ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະ ເທດອາຊຽນ ແບບບໍ່ເປັນທາງການ, ກອງປະຊຸມສະພາປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 21 ແລະ ກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 26 (ແບບທາງໄກ)

 

ASEANsummit36FM1

ASEANsummit36FM3

ASEANsummit36FM2

 

ໃນຕອນ​ເຊົ້າ​ຂອງວັນທີ 24 ​ມິຖຸນາ 2020 ທີ່ ກະຊວງ​ການ​ຕ່າງປ​ະ​ເທດ, ນະຄອນຫຼວງວຽງຈັນ, ທ່ານ ສະ​​ເຫຼີມ​ໄຊ ກົມມະ​ສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະ​ ເຂົ້າຮ່ວມກອງປະຊຸມ​ແບບ​ທາງ​ໄກ ລັດຖະມົນຕີຕ່າງ ປະເທດອາຊຽນ ແບບບໍ່ເປັນທາງການ, ກອງປະຊຸມສະພາປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 21ແລະກອງປະຊຸມສະພາ​ປະສານ​ງານ​ອາຊຽນ ຄັ້ງທີ 26, ພາຍໃຕ້ການເປັນປະທານຂອງ ລັດຖະມົນຕີຕ່າງປະເທດ ແຫ່ງ ສສ. ຫວຽດນາມ ໃນຖານະປະທານໝູນວຽນອາຊຽນ ປີ 2020 ໂດຍມີການເຂົ້າຮ່ວມຂອງບັນດາລັດຖະມົນຕີຕ່າງປະເທດອາຊຽນ ແລະ ເລຂາທິການໃຫຍ່ອາຊຽນ ພ້ອມຄະນະ ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ແບບບໍ່ເປັນທາງການ, ໄດ້ແລກປ່ຽນຄວາມຄິດເຫັນກ່ຽວກັບສະ ພາບການເດັ່ນ​ໃນພາກພື້ນ ແລະ ສາກົນ ໂດຍສະເພາະ​ຄວາມ​ພະ​ຍາ​ຍາມ ແລະ ມາດ​ຕະ​ການ​ໃນ​ການ​ຮັບ​ມື ແລະ ແກ້​ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍຜ່ານການຮ່ວມມືທັງໃນຂອບອາຊຽນ ແລະ ລະ​ຫວ່າງ ອາຊຽນ ກັບຄູ່ເຈ ລະຈາ ແລະ ຄູ່ຮ່ວມມືພາຍນອກອື່ນໆ ​ໂດຍ​ສະ​ເພາະ​ການ​ສະ​ໜັບ​ສະ​ໜູນກອງ​ທຶນ​ສຸກ​ເສີນ​ອາ​ຊຽນ ​ເພື່ອ​ຮັບ​ມື ແລະ ແກ້​ໄຂ​ພະ​ຍາດ​ໂຄວິດ ແລະ ຄັງ​ແຮ​ສຸກ​ເສີນ​ພາກ​ພື້ນ​ອາ​ຊຽນ​ດ້ານ​ຢາ​ປົວ​ພະ​ຍາດ ແລະ ອຸ​ປະ​ກອນ​ການ​ແພດ. ນອກນີ້, ກອງປະຊຸມ ຍັງໄດ້ພິຈາລະນາຂໍ້ສະເໜີຂອງປະເທດຕ່າງໆ ເພື່ອເຂົ້າເປັນພາຄີສົນທິສັນຍາໄມຕິຈິດ ແລະ ການຮ່ວມມືໃນອາຊີ ຕາເວັນອອກສ່ຽງໃຕ້ (ທີ​ເອ​ຊີ) ລວມທັງຂໍ້ສະເໜີເພື່ອເຂົ້າເປັນຄູ່ຮ່ວມມືທາງການຂອງອາຊຽນ, ຊຶ່ງສະແດງ​ອອກເຖິງບົດ ບາດນໍາພາ ແລະ ການ​ປະ​ກອບ​ສ່ວນ​ສຳ​ຄັນຂອງອາຊຽນ ໃນການປົກປັກຮັກສາສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງໃນພາກພື້ກ ກໍຄືໃນໂລກ.

ກອງປະຊຸມສະພາປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 21,ໄດ້ຕີ​ລາ​ຄາ​ສູງຄວາມຄືບໜ້າການຈັດ ຕັ້ງປະຕິບັດບັນດາກິດຈະກໍາພາຍໃຕ້ແຜນແມ່ບົດປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ 2025 ໂດຍສະເພາະແມ່ນການສົ່ງເສີມ ແລະ ປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນອາຊຽນ. ກອງປະຊຸມໄດ້ຊຸກຍູ້ໃຫ້ບັນດາຂະແໜງການພາຍໃຕ້ເສົາຄໍ້າປະຊາຄົມການເມືອງ-ຄວາມຫມັ້ນຄົງ ສືບຕໍ່ເພີ່ມທະວີຂອດປະສານງານ ແລະ ຮ່ວມເຮັດວຽກ​ນຳ​ກັນຢ່າງໃກ້ຊິດ ເພື່ອຈັດຕັ້ງປະຕິບັດກິດຈະກຳທີ່ຍັງຄົງຄ້າງໃຫ້ສຳເລັດຕາມຄາດໝາຍ. ​ພິ​ເສດ, ກອງປະຊຸມ​ຄັ້ງ​ນີ້ ໄດ້ຮັບຊາບຮ່າງບົດລາຍງານເບື້ອງຕົ້ນ ເພື່ອດໍາເນີນການທົບທວນກາງສະໄໝການ​ຈັດ​ຕັ້ງ​ປະ​ຕິ​ບັດແຜນແມ່ບົດປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ 2025 ແລະ ໄດ້​ມອບ​ໝາຍ​ໃຫ້​ພາກ​ສ່ວນ​ກ່ຽວ​ຂ້ອງ​ສືບ​ຕໍ່​ດຳ​ເນີນ​ການ​ທົບ​ທວນ​ກາງ​ສະ​ໄໝ​ດັ່ງ​ກ່າວ​ໃຫ້​ສຳ​ເລັດ​ຕາມ​ແຜນ​ການ.

ກອງປະຊຸມສະພາ​ປະສານ​ງານ​ອາຊຽນ ຄັ້ງທີ 26, ໄດ້ຮັບຊາບຄວາມຄືບໜ້າ ແລະ ຕີລາຄາສູງຕໍ່ຄວາມພະຍາ ຍາມຂອງອາຊຽນໃນການສືບຕໍ່ສ້າງປະຊາຄົມອາຊຽນ ພາຍໃຕ້ການເປັນປະທານອາຊຽນຂອງ ສສ. ຫວຽດນາມ ປີ 2020. ກອງປະຊຸມຄັ້ງນີ້ ໄດ້ສຸມໃສ່ກະກຽມທັງທາງດ້ານເນື້ອໃນ, ພະລາທິການ ແລະ ພິທີການໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36 ແບບທາງໄກ, ເຊິ່ງຈະຈັດຂຶ້ນໃນວັນທີ 26 ມິຖຸນາ 2020. ຄຽງ​ຄູ່​ກັນ​ນີ້, ກອງ​ປະ​ຊຸມ​ຍັງ​ໄດ້ຮັບ ຮອງເອົາເອ​ກະ​ສານ ແລະ ບົດລາຍງານຕ່າງໆເປັນ​ຕົ້ນ ບົດ​ລາຍ​ງານຂອງເລຂາທິການໃຫຍ່ອາຊຽນ ກ່ຽວກັບການ​ຈັດ​ຕັ້ງ​ປະ​ຕິ​ບັດວຽກງານອາຊຽນ; ບົດລາຍງານຂອງມູນນິທິອາຊຽນ; ບົດລາຍງານຂອງຄະນະກໍາມະການຜູ້ຕາງໜ້າຖາ ວອນປະຈໍາອາຊຽນ (ຊີ​ພີ​ອາ); ບົດລາຍງານຄະນະສະເພາະກິດຂໍ້ລິເລີ່ມເພື່ອການເຊື່ອມໂຍງອາຊຽນ (ໄອ​ເອ​ໄອ) ແລະ ບົດລາຍງານຂອງຄະນະກໍາມະການປະສານງານການເຊື່ອມຈອດອາຊຽນ (ເອ​ຊີ​ຊີ​ຊີ), ເຊິ່ງ​ບົດ​ລາຍ​ງານ​ທັງ​ໝົດ​ນີ້​ຈະ​ນຳ​ສະ​ເໜີ​ຕໍ່​ກອງ​ປະ​ຊຸມ​ສຸດຍອດ​ຜູ້​ນຳ​ອາ​ຊຽນ ຄັ້ງ​ທີ 36 ຮັບ​ຊາບ. ພິ​ເສດ,ກອງປະຊຸມຄັ້ງ​ນີ້ ຍັງໄດ້ຮັບຊາບຄວາມຄືບໜ້າໃນການຈັດຕັ້ງຜັນຂະຫຍາຍຜົນກອງປະຊຸມສຸດຍອດທາງໄກ ສະໄໝພິເສດຂອງຜູ້ນໍາອາຊຽນ ແລະ ກອງປະຊຸມສຸດຍອດທາງໄກ ສະໄໝພິເສດຂອງຜູ້ນໍາອາຊຽນບວກສາມ ກ່ຽວກັບການແຜ່ລະບາດຂອງພະຍາດ ໂຄວິດ-19 ຄັ້ງວັນທີ 14 ເມສາ 2020 ຜ່ານມາ ໂດຍ​ສະ​ເພາະຄວາມຄືບໜ້າໃນການສ້າງຕັ້ງກອງທຶນສຸກເສີນ ແລະ ຄັງແຮສຸກເສີນອຸປະກອນການແພດ/ຢາປົວພະຍາດ ເພື່ອຕ້ານ, ຮັບມື ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19, ແລະ ການຈະຮ່າງແຜນຟື້ນຟູເສດຖະກິດຮອບດ້ານ ຫຼັງໂຄວິດ-19. ສຸດ​ທ້າຍ, ກອງປະຊຸມ ໄດ້ເຫັນດີຮັບຮອງເອົາທ່ານ Robert Matheus Michael Tene ຈາກອິນໂດເນເຊຍ ເປັນຮອງເລຂາທິການໃຫຍ່ອາຊຽນ ຮັບຜິດຊອບວຽກເສົາຄໍ້າປະຊາຄົມການ ເມືອງ-ຄວາມໝັ້ນຄົງອາຊຽນ ໃນສົກປີ 2021-2024 ປ່ຽນ​ແທນ​ຮອງ​ເລ​ຂາ​ທິ​ການ​ໃຫຍ່​ອາ​ຊຽນ​ເສົາ​ຄ້ຳ​ດັ່ງ​ກ່າວ​ຄົນ​ປະ​ຈຸ​ບັນ​ຈາກ ສ​ສ. ຫວຽດ​ນາມ ຕາມ​ຮອບ​ວຽນ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484641
ມື້ນີ້157
ມື້ວານ188
ອາທິດນີ້1079
ເດືອນນີ້3946