ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືຄູ່ຮ່ວມແມ່ນໍ້າຂອງ-ສ.ອາເມລິກາ ຄັ້ງປະຖົມມະລິຶກ ໃນຮູບແບບກອງປະຊຸມທາງໄກ

 

FMMekongUS0 FMMekongUS3

 

FMMekongUS1 FMMekongUS2

 

ໃນວັນທີ 11 ກັນຍາ 2020, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວເຂົ້າຮ່ວມ ກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືຄູ່ຮ່ວມແມ່ນໍ້າຂອງ-ສ.ອາເມລິກາ ຄັ້ງປະຖົມມະລຶກ (1st Mekong-US Partnership Ministerial Meeting) ໃນຮູບແບບກອງປະຊຸມທາງໄກ ເຊິ່ງຈັດຂຶ້ນພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ Pham Binh Minh, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ສສ​.​ ຫວຽດນາມ ແລະ ທ່ານ Stephen Biegun, ຮອງລັດຖະມົນຕີກະຊວງການຕ່າງປະເທດ ສ.ອາເມລິກາ. ພ້ອມດຽວກັນນັ້ນ, ກໍໄດ້ມີບັນດາລັດຖະມົນຕີຕ່າງປະເທດຈາກປະເທດແມ່ນໍ້າຂອງ: ກຳປູເຈຍ, ລາວ, ມຽນມາ ແລະ ໄທ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນໂອກາດນີ້, ບັນດາລັດຖະມົນຕີໄດ້ທົບທວນຄືນການຮ່ວມມືໃນໄລຍະຜ່ານມາ ໂດຍສະເພາະ ການຈັດຕັ້ງຜັນຂະຫຍາຍບັນດາໂຄງການ ແລະ ແຜນງານ ພາຍໃຕ້ຂອບການຮ່ວມມືແມ່ນໍ້າຂອງຕອນລຸ່ມ-ສ.ອາເມລິກາ (Lower Mekong Initiative-LMI) ເຫັນວ່າໄດ້ຮັບໝາກຜົນເປັນຢ່າງດີ ເປັນຕົ້ນແມ່ນໃນຂົງເຂດການພັດທະນາຊັບພະຍາ ກອນມະນຸດ ແລະ ການສົ່ງເສີມບົດບາດຂອງແມ່ຍິງ ໃນພາກພຶ້ນແມ່ນໍ້າຂອງ ລວມທັງ ສປປ ລາວ.

ບັນດາລັດຖະມົນຕີ ໄດ້ສະແດງຄວາມຍິນດີ ຕໍ່ຖະແຫຼງການຮ່ວມ ລັດຖະມົນຕີຕ່າງປະເທດ ລະຫວ່າງ ຍີ່ປຸ່ນ ແລະ ສ.ອາເມລິກາ ວ່າດ້ວຍການເປັນຄູ່ຮ່ວມມືດ້ານພະລັງງານຍີ່ປຸ່ນ-ສ.ອາເມລິກາ-ປະເທດແມ່ນໍ້າຂອງ (Japan-U.S. Joint Ministerial Statement on Japan-U.S.-Mekong Power Partnership) ໂດຍສຸມໃສ່ສົ່ງເສີມການຮ່ວມມືດ້ານພະລັງງານ ເປັນຕົ້ນແມ່ນ ການຄ້າຂາຍກະແສໄຟຟ້າ ແລະ ການພັດທະນາພື້ນຖານໂຄງລ່າງດ້ານພະລັງງານໃຫ້ມີ   ຄຸນນະພາບເພີ່ມຂຶ້ນ ຢູ່ໃນພາກພື້ນແມ່ນໍ້າຂອງ.

ສຳລັບການຮ່ວມມືໃນຕໍ່ໜ້າ ໂດຍສະເພາະ ພາຍໃຕ້ ຂອບການຮ່ວມມືຄູ່ຮ່ວມແມ່ນໍ້າຂອງ-ສ.ອາເມລິກາ ໃໝ່ນີ້ແທນຂອບການຮ່ວມມືຂໍ້ລິເລີ່ມແມ່ນໍ້າຂອງຕອນລຸ່ມ-ສ.ອາເມລິກາ ທີ່ໄດ້ຮ່ວມມືກັນມາແລ້ວເປັນເວລາ 11 ປີ ແມ່ນຈະໄດ້ສຸມໃສ່ການຮ່ວມມືໃນຂົງເຂດການຮ່ວມມືໃໝ່ 4 ຂົງເຂດໃຫຍ່ຄື: (1) ການເຊື່ອມຈອດດ້ານເສດຖະກິດ (Economic Connectivity), (2) ການປົກປັກຮັກສາສິ່ງແວດລ້ອມ ແລະ ການຄຸ້ມຄອງແຫຼ່ງຊັບພະຍາກອນທຳມະ ຊາດ ແລະ ແຫຼ່ງນໍ້າແບບຍືນຍົງ (Sustainable Water, Natural Resources Management and Environmental Conservation and Protection), (3) ຄວາມໝັ້ນຄົງທີ່ບໍ່ແມ່ນການທະຫານ (Non-Traditional Security) ແລະ (4) ການພັດທະນາຊັບພະຍາກອນມະນຸດ (Human Resource Development) ແນໃສ່ສົ່ງເສີມ ສັນຕິພາບ, ສະຖຽນລະພາບ ແລະ ຄວາມສົມບູນພູນສຸກ ກໍ່ຄືການພັດທະນາເສດຖະກິດ-ສັງຄົມ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃນພາກພຶ້ນແມ່ນໍ້າຂອງໃຫ້ດີຂຶ້ນເປັນກ້າວໆ, ພ້ອມດຽວກັນນີ້, ກອງປະຊຸມໄດ້ຕົກລົງສືບຕໍ່ການຮ່ວມມືກັນໃນການພັດທະນາຊັບພະຍາກອນມະນຸດ, ການຮັບມື ແລະ ປ້ອງກັນພະຍາດລະບາດທີ່ອາດຈະເກີດຂຶ້ນໃນອະນາຄົດ ແລະ ການຟື້ນຟູເສດຖະກິດ-ສັງຄົມພາຍຫຼັງການແຜ່ລະບາດຂອງພະຍາດໂຄວິດ-19.

ສປປ ລາວ ໄດ້ສະແດງຄວາມຊົມເຊີຍຕໍ່ ສສ. ຫວຽດນາມ ແລະ ສ.ອາເມລິກາ ໃນການເປັນເຈົ້າພາບຮ່ວມ ຈັດກອງປະຊຸມລັດຖະມົນຕີຕ່າງປະເທດຄູ່ຮ່ວມແມ່ນໍ້າຂອງ-ສ.ອາເມລິກາ ຄັ້ງປະຖົມມະລຶກ ໃນຮູບແບບກອງປະຊຸມທາງໄກ ແລະ ໝາກຜົນຂອງການຮ່ວມມືໃນໄລຍະຜ່ານມາ, ພ້ອມທັງ ສະເໜີໃຫ້ ສ.ອາເມລິກາ ສືບຕໍ່ໃຫ້ການຊ່ວຍເຫຼືອ ສປປ ລາວ ໃນຂົງເຂດທີ່ເປັນທ່າແຮງຂອງ ສ.ອາເມລິກາ ເຊັ່ນ: ການພັດທະນາຊັບພະຍາກອນມະນຸດ, ການພັດທະນາຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ, ກາງ ແລະ ໃຫຍ່ (MSME), ຂະແໜງການວິທະຍາສາດ, ເຕັກໂນ     ໂລຊີ, ແລະ ການຮ່ວມມືດ້ານສາທາລະນະສຸກ ເປັນຕົ້ນ.

ກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືຄູ່ຮ່ວມແມ່ນໍ້າຂອງ-ສ.ອາເມລິກາ ຄັ້ງປະຖົມມະລຶກນີ້ ໄດ້ຮັບ​ຮອງ​ເອົາ 2 ເອກະສານສໍາຄັນຄື: ຖະແຫຼງການຮ່ວມລັດຖະມົນຕີຕ່າງປະເທດຂອບການຮ່ວມມືຄູ່ຮ່ວມແມ່ນໍ້າຂອງ-ສ.ອາເມລິກາ (Mekong-US Partnership Joint Ministerial Statement) ແລະ ເອກະສານສ້າງຕັ້ງຂອບການຮ່ວມມືຄູ່ຮ່ວມແມ່ນໍ້າຂອງ-ສ.ອາເມລິກາ (Mekong-US Partnership Foundational Document).

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480261
ມື້ນີ້91
ມື້ວານ157
ອາທິດນີ້659
ເດືອນນີ້6492