​ ຕໍ່​ທ່ານທູດຜູ້​ໃໝ່ທີ່​ຈະ​ມາ​ຮັບ​ໜ້າ​ທີ່​ຕໍ່​ໄປ ເພື່ອ​ພ້ອມ​ກັນ​ສືບ​ຕໍ່​ພັດ​ທະ​ນາ​ສາຍ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ອັນດີງາມລະ​ຫວ່າງ ສອງ​ປະ​ເທດ​ ໃຫ້​ສືບ​ຕໍ່​ຂະ​ຫ​ຍາຍ​ຕົວ​ຍິ່ງໆ​ຂຶ້ນ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485358
ມື້ນີ້59
ມື້ວານ227
ອາທິດນີ້394
ເດືອນນີ້4663