ພະນະທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນ ເດີນທາງເຖິງ ນະຄອນຫຼວງພະນົມເປັນ ເພື່ອເຂົ້າຮ່ວມ ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 55 ແລະ ບັນດາກອງປະຊຸມລັດຖະມົນຕີຕ່າງປະເທດທີ່ກ່ຽວຂ້ອງ, ພາຍໃຕ້ການເປັນປະທານຂອງກໍາປູເຈຍ ໃນນາມປະທານອາຊຽນ ສົກປີ 2022, ຊຶ່ງຈະຈັດຂຶ້ນໃນວັນທີ 2-6 ສິງຫາ 2022, ທີ່ ພະນົມເປັນ, ຣາຊະອານາຈັກ ກໍາປູເຈຍ.