ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ສະຫະປະຊາຊາດ ແບບທາງໄກ

20201022ASEANUN

20201022ASEANUN1

ໃນຕອນແລງຂອງວັນທີ 21 ຕຸລາ 2020 ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ສະຫະປະຊາຊາດ (ສປຊ) ປະຈໍາປີ ແບບທາງໄກ (ASEAN-United Nations Ministerial Meeting) ພາຍໃຕ້ການເປັນປະທານຂອງ ທ່ານ ຟາມ ບິງ ມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີຕ່າງປະເທດ ແຫ່ງ ສສ. ຫວຽດນາມ ໃນນາມປະທານອາຊຽນ. ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ຍັງມີບັນດາລັດຖະມົນຕີຕ່າງປະເທດອາຊຽນ, ເລຂາທິການໃຫຍ່ ອົງການສະຫະປະຊາຊາດ, ປະທານກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 75, ເລຂາທິການໃຫຍ່ອາຊຽນ ແລະ ວິຊາການທີ່ກ່ຽວຂ້ອງຈໍານວນໜຶ່ງ.

ກອງປະຊຸມໄດ້ຕີລາຄາສູງ ຕໍ່ຜົນການຈັດຕັ້ງປະຕິບັດ ການຮ່ວມມື ອາຊຽນ-ສປຊ ໃນໄລຍະ 1 ປີ ຜ່ານມາ ໂດຍສະເພາະການຜັນຂະຫຍາຍ ແຜນປະຕິບັດງານການຮ່ວມມື ອາຊຽນ-ສປຊ ໄລ​ຍະ 2016-2020, ເຊິ່ງກວມເອົາ 3 ເສົາຄໍ້າປະຊາຄົມອາຊຽນ (ການເມືຶອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທໍາ-ສັງຄົມ) ແລະ ການຈັດຕັ້ງປະຕິບັດ ບັນດາແຜນງານ/ໂຄງການຮ່ວມມືພາຍໃຕ້ຂອບການເຊື່ອມສານວິໃສທັດປະຊາຄົມອາຊຽນຮອດປີ 2025 ແລະ ບັນດາເປົ້າໝາຍພັດທະນາແບບຍືນຍົງ ສປຊ ຮອດປີ 2030, ເຊິ່ງໄດ້ປະກອບສ່ວນເຂົ້າໃນການສ້າງສັນຕິພາບ, ຄວາມໝັ້ນຄົງ ແລະ ການຊ່ວຍເຫຼືອພັດທະນາຢູ່ພາກພື້ນ ກໍຄືໃນໂລກ. ເພື່ອເປັນພື້ນຖານໃຫ້ແກ່ການຈັດຕັ້ງປະຕິບັດການຮ່ວມມື ອາຊຽນ-ສປຊ ໃນໄລຍະຕໍ່ໜ້າ, ກອງປະຊຸມ ໄດ້ຮັບຮອງເອົາ ແຜນປະຕິບັດງານການຮ່ວມມື ອາຊຽນ-ສປຊ ສະບັບໃໝ່ ໄລຍະປີ 2021-2025. ພິເສດ, ກອງປະຊຸມຍັງໄດ້ຢໍ້າຄືນເຖິງບົດບາດອັນສໍາຄັນ ຂອງ ສປຊ ໃນຖານະເປັນອົງການຈັດຕັ້ງຫຼາຍຝ່າຍເພື່ອສືບຕໍ່ຮັກສາ ແລະ ສົ່ງເສີມ ສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງ ຢູ່ພາກພື້ນ ແລະ ສາກົນ ຕາມກົດບັດ ສປຊ ທີ່ວາງໄວ້.

ສຳລັບທິດທາງໃນຕໍ່ໜ້າ, ທ່ານ ລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະເໜີຕໍ່ກອງປະຊຸມ ພິຈາລະນາ: 1. ສືບຕໍ່ຮ່ວມມືກັນໃນຂະແໜງສາທາລະນະສຸກ ໂດຍສະເພາະ ການແລກປ່ຽນຂໍ້ມູນຂ່າວສານ ແລະ ບົດຮຽນທີ່ດີ ລວມທັງ ການຮ່ວມມືກັນ ໃນການຄົ້ນຄວ້າ-ພັດທະນາ ແລະ ຜຼິດຢາປົວພະຍາດ ກໍ່ຄື ຢາວັກແຊັງຕ້ານໂຄວິດ-19 ແລະ ການຮັບປະກັນ ການເຂົ້າເຖິງ ແລະ ສາມາດຮັບຢາປົວພະຍາດ ແລະ ຢາວັກແຊັງ ໃນເວລາທີ່ມີຢາດັ່ງກ່າວແລ້ວ; 2. ຮັດແໜ້ນການຮ່ວມມື ລະຫວ່າງ ສະຖາບັນສັນຕິພາບ ແລະ ຄວາມປອງດອງອາຊຽນ (AIPR) ແລະ ສປຊ ໃນການສ້າງຂີດຄວາມສາມາດ ແລະ ພັດທະນາບຸກຄະລາກອນ ດ້ານການໄກ່ເກຍ, ການເຈລະຈາ ແລະ ການຮັດແໜ້ນບົດບາດຂອງແມ່ຍິງ ກໍຄືຊາວໜຸ່ມ; ແລະ 3.​ ການສືບຕໍ່ຈັດຕັ້ງປະຕິບັດບັນດາເປົ້າໝາຍການພັດທະນາແບບຍືນຍົງ ສປຊ ຮອດປີ 2030 ລວມທັງ ການປ້ອງກັນ, ຮັບມື ແລະ ແກ້ໄຂ ຜົນກະທົບຈາກໄພພິບັດທາງທໍາມະຊາດ, ການປ່ຽນແປງຂອງດິນຟ້າອາກາດ ແລະ ການພັດທະນາຕົວເມືອງອັດສະລິຍະ.

ພ້ອມນີ້, ກອງປະຊຸມ ຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນນໍາກັນຕໍ່ບາງບັນຫາເດັ່ນ ຢູ່ພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ ເປັນຕົ້ນ: ບັນຫາການແຜ່ລະບາດຂອງພະຍາດໂຄວິດ-19, ສັນຕິພາບ ແລະ ຄວາມໝັ້ນຄົງ ແລະ ອື່ນໆ.    ທ້າຍສຸດ, ລັດຖະມົນຕີຕ່າງປະເທດອາ​ຊຽນ ແລະ ສປຊ ຍັງໄດ້ປຶກສາຫາລື ກ່ຽວກັບ ການກະກຽມ ດ້ານເນື້ອໃນ ແລະ ພະລາທິການ ໃຫ້ແກ່ກອງປະຊຸມສຸດຍອດຜູ້ນໍາ ອາ​ຊຽນ-ສປຊ ທີ່ຈະຈັດຂຶ້ນ ໃນກາງເດືອນ ພະຈິກ 2020 ນີ້.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484528
ມື້ນີ້44
ມື້ວານ188
ອາທິດນີ້966
ເດືອນນີ້3833