ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ ເຂົ້າຮ່ວມພິທີວາງພວງມາລາ ຕໍ່ການເສຍຊີວິດຂອງ ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ

 

SisavadFunneral3 SisavadFunneral2

SisavadFunneral4 SisavadFunneral5

 

ໃນຕອນບ່າຍຂອງວັນທີ 13 ພຶດສະພາ 2020, ທີ່ ສະໂມສອນກົມໃຫຍ່ການເມືອງກອງທັບ, ກະຊວງປ້ອງກັນປະເທດ, ສະຫາຍ ຫງວຽນ ຊວນ ຟຸກ, ນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ ພ້ອມດ້ວຍຄະນະ ໄດ້ຕາງໜ້າໃຫ້ ພັກ, ລັດຖະບານ ແລະ ປະຊາຊົນ ແຫ່ງ ສສ. ຫວຽດນາມ ເຂົ້າຮ່ວມພິທີວາງພວງມາລາ ແລະ ໄຫວ້ອາໄລ ຕໍ່ການເສຍຊີວິດຂອງ ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ, ອະດີດກຳມະການສູນກາງພັກ ສະໄໝທີ I, II, III, IV, V, VI, VII ແລະ VIII, ອະດີດເລຂາທິການສູນກາງພັກ ສະໄໝທີ III, IV, ອະດີດກຳມະການກົມການເມືອງສູນກາງພັກ ສະໄໝ ທີ IV,VI, VII ແລະ VIII, ອະດີດນາຍົກລັດຖະມົນຕີ, ອະດີດຮອງປະທານປະເທດ, ອະດີດປະທານສູນກາງແນວລາວສ້າງຊາດ, ອະດີດຫົວໜ້າເສນາທິການໃຫຍ່ກອງທັບປົດປ່ອຍປະຊາຊົນລາວ, ອະດີດລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ, ອະດີດລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ອະດີດເລຂາຄະນະພັກ, ປະທານຄະນະກໍາມະການປົກຄອງກໍາເເພງນະຄອນວຽງຈັນ, ອະດີດລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ແລະ ອະດີດປະທານຄະນະຂົນຂວາຍສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ທີ່ໄດ້ເຖິງແກ່ມໍລະນະກໍາໃນວັນທີ 12 ພຶດສະພາ 2020 ລວມອາຍຸໄດ້ 92 ປີ.

ໃນວັນດຽວກັນ, ສະຫາຍ ຫງວຽນ ຊວນ ຟຸກ ຍັງໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ທີ່ ຫ້ອງວ່າການສຳນັກງານປະທານປະເທດ ແລະ ພົບປະສອງຝ່າຍກັບ ສະຫາຍ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທີ່ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເພື່ອສະແດງຄວາມເສົ້າໂສກເສຍຕໍ່ການຈາກໄປຂອງ ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ, ພ້ອມທັງນຳເອົາຄຳຢື້ຢາມຖາມຂ່າວ ແລະຄວາມເສົ້າສະຫຼົດໃຈຈາກ ສະຫາຍ ຫງວຽນ ຟູ ຈອງ, ເລຂາທິການໃຫຍ່ພັກຄອມມູນິດຫວຽດນາມແລະບັນດາການນຳຂັ້ນສູງ ພັກ-ລັດ ແລະປະຊາຊົນຫວຽດນາມ ມາຍັງ ພັກ-ລັດ ແລະ ປະຊາຊົນລາວ ຕໍ່ການຈາກໄປໂດຍບໍ່ມີວັນກັບຄືນມາ ຂອງສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ເປັນການສູນເສຍວິລະຊົນຜູ້ຍິ່ງໃຫຍ່ຂອງຊາດ, ນັກຮົບປະຕິວັດລຸ້ນອາວຸໂສ, ອະດີດການນຳ ທີ່ສຳຄັນ ຂອງ ຊາດລາວ. ສະຫາຍເປັນວິລະບຸລຸດ ທີ່ສຳຄັນທີ່ໄດ້ປະກອບສ່ວນໃນການຕໍ່ສູ້ຢ່າງລະອິດລະອ້ຽວ ຮ່ວມກັບ ທະຫານອາສາສະມັກຫວຽດນາມ ຮ່ວມຂຸມຄອງ ສູ້ຮົບອັນດຽວກັນ ເພື່ອຕໍ່ສູ້ຕ້ານກັບຈັກກະພັດຝຮັ່ງ ແລະ ອາເມລິກາ ໃນສະໄໜຕໍ່ສູ້ກູ້ຊາດຂອງລາວ. ພ້ອມກັນນີ້, ກໍ່ມີບົດບາດອັນສຳຄັນໃນການຮັດແໜ້ນການຮ່ວມມືອັນສະນິດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ ແລະ ຫວຽດນາມຕະຫຼອດມາ ຈົນເຖິງປະຈຸບັນ. ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ຍັງໄດ້ສະແດງຄວາມຂອບໃຈ ແລະ ມີຄວາມຊາບຊຶ້ງເປັນຢ່າງຍິ່ງ ທີ່ສະຫາຍ ພ້ອມດ້ວຍ ຄະນະຜູ້ແທນຂັ້ນສູງ ພັກ, ລັດ ຫວຽດນາມ ໄດ້ຕາງໜ້າໃຫ້ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ລັດຖະບານແຫ່ງ ສສ ຫວຽດນາມ ແລະ ປະຊາຊົນຫວຽດນາມ ທີ່ໄດ້ເດີນທາງມາຮ່ວມສະແດງຄວາມໄຫວ້ອາໄລອາວອນອັນສຸດຊຶ້ງ, ແບ່ງຄວາມທຸກໂສກ ຮ່ວມກັບ ພັກ, ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ, ຕໍ່ການຈາກໄປຢ່າງບໍ່ມີວັນກັບຄືນຂອງ ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ, ຊຶ່ງເປັນການສະແດງໃຫ້ເຫັນເຖິງຄວາມມີຊີວິດຊີວາຂອງຄວາມສາມັກຄີພິເສດ ລາວ-ຫວຽດນາມ ທີ່ມີມູນເຊື້ອແຫ່ງຄວາມຜູກພັນແບບ ເຂົ້າເມັດຫັກ, ຜັກເສັ້ນແບ່ງ ຮ່ວມເປັນຮ່ວມຕາຍໃນຂຸມຄອງດຽວກັນ, ທຸກສຸກ ພວກເຮົາຢູ່ຄຽງຂ້າງກັນສະເໝີມາ. ພ້ອມນີ້, ສະຫາຍເລຂາທິການໃຫຍ່ ຍັງໄດ້ສະແດງຄວາມຂອບໃຈເປັນຢ່າງສູງທີ່ ສູນກາງພັກກອມມູນິດຫວຽດນາມ ໄດ້ໃຫ້ຄວາມເປັນຫ່ວງເປັນໄຍຕໍ່ການປິ່ນປົວສຸຂະພາບຂອງ ສະຫາຍ ສີສະຫວາດ ແກ້ວບຸນພັນ ໃນໄລຍະທ້າຍຂອງຊີວິດຂອງສະຫາຍ ໂດຍໄດ້ເອົາໃຈໃສາສົ່ງຄະນະແພດໝໍ ມາຊ່ວຍປິ່ນປົວຢ່າງທັນການ ຕາມການສະເໜີຂອງຝ່າຍລາວ ແລະ ໄດ້ຊ່ວຍຢຸກຢາເປັນຈໍານວນຫຼາຍ ຈົນເຖິງວິນາທີສຸດທ້າຍ.

ພ້ອມດຽວກັນນີ້, ສະຫາຍ ບຸນຍັງ ວໍລະຈິດ ຍັງໄດ້ຕາງໜ້າໃຫ້ພັກ, ລັດ ແລະ ປະຊາຊົນລາວ ບັນດາເຜົ່າ ສະແດງຄວາມຂອບໃຈເປັນຢ່າງຍິ່ງ ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເຫລືອ ຕໍ່ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫລືອອັນລ້ຳຄ່າໃນການສ້າງສາພັດທະນາປະເທດຊາດຂອງພວກຂ້າພະເຈົ້າຕະຫລອດມາ, ພິເສດ ແມ່ນໄລຍະການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ເຖິງວ່າຫວຽດນາມ ກໍ່ພວມຢູ່ໃນໄລຍະຮັບມືກັບການແຜ່ລະບາດຂອງພະຍາດດັ່ງກ່າວ, ແຕ່ພັກ, ລັດ ແລະ ປະຊາຊົນຫວຽດນາມ ໄດ້ບິແບ່ງນ້ຳໃຈ ແລະ ໃຫ້ການຊ່ວຍເຫຼືອ ດ້ານວັດຖຸອຸປະກອນການແພດ, ສົ່ງຄະນະຊ່ຽວຊານ ແລະ ຖ່າຍທອດບົດຮຽນໃຫ້ແກ່ພວກຂ້າພະເຈົ້າ. ພ້ອມທັງໄດ້ຕີລາຄາສູງຕໍ່ບັນດາຜົນສໍາເລັດທີ່ໜ້າຊື່ນຊົມໃນການພັດທະນາເສດຖະກິດ-ສັງຄົມ ຂອງຫວຽດນາມ ໃນປະຈຸບັນ, ພິເສດ ແມ່ນການປ້ອງກັນ, ຄຸ້ມຄອງ ແລະ ຮັບມືກັບການແຜ່ລະບາດຂອງພະຍາດ ໂຄວິດ-19 ໃນ ສສ ຫວຽດນາມ ເຊິ່ງໄດ້ຮັບການຕີລາຄາສູງຈາກສາກົນ. ສໍາລັບ ສປປ ລາວ ກໍ່ໄດ້ສຸມທຸກກໍາລັງເພື່ອຮັບມືກັບພະຍາດດັ່ງກ່າວ ແລະ ມາຮອດມື້ນີ້ກໍ່ໄດ້ 1 ເດືອນແລ້ວທີ່ບໍ່ມີຜູ້ຕິດເຊື້ອເພີ່ມ. ປະຈຸບັນທົ່ວພັກ ພວມຂຸ້ນຂ້ຽວກະກຽມໃສ່ການດໍາເນີນກອງປະຊຸມໃຫຍ່ຂອງພັກ ແລະ ຂໍຢືນຢັນວ່າ ຈະເຮັດສຸດຄວາມສາມາດ ຂອງຕົນຮ່ວມກັບພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມຮອບດ້ານລະຫວ່າງ ລາວ-ຫວຽດນາມໃຫ້ນັບມື້ຂະຫຍາຍຕົວ ແລະ ຍືນຍົງຄົງຕົວຕະຫລອດໄປ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ ກໍ່ຄືເພື່ອສັນຕິພາບ, ມິດຕະພາບ ແລະ ການຮ່ວມມືໃນພາກພື້ນ ແລະ ໃນໂລກ.

ໃນໂອກາດພົບປະກັບນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທັງສອງຝ່າຍໄດ້ເຫັນດີສືບຕໍ່ຊຸກຍູ້ການຈັດຕັ້ງປະຕິບັດຜົນການຕົກລົງຂອງກອງປະຊຸມຄະນະກຳມະການຮ່ວມທະວິພາຄີ ລະຫວ່າງ ສອງລັດຖະບານ ຄັ້ງທີ 42 ໃຫ້ປະກົດຜົນເປັນຈິງ.

ທ້າຍສຸດນີ້, ສະຫາຍເລຂາທິການໃຫຍ່ ຍັງໄດ້ອວຍພອນສະຫາຍນາຍົກລັດຖະມົນ ສສຫວຽດນາມ ພ້ອມດ້ວຍຄະນະ ແລະ ຜ່ານສະຫາຍ ໄປຍັງ ສະຫາຍເລຂາທິການໃຫຍ່, ປະທານປະເທດ ຫງວຽນຟູຈ້ອງ ແລະ ບັນດາສະຫາຍການນຳຂັ້ນສູງຂອງພັກ-ລັດຖະບານຫວຽດນາມ ຈົ່ງມີສຸຂະພາບເຂັ້ມແຂງ ແລະ ປະສົບຜົນສຳເລັດໃໝ່ໃຫຍ່ຫລວງກວ່າເກົ່າ ໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກຢ່າງມີໄຊ ແລະ ກ້າວສູ່ກອງປະຊຸມໃຫຍ່ຂອງພັກກອມມູນິດຫວຽດນາມ ຄັ້ງທີ່ 13 ໃນຕົ້ນປີ 2021, ບັນລຸເປົ້າໝາຍເຮັດໃຫ້ ປະຊາຊົນຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສີວິໄລ.

ບົດຂ່າວອື່ນໆ

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
483956
ມື້ນີ້80
ມື້ວານ183
ອາທິດນີ້394
ເດືອນນີ້3261