ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກະຊວງການຕ່າງປະເທດຈັດພິທີເຊື່ອມຊືມມູນເຊື້ອວັນຊາດ 02 ທັນວາ ຄົບຮອບ 45 ປີ ແລະ ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ

20201208-speech1

20201208-speech3

20201208-speech2

    ໃນຕອນເຊົ້າຂອງ ວັນທີ 08ທັນວາ2020 ທີ່ກະຊວງການຕ່າງປະເທດ ໄດ້ຈັດພິທີ​ເຊື່ອມຊືມມູນເຊື້ອວັນຊາດ 02 ທັນວາ ຄົບຮອບ 45 ປີ ແລະ ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ, ພາຍໃຕ້ການເປັນປະທານຂອງສະຫາຍ ສະເຫລີມໄຊ ກົມມະສິດ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ,​ ເຊິ່ງມີບັນດາ ຄະນະພັກ-ຄະນະນຳ, ສະມາຊິກພັກ ​ແລະ ພະນັກງານ - ລັດຖະກອນ ພາຍ​ໃນກະຊວງເຂົ້າຮ່ວມຢ່າງພ້ອມພຽງ.

     ໃນໂອກາດການເຊື່ອມຊຶມ ສະຫາຍ ສະເຫລີມໄຊ ກົມມະສິດ ໄດ້ຍົກໃຫ້ເຫັນເນື້ອໃນສຳຄັນໃນວັນປະຫວັດສາດຂອງຊາດທີ່ເປັນການເສຍສະຫຼະຕໍ່ສູ້ຂອງປະຊາຊົນ, ຂອງບັນພະບຸລຸດທີ່ເປັນ ມູນເຊື້ອສຶບທອດລັດ ສຶບທອດປະຊາຊົນ. ວັນຊາດ 02 ທັນວາ ຈິ່ງເປັນວັນສໍາຄັນແຫ່ງໄຊຊະນະອັນຍິ່ງໃຫຍ່ໃນປະຫວັດສາດແຫ່ງການຕໍ່ສູ້ ຂອງຊາດເຮົາ; ແມ່ນວັນທີ່ປະຊາຊົນລາວບັນດາເຜົ່າໄດ້ມີອິດສະຫລະພາບ, ເປັນເຈົ້າຂອງປະເທດຊາດ, ມີເອກະລາດຢ່າງສົມບູນ, ມີອະທິປະໄຕຢ່າງຄົບຖ້ວນ ແລະ ໜາກຜົນທີ່ຍາດມາໄດ້ຕະຫຼອດໄລຍະ 45 ປີຜ່ານມາ. ພ້ອມນັ້ນຍັງໄດ້ຍົກໃຫ້ເຫັນມູນເຊື້​​ອຜົນງານ ແລະ ຄຸນງາມຄວາມດີຂອງປະທານໄກສອນພົມວິຫານຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວ ທີ່ເຂົ້າຮ່ວມເຄື່ອນໄຫວປະຕິວັດແຕ່ເຍົາໄວ, ໄດ້ຜ່ານການຝຶກຝົນທົດສອບໃນຂະບວນການຕົວຈິງ ໄດ້ຮັບຜິດຊອບວຽກງານແຕ່ນ້ອຍຫາໃຫຍ່ ກ້າວຂຶ້ນເປັນຜູ້ນຳສູງສຸດຂອງພັກ. ການເຜີຍແຜ່ເຊື່ອມຊຶມແນວຄິດຂອງປະທານ ໄກສອນພົມວິຫານແມ່ນເພື່ອໃຫ້ພະນັກງານ ສະມາຊິກພັກ ໄດ້ຄົ້ນຄວ້າຫັນເຂົ້າເປັນແນວຄິດ,ທິດສະດີໃນການປະຕິບັດໜ້າທີ່ຮັບໃຊ້ຊາດຮັບໃຊ້ປະຊາຊົນ. ​ໃນ​ຕອນ​ທ້າຍ, ສະຫາຍ​ປະທານ ໄດ້ເນັ້ນ​​ໃຫ້ສະມາຊິກພັກ ​ແລະ ພະນັກງານ - ລັດຖະກອນ ພາຍ​ໃນກະຊວງ​ທຸກ​ສະຫາຍ ຈົ່ງເພີ່ມຄວາມຮັບຜິດຊອບໃນການກໍາແໜ້ນອຸດົມການຂອງພັກ,ຈຸດປະສົງ, ຫລັກການ, ທິດນໍາຂອງພັກ, ສ້າງໃຫ້ການຈັດຕັ້ງພັກ-ລັດໃຫ້ມີຄວາມເຂັ້ມແຂງ, ສ້າງໜ່ວຍພັກໃຫ້ມີຄວາມປອດໃສ, ​ເຂັ້ມແຂງແລະໜັກແໜ້ນ,ສືບທອດພາລະບົດບາດໃນການຊີ້ນໍາ-ນໍາພາ​ໃນທຸກຂົງເຂດວຽກງານ ​ແລະ ພ້ອມ​ກັນນໍາ​ເອົາເນື້ອໃນເອກະສານໄປຈັດຕັ້ງຜັນຂະຫຍາຍຕາມແນວທາງຮັກຊາດ ແລະ ພັດທະນາ ໃຫ້ປະກົດຜົນເປັນຈິງ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484640
ມື້ນີ້156
ມື້ວານ188
ອາທິດນີ້1078
ເດືອນນີ້3945