ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ພົບປະກັບ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

 

Patansapha 1

Patansapha 4

Patansapha 2

Patansapha 3

ໃນຕອນບ່າຍຂອງວັນທີ 11 ມັງກອນ 2023, ທີ່ ສະພາແຫ່ງຊາດ, ສະຫາຍ ໄຊສົມພອນ ພົມວິຫານ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ຟ້າມ ມິງ ຈິງ, ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ເຂົ້າຮ່ວມກອງປະຊຸມຄະນະກໍາມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານລາວ ແລະ ຫວຽດນາມ ຄັ້ງທີ 45 ແລະ ເຂົ້າຮ່ວມພິທີສະຫລຸບປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ປີ 2022.

 

        ໃນໂອກາດນີ້, ສະຫາຍ ໄຊສົມພອນ ພົມວິຫານ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການຢ້ຽມຢາມຂອງ ສະຫາຍ ຟ້າມ ມິງ ຈິງ ແລະ ຄະນະ, ເຊິ່ງຖືເປັນການນໍາເອົາໄມຕີຈິດມິດຕະພາບອັນດູດດື່ມ ແລະ ຄວາມສາມັກຄີຮັກແພງອັນສະໜິດສະໜົມຖານສະຫາຍອ້າຍນ້ອງຂອງພັກ, ລັດຖະບານ, ສະພາແຫ່ງຊາດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ມາຍັງ ພັກ, ລັດຖະບານ, ສະພາແຫ່ງຊາດ ແລະ ປະຊາຊົນລາວບັນດາເຜົ່າ ໃນທ່າມກາງບັນຍາກາດສະຫຼຸບ ການສະເຫຼີມສະຫຼອງ ປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ປີ 2022 ກໍ່ຄື ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລະຫວ່າງ ລາວ-ຫວຽດນາມ ຄົບຮອບ 45 ປີ. ພ້ອມດຽວກັນນີ້, ກໍ່ໄດ້ແຈ້ງຜົນສໍາເລັດຂອງກອງປະຊຸມສະໄຫມສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ IX ທີ່ຫາກໍປິດລົງໃນທ້າຍເດືອນທັນວາ 2022 ຜ່ານມາ ແລະ ໄດ້ຕີລາຄາສູງຕໍ່ຜົນສໍາເລັດການພົບປະ ລະຫວ່າງ ສອງນາຍົກລັດຖະມົນຕີ ລາວ-ຫວຽດນາມ ທີ່ໄດ້ທົບທວນຕີລາຄາຄືນການພົວພັນທາງດ້ານການເມືອງ-ຄວາມໝັ້ນຄົງ, ເສດຖະກິດ, ການຄ້າ-ການລົງທຶນ, ການສຶກສາ, ສາທາລະນະສຸກ, ທ່ອງທ່ຽວ ແລະ ອື່ນໆ ພ້ອມທັງການກໍານົດທິດທາງແຜນການຮ່ວມມືໃນຕໍ່ໜ້າ ແລະ ໄດ້ມີການສະຫຼຸບຕີລາຄາການສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ປີ 2022 ທີ່ມີຫຼາຍກິດຈະກໍາສະເຫຼີມສະຫຼອງ ທີ່ໄດ້ຈັດຂຶ້ນ ທັງຢູ່ສູນກາງ ແລະ ທ້ອງຖິ່ນ. ໃນໂອກາດດັ່ງກ່າວ, ສະຫາຍ ປະທານສະພາແຫ່ງຊາດ ໄຊສົມພອນ ພົມວິຫານ ໄດ້ຝາກຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ອວຍພອນໄຊອັນປະເສີດ ເຖິງ ບັນດາການນໍາຂັ້ນສູງຂອງ ສສ ຫວຽດນາມ ພ້ອມທັງໄດ້ຕີລາຄາສູງ ແລະ ຊົມເຊີຍຢ່າງສຸດໃຈ ຕໍ່ບັນດາຜົນສໍາເລັດອັນໃຫຍ່ຫຼວງຮອບດ້ານ ແລະ ໜ້າຊື່ນຊົມ ທີ່ປະຊາຊົນຫວຽດນາມອ້າຍນ້ອງຍາດມາໄດ້ ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ ໃນການສ້າງສາ ແລະ ພັດທະນາປະເທດຊາດ, ພ້ອມທັງໄດ້ຕາງໜ້າໃຫ້ພັກ, ສະພາແຫ່ງຊາດ, ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ສະແດງຄວາມຮູ້ບຸນຄຸນເປັນຢ່າງສູງ ແລະ ຂອບໃຈຢ່າງຈິງໃຈມາຍັງ ພັກ, ສະພາແຫ່ງຊາດ, ລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອອັນໃຫຍ່ຫຼວງ, ລໍ້າຄ່າ ແລະ ທັນການ ແບບເຂົ້າເມັດຫັກ, ຜັກເສັ້ນແບ່ງ ໃຫ້ແກ່ປະຊາຊົນລາວ ບໍ່ວ່າໃນພາລະກິດຕໍ່ສູ້ກູ້ຊາດໃນເມື່ອກ່ອນ ກໍ່ຄື ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນປັດຈຸບັນ.

 

        ໃນຂະນະດຽວກັນ, ສະຫາຍ ຟ້າມ ມິງ ຈິງ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມພາກພູມໃຈ ທີ່ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນຄັ້ງນີ້, ພ້ອມທັງໄດ້ແຈ້ງໃຫ້ຊາບເຖິງຈຸດປະສົງຂອງການຢ້ຽມຢາມຄັ້ງນີ້ ກໍຄື ການເຂົ້າຮ່ວມພິທີສະຫຼຸບປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ປີ 2022 ອັນມີຄວາມໝາຍຄວາມສໍາຄັນຂອງສອງປະເທດ, ເຂົ້າຮ່ວມກອງປະຊຸມຄະນະກຳມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ຄັ້ງທີ 45, ຕິດຕາມການຜັນຂະຫຍາຍບັນດາໜ້າວຽກທີ່ ກອງປະຊຸມສອງກົມການເມືອງ ລາວ-ຫວຽດນາມ ໄດ້ຕົກລົງຮ່ວມກັນໃນທ້າຍປີ 2022 ຜ່ານມາ, ທັງຍັງເປັນການສະແດງຄວາມຊົມເຊີຍ ຕໍ່ ສະຫາຍ ສອນໄຊ ສີພັນດອນ ທີ່ໄດ້ຮັບເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ  ໃນກອງປະຊຸມ ສະໄຫມສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 30 ທັນວາ 2022 ຜ່ານມາ, ພ້ອມດຽວກັນນັ້ນກໍໄດ້ນໍາເອົາຄວາມຢ້ຽມຢາມຖາມຂ່າວ ແລະ ຄໍາອວຍພອນປີໃໝ່ ຈາກການນໍາຂັ້ນສູງຂອງ ສສ ຫວຽດນາມ ເຖິງ ການນໍາຂັ້ນສູງຂອງ ພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າ.

 

        ພ້ອມດຽວກັນນີ້, ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ນັບມື້ເຂົ້າສູ່ລວງເລິກ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ, ເຊິ່ງສະແດງອອກໃນການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນການນໍາຂັ້ນສູງ, ການເຂົ້າຮ່ວມກອງປະຊຸມພົບປະຂັ້ນສູງຂອງສອງພັກ ກໍ່ຄື ສອງລັດຖະບານ, ການພົວພັນຮ່ວມມື ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງ ທ້ອງຖິ່ນຂອງສອງປະເທດ ກໍ່ດໍາເນີນໄປເປັນປົກກະຕິ, ການຮ່ວມມືທາງດ້ານເສດຖະກິດ-ການຄ້າ ກໍ່ໄດ້ມີການຂະຫຍາຍຕົວເພີ່ມຂຶ້ນ. ການພົວພັນຮ່ວມມື ລະຫວ່າງ ສອງສະພາແຫ່ງຊາດ ລາວ ແລະ ຫວຽດນາມ ໃນໄລຍະຜ່ານມາ ແມ່ນໄດ້ຮັບການເສີມຂະຫຍາຍຂຶ້ນຢ່າງຕໍ່ເນື່ອງ, ເຊິ່ງໄດ້ນໍາເອົາຜົນປະໂຫຍດຕົວຈິງມາສູ່ສອງອົງການນິຕິບັນຍັດ ໂດຍສະເພາະໃນປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2022 ນີ້ ສອງສະພາແຫ່ງຊາດ ລາວ-ຫວຽດນາມ ໄດ້ຮ່ວມກັນຈັດຫຼາຍກິດຈະກໍາສະເຫຼີມສະຫຼອງ ເປັນຕົ້ນແມ່ນ ການແລກປ່ຽນຢ້ຽມຢາມຜູ້ແທນຂັ້ນສູງ ແລະ ຂັ້ນຕ່າງໆ, ໄດ້ລົງນາມບົດບັນທຶກ ວ່າດ້ວຍ ການຮ່ວມມື ລະຫວ່າງ ສອງອົງການນິຕິບັນຍັດ 3 ສະບັບ, ຈັດຕັ້ງກອງປະຊຸມສໍາມະນາແລກປ່ຽນບົດຮຽນ, ຈັດກອງປະຊຸມປາຖະກະຖາເລົ່າມູນເຊື້ອສາຍພົວພັນຮ່ວມມື ລາວ-ຫວຽດນາມ ແລະ ວີດີໂອສັ້ນເຜີຍແຜ່ມູນເຊື້ອ, ຈັດການແຂ່ງຂັນຂີ່ລົດຖີບ, ແລກປ່ຽນກິລາ-ສິລະປະ, ຈັດຫ້ອງຮຽນພາສາຫວຽດນາມ ແລະ ອື່ນໆ ພ້ອມທັງໄດ້ມີການຮ່ວມມື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີລັດຖະສະພາ ພາກພື້ນ ແລະ ສາກົນ.

 

        ໂອກາດດຽວກັນນີ້, ສະຫາຍ ຟ້າມ ມິງ ຈິງ ຍັງໄດ້ຊຸກຍູ້ໃຫ້ສອງສະພາແຫ່ງຊາດ ລາວ ແລະ ຫວຽດນາມ ມີການເພີ່ມທະວີການພົວພັນຮ່ວມມືກັນຫຼາຍຂຶ້ນ, ໂດຍສະເພາະການແລກປ່ຽນບົດຮຽນດ້ານນິຕິບັນຍັດ ໃນການຕິດຕາມກວດກາອົງການອໍານາດລັດສູງສຸດຂອງປະເທດ, ຊຸກຍູ້ໃຫ້ສອງສະພາແຫ່ງຊາດໃນນາມທີ່ເປັນອົງການອໍານາດລັດສູງສຸດ ຮ່ວມກັນຕິດຕາມກວດກາບັນດາໂຄງການຮ່ວມມືຂອງສອງປະເທດ, ຊຸກຍູ້ໃຫ້ມີການພົວພັນຮ່ວມມືໃນຂອບຫຼາຍຝ່າຍຂອງສະພາແຫ່ງຊາດ, ໂດຍສະເພາະ ສປປ ລາວ ຈະເປັນເຈົ້າພາບຈັດກອງປະຊຸມສຸດຍອດລັດຖະສະພາ 3 ປະເທດ CLV ໃນປີ 2023 ແລະ ສືບຕໍ່ເປັນເຈົ້າພາບຈັດກອງປະຊຸມໃຫຍ່ໄອປາ (AIPA) ຄັ້ງທີ 45 ໃນປີ 2024.

 

          ໃນຕອນທ້າຍ, ສະຫາຍ ໄຊສົມພອນ ພົມວິຫານ ຍັງໄດ້ອວຍພອນໄຊອັນປະເສີດແດ່ ສະຫາຍ ຟ້າມ ມິງ ຈິງ, ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດປີໃໝ່ 2023 ແລະ ບຸນປີໃຫມ່ຫວຽດນາມ ທີ່ຈະມາເຖິງນີ້, ຈົ່ງມີສຸຂະພາລະນາໄມທີ່ສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດອັນໃຫຍ່ຫຼວງ ໃນໜ້າທີ່ວຽກງານອັນມີກຽດຂອງສະຫາຍ ແລະ ປະສົບຜົນສໍາເລັດຢ່າງຈົບງາມ ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນຄັ້ງນີ້.

********************************

 

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484690
ມື້ນີ້1
ມື້ວານ205
ອາທິດນີ້1128
ເດືອນນີ້3995