ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກະຊວງການຕ່າງປະເທດ ຈັດກອງປະຊຸມສຳມະນາວິທະຍາສາດ ເພື່ອປະກອບຄຳເຫັນຕໍ່ເນື້ອໃນກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ

 

20200603-Photo1

20200603-Photo4

20200603-Photo5

 

ໃນວັນທີ03ມິຖຸນາ 2020, ທີ່ ກະຊວງການຕ່າງປະເທດ, ໄດ້ຈັດກອງປະຊຸມ ສຳມະນາວິທະຍາສາດ ເພື່ອປະກອບຄຳເຫັນຕໍ່ເນື້ອໃນກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ໂດຍການເປັນປະທານຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ, ມີຄະນະພັກ, ຄະນະນຳ, ຄະນະໜ່ວຍພັກ, ຄະນະກົມ ແລະ ພະນັກງານຫຼັກແຫຼ່ງພາຍໃນກະຊວງການຕ່າງປະເທດ ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມໃນຄັ້ງນີ້ມີຈຸດປະສົງເພື່ອລະດົມຄຳຄິດຄຳເຫັນຂອງຄະນະພັກ, ພະນັກງານຫຼັກແຫຼ່ງ, ນັກຄົ້ນຄວ້າ-ນັກວິຊາການທີ່ກ່ຽວຂ້ອງ ຂອງກະຊວງການຕ່າງປະເທດ ຕໍ່ 03 ບັນຫາສະເພາະຄື: 1.ການປັບປຸງລະບົບການປົກຄອງທ້ອງຖິ່ນ-ຮາກຖານ; 2.ການປະຕິຮູບຂອດບໍລິຫານລັດ ທີ່ກົດໜ່ວງຖ່ວງດຶງຕໍ່ການດຳເນີນທຸລະກິດ ແລະ ການບໍລິການຂອງປະຊາຊົນ; 3.ຈຸດພິເສດດ້ານທີ່ຕັ້ງ ແລະ ນະໂຍບາຍການເຊື່ອມຈອດ-ເຊື່ອມໂຍງເສດຖະ ກິດຂອງ ສປປ ລາວ ເພື່ອຮັບໃຊ້ເຂົ້າໃນການປັບປຸງເນື້ອໃນເອກະສານກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ບົນພື້ນຖານການເສີມຂະຫຍາຍຫົວຄິດປະດິດສ້າງ, ປະຊາທິປະໄຕ, ຄວາມຮັບຜິດຊອບການເມືອງຂອງຄະນະນຳ, ການຈັດຕັ້ງແຕ່ລະຂັ້ນໃນການສ້າງ, ບູລະນະແນວທາງ, ແຜນນະໂຍບາຍຂອງພັກຢ່າງທົ່ວເຖິງ ແລະ ເລິກເຊິ່ງ, ເພື່ອຮັບປະກັນເຮັດໃຫ້ແນວທາງ, ແຜນນະໂຍບາຍທີ່ຈະວາງອອກໃນຊຸມປີຕໍ່ໜ້າ ໃຫ້ມີຄວາມຖືກຕ້ອງ, ຈະແຈ້ງ, ຊັດເຈນ, ສອດຄ່ອງກັບສະພາບຕົວຈິງ ແລະ ສາມາດນຳໄປຈັດຕັ້ງປະຕິບັດຜັນຂະຫຍາຍໃຫ້ເປັນຮູບປະທຳຢ່າງແທ້ຈິງ.

ໃນກອງປະຊຸມ, ສະຫາຍ ສະເຫຼີມໄຊ ກົມມະສິດ ໄດ້ເນັ້ນຢໍ້າໃຫ້ຜູ້ເຂົ້າຮ່ວມ ຄົ້ນຄວ້າ ແລະ ປະກອບຄຳເຫັນຕີລາຄາ ສະພາບຕົວຈິງໃນການປະຕິບັດ, ຊີ້ໃຫ້ເຫັນຄວາມຈຳເປັນ ແລະ ບັນຫາທີ່ຕ້ອງປັບປຸງປ່ຽງແປງ, ສະເໜີຂໍ້ຄິດໃນການປັບປຸງແກ້ໄຂ ມີທັງໃນດ້ານທັດສະນະ ແລະ ທິດທາງລວມ, ທັງໃນລະດັບມາດຕະການ, ວິທີການປະຕິບັດໃນຕໍ່ໜ້າໃຫ້ມີເນື້ອໃນສົມບູນ ແລະ ຄົບຖ້ວນ. ໃນກອງປະຊຸມດັ່ງກ່າວ ມີການປະກອບຄຳຄິດຄຳເຫັນຢ່າງຟົດຟື້ນ ກົງໄປກົງມາດ້ວຍຄວາມຮັບຜິດຊອບສູງ ແລະ ປິດລົງດ້ວຍຜົນສຳເລັດຢ່າງຈົບງາມ.

ບົດຂ່າວອື່ນໆ

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484338
ມື້ນີ້42
ມື້ວານ273
ອາທິດນີ້776
ເດືອນນີ້3643