ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີຕ່າງປະເທດລາວ ສົນທະນາທາງໂທລະສັບກັບ ລັດຖະມົນຕີຕ່າງປະເທດ ມາເລເຊຍ

2020917-lao-malay-call1

2020917-lao-malay-call2

ໃນວັນທີ 17 ກັນຍາ 2020, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫລີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວໄດ້ສົນທະນາທາງໂທລະສັບທາງໄກກັບ ທ່ານ ດາໂຕະ ສິຣິ ຮີຊະມູດິນ ຕູນ ຮູສຊິນ (Dato’ Seri Hishammuddin Tun Hussein), ລັດຖະມົນຕີກະຊວງການຕ່າງປະເທດ ມາເລເຊຍ  ເພື່ອຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ລາວ ແລະ ມາເລເຊຍ.

ໃນໂອກາດດັ່ງກ່າວ, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີ ທີ່ໄດ້ມີໂອກາດສົນທະນາຜ່ານທາງໂທລະສັບທາງໄກກັບ ທ່ານ ດາໂຕະ ສິຣິ ຮີຊະມູດິນ ຕູນ ຮູສຊິນ ໃນຄັ້ງນີ້. ພ້ອມນີ້, ສອງຝ່າຍ ຍັງໄດ້ປຶກສາຫາລືຄວາມເປັນໄປໄດ້ໃນການອຳນວຍຄວາມສະດວກໃຫ້ພົນລະເມືອງຂອງສອງປະເທດ ສາມາດເດີນທາງກັບຄືນປະເທດ ໂດຍຜ່ານຍົນເຊົ່າເໝົາລຳ, ພ້ອມທັງຊອກຫາຊ່ອງທາງໃນການເປີດທາງອຳນວຍຄວາມສະດວກໃຫ້ພາກທຸລະກິດ, ການທ່ອງທ່ຽວ ແລະ ການຊ່ວຍເຫຼືອດ້ານການແພດໃນການປ້ອງກັນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ແລະ ຍັງໄດ້ປຶກສາຫາລືກ່ຽວກັບການຮ່ວມມືດ້ານເສດຖະກິດ ເປັນຕົ້ນແມ່ນການຮ່ວມມືເພື່ອສົ່ງສິນຄ້າດ້ານອຸດສາຫະກຳ ໄປຂາຍຢູ່ບັນດາປະເທດຕາເວັນອອກກາງ ເພື່ອແນ່ໃສ່ການຟື້ນຟູເສດຖະກິດທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19. ນອກຈາກນີ້, ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມ ທີ່ໄດ້ຮັບການເສີມຂະຫຍາຍເປັນຢ່າງດີຕະຫຼອດມາ ແລະ ໃນປີ 2021 ນີ້ຈະເປັນປີຄົບຮອບ 55 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງລາວ-ມາເລເຊຍ (01/07/1966-01/07/2021), ສອງຝ່າຍຈະໄດ້ຈັດກິດຈະກຳຮ່ວມກັນ ແລະ ຈະມີການແລກປ່ຽນການຢ້ຽມຢາມຂອງການນຳຂອງສອງປະເທດ ເພື່ອເປັນການສະເຫຼີມສະຫຼອງປີສຳຄັນດັ່ງກ່າວໃຫ້ມີຄວາມໝາຍຄວາມສຳຄັນ. ພ້ອມດຽວກັນນີ້, ສອງຝ່າຍ ຍັງໄດ້ປຶກສາຫາລືກ່ຽວກັບການກະກຽມກອງປະຊຸມ JC ຄັ້ງທີ 4 ລະຫວ່າງ ສປປ ລາວ ແລະ ມາເລເຊຍ, ພ້ອມທັງໄດ້ຕີລາຄາສູງຕໍ່ບົດບາດຄວາມສຳຄັນຂອງກົນໄກການຮ່ວມມືດັ່ງກ່າວ ຜ່ານຂະແໜງການຕ່າງໆ ໂດຍສະເພາະ ດ້ານການເມືອງ, ດ້ານການຄ້າ ແລະ ການລົງທຶນ, ການແລກປ່ຽນດ້ານວັດທະນະທຳ ແລະ ອື່ນໆ.

          ໃນຕອນທ້າຍ, ທ່ານ ສະເຫຼີມໄຊ ກົມມະສິດ ກໍໄດ້ເຊື້ອເຊີນທ່ານລັດຖະມົນຕີກະຊວງການຕ່າງປະເທດ ມາເລເຊຍ ຢ້ຽມຢາມ ສປປ ລາວ ເພື່ອເປັນປະທານຮ່ວມກອງປະຊຸມຄະນະກຳມາທິການຮ່ວມມື ລາວ ແລະ ມາເລເຊຍ ຄັ້ງທີ 4 ໃນເວລາທີ່ເໝາະສົມ.

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480274
ມື້ນີ້104
ມື້ວານ157
ອາທິດນີ້672
ເດືອນນີ້6505