ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມສາມັນປະຈຳປີ ຄັ້ງທີ XXX ຄະນະຜູ້ແທນຊາຍແດນ ລາວ-ຫວຽດນາມ

 

20201130 Lao-Vietnam-Broder-1-520201130 Lao-Vietnam-Broder-1-4

20201130 Lao-Vietnam-Broder-1

20201130 Lao-Vietnam-Broder-2

 

 

ກອງປະຊຸມສາມັນປະຈຳປີ ຄັ້ງທີ XXX ລະຫວ່າງ ຄະນະຜູ້ແທນຊາຍແດນລາວ-ຫວຽດນາມໄດ້ຈັດຂຶ້ນ ​ໃນ​ວັນທີ 30 ພະຈິກ2020 ທີ່ນະຄອນຫຼວງວຽງຈັນ. ຄະນະຜູ້ແທນຊາຍແດນຝ່າຍລາວ ນຳໂດຍ ທ່ານ ສະ​ເຫຼີ​ມ​ໄຊ ກົມມະ​ສິດ, ກຳມະການ​ສູນ​ກາງ​ພັກ, ລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າຄະນະຜູ້ແທນຊາຍແດນລາວ-ຫວຽດນາມແລະ ຝ່າຍຫວຽດນາມ ນຳໂດຍ ທ່ານເລ ຮວ່າຈຸງ, ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າຄະນະຜູ້​​ແທນຊາຍແດນຫວຽດນາມ-ລາວ. ​ຊຶ່ງມີ​​​ບັນດາຮອງເຈົ້າແຂວງຜູ້ຊີ້ນຳວຽກງານຊາຍແດນຂັ້ນແຂວງ ຄູ່ແຂວງທີ່ມີຊາຍແດນຮ່ວມກັນ ແລະ ຜູ້ຕາງຫນ້າຈາກ   ຂະແໜງການທີ່​ກ່ຽວຂ້ອງອ້ອມຂ້າງສູນກາງ ແລະ ທ້ອງຖິ່ນຂອງສອງປະເທດເຂົ້າ​ຮ່ວມ.

 

ກອງປະຊຸມຄັ້ງນີ້, ໄດ້ທົບທວນຄືນການຈັດຕັ້ງປະຕິບັດສັນຍາ ວ່າດ້ວຍ ລະບຽບການຄຸ້ມຄອງຊາຍແດນ ແລະ ດ່ານຊາຍແດນປະເທດ ລາວ-ຫວຽດນາມ ປີ 2016 ແລະ ບົດບັນທຶກກອງປະຊຸມຄະນະຜູ້ແທນຊາຍແດນ ລາວ-ຫວຽດນາມ ຄັ້ງທີ XXIX ໃນໜຶ່ງປີຜ່ານມາ. ນອກຈາກນີ້, ກອງປະຊຸມຍັງໄດ້ພ້ອມກັນຕີລາຄາສະພາບຈາກຜົນກະທົບ ຂອງການແຜ່ລະບາດ ຂອງພະຍາດ covid 19 ແລະ ໄພທໍາມະຊາດ, ພະຍຸ, ນໍ້າຖວ້ມ, ດິນເຈື່ອນໜັກໜ່ວງ ທີ່ມີຜົນກະທົບຕໍ່ບໍລິເວນຊາຍແດນ ຂອງສອງປະເທດໃນປີຜ່ານມາ, ໂດຍສະເພາະ ຕໍ່ການປະຕິບັດວຽກງານຊາຍແດນຂອງສອງຝ່າຍ ບໍ່ສາມາດປະຕິບັດງານໄດ້ຕາມທີ່ຕົກລົງກັນໄວ້ ແລະ ຍັງສົ່ງຜົນກະທົບຕໍ່ສະພາບການໄປມາ ເຂົ້າ-ອອກ ຂອງຄົນ, ພາຫະນະ, ສິນຄ້າ ແລະ ຊີວິດການເປັນຢູ່ຂອງປະຊາຊົນ, ຕອດຫຼອດຮອດ ພະນັກງານເຈົ້າໜ້າທີ່ສອງຝ່າຍຈາກມາດຕະການປິດດ່ານ. ພ້ອມດຽວກັນນັ້ນ, ສອງຝ່າຍ ຍັງໄດ້ພິຈາລະນາເຖິງວຽກງານປົກປັກຮັກສາຄຸ້ມຄອງຊາຍແດນ ແລະ ຫຼັກໝາຍຊາຍແດນ ແລະ ແຜນການຮ່ວມມືກັນ ຫລັງການແຜ່ລະບາດ ຂອງພະຍາດ covid 19 ແລະ ທິດທາງໃນປີ 2021 ຕື່ມອີກ.

 

ໃນກອງ​ປະ​ຊຸມ​ຄັ້ງ​ນີ້, ​ສອງ​ຝ່າຍ​ໄດ້​ຕີ​ລາ​ຄາ​ສູງ ຕໍ່​ຄວາມພະຍາຍາມຂອງໜ່ວຍງານອົງການຊາຍແດນຂັ້ນສູນກາງ ແລະ ບັນດາທ້ອງຖິ່ນ,​ ເຈົ້າໜ້າທີ່ປະຈຳຢູ່ຊາຍແດນ​ ໄດ້ເປັນເຈົ້າການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປະຕິບັດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງ, ໂດຍສະພາະໃນໄລຍະການແຜ່ລະບາດຂອງພະຍາດ covid 19 ບໍ່ໄດ້ມີປະກົດການຕິດເຊື້ອພະຍາດດັ່ງກ່າວ ຢູ່ຕາມບໍລິເວນຊາຍແດນ, ສອງຝ່າຍ ໄດ້ເຫັນດີເປັນເອກະພາບ ເພີ່ມທະວີຄວາມເອົາໃຈໃສໃນການສຶກສາອົບຮົມໂຄສະນາ, ເຜີຍແຜ່ ບັນດາສັນຍາ, ​ລະບຽບການຕ່າງໆ ລວມທັງການຕ້ານ ແລະ ສະກັດກັ້ນການແຜ່ລະບາດ ຂອງພະຍາດ covid 19 ຕາມບໍລິເວນຊາຍແດນ ແລະ ເພື່ອໃຫ້ເຈົ້າໜ້າທີ່ ແລະ ປະຊາຊົນຮັບຮູ້ ແລະ ເຂົ້າໃຈເຖິງວຽກງານຊາຍແດນ ແລະ ຄວາມເປັນຫ່ວງເປັນໃຍຂອງພັກ ແລະ ລັດຖະບານຕໍ່ບັນຫາ ແລະ ວຽກງານຊາຍແດນຂອງສອງປະເທດ, ອັນເປັນການປະກອບສ່ວນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫ່ຍທີ່ເປັນມູນເຊື້ອ, ຄວາມສາມັກຄີພິເສດແລະ ການຮ່ວມມືຮອບດ້ານລາວ-ຫວຽດນາມ. ແນໃສ່ເພື່ອສ້າງຊາຍແດນຂອງສອງປະເທດໃຫ້ກາຍເປັນຊາຍແດນແຫ່ງ ສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາແບບຍືນຍົງ​ຕະ​ຫລອດ​ການ.

-------------------//---------------------

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480217
ມື້ນີ້47
ມື້ວານ157
ອາທິດນີ້615
ເດືອນນີ້6448