ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ນາຍົກລັດຖະມົນຕີແຫ່ງ ສປປ ລາວ ກ່າວຄຳເຫັນ ໃນກອງປະຊຸມສະໄໝພິເສດ ຂອງສະມັດຊາໃຫຍ່ ອົງການ ສປຊ ຄັ້ງທີ 31 ກ່ຽວກັບການແກ້ໄຂການລະບາດຂອງເຊື້ອພະຍາດ COVID-19

 

2020124-Lao PM-UN

 

ອົງການ ສປຊ ໄດ້ຈັດກອງປະຊຸມສະໄໝພິເສດ ຂອງສະມັດຊາໃຫຍ່ ສປຊ ຄັ້ງທີ 31 ແບບທາງໄກ ຂຶ້ນໃນລະຫວ່າງວັນທີ 3-4 ທັນວາ 2020, ທີ່ ນິວຢອກ ເພື່ອປຶກສາຫາລື ກ່ຽວກັບ ການແກ້ໄຂການລະບາດຂອງເຊື້ອພະຍາດ COVID-19. ຍ້ອນວ່າປັດຈຸບັນການແຜ່ລະບາດຂອງເຊື້ອພະຍາດອັກເສບປອດສາຍພັນໃໝ່ ຫຼື COVID-19 ສືບຕໍ່ເປັນໄພຄຸກຄາມຕໍ່ສຸຂະພາບຊີວິດຂອງປະຊາຊົນຫຼາຍລ້ານຄົນໃນທົ່ວໂລກ, ຈໍານວນຜູ້ຕິດເຊື້ອແມ່ນນັບມື້ນັບເພີ່ມຂຶ້ນ ແລະ ບໍ່ມີທ່າທີຈະຫຼຸດລົງ.

ໃນກອງປະຊຸມດັ່ງກ່າວ, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ, ຫົວໜ້າຄະນະຜູ້ແທນ ແຫ່ງ ສປປ ລາວ ໄດ້ກ່າວຄໍາປາໄສຜ່ານທາງວິດີໂອ ໃນວັນທີ 03 ທັນວາ 2020, ໂດຍມີເນື້ອໃນສໍາຄັນໃນການຢໍ້າຄືນເຖິງຜົນກະທົບອັນໃຫຍ່ຫຼວງ ຂອງການແຜ່ລະບາດຂອງເຊື້ອພະຍາດດັ່ງກ່າວ ທີ່ຍັງສືບຕໍ່ເປັນໄພຄຸກຄາມທັງໄລຍະສັ້ນ ແລະ ໄລຍະຍາວຕໍ່ຊີວິດການເປັນຢູ່ ກໍ່ຄືການພັດທະນາເສດຖະກິດ-ສັງຄົມ ຢູ່ບັນດາປະເທດຕ່າງໆໃນໂລກ. ສຳລັບ ສປປ ລາວ, ພະນະທ່ານນາຍົກລັດຖະມົນຕີ ໄດ້ຍົກໃຫ້ເຫັນກົນໄກ ແລະ ມາດຕະການເຄັ່ງຄັດ ທີ່ລັດຖະບານວາງອອກໃນການຮັບມືກັບການແຜ່ລະບາດຂອງພະຍາດ COVID-19 ອັນເຮັດໃຫ້ມີຜົນສຳເລັດໃນລະດັບໜຶ່ງ ທີ່ມີຜູ້ຕິດເຊື້້ອໃນລະດັບທີ່ສາມາດຮັບມືໄດ້ ແລະ ບໍ່ທັນມີຜູ້ເສຍຊີວິດ. ນອກຈາກນັ້ນ, ທ່ານຍັງໄດ້ກ່າວເຖິງມາດຕະການຜ່ອນຜັນເທື່ອລະກ້າວ ເພື່ອຫຼຸດຜ່ອນຜົນກະທົບຕໍ່ເສດຖະກິດ ເຊິ່ງທ່ານເຫັນວ່າອັດຕາການຂະຫຍາຍຕົວດ້ານເສດຖະກິດໃນປີ 2020 ຈະຫຼຸດລົງຈາກຜົນກະທົບດັ່ງກ່າວ. ພ້ອມດຽວກັນນັ້ນ, ທ່ານນາຍົກລັດຖະມົນຕີ ຍັງໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງການຮ່ວມມືຫຼາຍຝ່າຍ ໃນການພັດທະນາແລະແຈກຢາຍວັກແຊັງໃຫ້ທົ່ວເຖິງ ແລະ ໃນລາຄາທີ່ສາມາດຊື້ໄດ້ເພື່ອຕ້ານພະຍາດດັ່ງກ່າວ ແລະ ຮຽກຮ້ອງໃຫ້ວົງຄະນາຍາດສາກົນຊ່ວຍສົ່ງເສີມໂຄງການ ວັກແຊັງຫຼາຍຝ່າຍຫຼື COVAX ເພື່ອຮັບປະກັນໃຫ້ວັກແຊັງ COVID-19 ກາຍເປັນສິນຄ້າສາທາລະນະຂອງທຸກປະເທດໃນໂລກ.

ໃນຕອນທ້າຍ ພະນະທ່ານນາຍົກລັດຖະມົນຕີ ໄດ້ຖືໂອກາດນີ້ ຊົມເຊີຍ ແລະ ຂອບໃຈ ຕໍ່ການຮ່ວມມື ແລະ ຊ່ວຍເຫຼືອ ຈາກບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ທີ່ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ຜ່ານຜາອຸປະສັກໃນຄັ້ງນີ້ ແລະ ເພື່ອຟື້ນຟູເສດຖະກິດ-ສັງຄົມ ໃຫ້ກັບຄືນມາດີກວ່າເກົ່າ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485618
ມື້ນີ້123
ມື້ວານ196
ອາທິດນີ້654
ເດືອນນີ້4923