ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຜົນກອງປະຊຸມສຸດຍອດ ຜູ້ນໍາອະນຸພາກພື້ນແມ່ນ້ຳຂອງ ຄັ້ງທີ 7

 

GMS

 

GMS2

 

GMS1

 

ໃນວັນທີ 9 ກັນຍາ 2021, ທີ່ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີພະນະທ່ານ ພັນຄຳ ວິພາວັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໄດ້ນຳພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດ ຜູ້ນໍາອະນຸພາກພື້ນແມ່ນ້ຳຂອງ ຄັ້ງທີ 7 ຜ່ານລະບົບທາງໄກ ພາຍໃຕ້ຫົວຂໍ້:  "ການສ້າງຄວາມເຂັ້ມແຂງ ໃຫ້ແກ່ການຮ່ວມມືອະນຸພາກພື້ນແມ່ນໍ້າຂອງຄືນໃໝ່ ເພື່ອຮອງຮັບສິ່ງທ້າທາຍໃນທົດສະວັດໃໝ່-GMS Renewed Strength to Face the Challenges of the New Decade"ໂດຍການເປັນປະທານຂອງ ສົມເດັດ ເຕໂຊ ຮຸນເຊັນ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ, ໂດຍມີບັນດາຜູ້ນຳລະດັບສູງຈາກ 6 ປະເທດ ສະມາຊິກອະນຸພາກພື້ນແມ່ນ້ຳຂອງ ແລະ ປະທານທະນາຄານພັດທະນາອາຊີ, ເຊິ່ງກອງປະຊຸມ ໄດ້ທົບ​ທວນຄືນການຈັດຕັ້ງປະຕິບັດແຜນງານຮ່ວມມືທາງດ້ານເສດຖະກິດ ອະນຸພາກພື້ນແມ່ນໍ້າຂອງ ໃນໄລຍະ 3 ປີຜ່ານມາ ໂດຍສະເພາະການຜັນຂະຫຍາຍໝາກຜົນຂອງກອງປະຊຸມສຸດຍອດ ຜູ້ນໍາອະນຸພາກພື້ນແມ່ນໍ້າຂອງ ຄັ້ງທີ 6 ກໍຄື ການຈັດຕັ້ງປະຕິບັດຂອບການລົງທຶນພາກພື້ນ(Regional Investment Framework: RIF) 2018-2022 ແລະ ແຜນຍຸດທະສາດການຮ່ວມມືຶອະນຸພາກພື້ນແມ່ນໍ້າຂອງ 2012-2022 ພ້ອມທັງ ໄດ້ກໍານົດທິດທາງຮ່ວມມືໃນຕໍ່ໜ້າ ໂດຍໄດ້ຮັບຮອງເອົາບັນດາເອກະສານທີ່ສໍາຄັນຄື:

1)     ຍຸດທະສາດການຮ່ວມມືທາງດ້ານເສດຖະກິດ ອະນຸພາກພື້ນແມ່ນໍ້າຂອງ 2030 (GMS Strategic Framework 2030), ເຊິ່ງເປັນເອກະສານສໍາຄັນ ໃຫ້ແກ່ການຈັດຕັ້ງປະຕິບັດວຽກງານ, ກໍານົດທິດທາງ ແລະ ນະໂຍບາຍໃນການຮ່ວມມື ຂອງບັນດາປະເທດອະນຸພາກພື້ນແມ່ນໍ້າຂອງ ໂດຍເລັ່ງໃສ່ການສ້າງອະນຸພາກພື້ນແມ່ນໍ້າຂອງ ຕາມນະໂຍບາຍທິດທາງ 3 Cs: 1. ການສ້າງຊຸມຊົນແຫ່ງການຢູ່ຮ່ວມກັນ2. ສົ່ງເສີມການເຊື່ອມໂຍງລະຫວ່າງບັນດາປະເທດສະມາຊິກແລະ 3. ຍົກລະດັບຄວາມອາດສາມາດໃນການແຂ່ງຂັນ;

2)    ແຜນດໍາເນີນງານການຟື້ນຟູ ແລະ ຕອບໂຕ້ພະຍາດCovid-19 ໃນອະນຸພາກພື້ນແມ່ນໍ້າຂອງ ສໍາລັບ ປີ 2021-2023 (GMS- Covid-19 Response and Recovery Plan 2021-2023) ເຊິ່ງເປັນແຜນງານເພື່ອຊຸກຍູ້ ບັນດາປະເທດອະນຸພາກພື້ນແມ່ນໍ້າຂອງ ໃນການປ້ອງກັນ,​ ຕອບໂຕ້ ແລະ ຟື້ນຟູ ເສດຖະກິດ ແລະ ສັງຄົມ ໃຫ້ກັບຄືນສູ່ສະພາບປົກກະຕິ ໂດຍສຸມໃສ່ 3 ເປົ້າໝາຍຫຼັກຄື: 1. ສະໜັບສະໜູນຊີວິດການເປັນຢູ່ຂອງປະຊາຊົນ ແລະ ການພັດທະນາທາງດ້ານເສດຖະກິດ2. ອໍານວຍຄວາມສະດວກໃຫ້ແກ່ການຟື້ນຟູທາງດ້ານເສດຖະກິດໃນພາກພື້ນແລະ 3.ກະກຽມຄວາມພ້ອມໃຫ້ແກ່ ບັນດາປະເທດອະນຸພາກພື້ນແມ່ນ້ຳຂອງໃນການຮັບມືກັບ ການແຜ່ລະບາດຂອງພະຍາດຕ່າງໆທີ່ອາດຈະເກີດຂຶ້ນໃນອະນາຄົດແລະ

3) ຖະແຫຼງການຮ່ວມ ກອງປະຊຸມສຸດຍອດຜູ້ນໍາອະນຸພາກພື້ນແມ່ນໍ້າຂອງ ຄັ້ງທີ 7 (Joint Summit Declaration).

ໃນການເຂົ້າຮ່ວມກອງປະຊຸມຄັ້ງນີ້ພະນະທ່ານ ພັນຄຳ ວິພາວັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕີລາຄາສູງຕໍ່ໝາກຜົນຂອງການຮ່ວມມືໃນຂອບGMS ໃນໄລຍະຜ່ານມາ ໂດຍສະເພາະແມ່ນການຈັດຕັ້ງປະຕິ ບັດຂອບການລົງທຶນພາກພື້ນGMS 2018 -2022 ໃນຂົງເຂດການພັດທະນາພື້ນຖານໂຄງລ່າງໃນພາກພື້ນແມ່ນໍ້າຂອງ. ສໍາລັບ ສປປ ລາວການຈັດຕັ້ງປະຕິບັດຫຼາຍໂຄງການ ແມ່ນມີຄວາມຄືບໜ້າ ແລະ ໄດ້ຮັບຜົນສໍາເລັດຫຼາຍດ້ານ ເຊັ່ນ: ການກໍ່ສ້າງທາງດ່ວນ ວຽງຈັນ-ວັງວຽງ ຊຶ່ງເປັນສ່ວນຫນຶ່ງ ຂອງ ໂຄງການທາງດ່ວນ ແຕ່ ນະຄອນຫຼວງວຽງຈັນ ຫາ ຊາຍແດນຈີນ ບໍ່ເຕັນ-ບໍ່ຫານ ໄດ້ສໍາເລັດ ແລະ ເປີດໃຊ້ແຕ່ເດືອນກຸມພາ 2021 ເປັນຕົ້ນມາ ແລະ ໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ກໍ່ຈະສໍາເລັດ ແລະ ຈະເປີດນໍາໃຊ້ຢ່າງເປັນທາງການໃນທ້າຍປີ 2021 ນີ້. ການພັດທະນາພື້ນຖານໂຄງລ່າງດັ່ງກ່າວ ເປັນການປະກອບສ່ວນສໍາຄັນເຂົ້າໃນການຍົກບົດບາດ ການເປັນໃຈກາງເຊື່ອມຈອດ-ເຊື່ອມໂຍງພາກພື້ນ ແລະ ຕ່ອງໂສ້ການຜະລິດ ຂອງ ພາກພື້ນ ແລະ ສາກົນ. ພ້ອມດຽວກັນນີ້ພະນະທ່ານນາຍົກລັດຖະມົນຕີ ກໍສະແດງຄວາມດີໃຈທີ່ເຫັນວ່າ ການຈັດຕັ້ງປະຕິບັດບັນດາໂຄງການພັດທະນາທີ່ຍືນຍົງ ແລະ ເປັນມິດຕໍ່ສິ່ງແວດລ້ອມໃນຂົງເຂດຕ່າງໆ ເຊັ່ນ: ການທ່ອງທ່ຽວກະສິກໍາການຂົນສົ່ງການຄ້າ ແລະ ອື່ນໆມີປະສິດທິຜົນເປັນກ້າວໆເຊິ່ງນໍາເອົາຜົນປະໂຫຍດຕົວຈິງມາສູ່ ປະເທດອະນຸພາກພື້ນແມ່ນໍ້າຂອງນີ້.

ເຖິງແນວໃດກໍຕາມ, ພະນະທ່ານນາຍົກລັດຖະມົນຕີ ຍັງໄດ້ຍົກໃຫ້ເຫັນບັນຫາອັນຮີບດ່ວນທີ່ບັນດາປະ ເທດອະນຸພາກພື້ນແມ່ນໍ້າຂອງ ຈະຕ້ອງໄດ້ມີການຮ່ວມມືກັນແກ້ໄຂຢ່າງສະນິດແໜ້ນ  ແລະ ກົມກຽວກັນ ເປັນຕົ້ນແມ່ນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດໂຄວິດ 19, ບັນຫາການເຄື່ອນຍ້າຍຂອງແຮງງານໃນຂົງເຂດອະນຸພາກພື້ນແມ່ນ້ຳຂອງ, ຜົນກະທົບຈາກ ການປ່ຽນແປງຂອງດິນຟ້າອາກາດ, ຄວາມແຕກໂຕນທາງດ້ານການພັດທະນາ ແລະ ການຟື້ນຟູເສດຖະກິດ-ສັງຄົມ. ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດແຜນຍຸດທະສາດ GMS 2030 ກໍຄືແກ້ໄຂຜົນກະທົບທີ່ເກີດຈາກ ໂຄວິດ-19ພະນະທ່ານ ນາຍົກລັດຖະມົນຕີ ໄດ້ມີບາງຂໍ້ສະເໜີກ່ຽວກັບທິດທາງການຮ່ວມມືໃນຕໍ່ໜ້າ ຄື:

  1. )ສືບຕໍ່ເພີ່ມທະວີການຮ່ວມມື ແລະ ການປະສານງານໃນການປະຕິບັດມາດຕະການປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19ແນໃສ່ຮັບປະກັນໃຫ້ການຕິດເຊື້ອໂຄວິດ-19 ໃນພາກພື້ນGMS ຫຼຸດລົງເປັນລໍາດັບດ້ວຍການເພີ່ມທະວີການສັກວັກແຊັງໃຫ້ທົ່ວເຖິງ ເພື່ອສ້າງພູມຄຸ້ມກັນມວນຊົນໃຫ້ໄດ້. ສໍາລັບ ສປປ ລາວ ມີເປົ້າໝາຍສັກວັກແຊັງໃຫ້ແກ່ພົນລະເມືອງລາວຢ່າງໜ້ອຍໃຫ້ໄດ້ 50% ພາຍໃນປີ 2021 ນີ້.
  2. )ໃນການແກ້ໄຂ ຜົນກະທົບດ້ານເສດຖະກິດ ແລະ ສັງຄົມ ຈາກ ການແຜ່ລະບາດຂອງພະຍາດໂຄວິດ-19 ໃນພາກພື້ນຂອງພວກເຮົາ ຂ້າພະເຈົ້າເຫັນວ່າ ພວກເຮົາຄວນເພີ່ມທະວີການຮ່ວມມືຊ່ວຍເຫຼືອກຸ່ມຄົນທີ່ດ້ອຍໂອກາດເປັນຕົ້ນ ຜູ້ທຸກຍາກລວມທັງ ແຮງງານເຄື່ອນຍ້າຍທີ່ໄດ້ຮັບຜົນກະທົບຢ່າງໜັກສ້າງກົນໄກຮ່ວມມື ເພຶື່ອຮັບປະກັນໃຫ້ເຂົາເຈົ້າສາມາດເຂົ້າເຖິງວຽກເຮັດງານທໍາໄວເທົ່າທີ່ຈະໄວໄດ້ຮັບປະກັນການເປີດດ່ານ ເພື່ອສາມາດໄປມາຫາສູ່ກັນໄດ້ໃນເງື່ອນໄຂໃໝ່ໄວໆນີ້ ລວມທັງ ການຊຸກຍູ້ສົ່ງເສີມການທ່ອງທ່ຽວວິຖີໃໝ່ເທື່ອລະກ້າວ ແລະ ກ້າວໄປສູ່ການທ່ອງທ່ຽວແບບປົກກະຕິໃນອະນຸພາກພື້ນແມ່ນໍ້າຂອງ;
  3. )ຊຸກຍູ້ການຮ່ວມມືກັນ ໃນການຄົ້ນຄວ້າ ແລະ ພັດທະນາ (R&D) ເສດຖະກິດຈຸລະພາກ ແລະ ມະຫາພາກ ລະຫວ່າງປະເທດສະມາຊິກອະນຸພາກພື້ນແມ່ນໍ້າຂອງທະນາຄານພັດທະນາອາຊີ ແລະ ຄູ່ຮ່ວມພັດທະນາອື່ນໆ ແນໃສ່ຟື້ນຟູເສດຖະກິດ ໃນໄລຍະສັ້ນໄລຍະກາງ ແລະ ໄລຍະຍາວ ບົນພື້ນຖານ ແຜນຍຸດທະສາດການຮ່ວມມືທາງດ້ານເສດຖະກິດອະນຸພາກພື້ນແມ່ນໍ້າຂອງ 2030.
  4. )ສືບຕໍ່ປັບປຸງກົນໄກການມີສ່ວນຮ່ວມຂອງຄູ່ຮ່ວມພັດທະນາ ແລະ ພາກເອກະຊົນ ໃຫ້ມີປະສິດທິຜົນສູງຂຶ້ນ ດ້ວຍການເຊື່ອມສານກົນໄກການຮ່ວມມືອະນຸພາກພື້ນອື່ນເຂົ້າກັນ ເປັນຕົ້ນ: ອາຊຽນຂໍ້ລິເລີ່ມໜຶ່ງແລວ ໜຶ່ງເສັ້ນທາງແອັກແມັກກົນໄກການຮ່ວມມືແມ່ນໍ້າຂອງກັບບັນດາຄູ່ຮ່ວມພັດທະນາ ແລະ ອື່ນໆ.
  5. )ສ້າງຄວາມອາດສາມາດ ແລະ ຄວາມພ້ອມໃຫ້ແກ່ບັນດາປະເທດສະມາຊິກ ໃນການຮັບມືກັບບັນດາສິ່ງທ້າທາຍຂອງເສດຖະກິດ ແລະ ສັງຄົມໃນປະຈຸບັນ ກໍຄື ໃນຕໍ່ໜ້າ ໂດຍການສ້າງເງື່ອນໄຂ ແລະ ກາລະໂອກາດ ທີ່ເອື້ອອຳນວຍໃຫ້ແກ່ເສດຖະກິດດິຈິຕອນການຫັນເປັນທັນສະໄໝ ແລະ ນະວັດຕະກຳໃຫມ່.

ກອງປະຊຸມສຸດຍອດຜູ້ນໍາອະນຸພາກພື້ນແມ່ນໍ້າຂອງ ຄັ້ງທີ 7 ໄດ້ອັດລົງດ້ວຍຜົນສໍາເລັດອັນຈົບງາມ ບົນພື້ນຖານໄມຕີຈິດມິດຕະພາບ ແລະ ການຮ່ວມມືທີ່ດີກັນ​ໃນຖານະບ້ານໃກ້ເຮືອນຄຽງ ເພື່ອພ້ອມກັນຂ້າມຜ່ານສິ່ງທ້າທາຍ​ໃນ​ອາ​ນະ​ຄົດ ແລະ ຮ່ວມກ້າວໄປສູ່ການພັດທະນາແບບຍືນຍົງ.ກອງ​ປະຊຸມ​ສຸດ​ຍອດຜູ້ນໍາອະນຸພາກພື້ນແມ່ນ້ຳຂອງຄັ້ງຕໍ່ໄປ​ ຈະໄດ້ຈັດຂຶ້ນ​​ອີກ​ ໃນປີ 2024 ​ ໂດຍການເປັນປະທານຂອງ ສປ ຈີນ.

ບົດຂ່າວອື່ນໆ

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
483953
ມື້ນີ້77
ມື້ວານ183
ອາທິດນີ້391
ເດືອນນີ້3258