ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຜົນການໂອ້ລົມທາງໂທລະສັບ ລະຫວ່າງ ລັດຖະມົນຕີຕ່າງປະເທດລາວ ແລະ ລັດຖະມົນຕີຕ່າງປະເທດ ອົດສະຕຣາລີ

 

LaoAusTalk1

LaoAusTalk2

 

ໃນວັນທີ 06 ຕຸ​ລາ 2021, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ສົນທະນາທາງໂທລະສັບກັບ ທ່ານ ນາງ ມາຣີສ ເພນ (Marise Payne), ລັດຖະມົນຕີກະຊວງການຕ່າງປະເທດ ແລະ ລັດຖະມົນຕີຮັບຜິດຊອບວຽກງານແມ່ຍິງ ອົດສະຕຣາລີ ທີ່ ກະຊວງການຕ່າງປະເທດ ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດ ລາວ ແລະ ອົດສະຕຣາລີ.

ໃນການໂອ້ລົມໂທລະສັບທາງໄກໃນຄັ້ງນີ້, ທັງສອງຝ່າຍໄດ້ຕີລາຄາສູງ ແລະ ຢໍ້າຄືນ ເຖິງສາຍພົວພັນມິດຕະພາບອັນຍາວນານ ແລະ ການຮ່ວມມືອັນດີງາມຕະຫຼອດໄລຍະຜ່ານມາ ຂອງສອງປະເທດ ນັບຕັ້ງແຕ່ສອງປະເທດໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນໃນວັນທີ 15 ມັງກອນ 1952, ຊຶ່ງທັງສອງຝ່າຍ ຈະຮ່ວມກັນສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ ແລະ ອົດສະຕຣາລີ ຄົບຮອບ 70 ປີ ໃນປີ 2022 ທີ່ຈະມາເຖິງນີ້ຢ່າງຟົດຟື້ນ ແລະ ມີຄວາມໝາຍ. ໃນໂອກາດນີ້, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈເປັນຢ່າງຍິ່ງ ຕໍ່ລັດຖະບານ ແລະ ປະຊາຊົນອົດສະຕຣາລີ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ເພື່ອການພັດທະນາ (ODA) ແກ່ ສປປ ລາວ ໃນຂົງເຂດຕ່າງໆ ໃນຊຸມປີທີ່ຜ່ານມາ​ໂດຍສະເພາະ​ ນັບແຕ່ປີ 2022 ເປັນຕົ້ນໄປ ລັດຖະບານອົດສະຕຣາລີ ຈະເພີ່ມທຶນການສຶກສາ ຈາກ 30 ທຶນ ​ເປັນ 60 ທຶນ ຕໍ່ປີ ແລະ ລວມເຖິງການຊ່ວຍເຫລືອເພີ່ມຕື່ມ ຂອງ ອົດສະຕຣາລີ ທາງດ້ານເຕັກນິກການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໃນໄລຍະຜ່ານມາ ແລະ ແຜນການ​ຊ່ວຍ​​ເຫຼືອ​ໃນອະນາຄົດຕໍ່ໜ້າ.

ໃນ​ໂອກາດດັ່ງກ່າວ, ທັງສອງຝ່າຍ ​ໄດ້​ຢໍ້າຄືນ ທີ່​ຈະ​ເຮັດ​ວຽກຢ່າງ​ໃກ້ຊິດ​ຮ່ວມ​ກັບປະ​ເທດ​ສະມາຊິກ​ອາຊຽນ ​ແລະ ອົດ​ສະຕຣາລີ ​​​ເພື່ອ​ເຮັດ​ໃຫ້ການການ​ພົວພັນ​​ຮ່ວມ​ມື ອາ​ຊຽນ-ອົດ​ສະຕຣາລີ ​​​ກ້າວ​ຂຶ້ນສູ່​ລະດັບ​ໃໝ່ໃນ​ໂອກາດ ​ທີ່ ສປປ ລາວ ເປັນ​ປະ​ເທດ​ຜູ້​ສານ​ງານ ອາ​ຊຽນ-ອົດ​ສະຕຣາລີ ​ປີ 2021-2024 ​ລວມທັງ​ຂໍ້​ສະ​ເໜີ ຂອງ ອົດ​ສະຕຣາລີ ໃນການ​ຍົກ​ລະດັບ ​ການພົວພັນ​ຮ່ວມ​ມື ອາ​ຊຽນ-ອົດ​ສະຕຣາລີ ຈາກ​ຄູ່ຮ່ວມມື​ຍຸດ​ທະ​ສາດ ຂຶ້ນ​ເປັນ​ຄູ່​ຮ່ວມມື​​ຍຸດ​ທະ​ສາດ​ຮອບດ້ານ. ພ້ອມ​ກັນ​ນີ້, ທ່ານ​ ສະເຫຼີມໄຊ ກົມມະສິດ ຍັງໄດ້​ສະ​ແດງ​ຄວາມ​ຂອບ​ໃຈ ຝ່າຍ​ອົດ​ສະຕຣາລີ ທີ່​ໄດ້​ໃຫ້ການ​ສະໜັບສະໜູນ ​ແລະ ຊ່ວຍ​ເຫຼືອ​ແກ່ ສປປ ລາວ ​ໃນ​ການ​ກະກຽມ​​ເປັນ​ປະທານ​ອາ​ຊຽນ ປີ 2024 ​ໂດຍ​ສະ​ເພາະ​ແມ່ນ​ການ​ສົ່ງ​ພະນັກງານ ສປປ ລາວ ​ໄປ​ຝຶກ​ງານ​ທີ່​ສຳນັກງານ​ຜູ້ຕາງໜ້າ​ຖາວອນ ​ແຫ່ງ ສປປ ລາວ ປະຈຳ​ອາ​ຊຽນ. ນອກຈາກນີ້, ສອງຝ່າຍ ຍັງໄດ້ປືກສາຫາລືເພື່ອຮັດແໜ້ນການຮ່ວມມື ໃນຂົງເຂດພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.

 

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480269
ມື້ນີ້99
ມື້ວານ157
ອາທິດນີ້667
ເດືອນນີ້6500