ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຜົນສໍາເລັດກອງປະຊຸມ ຄັ້ງທີ 45 ຂອງຄະນະກໍາມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ປະຈໍາປີ 2023

 

 

121 1

121 2

121 3

121 4

        ໃນຕອນເຊົ້າຂອງວັນທີ 12 ມັງກອນ 2023, ທີ່ ຫໍປະຊຸມແຫ່ງຊາດ, ສະຫາຍ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ແລະ ສະຫາຍ ນາຍົກລັດຖະມົນຕີ ຟ້າມ ມິງ ຈິງ ໄດ້ເປັນປະທານຮ່ວມຊີ້ນໍາກອງປະຊຸມ ຄັ້ງທີ 45 ຂອງຄະນະກໍາມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ປະຈໍາປີ 2023.

 

       ໃນກອງປະຊຸມ, ສອງຝ່າຍ ໄດ້ຮ່ວມກັນຕີລາຄາຜົນຂອງການຈັດຕັ້ງປະຕິບັດບົດບັນທຶກກອງປະຊຸມ ຄັ້ງທີ 44 ກໍ່ຄື ຂໍ້ຕົກລົງ ວ່າດ້ວຍ ການຮ່ວມມື ປະຈໍາປີ 2022 ແລະ ພ້ອມກັນປຶກສາຫາລືທິດທາງແຜນການຮ່ວມມື ໃນປີ 2023. ສອງຝ່າຍ ໄດ້ຕີລາຄາສູງຕໍ່ຜົນສໍາເລັດຂອງການຈັດຕັ້ງປະຕິບັດຂໍ້ຕົກລົງຕ່າງໆ ແລະ ການຮ່ວມມືສອງຝ່າຍ ລາວ-ຫວຽດນາມ ຕະຫຼອດໄລຍະ 01 ປີ ຜ່ານມາ ທີ່ໄດ້ນໍາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຫວຽດນາມ ຢ່າງຫຼວງຫຼາຍ, ເປັນຕົ້ນແມ່ນການພົວພັນຮ່ວມມືສອງຝ່າຍດ້ານການເມືອງ, ການຕ່າງປະເທດ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແມ່ນສືບຕໍ່ໄດ້ຮັບການເພີ່ມທະວີ ແລະ ຮັດແໜ້ນເຂົ້າສູ່ລວງເລິກ ອັນເປັນການສະແດງເຖິງຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ໃນຖານອ້າຍນ້ອງ ແລະ ຄວາມສາມັກຄີພິເສດ ໂດຍມີການແລກປ່ຽນ ແລະ ຢ້ຽມຢາມເຊິ່ງກັນ ແລະ ກັນ ໃນລະດັບຕ່າງໆຢ່າງເປັນປົກກະຕິ, ພ້ອມທັງໄດ້ຮ່ວມກັນສ້າງຫຼາຍຂະບວນການດ້ວຍກິດຈະກໍາຕ່າງໆ ເພື່ອສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ຢ່າງເປັນຂະບວນຟົດຟື້ນ ຕະຫຼອດປີ 2022 ຜ່ານມາ; ການຮ່ວມມືດ້ານເສດຖະກິດ-ການຄ້າ ແລະ ການລົງທຶນ ກໍ່ມີທ່າອ່ຽງເພີ່ມຂຶ້ນ ໂດຍມູນຄ່າການຄ້າຂອງສອງປະເທດແມ່ນບັນລຸຕາມເປົ້າໝາຍ, ສອງຝ່າຍ ໄດ້ເນັ້ນສ້າງເງື່ອນໄຂໃຫ້ແກ່ການຂະຫຍາຍການຄ້າຊາຍແດນໃຫ້ຫຼາຍຂຶ້ນກວ່າເກົ່າ, ພ້ອມທັງໄດ້ຊຸກຍູ້ໃຫ້ບັນດາວິສາຫະກິດຂະໜາດໃຫຍ່ຂອງຫວຽດນາມ ເຂົ້າມາລົງທຶນໃນຂະແໜງການທີ່ເປັນທ່າແຮງຂອງລາວຫຼາຍຂຶ້ນ; ການຮ່ວມມືດ້ານວັດທະນະທໍາ-ສັງຄົມ ກໍ່ໄດ້ຮັບການຂະຫຍາຍຕົວເຂົ້າສູ່ລວງເລິກ ສໍາຄັນແມ່ນໄດ້ສ້າງເງື່ອນໄຂໃຫ້ບັນດາຊາວໜຸ່ມ, ເຊິ່ງເປັນຜູ້ສືບທອດອະນາຄົດຂອງປະເທດຊາດ ລາວ-ຫວຽດນາມ ໄດ້ຮຽນຮູ້ ແລະ ເຂົ້າໃຈເຖິງມູນເຊື້ອຄວາມສາມັກຄີພິເສດ ລະຫວ່າງ ລາວ-ຫວຽດນາມ ອ້າຍນ້ອງ, ເຊິ່ງສອງຝ່າຍສືບຕໍ່ຢືນຢັນຄືນການເພີ່ມທະວີຍົກສູງການສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບ ໃຫ້ແກ່ ສປປ ລາວ ຢູ່ ສສ ຫວຽດນາມ ໃຫ້ຫຼາຍຂຶ້ນ; ແລະ ການຮ່ວມມື ລະຫວ່າງ ບັນດາກະຊວງ, ອົງການ, ຂະແໜງການ ແລະ ທ້ອງຖິ່ນຂອງສອງຝ່າຍ ກໍ່ໄດ້ຮັບການຈັດຕັ້ງປະຕິບັດເປັນຢ່າງດີ ໃນໄລຍະຜ່ານມາ. ພ້ອມນັ້ນ, ສອງຝ່າຍໄດ້ເປັນເອກະພາບກັນຈະເລັ່ງປະຕິບັດບັນດາໂຄງການທີ່ຍັງບໍ່ທັນສໍາເລັດ ໃຫ້ສໍາເລັດໂດຍໄວ ເພື່ອເປັນພື້ນຖານອັນດີໃຫ້ແກ່ການຈັດຕັ້ງປະຕິບັດບັນດາໂຄງການທີ່ສໍາຄັນຕ່າງໆໃນຕໍ່ໜ້າ.

 

          ໃນໂອກາດນີ້, ສປປ ລາວ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນມາຍັງພັກ-ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ເວລາໃດກໍ່ມີຄວາມເຫັນອົກເຫັນໃຈ ແລະ ໃຫ້ການອູ້ມຊູຊ່ວຍເຫຼືອໃນດ້ານຕ່າງໆແກ່ ສປປ ລາວ ບໍ່ວ່າໃນໄລຍະຕໍ່ສູ້ກູ້ຊາດ ກໍ່ຄື ໄລຍະປົກປັກຮັກສາ ແລະ ສ້າງສາປະເທດຊາດ ດ້ວຍຫຼາຍຮູບແບບ ແລະ ລໍ້າຄ່າທີ່ສຸດ, ພ້ອມທັງກະກຽມຈະໃຫ້ການສະໜັບສະໜູນແກ່ ສປປ ລາວ ທີ່ຈະເປັນປະທານກອງປະຊຸມອາຊຽນ ໃນປີ 2024 ທີ່ຈະມາເຖິງນີ້, ເຊິ່ງຄຸນງາມຄວາມດີຂອງເພື່ອນຫວຽດນາມນັ້ນ ໃນຕະຫຼອດໄລຍະຜ່ານມາ ພັກ ແລະ ລັດຖະບານ ສປປ ລາວ ກໍ່ໃຫ້ຄວາມສໍາຄັນ ແລະ ຕີລາຄາສູງ ໂດຍຕະຫຼອດມາ.

 

          ສໍາລັບ ທິດທາງແຜນການຮ່ວມມື ໃນປີ 2023, ສອງຝ່າຍຈະສືບຕໍ່ຈັດຕັ້ງຜັນຂະຫຍາຍບັນດາເນື້ອໃນຖະແຫຼງການຮ່ວມ ແລະ ຂໍ້ຕົກລົງ ລະຫວ່າງ ການນໍາຂັ້ນສູງຂອງສອງປະເທດ, ສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນ ໃນການຮັກສາສະຖຽນລະພາບທາງດ້ານການເມືອງ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມຂອງແຕ່ລະປະເທດ, ສ້າງເສັ້ນຊາຍແດນ ລາວ-ຫວຽດນາມ ໃຫ້ເປັນຊາຍແດນແຫ່ງສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຮອບດ້ານ, ສະໜັບສະໜູນ ແລະ ສ້າງຄວາມເຊື່ອໝັ້ນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ; ຈະກວດກາຄືນບັນດາເອກະສານທີ່ໄດ້ລົງນາມກັນໄປແລ້ວນັ້ນ, ຖ້າອັນໃດທີ່ບໍ່ສອດຄ່ອງກັບສະພາບການໃນໄລຍະໃໝ່ ແມ່ນຈະຮ່ວມກັນດັດແກ້ ເພື່ອໃຫ້ການຮ່ວມມືສອງຝ່າຍ ມີປະສິດທິຜົນ ແລະ ມີການຫັນປ່ຽນໃໝ່ ຢ່າງຕັ້ງໜ້າກວ່າເກົ່າ; ສືບຕໍ່ຊຸກຍູ້ສົ່ງເສີມການຄ້າ ລະຫວ່າງ ສອງປະເທດ ໃຫ້ດີຂຶ້ນ ໂດຍສະເພາະແມ່ນການຄ້າຊາຍແດນ; ສືບຕໍ່ສົ່ງເສີມການລົງທຶນຂອງຫວຽດນາມ ຢູ່ ສປປ ລາວ ໃຫ້ຫຼາຍຂຶ້ນ ຕາມທິດຍືນຍົງ ໂດຍສຸມໃສ່ການຜະລິດກະສິກໍາສະອາດ, ນໍາໃຊ້ເຕັກໂນໂລຊີສູງ ແລະ ການຜະລິດເປັນສິນຄ້າອຸປະໂພກ-ບໍລິໂພກ; ແລະ ຈະເອົາໃຈໃສ່ຊຸກຍູ້ຂະແໜງການກ່ຽວຂ້ອງ ໃນການຮ່ວມມືເພື່ອການເຊື່ອມໂຍງທາງດ້ານພື້ນຖານໂຄງລ່າງ ໃຫ້ສໍາເລັດ ເປັນຕົ້ນ: ໂຄງການກໍ່ສ້າງສະໜາມບິນໜອງຄ້າງ ໃຫ້ສໍາເລັດ ໃນເດືອນເມສາ 2023, ສືບຕໍ່ຮ່ວມມືດ້ານການທ່ອງທ່ຽວ, ການເຊື່ອມໂຍງດ້ານລະບົບຄົມມະນາຄົມຂົນສົ່ງ ເພື່ອເປັນພື້ນຖານສໍາຄັນໃຫ້ແກ່ການເຊື່ອມໂຍງພາກພື້ນ ແລະ ເປັນທ່າແຮງຂັບເຄື່ອນທາງດ້ານເສດຖະກິດຂອງລາວ ແລະ ຫວຽດນາມ.

 

          ພາຍຫຼັງສໍາເລັດກອງປະຊຸມ, ສອງນາຍົກລັດຖະມົນຕີ ລາວ-ຫວຽດນາມ ໄດ້ຮ່ວມເປັນສັກຂີພິຍານໃນການລົງນາມຮ່ວມກັນ ໃນບົດບັນທຶກກອງປະຊຸມຄະນະກໍາມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ຄັ້ງທີ 45 ປະຈໍາປີ 2023 ແລະ ຂໍ້ຕົກລົງ ວ່າດ້ວຍ ແຜນການການຮ່ວມມື ລາວ-ຫວຽດນາມ ປະຈໍາປີ 2023.

 

          ຫຼັງຈາກນັ້ນ, ສະຫາຍ ຄໍາເຈນ ວົງໂພສີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ປະທານຄະນະກໍາມະການຮ່ວມມື ລາວ-ຫວຽດນາມ ແລະ ສະຫາຍ ຫງວຽນ ຈິ ຢຸ້ງ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ປະທານຄະນະກໍາມະການຮ່ວມມື ຫວຽດນາມ-ລາວ ໄດ້ຮ່ວມກັນຖະແຫຼງຂ່າວຜົນສໍາເລັດຂອງກອງປະຊຸມ ຄັ້ງທີ 45 ຂອງຄະນະກໍາມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ, ເຊິ່ງສອງຝ່າຍ ໄດ້ຕີລາຄາສູງຕໍ່ຜົນສໍາເລັດຂອງກອງປະຊຸມຄັ້ງນີ້, ເຊິ່ງຈະເປັນການປະກອບສ່ວນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ, ຫວຽດນາມ-ລາວ ທີ່ຢູ່ໃນລະດັບສູງຢູ່ແລ້ວ ໃຫ້ນັບມື້ນັບກ້າວເຂົ້າສູ່ລວງເລິກ ແລະ ກວ້າງຂວາງຫຼາຍຂຶ້ນ.

 

          ພາຍຫຼັງສໍາເລັດກອງປະຊຸມດັ່ງກ່າວ, ສອງນາຍົກລັດຖະມົນຕີ ລາວ ແລະ ຫວຽດນາມ ກໍ່ໄດ້ສືບຕໍ່ໃຫ້ກຽດເປັນປະທານຮ່ວມ ກອງປະຊຸມຮ່ວມມືລົງທຶນ ລາວ-ຫວຽດນາມ ປະຈໍາປີ 2023. ກອງປະຊຸມດັ່ງກ່າວ ແມ່ນແນໃສ່ເປີດໂອກາດໃຫ້ແກ່ພາກທຸລະກິດຂອງທັງສອງຝ່າຍ ໄດ້ພົບປະແລກປ່ຽນຂໍ້ມູນຂ່າວສານຮ່ວມກັນ ແລະ ຮ່ວມມືກັນທາງດ້ານການລົງທຶນ, ຊຸກຍູ້ສົ່ງເສີມ, ສ້າງເງື່ອນໄຂຂໍ້ສະດວກ ແລະ ຊອກຫາທາງອອກແກ້ໄຂຂໍ້ຫຍຸ້ງຍາກ ຂອງບັນດາທຸລະກິດ ຫວຽດນາມ ຢູ່ ລາວ ກໍ່ຄື ທຸລະກິດລາວ ຢູ່ ຫວຽດນາມ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484475
ມື້ນີ້179
ມື້ວານ273
ອາທິດນີ້913
ເດືອນນີ້3780