ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທູດຕີມໍ-ເລສເຕ ປະຈໍາ ສປປ ລາວ

2020721-m-hup-timor-2

ໃນຕອນເຊົ້າຂອງວັນທີ 21 ກໍລະກົດ 2020, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ມາເຣຍ ຣີນາຕາ ການດາສ ເດິ ຈີຊຸສ (Maria Renata Caldas De Jesus), ເນື່ອງໃນໂອກາດທີ່ຖືກແຕ່ງຕັ້ງໃຫ້ມາດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ເລສເຕ ປະຈໍາ ສປປ ລາວ.

ໃນໂອກາດດັ່ງກ່າວ, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຊົມເຊີຍ ຕໍ່ການມາດໍາລົງຕໍາແໜ່ງດັ່ງກ່າວຂອງ ທ່ານເອກອັກຄະລັດຖະທູດ ແລະ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ຕີມໍ-ເລສເຕ, ນັບຕັ້ງແຕ່ສອງປະເທດໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 29 ກໍລະກົດ 2002 ເປັນຕົ້ນມາ, ສອງຝ່າຍໄດ້ມີການພົວພັນທາງການທູດທີ່ດີ ແລະ ໃຫ້ການສະໜັບສະໜູນ ຊຶ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ. ສປປ ລາວ ຈະສືບຕໍ່ໃຫ້ການສະໜັບສະໜູນ ຕີມໍ-ເລສເຕ ໃນການສະໝັກເຂົ້າເປັນສະມາຊິກອາຊຽນ, ພ້ອມນັ້ນໄລຍະຜ່ານມາສອງຝ່າຍກໍ່ໄດ້ມີການແລກປ່ຽນການຢ້ຽມຢາມ ຊຶ່ງກັນ ແລະ ກັນ, ຊຶ່ງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນລະຫວ່າງສອງປະເທດ ກໍ່ຄືປະຊາຊົນສອງຊາດ ໃຫ້ມີຄວາມແໜ້ນແຟ້ນຍິ່ງໆຂຶ້ນ. ພ້ອມນີ້, ທ່ານລັດຖະມົນຕີ ກໍໄດ້ສະແດງຄວາມ​ຂອບ​ໃຈມາຍັງລັດ​ຖະ​ບານ ແລະ ປະຊາຊົນ ຕີມໍ-ເລສເຕ ທີ່ໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ໃນໄລຍະຜ່ານມາ, ໂດຍສະເພາະ ຕໍ່ເຫດການໄພພິບັດທາງທໍາມະຊາດຢູ່ແຂວງອັດຕະປືໃນປີ 2018, ຊຶ່ງໄດ້ໃຫ້ການຊ່ວຍເຫຼືອເປັນເງິນ ຈໍານວນ 750.000 ໂດລາ ສະຫະລັດ.

ໃນຕອນທ້າຍ, ທ່ານລັດຖະມົນຕີ ກໍໄດ້ສະແດງຄວາມຫວັງວ່າ ໃນຂະນະທີ່ ທ່ານ ນາງ ມາເຣຍ ຣີນາຕາ ການດາສ ເດິ ຈີຊຸສ ປະຕິບັດໜ້າທີ່ເປັນເອກອັກຄະລັດຖະທູດ ປະຈໍາ ສປປ ລາວ ນີ້, ທ່ານຈະເປັນຂົວຕໍ່ອັນສໍາຄັນ ເພື່ອເຮັດໃຫ້ສາຍພົວພັນ ແລະ ການຮ່ວມມື ລະຫວ່າງສອງປະເທດຂະຫຍາຍຕົວຍິ່ງໆຂຶ້ນ, ພ້ອມທັງອວຍໄຊໃຫ້ພອນ ແກ່ທ່ານເອກອັກຄະລັດຖະທູດ ຈົ່ງປະສົບຜົນສໍາເລັດໃນການປະຕິບັດໜ້າທີ່ການທູດຂອງຕົນ ຢູ່ ສປປ ລາວ ດ້ວຍຜົນສໍາເລັດອັນຈົບງາມ.

ໃນໂອກາດດຽວກັນ, ທ່ານເອກອັກຄະລັດຖະທູດ ມາເຣຍ ຣີນາຕາ ການດາສ ເດິ ຈີຊຸສ ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານລັດຖະມົນຕີ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້, ແລະ ໄດ້ໃຫ້ຄໍາໝັ້ນສັນຍາວ່າ ຕະຫຼອດໄລຍະເວລາທີ່ປະຕິບັດໜ້າທີ່ເປັນ ເອກອັກຄະລັດຖະທູດ ປະຈໍາ ສປປ ລາວ ຈະເຮັດສຸດຄວາມສາມາດຂອງຕົນ ເພື່ອເຮັດໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ຕີມໍ-ເລສເຕ ໃຫ້ນັບ​ມື້ຂະຫຍາຍຕົວ ແລະ ຈະເລີນງອກງາມຍິ່ງຂຶ້ນ.

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480281
ມື້ນີ້111
ມື້ວານ157
ອາທິດນີ້679
ເດືອນນີ້6512