ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລາວ-ລຸກຊໍາບວກ ສະເຫຼີມສະຫຼອງສາຍພົວພັນການທູດ ຄົບຮອບ 25 ປີ

 

 

20221206 2 2

20221206 2 3 1

20221206 2 4

20221206 2 5

 

      ໃນຕອນແລງຂອງວັນທີ 6 ທັນວາ 2022, ທີ່ ໂຮງແຮມ ຄຣາວ ພຼາຊາ, ສປປ ລາວ ແລະ ຣາຊະອານາຈັກ ລຸກຊໍາບວກ ໄດ້ຮ່ວມກັນ ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 25 ປີ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ແລະ ສົມເດັດ ພຣະຣາຊາ ອັງຣີ ແຫ່ງ ຣາຊະອານາຈັກ ລຸກຊໍາບວກ ພ້ອມດ້ວຍບັນດາການນໍາຂັ້ນສູງຂອງສອງປະເທດເຂົ້າຮ່ວມ.

      ງານລ້ຽງສະເຫຼີມສະຫຼອງຄັ້ງນີ້ ແມ່ນມີຄວາມໝາຍຄວາມສໍາຄັນຢ່າງຍິ່ງທາງປະຫວັດສາດ ແຫ່ງການພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ ກໍຄື ປະຊາຊົນສອງຊາດ ລາວ-ລຸກຊໍາບວກ. ຕະຫຼອດໄລຍະ 25 ປີ ທີ່ສອງປະເທດໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນ ຄື ແຕ່ວັນທີ 25 ກັນຍາ 1997 ເຖິງວັນທີ 25 ກັນຍາ 2022, ພິເສດ ແມ່ນມີຂຶ້ນໃນໂອກາດເດີນທາງມາຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ ຄັ້ງປະຫວັດສາດຂອງ ສົມເດັດ ພຣະຣາຊາ ອັງຣີ ແຫ່ງ ຣາຊະອານາຈັກ ລຸກຊໍາບວກ.

      ສປປ ລາວ ແລະ ຣາຊະອານາຈັກ ລຸກຊໍາບວກ ມີທີ່ຕັ້ງພູມສາດຢູ່ຫ່າງໄກກັນ ແລະ ມີຄວາມແຕກຕ່າງກັນໃນຫຼາຍດ້ານ, ແຕ່ສິ່ງເຫຼົ່ານັ້ນ ບໍ່ໄດ້ເປັນອຸປະສັກ ຕໍ່ຄວາມພະຍາຍາມໃນການຮັດແໜ້ນ ແລະ ເສີມຂະຫຍາຍການພົວພັນຮ່ວມມືອັນດີ ລະຫວ່າງ ສອງປະເທດ ໂດຍສະເພາະແມ່ນການຊ່ວຍເຫຼືອ ແລະ ສະໜັບສະສະໜູນເຊິ່ງກັນ ແລະ ກັນ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ຢ່າງສະເໝີຕົ້ນສະເໝີປາຍ, ເຊິ່ງຖືວ່າ ເປັນແບບຢ່າງແຫ່ງການພົວພັນທີ່ດີ ໃນການພົວພັນລະຫວ່າງປະເທດ.

      ລຸກຊໍາບວກ ຖືວ່າເປັນຄູ່ຮ່ວມມືເພື່ອການພັດທະນາ ທີ່ສໍາຄັນຂອງ ສປປ ລາວ. ການຮ່ວມມື ລະຫວ່າງ ສປປ ລາວ ແລະ ລຸກຊຳບວກ ໄດ້ເລີ່ມຕົ້ນມີມາແຕ່ປີ 1996 ໂດຍລັດຖະບານ ຣາຊະອານາຈັກ ລຸກຊຳບວກ ໄດ້ເລີ່ມໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ດ້ວຍມູນຄ່າ 2 ລ້ານ ໂດລາສະຫະລັດຕໍ່ປີ. ສິ່ງທີ່ພົ້ນເດັ່ນທີ່ສຸດແມ່ນໃນປີ 2003, ລຸກຊໍາບວກ ໄດ້ເອົາ ສປປ ລາວ ເຂົ້າເປັນປະເທດເປົ້າໝາຍໃຫ້ການຊ່ວຍເຫຼືອ (Target Country) ແລະ ສອງປະເທດໄດ້ລົງນາມໃນແຜນງານທີ່ມີທິດຊີ້ນຳ (Prgramme Indicatif de Cooperation ຫຼື PIC-ICP) ໄລຍະ 1, ນັບແຕ່ປີ 2003-2006 ຫຼື ເອີ້ນວ່າ (1) ICP I ປີ 2003-2006: ມີມູນຄ່າການຊ່ວຍເຫຼືອ ຈໍານວນ 18 ລ້ານເອີໂຣ, ນຳໃຊ້ເຂົ້າໃນການພັດທະນາ 3 ແຂວງບຸລິມະສິດ: ແຂວງວຽງຈັນ, ບໍລິຄຳໄຊ ແລະ ຄຳມ່ວນ ໃນຂະແຫນງການພັດທະນາຊົນນະບົດ, ການສຶຶກສາ, ສາທາລະນະສຸກ ແລະ ປະກັນສັງຄົມ; (2) ICP II ປີ 2006-2010: ມີມູນຄ່າ 35 ລ້ານເອີໂຣ, ສຸມໃສ່ຊ່ວຍເຫຼືອ 3 ຂະແໜງການຫຼັກຄື: ພັດທະນາຊົນນະບົດ, ສາທາລະນະສຸກ ແລະ ການສຶກສາ; (3) ICP III ປີ 2011-2015: ມູນຄ່າ 50 ລ້ານເອີໂຣ, ແຜນການຊ່ວຍເຫຼືອຄັ້ງນີ້ ລັດຖະບານ ລຸກຊຳບວກ ໄດ້ກຳນົດໜ້າວຽກບຸລິມະສິດທີ່ຈະປະຕິບັດໂດຍໃຫ້ການຊ່ວຍເຫຼືອໃສ່ໃນ 6 ຂະແໜງການຄື: ພັດທະນາຊົນນະບົດ, ສາທາລະນະສຸກ, ການສຶກສາ ແລະ ພັດທະນາຊັບພະຍາກອນມະນຸດ, ດ້ານອຸດສາຫະກຳທ່ອງທ່ຽວ-ໂຮງແຮມ ແລະ ການບໍລິການ, ດ້ານການເງິນ-ທະນາຄານ ແລະ ດ້ານພັດທະນາພື້ນຖານໂຄງລ່າງຂອງພາກລັດ; (4) ICP IV ປີ 2016-2022: ມູນຄ່າ 94 ລ້ານເອີໂຣ, ນໍາໃຊ້ເຂົ້າໃນຂົງເຂດສາທາລະນະສຸກ, ການພັດທະນາທ້ອງຖິ່ນ, ການຝຶກອົບຮົມດ້ານການທ່ອງທ່ຽວ, ການປົກຄອງ ແລະ ທຶນສຳລັບການສຶກສາ ແລະ ໃຫ້ການຊ່ວຍເຫຼືອໃນຮູບແບບການຮ່ວມມືສອງຝ່າຍ, ຫຼາຍຝ່າຍ, ຮ່ວມມືດ້ານວິຊາການລະດັບພາກພື້ນ ຫຼື ເອີ້ນວ່າ: ການຮ່ວມມືໃຕ້ໆ (South to South Coopération) ໂດຍສະເພາະຮ່ວມມືກັນ ສາມຝ່າຍ ລະຫວ່າງ ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ (ສຄຄຊ) ທະນາຄານແຫ່ງ ສປປ ລາວ, ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ (ສຄຄຊ) ທະນາຄານ ແຫ່ງ ສສ. ຫວຽດນາມ ແລະ ສະຖານທູດ ລຸກຊໍາບວກ ເພື່ອຊ່ວຍພັດທະນາຕະຫຼາດທຶນ ສປປ ລາວ (ໂຄງການ ລາວ/032) ແລະ ການຮ່ວມມືກັບອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ ແລະ ສະມາຄົມ, ຮ່ວມມືກັບພາກເອກະຊົນ ແລະ ທີ່ໃຫ້ການສະໜັບສະໜູນການຊ່ວຍເຫຼືອດ້ານມະນຸດສະທໍາ; ແລະ ຕອນບ່າຍຂອງມື້ວານນີ້ ໄດ້ມີການລົງນາມ ໃນ 4 ອະນຸສັນຍາ ເພື່ອຈັດຕັ້ງປະຕິບັດແຜນງານຍຸດທະສາດການຮ່ວມມື ລາວ-ລຸກຊຳບວກ ຄັ້ງທີ 5, ສົກປີ 2023-2027 (ICP IV): ມູນຄ່າ 95 ລ້ານເອີໂຣ, ໃນນີ້ໄດ້ສຸມໃສ່ 4 ແຜນງານ ເປັນມູນຄ່າ 78,5 ລ້ານເອີໂຣ ຄື: (1) ວຽກງານສາ​ທາ​ລະ​ນະ​ສຸກ ແລະ ວຽກ​ໂພ​ຊະ​ນາ​ການ (ລາວ/035); (2) ​ວຽກ​ງານ​ກົດ​ໝາຍ, ການ​ປົກ​ຄອງ​ທີ່​ດີ ແລະ ນິ​ຕິ​ກຳ (ລາວ/037); (3) ການຝຶກ​ທັກ​ສະ​ສຳ​ລັບ​ວຽກ​ງານ​ທ່ອງ​ທ່ຽວ, ກະ​ສິ​ກຳ ແລະ ປ່າ​ໄມ້ (ລາວ/336); (4) ວຽກງານ​ພັດ​ທະ​ນາ​ທ້ອງ​ຖິ່ນ​ຢູ່​ແຂວງ​ເປົ້າ​ໝາຍ (ລາວ/338); ແລະ ຊ່ວຍສະໜັບສະໜູນໂຄງການອື່ນໆ ປະມານ 16,5 ລ້ານເອີໂຣ ທີ່ຕິດພັນກັບການຊ່ວຍເຫຼືອໃນຂົງເຂດດັ່ງກ່າວ. ລວມມູນຄ່າການຊ່ວຍເຫຼືອທັງໝົດ ນັບແຕ່ ICP I-V ແມ່ນມີປະມານ 292 ລ້ານເອີໂຣ.

ລັດຖະບານລາວ ໄດ້ຕີລາຄາສູງຕໍ່ການພົວພັນມິດຕະພາບ ແລະ ການຮ່ວມມືອັນດີຂອງລັດຖະບານ ລຸກຊໍາບວກ, ພ້ອມທັງການຊ່ວຍເຫຼືອອັນລ້ຳຄ່າ ແລະ ມີປະສິດທິຜົນສູງສຸດ ຕະຫຼອດໄລຍະ 25 ປີ ຜ່ານມາ.  ເນື່ອງຈາກ ການຂະຫຍາຍຕົວ ຂອງການພົວພັນຮ່ວມມື ມີບາດກ້າວທີ່ດີ, ມີຄວາມຄືບໜ້າ, ໜັກແໜ້ນ ແລະ ແໜ້ນແຟ້ນ ລວມ​ທັງ ສປປ ລາວ ໄດ້ຮັບການຊ່ວຍເຫຼືອ ຈາກ ລຸກຊຳບວກ ນັບມື້ນັບເພີ່ມຂຶ້ນໃນແຕ່ລະໄລຍະ, ຣາຊະອານາຈັກ ລຸກຊຳບວກ ໄດ້ຕັດສິນໃຈເປີດສະຖານທູດ ຂອງຕົນຢ່າງເປັນທາງການ ທີ່ ນະຄອນຫຼວງວຽງຈັນ ໃນປີ 2016.

ໃນໂອກາດດັ່ງກ່າວ, ສົມເດັດ ພຣະຣາຊາ ອັງຣີ ແຫ່ງ ຣາຊະອານາຈັກ ລຸກຊຳບວກ ໄດ້ຖື​ໂອກາດ​ນີ້ ສະແດງຄວາມ​ຂອບໃຈ​ ມາຍັງ ບັນດາ​ຄູ່​ຮ່ວມ​ມື ​ກໍຄື​ ລັດຖະບານ ສປປ ​ລາວ ຕະຫຼອດ​ຮອດ​ອຳນາດ​ການ​ປົກຄອງ​ຂັ້ນ​ສູນ​ກາງ, ແຂວງ ແລະ ທ້ອງຖິ່ນ​ໃນ​ການພົວພັນຮ່ວມມື, ດ້ວຍ​ການ​ຊ່ວຍ​ເຫຼືອ ​ແລະ ​ການ​ຮ່ວມ​ມື​ທີ່​ບໍ່​ຮູ້ອິດຮູ້​ເມື່ອຍ,  ລຸກຊຳບວກ ​ສາ​ມາດ​ປະ​ຕິ​ບັດໄດ້​ສຳເລັດຫຼາຍ​ກວ່າ 45 ໂຄງ​ການ ຕະຫຼອດໄລຍະ 25 ປີຜ່ານມາ. ລຸກຊໍາບວກ ສາມາດຢັ້ງຢືນໄດ້ວ່າ ​ໄດ້​ຮັບ​ໝາກຜົນ​ອັນ​ພົ້ນ​ເດັ່ນ​ໃນ​ຫຼາຍ​ຂະ​ແໜງ​ການ, ພິ​ເສດ​ແມ່ນ​ຂົງ​ເຂດ​ສາທາລະນະ​ສຸກ ​ແລະ ໂພ​ຊະ​ນາ​ການ, ພັດທະນາ​ທ້ອງ​ຖິ່ນ, ບຳລຸງ​ສ້າງ​ວິຊາ​ການ ​ແລະ ລະບຽບ​ກົດໝາຍ ​ແລະ ການສົ່ງເສີມການປົກຄອງທີ່​ດີ.

ປະຈຸບັນ, ເຖິງແມ່ນວ່າ ລາວ ແລະ ລຸກຊໍາບວກ ຍັງບໍ່ທັນມີການຂະຫຍາຍການພົວພັນຮ່ວມມືດ້ານການຄ້າ ແລະ ການລົງທຶນນຳກັນເທົ່າທີ່ຄວນ, ແຕ່ສອງຝ່າຍ ກໍມີເຈດຈຳນົງ ແລະ ຄວາມພະຍາຍາມ ເພື່ອສົ່ງເສີມການຄ້າ ແລະ ການລົງທຶນຮ່ວມກັນໃນຂະແໜງການທີ່ສອງປະເທດມີທ່າແຮງ ເພື່ອນຳເອົາຜົນປະໂຫຍດອັນແທ້ຈິງມາສູ່ປະຊາຊົນສອງຊາດ ລາວ-ລຸກຊຳບວກ.

      ຕະຫຼອດໄລຍະ 25 ປີ ທີ່ຜ່ານມາ ເຫັນ​ວ່າ ການພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ລາວ ແລະ ລຸກຊໍາບວກ ໄດ້ນັບມື້ນັບຮັດແໜ້ນ ແລະ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ອັນເປັນການຕອບສະໜອງຕໍ່ຜົນປະໂຫຍດອັນຊອບທຳຂອງປະຊາຊົນສອງຊາດ ທັງເປັນການປະກອບສ່ວນເຂົ້າໃນພາລະກິດ ສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືສາກົນ.

 

 

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485494
ມື້ນີ້195
ມື້ວານ227
ອາທິດນີ້530
ເດືອນນີ້4799