ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ກອງພັນໃຫ່ຍ 497, ທີ່ ແຂວງວຽງຈັນ

 

17123 1

17123 3

17123 4

17123 2

17123 5

17123 6

       ໃນວັນທີ 17 ມັງກອນ 2023, ສະຫາຍ ສະເຫຼີມໄຊ ກົມມະສິດ, ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍພັນລະຍາ, ຕິດຕາມໄປຄັ້ງນີ້ມີ ສະຫາຍ ບຸນເຫຼືອ ສິນໄຊວໍຣະວົງ, ຜູ້ວ່າທະນາຄານ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ, ຄະນະນຳກະຊວງການຕ່າງປະເທດ, ສາມອົງການຈັດຕັ້ງມະຫາຊົນ ແລະ ຄະນະກົມຂອງກະຊວງການຕ່າງປະເທດ ໄດ້ລົງເຄື່ອນໄຫວຢ້ຽມຢາມ ອວຍພອນແລະ ພົບປະໂອ້ລົມ ບັນດານາຍ ແລະພົນທະຫານຢູ່ກອງພັນໃຫ່ຍ 497, ຢູ່ ແຂວງວຽງຈັນ, ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ, ເຊິ່ງໄດ້ຮັບການຕ້ອນຮັບຢ່າງອົບອູ່ນຈາກ ສະຫາຍ ພົນຕີ ປະສິດ ທ່ຽງທໍາ,​ ຄະນະປະຈໍາພັກ ກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫ່ຍເຕັກນິກ ກອງທັບປະຊາຊົນລາວ, ຄະນະນຳກອງພົນ, ກອງກຽດຕິຍົດ, ບັນດາພະນັກງານຫຼັກແຫຼ່ງກົມກອງກ່ຽວຂ້ອງ ລວມທັງພະ​ນັກ​ງານ​ປະ​ຕິ​ວັດ​ອາວຸ​ໂສບຳນານ ເຂົ້າຮ່ວມຢ່າງພ້ອມພຽງ.

 

       ໃນໂອກາດດັ່ງກ່າວ, ສະຫາຍ ສະເຫຼີມໄຊ ກົມມະສິດ ໄດ້ຮັບຟັງການລາຍງານສະພາບການໂດຍຫຍໍ້ ກ່ຽວກັບ ການເຄື່ອນໄຫວປະຕິບັດໜ້າທີ່ການເມືອງຂອງກົມກອງໃນໄລຍະຜ່ານມາ ຈາກ ສະຫາຍ ພັນເອກ ຄຳສຸກ ໄຊມວນສິນ, ຫົວໜ້າການທະຫານກອງພັນໃຫ່ຍຕີິພິເສດ 497, ໂດຍສະເພາະແມ່ນການປະຕິບັດແນວທາງປ້ອງກັນຊາດ ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ, ເຖິງວ່າໄລຍະຜ່ານມາ ສະພາບການພາກພື້ນ ແລະ ສາກົນ ແລະ ສະພາບການພາຍໃນປະເທດ ກໍ່ຄື ກອງທັບ ໄດ້ປະເຊີນກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍດ້ານກໍ່ຕາມ ແຕ່ບັນດາສະຫາຍຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງ ກໍ່ໄດ້ຕັ້ງໜ້າ, ສູ້ຊົນ, ບຸກບືນຜ່ານຜ່າ, ປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ມີຜົນສຳເລັດຢ່າງມີຄວາມຮັບຜິດຊອບສູງ, ປະກອບສ່ວນອັນສຳຄັນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ, ຮັບປະກັນເອກະລາດແຫ່ງຊາດໄດ້ຮັບການປົກປ້ອງຢ່າງໝັ້ນຄົງ, ການເມືອງສືບຕໍ່ມີສະຖຽນລະພາບ, ລະບອບປະຊາທິປະໄຕປະຊາຊົນໄດ້ຮັບການເສີມຂະຫຍາຍ, ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ສ້າງສະພາບແວດລ້ອມທີ່ສະຫງົບສັນຕິໃຫ້ແກ່ປະຊາຊົນ ໃນການດຳລົງຊີວິດ, ທຳມາຫາກິນ ແລະ ສ້າງສາພັດທະນາປະເທດຊາດ.

 

     ໃນໂອກາດດຽວກັນນີ້, ສະຫາຍ ສະເຫຼີມໄຊ ກົມມະສິດ ກໍໄດ້ໃຫ້ກຽດໂອ້ລົມນາຍ ແລະ ພົນທະຫານ ລວມທັງພະນັກງານອາວຸໂສບຳນານ, ໂດຍໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ແລະ ອວຍພອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ ແຫ່ງການຕໍ່ສູ້ ແລະ ເຄື່ອນໄຫວຢ່າງລຽນຕິດໃນເງື່ອນໄຂທີ່ຫຍຸ້ງຍາກລໍາບາກ ແລະ ທຸລະກັນດານທີ່ສຸດນັ້ນ, ພາຍໃຕ້ການນຳພາຂອງພັກ, ບັນດາກຳລັງປະກອບອາວຸດປະຊາຊົນລາວ ໄດ້ເຮັດສຳເລັດພາລະກິດປະຕິວັດອັນຍິ່ງໃຫຍ່ ແລະ ໜັກໜ່ວງທີ່ພັກມອບໝາຍໃຫ້ຢ່າງສະຫງ່າງາມ, ສ້າງຜົນງານອັນດີເດັ່ນ, ວິລະກຳອັນລ້ຳເລີດ ປະດັບໄວ້ໃນໜ້າປະຫວັດສາດຂອງຊາດຢ່າງສົມກຽດ, ສ້າງມູນເຊື້ອອັນດີງາມຫຼາຍປະການໄວ້ໃຫ້ແກ່ກຳລັງປະກອບອາວຸດປະຕິວັດ, ສົມແລ້ວທີ່ເປັນກອງທັບວິລະຊົນຂອງຊາດລາວວິລະຊົນ, ຊຶ່ງໄດ້ຮັບຄຳສັນລະເສີນຈາກພັກ ແລະ ລັດ ວ່າ: "ກອງທັບ ຍາມໃດກໍ່ນໍາໜ້າໃນທຸກວຽກງານ, ເດັດດ່ຽວຜ່ານຜ່າທຸກອຸປະສັກ, ຕີເອົາຊະນະສັດຕູທຸກໂຕ, ສຳເລັດທຸກໜ້າທີ່, ສົມເປັນກຳລັງແກ່ນສານທີ່ເຂັ້ມແຂງຂອງການປະຕິວັດ, ເປັນເຄື່ອງມືອັນແຫຼມຄົມຂອງພັກ", ສືບຕໍ່ມີຜົນງານໃນໄລຍະຕໍ່ສູ້ປົດປ່ອຍຊາດຢ່າງອົງອາດມີໄຊ ກໍ່ຄື ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ໄປຄຽງຄູ່ກັບການຮັບໃຊ້ສັງຄົມ ກໍ່ຄືຮັບໃຊ້ປະຊາຊົນ, ໂດຍໄດ້ຈັດຕັ້ງປະຕິບັດຕາມແນວທາງນະໂຍບາຍຂອງ ພັກ-ລັດ ຖືກທິດ, ສອດຄ່ອງກັບເງື່ອນໄຂສະພາບການຕົວຈິງ, ແມ່ນໝາກຜົນຈາກຄວາມບາກບັ່ນບຸກບືນ ແລະ ຄວາມສາມັກຄີເປັນປຶກແຜ່ນຂອງສະມາຊິກພັກ, ພະນັກງານ-ນັກຮົບ ໃນທົ່ວກົມກອງທີ່ທຸ້ມເທເຫື່ອແຮງ ກໍຄື ສະຕິປັນຍາ ເຂົ້າໃນການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ, ເສີມຂະຫຍາຍມູນເຊື້ອຂອງກອງທັບປະຕິວັດ, ຍາມໃດກໍ່ຕອບສະໜອງຕໍ່ຄວາມຮຽກຮ້ອງຕ້ອງການຂອງ ພັກ-ລັດ ແລະ ປະຊາຊົນ ດ້ວຍຄວາມຈົ່ງຮັກພັກດີ, ຊື່ສັດບໍລິສຸດ ແລະ ເດັດດ່ຽວໜຽວແໜ້ນກ້າວເດີນຕາມອຸດົມການຂອງພັກ. ໃນໂອກາດນີ້, ກໍ່ໄດ້ແຈ້ງສະພາບການພາກພື້ນ ແລະ ສາກົນທີ່ພົ້ນເດັ່ນໃນປັດຈຸບັນ.

 

          ໃນໂອກາດອັນທີ່ມີຄວາມໝາຍສຳຄັນນີ້, ສະຫາຍ ສະເຫຼີມໄຊ ກົມມະສິດ, ກໍໄດ້ຕາງໜ້າໃຫ້ສູນກາງພັກ, ລັດຖະບານ ແລະ ໃນນາມສ່ວນຕົວ ສະແດງຄວາມຍ້ອງຍໍສັນລະເສີນມາຍັງ ຄະນະພັກ-ຄະນະບັນຊາ, ບັນດາສະຫາຍນາຍ ແລະ ພົນທະຫານ ໃນທົ່ວກົມກອງ ທີ່ໄດ້ພ້ອມກັນຕັ້ງຫນ້າເຮັດສຳເລັດໜ້າທີ່ການເມືອງອັນມີກຽດສະຫງ່າຂອງຕົນ, ອວຍພອນໃຫ້ບັນດາສະຫາຍຄະນະພັກ-ຄະນະບັນຊາ, ພະນັກງານນັກຮົບທຸກສະຫາຍ ຈົ່ງມີສຸຂະພາບເຂັ້ມແຂງ ແລະ ສືບຕໍ່ຈັດຕັ້ງປະຕິບັດໜ້າທີ່ວຽກງານທີ່ມອບໝາຍໃຫ້ມີຜົນສຳເລັດໃໝ່ໃຫ່ຍຫຼວງກວ່າເກົ່າ. ພ້ອມດຽວກັນນີ້, ຍັງໄດ້ນໍາເອົາຄວາມເປັນຫ່ວງເປັນໄຍ ແລະ ຢື້ຢາມຖາມຂ່າວອັນອົບອຸ່ນ, ຄວາມສາມັກຄີຮັກແພງຂອງການນຳ ພັກ-ລັດ ຕໍ່ພະນັກງານ-ນັກຮົບ ແລະ ຄອບຄົວຜູ້ເສຍຊີວິດ, ຜູ້ບາດເຈັບ, ເຈັບປ່ວຍ, ບັນດາຄອບຄົວ ນາຍ ແລະ ພົນທະຫານ ທີ່ກຳລັງປະຕິບັດຫນ້າທີ່ຢູ່ເຂດທຸລະກັນດານ ລວມທັງພະນັກງານປະຕິວັດອາວຸໂສທີ່ອອກພັກຜ່ອນບຳນານ. ໃນໂອກາດນີ້, ສະຫາຍ ສະເຫຼີມໄຊ ກົມມະສິດ ພ້ອມດ້ວຍພັນລະຍາ, ສະຫາຍ ບຸນເຫຼືອ ສິນໄຊວໍຣະວົງ ແລະ ສາມອົງການຈັດຕັ້ງມະຫາຊົນ ກໍ່ໄດ້ມອບວັດຖຸປັດໄຈ ແລະ ເຄື່ອງກິລາຈຳນວນໜຶ່ງໃຫ້ແກ່ກອງພົນໃຫ່ຍ 497 ເພື່ອເປັນການຊຸກຍູ້ໃຫ້ກຳລັງໃຈບັນດານາຍ ແລະ ພົນທະຫານ ທີ່ກຳລັງປະຕິບັດຫນ້າທີ່ວຽກງານ. ນອກຈາກນີ້, ສະຫາຍ ສະເຫຼີມໄຊ ກົມມະສິດ, ພ້ອມດ້ວຍຄະນະ ກໍ່ໄດ້ສືບຕໍ່ລົງເຄື່ອນໄຫວຢ້ຽມຢາມກົມກອງຕົວແບບ ງໍ 423 ແລະ ຊົມການສະແດງລາຍການຕ່າງໆຢູ່ກອງເຄື່ອນທີ່ໄວ ງໍ 428 ຕື່ມອີກ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484494
ມື້ນີ້10
ມື້ວານ188
ອາທິດນີ້932
ເດືອນນີ້3799