ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມວິທະຍາສາດ ໃນຂົງເຂດວຽກງານການຕ່າງປະເທດ

 

20200915 IFA-11

20200915 IFA-2

20200915 IFA-3

20200915 IFA-4

 

ໃນຕອນເຊົ້າວັນທີ 15 ກັນຍາ 2020, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມວິທະຍາສາດ ໃນຂົງເຂດວຽກງານການຕ່າງປະເທດ, ທີ່ສູນຝຶກອົບຮົມ ແລະ ຮ່ວມມືສາກົນ (ICTC), ໃຫ້ກຽດເປັນປະທານກອງປະຊຸມໂດຍ ພະນະທ່ານ ສົມສະຫວາດ ເລັ່ງສະຫວັດ, ອະດີດຮອງນາຍົກລັດຖະມົນຕີ ແລະ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ, ພ້ອມດ້ວຍຄະນະນຳກະຊວງການຕ່າງປະເທດ, ບັນດາທ່ານທູດອາວຸໂສບຳນານ, ບັນດາທ່ານຄະນະກົມ ແລະ ວິຊາການຂອງກະຊວງການຕ່າງປະເທດ ແລະ ກະຊວງອ້ອມຂ້າງສູນກາງ ຈຳນວນ 270 ທ່ານ.

ຈຸດປະສົງຂອງການຈັດກອງປະຊຸມວິທະຍາສາດຄັ້ງນີ້ ແມ່ນເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກກະຊວງການຕ່າງປະເທດ ແລະ ສະເຫຼີມສະຫຼອງວັນການທູດລາວ ຄົບຮອບ 75 ປີ (12 ຕຸລາ 1945-12 ຕຸລາ 2020) ທີ່ຈະໜູນວຽນມາເຖິງ.

ໃນເວລາທີ່ສະພາບການພາກພື້ນ ແລະ ສາກົນ ມີການຜັນແປໄປຢ່າງເລິກເຊິ່ງ, ສັບສົນ ແລະ ສະຫຼັບສັບຊ້ອນ ເຊິ່ງມີທັງຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ສິ່ງທ້າທາຍ ແລະ ກາລະໂອກາດທີ່ເອື້ອອໍານວຍ, ເຮັດໃຫ້ການປະຕິບັດແນວທາງການຕ່າງປະເທດ, ການເຄື່ອນໄຫວວຽກງານການທູດທີ່ຖືກຕ້ອງ ແລະ ສອດຄ່ອງຍິ່ງມີຄວາມຈໍາເປັນ ເພື່ອສ້າງສະພາບແວດລ້ອມທີ່ເອື້ອອໍານວຍ ໃຫ້ແກ່ຍຸດທະສາດສໍາຄັນຂອງປະເທດຊາດ, ເພື່ອເຊື່ອມໂຍງ, ຊຸກຍູ້ ແລະ ສົ່ງເສີມການຮ່ວມມື ເພື່ອການພັດທະນາ ແລະ ແກ້ໄຂບັນຫາຮ່ວມກັນ ເພື່ອໃຫ້ເກີດສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງໃນພາກພື້ນກໍຄືສາກົນ. ສປປ ລາວ ໄດ້ຍືດໝັ້ນການປະຕິບັດແນວທາງການຕ່າງປະເທດສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມືຢ່າງສະເໝີຕົ້ນສະເໝີປາຍ, ສົ່ງ​​ເສີມການພົວພັນຮ່ວມມືກັບຕ່າງປະເທດແບບຫຼາຍທິດ, ຫຼາຍຝ່າຍ, ຫຼາຍລະດັບບົນພື້ນຖານຫຼັກການເຄົາລົບເອກະລາດ, ອຳນາດອະທິປະໄຕເຊິ່ງກັນ ແລະ ກັນແລະຕ່າງຝ່າຍຕ່າງໄດ້ຮັບຜົນປະ​​ໂຫຍດ.

ສຳລັບວຽກງານການທູດລາວ ໄດ້ມີການເຄື່ອນໄຫວຢ່າງເອົາຈິງເອົາຈັງ ທັງໃນດ້ານການທູດສອງຝ່າຍ ແລະ ຫຼາຍຝ່າຍເປັນເຈົ້າການໃນການປົກປ້ອງສິດ ແລະ ຍາດຜົນປະໂຫຍດອັນຊອບທຳ ຈາກສາກົນມາສູ່ປະເທດຊາດ, ເຊິ່ງໃນຕະຫຼອດເວລາໄລຍະ 75 ປີ ທີ່ຜ່ານມາ, ການເຄື່ອນໄຫວວຽກງານການທູດລາວ ໄດ້ຮັບຜົນສໍາເລັດອັນໃຫຍ່ຫຼວງ. ມາຮອດປັດຈຸບັນ ສປປ ລາວ ໄດ້ສ້າງຕັ້ງສາຍພົວພັນທາງການທູດກັບ 143 ປະເທດ, ມີສໍານັກງານຕາງໜ້າການທູດຢູ່ຕ່າງປະເທດ 40 ແຫ່ງ, ໃນນີ້ ມີສະຖານເອກອັກຄະລັດຖະທູດ 26 ແຫ່ງ, ສໍານັກງານຜູ້ຕາງໜ້າຖາວອນ 3 ແຫ່ງ, ສະຖານກົງສຸນໃຫຍ່ 10 ແຫ່ງ, ຫ້ອງການກົງສຸນ 1 ແຫ່ງ, ກົງສຸນກິຕິມະສັກຂອງ ສປປ ລາວ ຢູ່ຕ່າງປະເທດ 12 ແຫ່ງ, ກົງສຸນກິຕິມະສັກຂອງຕ່າງປະເທດຢູ່ ສປປ ລາວ 18 ແຫ່ງ; ມີ​ດ່ານ​ສາກົນ 28​ ແຫ່ງ; ໄດ້​ເພີ່ມ​ທະວີ​ການ​​ພົວພັນກັບ​ພັກການ​ເມືອງຕ່າງໆໃນ​ໂລກເກືອບ​ 140 ພັກ​, ໄດ້​​ສ້າງ​ຕັ້ງສະມາຄົມ​ມິດຕະພາບ​ກັບ 18 ປະ​ເທດ, ສປປ ລາວ ມີຖານະບົດບາດສູງຂຶ້ນ, ໃນເວທີພາກພື້ນ ແລະ ສາກົນ, ມີເພື່ອນມິດສາກົນຢ່າງກວ້າງຂວາງ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485818
ມື້ນີ້117
ມື້ວານ206
ອາທິດນີ້854
ເດືອນນີ້5123