ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທ່ານ ສະເຫຼີມໄຊ ກົມມະສິດ, ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຢ້ຽມຢາມເຮັດວຽກ ຢູ່ ແຂວງຫົວພັນ

 

Huaphan day1 1

Huaphan day1 2

Huaphan day1 3

Huaphan day1 4

 

ໃນລະຫວ່າງວັນທີ 23-24 ມັງກອນ 2023, ທ່ານ ສະເຫຼີມໄຊ ກົມມະສິດ, ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ລົງເຂື່ອນໄຫວເຮັດວຽກຢູ່ແຂວງຫົວພັນ, ເຊິ່ງໃນຕອນບ່າຍຂອງວັນທີ 23 ມັງກອນ 2023, ທີ່ ຫ້ອງວ່າການປົກຄອງແຂວງຫົວພັນ, ທ່ານ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ພົບປະໂອ້ລົມ ຕໍ່ພະນັກງານຫຼັກແຫຼ່ງແຂວງຫົວພັນ.

 

ໃນໂອກາດດັ່ງກ່າວ, ທ່ານ ວັນໄຊ ແພງຊຸມມາ, ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງແຂວງຫົວພັນ ໄດ້ລາຍງານໃຫ້ຊາບ ກ່ຽວກັບ ສະພາບລວມ ແລະ ສະພາບການພັດທະນາເສດຖະກິດ-ສັງຄົມ ຂອງແຂວງຫົວພັນ, ໂດຍໄດ້ຍົກໃຫ້ເຫັນເຖິງການຈັດຕັ້ງປະຕິບັດວຽກງານບາງຂົງເຂດໃນໄລຍະຜ່ານມາ ແລະ ແຜນການພັດທະນາເສດຖະກິດ-ສັງຄົມຂອງແຂວງໃນຕໍ່ໜ້າ, ເຊິ່ງເຫັນວ່າແຂວງຫົວພັນ ຍັງຮັກສາໄດ້ຄວາມໜັກແໜ້ນທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ ເຮັດໃຫ້ການເປັນຢູ່ຂອງປະຊາຊົນໄດ້ຮັບການພັດທະນາຂຶ້ນໄປເລື້ອຍໆ. ທາງດ້ານເສດຖະກິດກໍໄດ້ເອົາໃຈໃສ່ຊຸກຍູ່ໃຫ້ຫົວໜ່ວຍການຜະລິດ ແລະ ການບໍລິການດ້ານຕ່າງໆ ທີ່ເປັນທ່າແຮງໃນການຂະຫຍາຍຕົວຂອງເສດຖະກິດດີຂຶ້ນເປັນກ້າວໆ; ມາຮອດປີ 2022 ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸໄດ້ 4.418,13 ຕື້ກີບ, ລາຍໄດ້ສະເລ່ຍຕໍ່ຫົວຄົນໄດ້ 14.244.463 ຕໍ່ຄົນຕໍ່ປີ ຫຼື ເທົ່າກັບ 919 ໂດລາສະຫະລັດຕໍ່ຄົນຕໍ່ປີ, ດ້ວຍຈັງວະອັດຕາການຂະຫຍາຍຕົວທາງດ້ານເສດຖະກິດຢູ່ໃນລະດັບ 3,45%, ທຽບໃສ່ແຜນການປີ 2022 ຍັງບໍ່ທັນບັນລຸ 1,47% . ພ້ອມນັ້ນ, ແຂວງຫົວພັນຍັງໄດ້ສຸມໃສ່ວຽກງານການຈັດຕັ້ງຜັນຂະຫຍາຍ 2 ວາລະແຫ່ງຊາດຄື: ການແກ້ໄຂບັນຫາຢາເສບຕິດ ແລະ ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດການເງິນ, ພ້ອມທັງວຽກງານການກໍ່ສ້າງຮາກຖານການເມືອງ, ວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ.

 

ໃນໂອກາດດຽວກັນ, ທ່ານ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ມີຄໍາເຫັນໂອ້ລົມ ຕໍ່ພະນັກງານຫຼັກແຫຼ່ງແຂວງ ໂດຍໄດ້ຍົກໃຫ້ເຫັນເຖິງສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ, ຜົນສໍາເລັດການເຄື່ອນໄຫວວຽກງານການຕ່າງປະເທດໃນໄລຍະຜ່ານມາ, ລວມເຖິງທິດທາງຈຸດສຸມໃນການເຄື່ອນໄຫວວຽກໃນຕໍ່ໜ້າ ໂດຍສະເພາະ ໃນແຂວງຫົວພັນ, ໂດຍໄດ້ໃຫ້ຮູ້ວ່າ ໃນຍຸກແຫ່ງການເປິດກວ້າງການພົວພັນສາກົນ ທີ່ໄດ້ນໍາມາເຊິ່ງໂອກາດ ແລະ ສິ່ງທ້າທາຍຫຼາຍດ້ານ, ສະພາບການພາກພື້ນ ແລະ ສາກົນ ນັບມື້້ຍິ່ງສັບສົນ, ຜັນແປໄປຢ່າງໄວວາ ແລະ ຄາດຄະເນໄດ້ຍາກ ເປັນຕົ້ນແມ່ນຄວາມຂັດແຍ້ງລະຫວ່າງປະເທດມະຫາອໍານາດ, ການແຂ່ງຂັນທາງການການທະຫານ, ບັນຫາເສດຖະກິດ, ການເງິນ, ສະບຽງອາຫານ, ຜົນທະທົບທີ່ເກີດຂຶ້ນຈາກໄພທໍາມະຊາດ ແລະ ພະຍາດລະບາດຕ່າງໆ, ໃນຄະນະດຽວກັນນັ້ນກໍຍັງມີບາງສິ່ງທ້າທາຍພາຍໃນ ເປັນຕົ້ນ ກົນອຸບາຍ ແລະ ການເຄື່ອນໄຫວມ້າງເພທຳລາຍຢ່າງບໍ່ລົດລະຂອງບັນດາອິດທິກຳລັງປໍລະປັກ, ປະກົດການຫຍໍ້ທໍ້ຢູ່ໃນສັງຄົມທີ່ມີລັກສະນະເພີ່ມຂຶ້ນ, ບັນຫາດ້ານເສດຖະກິດ, ຜົນກະທົບຂອງການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ອື່ນໆ ອັນໄດ້ສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ເສດຖະກິດ ແລະ ການພັດທະນາ ພາຍໃນຂອງປະເທດ. ຕໍ່ສະພາບການດັ່ງກ່າວ ສປປ ລາວ ໄດ້ກັບມາດຳລົງຊີວິດປົກກະຕິແບບໃໝ່, ໄດ້ສົ່ງຜົນດີຕໍ່ການເຄື່ອນໄຫວວຽກງານການຕ່າງປະເທດ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ, ເຊິ່ງອັນພົ້ນເດັ່ນ ແມ່ນການນຳຂັ້ນສູງ ແຫ່ງ ສປປ ລາວ ໄດ້ເດີນທາງຢ້ຽມຢາມຕ່າງປະເທດຫຼາຍຄັ້ງ ແລະ ມີການນຳຂັ້ນສູງຫຼາຍປະເທດເດີນທາງມາຢ້ຽມຢາມ ສປປ ລາວ. ພິເສດ, ໄດ້ສຳເລັດການສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ປີ 2022 ຢ່າງຈົບງາມ ແລະ ເປັນຂະບວນການຟົດຟື້ນ.

 

ພ້ອມດຽວກັນນີ້, ທ່ານ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ຍັງໄດ້ຍ້ອງຍໍຊົມເຊີຍການຊີ້ນຳ-ນຳພາຂອງຄະນະພັກແຂວງທີ່ສາມາດເຮັດໃຫ້ແຜນການພັດທະນາເສດຖະກິດ-ສັງຄົມຂອງຊາດໄດ້ລື່ນຄາດໝາຍ ພ້ອມທັງໄດ້ເນັ້ນໜັກ ກ່ຽວກັບ ການເຄື່ອນໄຫວວຽກງານການຕ່າງປະເທດ ສະເພາະແຂວງຫົວພັນ ເປັນຕົ້ນແມ່ນ ໄດ້ຍົກໃຫ້ເຫັນຄວາມສໍາຄັນຂອງທ້ອງຖິ່ນໃນການເຄື່ອນໄຫວວຽກງານການຕ່າງປະເທດ, ເຊິ່ງການເຄື່ອນໄຫວວຽກງານການຕ່າງປະເທດ ແມ່ນໜ້າທີ່ຂອງທຸກກະຊວງຂະແໜງການທັງສູນກາງ ແລະ ທ້ອງຖິ່ນ, ໃນນີ້ທ້ອງຖິ່ນຍິ່ງມີບົດບາດສໍາຄັນ ໃນການການຈັດຕັ້ງປະຕິບັດຜົນການເຄື່ອນໄຫວວຽກງານການຕ່າງປະເທດ, ເນື່ອງຈາກບັນດາໂຄງການຮ່ວມມືຕ່າງໆສ່ວນໃຫຍ່ແມ່ນຈັດຕັ້ງປະຕິບັດຢູ່ທ້ອງຖິ່ນ; ທ້ອງຖິ່ນມີບົດບາດສໍາຄັນໃນການເສີມຂະຫຍາຍສາຍພົວພັນ ກັບບັນດາທ້ອງຖິ່ນຂອງປະເທດໃກ້ຄຽງ ເພື່ອພັດທະນາເສດຖະກິດ-ສັງຄົມ ຂອງທ້ອງຖິ່ນ, ທ້ອງຖິ່ນມີຄວາມສໍາຄັນທາງດ້ານການທູດປະຊາຊົນ ເພື່ອສ້າງຄວາມເຂົ້າໃຈ ແລະ ການໄປມາຫາສູ່ ຂອງປະຊາຊົນ ຢູ່ບັນດາແຂວງທີ່ມີຊາຍແດນຕິດຈອດກັນ; ວຽກງານການພົວພັນຮ່ວມມືສາກົນ ກໍຍິ່ງມີຄວາມສໍາຄັນໃນການສ້າງຄວາມເຂັ້ມແຂງພາຍໃນແຂວງເຂົ້າໃນຂະບວນການເຊື່ອມໂຍງພາກພື້ນ ແລະ ສາກົນ, ພ້ອມນີ້ກໍ່ໃຫ້ສືບຕໍ່ເອົາໃຈໃສ່ວຽກງານຊາຍແດນ ໂດຍສະເພາະ ການເພີ່ມທະວີຄວາມເປັນເຈົ້າການ ແລະ ເອົາໃຈໃສ່ໃນການຮັກສາເສັ້ນຊາຍແດນຂອງຊາດ ແລະ ຫຼັກໝາຍຊາຍແດນທີ່ຂຶ້ນກັບແຂວງຂອງຕົນ; ສືບຕໍ່ເອົາໃຈໃສ່ວຽກງານຄຸ້ມຄອງອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ (INGOs) ພາຍໃນແຂວງຕົນ; ເອົາໃຈໃສ່ໃນການຕິດຕາມກວວດກາ ແລະ ຊຸກຍູ້ ກ່ຽວກັບ ການເກັບກູ້ລະເບີດທີ່ບໍ່ທັນແຕກ (UXO) ທີ່ຍັງຕົກຄ້າງຢູ່ ສປປ ລາວ ໂດຍສະເພາະໃນແຂວງຫົວພັນ, ພ້ອມທັງເອົາໃຈໃສ່, ຊີ້ນຳການນຳແຂວງວຫົວພັນ ເນັ້ນໃສ່ການສົ່ງເສີມພື້ນຖານເສດຖະກິດ ທີ່ມີທ່າແຮງຂອງແຂວງຄື: ການທ່ອງທ່ຽວ (ການທ່ອງທ່ຽວທາງດ້ານປະຫວັດສາດ, ທຳມະຊາດ); ສົ່ງເສີມດ້ານກະສິກຳສະອາດ, ການບໍລິການທາງຜ່ານໂດຍອາໄສທ່າແຮງຂອງແຂວງ.

 

ໃນໂອກາດນີ້, ທ່ານ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ຍັງໄດ້ເນັ້ກໜັກໃນບາງດ້ານໃຫ້ແກ່ການເຄື່ອນໄຫວປະຕິບັດວຽກງານໃນຕໍ່ໜ້າ ໂດຍສະເພາະ ໃນສະພາບທີ່ມີຄວາມຫຍຸ້ງຍາກທາງດ້ານເສດຖະກິດ ເນື່ອງຈາກຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ບວກກັບໄພພິບັດທາງທໍາມະຊາດ, ເຊິ່ງແນ່ນອນມັນໄດ້ກະທົບໃສ່ຊີວິດການເປັນຢູ່ ແລະ ແນວຄິດຈິດໃຈ ຂອງອ້າຍນ້ອງພະນັກງານ ກໍຄື ປະຊາຊົນ ຢູ່ທ້ອງຖິ່ນຕ່າງໆ ຫຼາຍສົມຄວນ, ຂໍໃຫ້ບັນດາສະຫາຍການນໍາຂອງແຂວງຫົວພັນ ກໍຄືບັນດາພະແນກການກ່ຽວຂ້ອງຂອງແຂວງຫົວພັນ ເອົາໃຈໃສ່ຊີ່ນໍາ-ນໍາພາສືບຕໍ່ສຶກສາອົບຮົມການເມືອງແນວຄິດໃຫ້ແກ່ພະນັກງານ ກໍຄື ພໍ່ແມ່ປະຊາຊົນ ຢ່າງເປັນປົກກະຕິ,  ໃນຂະນະດຽວກັນກໍໃຫ້ປັບຕົວໃຫ້ເຂົ້າກັບສະພາບປົກກະຕິແບບໃໝ່ ຢ່າງມີປະສິດທິຜົນ ແລະ ທັນການ, ໂດຍສະເພາະແມ່ນຕ້ອງປ່ຽນແປງແບບແຜນວິທີເຮັດວຽກ, ວິທີການດໍາລົງຊີວິດ, ຮູບແບບການດໍາເນີນທຸລະກິດ, ການພົວພັນຮ່ວມມືສາກົນ ກໍຄືການພົວພັນທາງສັງຄົມ ໂດຍຫັນເປັນທັນສະໄໝເທື່ອລະກ້າວ.

 

ໃນການຢ້ຽມຢາມເຮັດວຽກຢູ່ ແຂວງຫົວພັນ ຄັ້ງນີ້, ທ່ານ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ພ້ອມດ້ວຍພັນລະຍາ ແລະ ຄະນະ ຍັງໄດ້ລົງຢ້ຽມຢາມໂຄງການກໍ່ສ້າງໂຮງໝໍມິດຕະພາບ ລາວ-ຫວຽດນາມ ແລະ ໂຄງການກໍ່ສ້າງສະໜາມບິນໜອງຄ້າງ ແລະ ເຂົ້າຮ່ວມພິທີປູກຕົ້ນຊາກຸຣະເພີ່ມຕື່ມ ທີ່ ເມືອງວຽງໄຊ ຊຶ່ງເປັນໂຄງການປູກຕົ້ນຊະກູຣະ ຢູ່ ສປປ ລາວ ທີ່ເປັນສັນຍາລັກ ແຫ່ງ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີງາມ ລະຫວ່າງ ສອງປະເທດລາວ ແລະ ຍີ່ປຸ່ນ ອີກດ້ວຍ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485366
ມື້ນີ້67
ມື້ວານ227
ອາທິດນີ້402
ເດືອນນີ້4671