ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ອ່ານສານ ເນື່ອງໃນໂອກາດ ວັນຄົບຮອບ 55 ປີ ແຫ່ງການສ້າງຕັ້ງອາຊຽນ ແລະ ຄົບຮອບ 25 ປີ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ

 

882022

 

ຮຽນບັນດາ ທ່ານຜູ້ນຳ ພັກ-ລັດ ທີ່ເຄົາລົບ ແລະ ນັບຖືຢ່າງສູງ,

ບັນດາພະນັກງານ, ທະຫານ, ຕໍາຫຼວດ ແລະ ພໍ່ແມ່ພີ່ນ້ອງຊາວລາວ​​ ທີ່ນັບຖື ແລະ ຮັກແພງ ທັງຫຼາຍ,

 

       ​​​ສະມາຄົມບັນ​ດາປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ ຫຼື ອາຊຽນ ໄດ້​ຮັບ​ການ​ສ້າງ​ຕັ້ງຂຶ້ນ ໃນ​ວັນ​ທີ 8 ສິງ​ຫາ 1967 ແລະ ອາຊຽນ ໄດ້​ຖື​ເອົາ​ວັນ​ທີ 8 ສິງ​ຫາ ເປັນວັນ​ອາ​ຊຽນ. ມື້​ນີ້ ວັນ​ທີ 8 ສິງ​ຫາ 2022 ​ເປັນ​ມື້​ຄົບ​ຮອບ 55 ປີ ຂອງການ​ສ້າງ​ຕັ້ງ​ອາ​ຊຽນ. ສປປ ລາວ ໄດ້ເຂົ້າເປັນສະມາຊິກອາຊຽນ ໃນວັນທີ 23 ກໍລະກົດ 1997, ເຊິ່ງປີນີ້ກໍເປັນປີຄົບຮອບ 25 ປີທີ່ ສປປ ລາວເປັນສະມາ ຊິກອາຊຽນ. ຂ້າ​ພະ​ເຈົ້າ ຕາງ​ຫນ້າໃຫ້ລັດ​ຖະ​ບານ​ແຫ່ງ ສ​ປ​ປ ລາວ ຂໍ​ສະ​ແດງ​ຄວາມ​ຊົມ​ເຊີຍ​ອັນ​ອົບ​ອຸ່ນ ມາ​ຍັງ ​ພໍ່​ແມ່​ພີ່​ນ້ອງ​ຊາວ​ລາວ ກໍ​ຄື​ບັນ​ດາ​ສະ​ມາ​ຊິກ​ຄອບ​ຄົວ​ອາ​ຊຽນ ເນື່ອງ​ໃນ​ໂອ​ກາດວັນ​ອາ​ຊຽນ ແລະ ຄົບຮອບ 25 ປີ ຂອງການເປັນສະມາຊິກອາຊຽນ ຂອງ ສປປ ລາວ.

 

       ອາ​ຊຽນ ເປັນ​ອົງ​ການ​ຈັດ​ຕັ້ງ​ພາກ​ພື້ນ​ ລະ​ຫວ່າງ​ລັດ​ຖະ​ບານ ທີ່​ມີ​ເອກ​ກະ​ລັກ​ສະ​ເພາະ, ເພາະ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ເປັນ​ພາກ​ພື້ນ​ທີ່​ມີ​ຄວາມ​ຫລາກ​ຫລາຍ ດ້ານ​ວັດ​ທະ​ນະ​ທຳ, ຮີດຄອງປະ ເພນີ, ສາດ​ສະ​ຫນາ, ປະ​ຫວັດ​ສາດ, ລະ​ບອບ​ການ​ເມືອງ, ລະ​ດັບ​ການ​ພັດ​ທະ​ນາ ແລະ ອື່ນໆ ຊຶ່ງ​ບໍ່​ຄື​ກັບ​ພາກ​ພື້ນ​ອື່ນໆໃນ​ໂລກ. ​ຕະ​ຫລອດ​ໄລ​ຍະ 55 ປີ ຜ່ານ​ມາ, ອາ​ຊຽນ ໄດ້​ດຳ​ເນີນ​ການ​ຮ່ວມ​ມື ດ້ວຍ “ວິ​ຖີ​ທາງ​ອາ​ຊຽນ” ຊຶ່ງ​ອີງ​ໃສ່​ຈຸດ​ພິ​ເສດ​ຂອງ​ພາກ​ພື້ນ ກໍ​ຄື​ບັນ​ດາ​ຫ​ລັກ​ການ​ພື້ນ​ຖານ​ຂອງ​ອາ​ຊຽນ, ​ອັນໄດ້​ເຮັດ​ໃຫ້​ອາ​ຊຽນ​ສາ​ມາດ​ຜ່ານ​ຜ່າ​​ອຸ​ປະ​ສັກ ແລະ ການ​ທົດ​ສອບ​ນາ​ໆ​ປະ​ການ ແລະ ໄດ້ປະສົບຜົນສໍາເລັດ ໃນການພັດທະນາເສດຖະກິດ, ສັງຄົມມີການ​ເຕີບ​ໃຫຍ່​ຂະ​ຫຍາຍ​ຕົວ​ເທື່ອ​ລະ​ກ້າວ ແລະ ກາ​ຍມາ​ເປັນ​ປະ​ຊາ​ຄົມ​ອາ​ຊຽນທີ່ມີເສດຖະກິດໃຫຍ່ອັນດັບ 5 ຂອງໂລກ​ ແລະ ມີພົນ ລະເມືອງຫຼາຍກວ່າ 600 ລ້ານຄົນ. ພ້ອມດຽວກັນນັ້ນ, ກໍໄດ້ເສີມ​ຂະ​ຫຍາຍ​ການ​ຮ່ວມ​ມື​ກັບ​ພາຍນອກ ​ບົນ​ຫລັກ​ການເປີດກວ້າງ, ກວມ​ລວມ ແລະ ບໍ່​ຈຳ​ແນກ ພາຍ​ໃຕ້​ກົນ​ໄກ​ການ​ຮ່ວມ​ມື​ທີ່​ອາ​ຊຽນ​ສ້າງຂຶ້ນ ແລະ ອາ​ຊຽນມີບົດບາດເປັນ​ແກນ​ກາງ ຊຶ່ງໄດ້​ຮັບ​ການ​ສະ​ຫນັບ​ສະ​ຫນູນ​ຈາກ​ບັນ​ດາ​ຄູ່​ຮ່ວມ​ມື​ພາຍນອກ.

 

      ໃນ​ຊຸມ​ປີ​ຜ່ານ​ມາ ກໍ​ຄືໃນ​ປີ 2022 ນີ້, ອາ​ຊຽນ ແລະ ພາກ​ພື້ນ​ຕ່າງໆໃນ​ໂລກ ສືບ​ຕໍ່​ປະ​ເຊີນ​ຫນ້າ​ກັບ​ສິ່ງ​ທ້າ​ທາຍ​ຕ່າງໆ​ທາງ​ດ້ານ​ພູມ​ສາດ​ການ​ເມືອງ, ຄວາມ​ຫມັ້ນ​ຄົງ, ວິກິດການດ້ານເສດຖະ ກິດ-ການເງິນ, ພະ​ຍາດ​ລະ​ບາດ ໂດຍ​ສະ​ເພາະ​ແມ່ນ​ພະ​ຍາດ​ໂຄວິດ-19, ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ຂາດແຄນດ້ານ​ພະ​ລັງ​ງານ ແລະ ດ້ານ​ສະ​ບຽງ​ອາ​ຫານ ແລະ ອື່ນໆ​. ຕໍ່​ຫນ້າ​ສະ​ພາບ​ການ​ດັ່ງ​ກ່າວ​, ອາ​ຊຽນ ໄດ້​ຮັດ​ແຫນ້ນ​ການ​ຮ່ວມ​ມື​ພາຍ​ໃນ​ອາ​ຊຽນ ແລະ ລະ​ຫວ່າງ​ອາ​ຊຽນ​ກັບ​ພາຍນອກ ເພື່ອຟື້ນ​ຟູເສດຖະກິດ​ທີ່ໄດ້ຮັບ​ຜົນ​ກະ​ທົບ​ຈາກການ​ລະ​ບາດ​ຂອງ​ພະ​ບາດ​ໂຄວິດ-19 ແລະ ​ສິ່ງ​ທ້າ​ທາຍ​ຕ່າງໆເຫລົ່າ​ນັ້ນ ເພື່ອ​ສືບ​ຕໍ່ຈັດ​ຕັ້ງ​ຜັນ​ຂະ​ຫຍາຍ​ວິ​ໄສ​ທັດ​ປະ​ຊາ​ຄົມ​ອາ​ຊຽນ 2025 ຢ່າງ​ມີ​ປະ​ສິດ​ທິຜົນ ແລະ ກະກຽມສ້າງວິ​ໄສ​ທັດ​ປະ​ຊາ​ຄົມ​ອາ​ຊຽນ​ຫລັງ​ປີ 2025 ໃຫ້​ແທດ​ເຫມາະ​ກັບ​ຈຸດ​ພິ​ເສດຂອງ​ອາ​ຊຽນ ກໍຄືສະ​ພາບ​ການ​ທີ່​ພວມ​ຜັນ​ແປ​ໄປໃນປັດຈຸບັນ ແລະ ຕໍ່ໜ້າ. ​ບົນ​ຈິດ​ໃຈ​ດັ່ງ ກ່າວ, ສ​ປ​ປ ລາວ ເຊື່ອ​ຫມັ້ນ​ວ່າ ການ​ເປັນ​ປະ​ທານ​ອາ​ຊຽນ​ຂອງ ກຳ​ປູ​ເຈຍ ໃນ​ປີ 2022 ພາຍ​ໃຕ້​ຄຳ​ຂວັນ “ອາຊຽນ: ຮ່ວມກັນແກ້ໄຂບັນດາສິ່ງທ້າທາຍ” ຈະ​ໄ​ດ້​ຮັບຜົນ​ສຳ​ເລັດ ອັນເປັນການປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ສ້າງ​ຄວາມ​ເຂັ້ມ​ແຂງ​ຂອງ​ອາ​ຊຽນໃນ​ການ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຕ່າງໆ.

 

ບັນດາທ່ານ, ພໍ່​ແມ່​ພີ່ນ້ອງ ທີ່ຮັກ​ແພງ ​ທັງຫຼາຍ,

 

​        ອາ​ຊຽນ ເປັນ​ບູ​ລິ​ມະ​ສິດ​ຫນຶ່ງ ທີ່​ສຳ​ຄັນ​ຂອງ​ນະ​ໂຍ​ບາຍ​ຕ່າງ​ປະ​ເທດ ສັນ​ຕິ​ພາບ, ເອ​ກະ​ລາດ, ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື ຂອງ ສ​ປ​ປ ລາວ. ຕະຫລອດໄລຍະ 25 ປີ ຂອງການເປັນສະມາຊິກອາຊຽນ ທຸກຂະ​ແຫນງ​ການຂອງ ສ​ປ​ປ ລາວ ນັບແຕ່ສູນກາງຮອດທ້ອງຖິ່ນ ປະ​ຊາ​ຊົນ​ລາວບັນດາເຜົ່າ ໄດ້ເຄື່ອນໄຫວວຽກ​ງານອາ​ຊຽນ​ຕາມ​ພາ​ລະ​ບົດ​ບາດ​ຂອງ​ຕົນຢ່າງຕັ້ງຫນ້າ ອັນເປັນການປະ​ກອບ​ສ່ວນ​ເຂົ້າ​ໃນ​ພາ​ລະ​ກິດ​ລວມ ແຫ່ງ​ການ​ສ້າງ​ປະ​ຊາ​ຄົມ​ອາ​ຊຽນ ກໍ​ຄື​ການ​​ປົກ​ປັກ​ຮັກ​ສາ ແລະ ສົ່ງ​ເສີມສັນ​​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ການ​ພັດ​ທະ​ນາ ໃນ​ພາກ​ພື້ນ ແລະ ໃນ​ໂລກ,  ​ທັງເປັນການສ້າງ​ເງື່ອນ​ໄຂ​ທີ່​ເອື້ອ​ອຳ​ນວຍ​ໃຫ້ແກ່​ພາ​ລະ​ກິດ ແຫ່ງ​ການປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດຂອງພວກ​ເຮົາ ກໍຄື ການຍົກສູງຖານະບົດບາດຂອງ ສປປ ລາວ ໃຫ້ເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ, ​ ​ເຮັດ​ໃຫ້ ສ​ປ​ປ ລາວ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ ແລະ ການຮ່ວມມືຈາກປະເທດສະມາຊິກອາຊຽນ ແລະ ບັນ​ດາຄູ່ຮ່ວມມືພາຍນອກ.

 

ບັນ​ດາ​ທ່ານ, ພໍ່​ແມ່​ພີ່ນ້ອງ ທີ່ຮັກ​ແພງ ​ທັງຫຼາຍ,

 

       ນັບ​ແຕ່ ສ​ປ​ປ ລາວ ເຂົ້າ​ເປັນ​ສະ​ມາ​ຊິກ​ອາ​ຊຽນ, ປະເທດຂອງພວກເຮົາ ໄດ້ເປັນປະທານອາຊຽນ ດ້ວຍຜົນສຳເລັດອັນຈົບງາມ ມາແລ້ວ 2 ຄັ້ງ ແລະ ໃນປີ 2024 ນີ້, ພວກເຮົາກໍຈະໄດ້ຮັບກຽດເປັນປະທານຫມູນວຽນອາຊຽນອີກ ເປັນຄັ້ງທີ 3. ຂ້າພະເຈົ້າ ຂໍຖືໂອກາດນີ້ ເຊີນຊວນພະ ນັກງານ, ທະຫານ, ຕຳຫຼວດ ແລະ ພີ່ນ້ອງຊາວລາວທຸກຖ້ວນ ໜ້າຈົ່ງພ້ອມ​ກັນເລີ່ມການ​ກະ​ກຽມ​ຄວາມ​ພ້ອມ ​ເພື່ອເປັນ​ປະ​ທານ​ອາ​ຊຽນ ແລະ ເປັນເຈົ້າພາບຈັດກອງປະຊຸມອາຊຽນໃນລະດັບຕ່າງໆ ໃນ​ປີ 2024. ຂ້າ​ພະ​ເຈົ້າ​ ເຊື່ອ​ຫມັ້ນ​ວ່າ ພາຍ​ໃຕ້​ການ​ຊີ້​ນຳ-ນຳ​ພາ​ຢ່າງ​ໃກ້​ຊິດ​ຂອງ​​ການ​ນຳ​ພັກ-ລັດ ແລະ ຄວາມ​ປຸ້ມ​ລຸມ​ສາ​ມັກ​ຄີ​ຂອງ​ພີ່​ນ້ອງ​ຊາວ​ລາວ, ພວກ​ເຮົາຈະ​ສາ​ມາດ​ເປັນ​ປະ​ທານ​ອາ​ຊຽນ ແລະ ເປັນ​ເຈົ້າ​ພາບ​ທີ່​ດີ ໃນ​ປີ 2024 ໄດ້​ຢ່າງ​ສຳ​ເລັດ​ຜົນ.

 

    ສຸດ​ທ້າຍ​ນີ້, ຂ້າ​ພະ​ເຈົ້າ ຂໍອວຍພອນໄຊອັນປະເສີດ ມາຍັງບັນດາທ່ານການນຳພັກ-ລັດ, ພະນັກງານ, ທະຫານ, ຕຳຫ​ລວດ ຕະຫລອດຮອດພີ່ນ້ອງຊາວລາວທຸກຖ້ວນໜ້າ ທັງຢູ່ພາຍໃນ ແລະ ຕ່າງປະເທດ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານ​ອັນມີກຽດສະຫງ່າຂອງທ່ານ ແລະ ຮ່ວມກັນ​ສະເຫລີມສະຫລອງວັນ​ອາ​ຊຽນ ຄົບຮອບ 55 ປີ ກໍຄື ຄົບຮອບ 25 ປີ ຂອງການເປັນສະມາຊິກອາຊຽນຂອງ ສປປ ລາວ ຢ່າງ​ມີເນື້ອໃນ ແລະ ມີຄວາມໝາຍ.

ຂໍ​ຂອບ​ໃຈ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485745
ມື້ນີ້44
ມື້ວານ206
ອາທິດນີ້781
ເດືອນນີ້5050