ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສາມນາຍົກລັດຖະມົນຕີ ລາວ-ຫວຽດນາມ-ກຳປູເຈຍ ພົບປະກັນ ທີ່ ນະຄອນຫຼວງບຸຣກແຊນ, ແບນຊິກ

           

          

20221214 CLV 1

20221214 CLV 2

 

   

ໃນໂອກາດເຂົ້າຮ່ວມກອງປະຊຸມສູດຍອດສະເຫຼີມສະຫຼອງການພົວພັນ ອາຊຽນ-ອີຢູ ຄົບຮອບ 45 ປີ, ທີ່ ນະຄອນຫຼວງ ບຣຸກແຊນ, ປະເທດ ແບນຊິກ, ແຕ່ວັນທີ 12-16 ທັນວາ 2022, ສະຫາຍ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ສະຫາຍ ຟ້າມ ມິງ ຈິງ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ສົມເດັດ ເຕໂຈ ຮຸນແຊນ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ, ໄດ້ຮ່ວມກັນຮັບປະທານອາຫານເຊົ້າ ແລະ ພົບປະແບບບໍ່ເປັນທາງການ ລະຫວ່າງ ສາມນາຍົກລັດຖະມົນຕີ ລາວ, ຫວຽດນາມ ແລະ ກຳປູເຈຍ, ຕາມຄຳເຊື້ອເຊີນຂອງ ສະຫາຍ ຟາມ ມິງ ຈິງ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ໃນຕອນເຊົ້າຂອງວັນທີ 14 ທັນວາ 2022.

             

ໃນໂອກາດນີ້, ສະຫາຍນາຍົກລັດຖະມົນຕີ ພັນຄຳ ວິພາວັນ ໄດ້ສະແດງຄວາມຍິນດີ ທີ່ໄດ້ມີໂອກາດພົບປະສາມຝ່າຍ ອີກຄັ້ງຫນຶ່ງ, ການພົບປະໃນຮູບແບບນີ້ ກໍ່ມີແຕ່ 3 ປະເທດ ລາວ, ຫວຽດນາມ ແລະ ກໍາປູເຈຍ ເຊິ່ງສະແດງໃຫ້ເຫັນເຖິງຄວາມໃກ້ຊິດສະໜິດສະໜົມ ແລະ ຄວາມຮັກແພງ ທັງເປັນການຢືນຢັນໃຫ້ສາກົນ ໄດ້ເຫັນວ່າ 3 ປະເທດ ມີມູນເຊື້ອຄວາມສາມັກຄີຮັກແພງຊ່ວຍເຫຼືອຊຶ່ງກັນ ຖານສະຫາຍອ້າຍນ້ອງມາແຕ່ດົນນານ ຢ່າງສະເຫມີຕົ້ນສະເຫມີປາຍຕະຫຼອດມາ. ພ້ອມນີ້, ກໍ່ສະແດງຄວາມເຊື່ອໝັ້ນວ່າ 3 ຊາດ ອິນດູຈີນ ລາວ-ຫວຽດນາມ-ກໍາປູເຈຍ ຈະສືບຕໍ່ຮ່ວມມືກັນກັນຢ່າງໃກ້ຊິດ ໃນທຸກການເຄື່ອນໄຫວ ໃນເວທີພາກພື້ນ ແລະ ສາກົນ ເພື່ອຜົນປະໂຫຍດຮ່ວມກັນ ແລະ ຈະຊ່ວຍເພີ່ມກໍາລັງແຮງ ແລະ ສຽງໜັກແໜ້ນ ໃຫ້ແກ່ 3 ປະເທດ ໃນເວທີພາກພື້ນ ແລະ ສາກົນ. ໃນໂອກາດດຽວກັນ, ຝ່າຍລາວ ກໍໄດ້ສະແດງຄວາມຂອບໃຈມາຍັງ ພັກ-ລັດຖະບານ ຫວຽດນາມ ແລະ ກໍາປູເຈຍ ທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ໃນການຮັບມືກັບ ການແຜ່ລະບາດຂອງພະຍາດໂຄວິດ 19 ໃນໄລຍະທີ່ມີການແຜ່ລະບາດຢ່າງຫນັກຫນ່ວງຢູ່ລາວ, ເຊິ່ງເຮັດໃຫ້ ສປປ ລາວ ສາມາດຄວບຄຸມການແຜ່ລະບາດ ແລະ ສາມາດເປີດປະເທດໄດ້ຢ່າງເຕັມຮູບແບບໃນປັດຈຸບັນ. ພ້ອມດຽວກັນ, ກໍໄດ້ສະແດງຄວາມຊົມເຊີຍ ກຳປູເຈຍ ທີ່ໄດ້ສໍາເລັດໜ້າການເປັນປະທານອາຊຽນ ໃນປີ 2022 ຢ່າງມີຜົນສໍາເລັດຈົບງາມ. ພ້ອມດຽວກັນນີ້, ສາມຝ່າຍ ກໍໄດ້ທົບທວນຄືນການພົວພັນຮ່ວມມື ລະຫວ່າງ ສາມປະເທດ ໃນຂອບການຮ່ວມມື ກຳປູເຈຍ-ລາວ-ຫວຽດນາມ (CLV), ເຊິ່ງກວມເອົາການຮ່ວມມືໃນດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະ ອື່ນໆ ແລະ ປຶກສາຫາລືເຖິງທິດທາງແຜນການພົວພັນຮ່ວມມືນໍາກັນໃນຕໍ່ຫນ້າ ລະຫວ່າງ ສາມປະເທດ. ນອກຈາກນີ້, ສາມນາຍົກລັດຖະມົນຕີ ຍັງໄດ້ແຈ້ງສະພາບການພັດທະນາເສດຖະກິດ-ສັງຄົມ ໃຫ້ກັນຊາບ ແລະ ແລກປ່ຽນຄໍາຄິດເຫັນຕໍ່ບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.

             

ໃນຕອນທ້າຍຂອງການພົບປະໂອ້ລົມ, ສະຫາຍນາຍົກລັດຖະມົນຕີ ພັນຄຳ ວິພາວັນ ໄດ້ອວຍພອນໃຫ້ສາຍພົວພັນມິດຕະພາບແບບພິເສດ ລະຫວ່າງ ສາມຊາດ ລາວ-ຫວຽດນາມ-ກໍາປູເຈຍ ທີ່ມີມາແຕ່ດົນນານ ຈົ່ງໝັ້ນຄົງທະນົງແກ່ນ, ອວຍພອນໃຫ້ ສອງນາຍົກລັດຖະມົນຕີ ຫວຽດນາມ ແລະ ກຳປູເຈຍ ຈົ່ງມີສຸຂະພາບແຂງແຮງ ແລະ ປະສົບຜົນສຳເລັດໃນການເຂົ້າຮ່ວມກອງປະຊຸມສາກົນ ໃນຄັ້ງນີ້.

             

 

 

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484715
ມື້ນີ້26
ມື້ວານ205
ອາທິດນີ້1153
ເດືອນນີ້4020