ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພະນະທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ຖະແຫຼງ ກ່ຽວກັບ ສະພາບການສະກັດກັ້ນ ແລະ ຕ້ານການແຜ່ລະບາດ ຂອງພະຍາດ COVID-19 ຢູ່ ສປປ ລາວ

20200415PMThaleng

 

ຄຳຖະແຫຼງ

ຂອງ ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ​ກ່ຽວກັບສະພາບການສະກັດ​ກັ້ນ ​

ແລະ ຕ້ານ​ການ​ແຜ່​ລະບາດ ຂອງພະຍາດ COVID-19 ຢູ່ ສປປ ລາວ

 (ວັນພຸດ,​ ວັນທີ 15 ເມສາ 2020, ທີ່ ຫສນຍ)

  --------------------------------------------------------

                           

ພໍ່ແມ່ ພີ່ນ້ອງຊາວລາວ ໃນທົ່ວປະເທດ ທີ່ເຄົາລົບຮັກ ທັງຫຼາຍ.

ມື້ນີ້, ວັນທີ 15 ເມສາ ປີ 2020 ກົງກັບແຮມ 8 ຄໍ່າ ເດືອນ 5 ພສ 2563 ແມ່ນມື້ເນົາຂອງປີໃໝ່ (ປີຊວດ) ຂອງຊາດລາວເຮົາ. ຂ້າພະເຈົ້າ ມີຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ຮ່ວມກັບພີ່ນ້ອງຮ່ວມຊາດ ໃນທົ່ວປະເທດ, ຮັບເອົາພອນໄຊອັນປະເສີດ (ທີ່ເຕັມໄປດ້ວຍຄວາມສາມັກຄີ ຮັກແພງອັນອົບອຸ່ນ, ຄວາມໂອບເອື້ອອາລີ, ແລະ ຄວາມຫ່ວງໄຍ ອັນເລິກເຊິ່ງ) ຈາກ ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ທີ່ເຄົາລົບຮັກ ຂອງປະຊາຊົນລາວ ທົ່ວປະເທດ. ຄຳອວຍພອນນັ້ນ ໄດ້ກາຍເປັນກຳລັງໃຈອັນແຮງກ້າ ປຸກລະດົມ ໃຫ້ແກ່ພີ່ນ້ອງຊາວລາວ, ເຊື້ອຊາດລາວທຸກໆຄົນ ທີ່ຢູ່ພາຍໃນ ແລະ ຕ່າງປະເທດ  ກ້າວຂຶ້ນຜ່ານພົ້ນ ສະພາບການ ທີ່ບໍ່ປົກກະຕິ ແລະ ຫົວລ້ຽວ ຫົວຕໍ່ ຢູ່ໃນຂະນະນີ້. ໃນໂອກາດລຶກງາມຍາມດີນີ້  ຂ້າພະເຈົ້າ ຂໍຮ່ວມກັບປະຊາຊົນລາວທັງຊາດ ຂໍອວຍພອນໄຊອັນປະເສີດ ແກ່ທ່ານປະທານປະເທດ ແລະ ຜູ້ນຳພັກ-ລັດ ຂອງພວກເຮົາ ຈົ່ງມີພາລານະໄມ ສົມບູນ, ອາຍຸໝັ້ນຂວັນຍືນ ສືບຕໍ່ນໍາພາປະເທດລາວເຮົາ ໃຫ້ຜ່ານພົ້ນວິກິດ ແລະ ກ້າວໄປສູ່ຄວາມຈະເລີນຮຸ່ງເຮືອງ.

ໃນນາມລັດຖະບານ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຂ້າພະເຈົ້າ ຂໍແຈ້ງໃຫ້ພໍ່ແມ່ພີ່ນ້ອງປະຊາຊົນລາວ ຊາບຢ່າງທົ່ວເຖິງກັນວ່າ: ພະຍາດອັກເສບປອດສາຍພັນໃໝ່ “COVID-19” ກຳລັງເປັນໄພຄຸກຄາມໃນທຸກໆປະເທດໃນໂລກ ແລະ ແຜ່ລະບາດ ດ້ວຍຈັງຫວະໄວ ແລະ ເພີ່ມຄວາມຮຸນແຮງ ຂຶ້ນຊັກໄຊ້. ມາຮອດມື້ນີ້, COVID-19 ໄດ້ຂ້າຊີວິດຂອງຄົນໄປແລ້ວ ເປັນແສນໆ ແລະ ກໍາລັງ ມີຜູ້ຕິດເຊື້ອ ເປັນລ້ານກວ່າຄົນ ແລະ ກຳລັງ ເພີ່ມຈຳນວນຂຶ້ນເລື້ອຍໆ ໃນແຕ່ລະຊົ່ວໂມງ ແລະ ຍັງບໍ່ຮູ້ໄດ້ວ່າ ເວລາໃດພວກເຮົາຈຶ່ງຈະສາມາດຢັບຢັ້ງ ແລະ ຢຸດຕິມັນໄດ້. 

ກອງປະຊຸມສຸດຍອດ ສະໄໝພິເສດ ຂອງບັນດາຜູ້ນຳອາຊຽນ ແລະ ອາຊຽນ ບວກ ສປ ຈີນ, ສ ເກົາຫລີ ແລະ ຢີ່ປຸ່ນ ໂດຍຜ່ານລະບົບສື່ສານທາງໄກ (Video Conference) ທີ່ເປັນຄວາມຄິດລິເລີ່ມຂອງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ໃນຖານະປະທານອາຊຽນ ໄດ້ໄຂຂຶ້ນ ແລະ ສໍາເລັດລົງໃນມື້ວານນີ້.  ບັນດາຜູ້ນໍາອາຊຽນ ແລະ ອາຊຽນ ບວກ 3  ໄດ້ປຶກສາຫາລືກັນຢ່າງຈິງຈັງ ແລະ ໄດ້ເຫັນດີເປັນເອກະພາບກັນສູງ ຮັບເອົາມາດຕະການຕ່າງໆເພື່ອຕໍ່ສູ້ກັບ COVID-19 ທັງຢູ່ແຕ່ລະປະເທດ ທັງມີການຮ່ວມມືກັນລະຫວ່າງອາຊຽນ ແລະ ອາຊຽນ ບວກ 3.  ບັນດາຜູ້ນຳຂອງ 13 ປະເທດ ໄດ້ໃຫ້ຄວາມສໍາຄັນສູງສຸດ ຕໍ່ໄລຍະຫົວລ້ຽວຫົວຕໍ່ນີ້ ໂດຍໄດ້ອອກຖະແຫຼງການຮ່ວມ ຂອງກອງປະຊຸມສໍາຄັນນີ້ດ້ວຍ.

ພໍ່ແມ່ພີ່ນ້ອງທີ່ຮັກແພງ ທັງຫຼາຍ,             

ມື້ນີ້, ຂ້າພະເຈົ້າ ແລະ ການນຳຂອງລັດຖະບານ ໄດ້ຮັບລາຍງານ ຈາກຄະນະສະເພາະກິດຂັ້ນສູນກາງ ກ່ຽວກັບສະພາບການລະບາດ ຂອງ Covid-19 ໃນທົ່ວປະເທດ ແລະ ການຕີລາຄາ, ທົບທວນຜົນຂອງການປະຕິບັດ ຄຳສັ່ງ ສະບັບເລກທີ    06/ນຍ, ລົງວັນທີ 29 ມີນາ 2020 ນີ້.  ໃນ 2 ອາທິດ ທີ່ຜ່ານມາ... ຂ້າພະເຈົ້າ ຮັບຮູ້ຢ່າງເລິກເຊີ່ງວ່າ: ພາຍໃຕ້ການນຳພາ-ຊີ້ນຳ ຂອງຄະນະພັກທຸກຂັ້ນ ແລະ ການອໍານວຍຄວບຄຸມຂອງອໍານາດການປົກຄອງຂັ້ນຕ່າງໆ ແຕ່ສູນກາງຮອດທ້ອງຖິ່ນ, ການປະຕິບັດຄໍາສັ່ງໄດ້ດໍາເນີນໄປຢ່າງຂຸ້ນຂ້ຽວ ແລະ ມີປະສິດທິຜົນດີ, ທຸກໆຄົນໃນສັງຄົມ ໄດ້ເຂົ້າຮ່ວມ ແລະ ຮັບຜິດຊອບ ຕາມພາລະບົດບາດຂອງຕົນເອງ, ສ້າງໄດ້ຂະບວນການທີ່ເປັນຮູບປະທໍາຢ່າງແທ້ຈິງ, ຍ້ອນເຫັນໄດ້ຄວາມສໍາຄັນ ແລະ ຄວາມຈໍາເປັນພາວະວິໄສ ຂອງບັນດາມາດຕະການ ຂອງຄຳສັ່ງສະບັບນີ້ ຊຶ່ງທຸກໆອົງການຈັດຕັ້ງແຕ່ເທິງລົງລຸ່ມ ໄດ້ຜັນຂະຫຍາຍຢ່າງມີຄວາມຮັບຜິດຊອບ ແລະ ປະດິດສ້າງໄປໃນທາງທີ່ຖືກຕ້ອງ ແລະ ເປັນເອກະພາບກັນ. ຍ້ອນແນວນັ້ນ, ພວກເຮົາ ຈຶ່ງສາມາດຍາດໄດ້ຜົນສຳເລັດເບື້ອງຕົ້ນ ໃນການຕໍ່ສູ້ກັບພະຍາດລະບາດ Covid-19. ຕາງໜ້າລັດຖະບານ, ຂ້າພະເຈົ້າ ຂໍຊົມເຊີຍດ້ວຍຄວາມຈິງໃຈ ມານະໂອກາດນີ້. ພິເສດ ຂ້າພະເຈົ້າ ຢາກຂໍຝາກຄວາມຊົມເຊີຍ ແລະ ຮູ້ບຸນຄຸນ ໄປຍັງພະນັກງານແພດໝໍ ໃນທົ່ວປະເທດ ທີ່ໄດ້ເຮັດວຽກແຂ່ງກັບເວລາ ໂດຍບໍ່ຮູ້ອິດ ຮູ້ເມືອຍ, ດ້ວຍຄວາມເສຍສະຫຼະ, ຄວາມຮັບຜິດຊອບສູງ ທີ່ເຕັມໄປດ້ວຍຄວາມທ້າທາຍ ແລະ ຄວາມສ່ຽງ ເພື່ອປ້ອງກັນ ແລະ ປິ່ນປົວຄົນເຈັບ ໃນໄລຍະທີ່ຜ່ານມາ ຈົນຮອດ ປະຈຸບັນ ແລະ ພວກເພີ່ນກໍ່ຮູ້ຢູ່ສະເໝີວ່າ ພາລະກິດຂອງຕົນນີ້ ຍັງຈະໄດ້ສືບຕໍ່ໄປຈົນເຖິງທີ່ສຸດຢ່າງບໍ່ທໍ້ຖອຍ.

ຂ້າພະເຈົ້າ ຂໍຝາກຄວາມຂອບໃຈ ແລະ ຄວາມເຊື່ອໝັ້ນອັນໜັກແໜ້ນ ໄປຍັງຄະນະສະເພາະກິດ ທັງຂັ້ນສູນກາງ ແລະ ທ້ອງຖິ່ນ, ກຳລັງປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແຕ່ສູນກາງ ເຖິງທ້ອງຖິ່ນ ທີ່ໄດ້ເຮັດວຽກຢ່າງມີຄວາມຮັບຜິດຊອບສູງ ຕະຫຼອດມາ, ໂດຍສະເພາະ ໃນ 2 ອາທິດ ທີ່ເຄັ່ງຮ້ອນ    ມານີ້.

ຂໍສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງສື່ມວນຊົນທັງຫຼາຍ ທີ່ໄດ້ມີຄວາມພະຍາຍາມສູງ ເຮັດໜ້າທີ່ສຳຄັນ ໃນການເກັບກຳຂໍ້ມູນ, ເຜີຍແຜ່ຂໍ້ມູນຂ່າວສານ ເພື່ອສື່ສານໃຫ້ປະຊາຊົນຢ່າງເປັນປະຈຳ. ໃຫ້ສັງຄົມ ໄດ້ຮັບຮູ້ ຢ່າງຖືກຕ້ອງ, ທັນການ ແລະ ທົ່ວເຖິງ ທັງຍັງມີການ ໃຫ້ຄວາມຮູ້ ແລະ ແນະນຳ ກ່ຽວກັບວິທີທາງປະຕິບັດຕົນເອງ ທີ່ຖືກຕ້ອງໃຫ້ປະຊາຊົນ ຕະຫຼອດເວລາອີກດ້ວຍ.

ພໍ່ແມ່ພີ່ນ້ອງ ທີ່ຮັກແພງ,

ຂ້າພະເຈົ້າ ມີຄວາມພາກພູມໃຈເປັນຢ່າງຍິ່ງ ແລະ ຮູ້ສຶກປະທັບໃຈ ທີ່ເຫັນວ່າ ໃນສະພາບການທີ່ຄັບຂັນນີ້ ນອກຈາກ ປະຊາຊົນເຮົາ ສ່ວນຫຼວງຫຼາຍ ໄດ້ຕື່ນຕົວ ປະຕິບັດຄຳສັ່ງ, ຄຳແນະນຳ ແລະ ຂໍ້ກຳນົດກົດລະບຽບຕ່າງໆ ທີ່ລັດຖະບານ ໄດ້ວາງອອກແລ້ວ, ນັກທຸລະກິດ, ຜູ້ປະກອບການ, ບໍລິສັດ, ຫ້າງຮ້ານ, ບຸກຄົນ, ພົນລະເມືອງ ຈໍານວນບໍ່ໜ້ອຍ ຍັງໄດ້ສະແດງອອກເຖິງນຳ້ໃຈ ເອື້ອເຟື້ອເພື່ອແພ່ ໂດຍໄດ້ເສຍສະຫຼະຊັບສິນເງິນຄຳ ຂອງຕົນ ຊ່ວຍສັງຄົມ ຜ່ານຫຼາກຫຼາຍຮູບແບບ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍ ແລະ ຮູ້ບຸນຄຸນເປັນຢ່າງຍິ່ງ ມານະໂອກາດນີ້.

ນອກຈາກນັ້ນ, ໃນສະພາບກໍາລັງຄັບຂັນຫຼໍ່ແຫຼມນີ້ ບັນດາປະເທດເພື່ອນມິດຂອງພວກເຮົາ, ອົງການຈັດຕັ້ງສາກົນ ກໍໄດ້ຍື່ນມືເຂົ້າມາຊ່ວຍເຫຼືອ ດ້ວຍຄວາມຫ່ວງໄຍ ແລະ ນໍ້າໃຈທີ່ເປັນມິດ ຢ່າງຈິງໃຈ, ພວກເຮົາຂໍຮັບເອົາການຊ່ວຍເຫຼືອ ອັນລໍ້າຄ່ານັ້ນ ແລະ ຂໍໃຫ້ການຊ່ວຍເຫຼືອນັ້ນ ນຳໄປໃຊ້ຢ່າງເຖິງຈຸດໝາຍ ຢ່າງແທ້ຈິງ ແລະ ທັນການ ແລະ ຂໍໃຫ້ປະຊາຊົນເຮົາທຸກຄົນ ຈົ່ງພາກັນຮູ້ບຸນຄຸນຕໍ່ການຊ່ວຍເຫຼືອດັ່ງກ່າວ.

ບັນດາທ່ານ, ບັນດາສະຫາຍ, ພໍ່ແມ່ພີ່ນ້ອງ ທີ່ຮັກແພງ ທັງຫຼາຍ,

ຂ້າພະເຈົ້າ ຂໍຮຽນມາຍັງທຸກໆທ່ານ ໃຫ້ຊາບວ່າ ສະໜາມຮົບແຫ່ງສົງຄາມການຕ້ານສັດຕູໂຕຮ້າຍກາດ COVID-19 ຍັງບໍ່ທັນຈົບລົງເທື່ອ ຫາກຍັງເປັນໄປໄດ້ວ່າ ຈະດຸ ເດືອດ, ຂ້ຽວຂາດກວ່ານີ້ກໍເປັນໄດ້, ເພາະປະເທດເຮົາ ແລະ ປະຊາຊົນເຮົາ ຍັງຢືນຢູ່ຕໍ່ຫນ້າຄວາມສ່ຽງຫຼາຍດ້ານ ທີ່ຈະປະເຊີນໃນວັນຕໍ່ໜ້າທີ່ຈະມາເຖິງນີ້. ດັ່ງນັ້ນ, ຂ້າພະເຈົ້າ, ໃນນາມຕາງໜ້າລັດຖະບານ ຈຶ່ງຂໍໃຫ້ທຸກໆຄົນໃນທົ່ວສັງຄົມ ສືບຕໍ່ປະຕິບັດຢ່າງເຂັ້ມງວດ ແລະ ຖືກຕ້ອງຕາມຄຳສັ່ງ ເລກທີ 06/ນຍ, ລົງວັນທີ 29 ມີນາ 2020,   ບັນດານິຕິກໍາ, ຂໍ້ແນະນໍາ ຂອງຄະນະສະເພາະກິດ ໃນການປ້ອງກັນ, ສະກັດກັ້ນ ແລະ ແກ້ໄຂ ການລະບາດຂອງ COVID-19 ຈະແກ່ຍາວໄປ ຕື່ມອີກ 14 ວັນ ຈົນຮອດວັນທີ 03 ພຶດສະພາ 2020, ຖ້າມີການປ່ຽແປງແນວໃດ ຈຶ່ງແຈ້ງຕາມທີ່ຫຼັງ.

ການຕື່ນຕົວປະຕິບັດ ບັນດານິຕິກຳ ທີ່ປະກາດໃຊ້ມາແລ້ວ ແລະ ອາດປະກາດໃຊ້ຕື່ມອີກ ຕາມສະຖານະການທີ່ຜັນແປ ໃນເວລາຕໍ່ໜ້ານັ້ນຢ່າງເຂັ້ມງວດເຄັ່ງຄັດ, ແມ່ນພັນທະ, ໜ້າທີ່, ຄວາມຮັບຜິດຊອບ ຂອງທຸກພາກສ່ວນ, ທຸກການຈັດຕັ້ງ, ບຸກຄົນ ແລະ ນິຕິບຸກຄົນ ເພື່ອປ້ອງກັນຕົນເອງ ແຕ່ລະຄົນ, ປ້ອງກັນຄອບຄົວ, ຍາດພີ່ນ້ອງທີ່ຕົນຮັກ, ປ້ອງກັນຄົນອື່ນໃນສັງຄົມ ໃນການຕັດວົງຈອນການລະບາດ. ຕ້ອງຖືສະເໝີວ່າ ພວກເຮົາທຸກໆຄົນບໍ່ວ່າໃຫຍ່ ຫຼື ນ້ອຍ, ທຸກເພດທຸກໄວ, ທຸກຊັ້ນວັນນະ ລ້ວນແຕ່ມີຄວາມສ່ຽງເທົ່າທຽມກັນ ທີ່ຈະຕິດເຊື້ອ ຈາກພະຍາດທີ່ຮ້າຍກາດນີ້ ໄດ້ໃນທຸກໆຄົນ ແລະ ທຸກເວລາ. ການປະຕິບັດເຂັ້ມງວດ ຂອງແຕ່ລະຄົນ ມັນເປັນການຊ່ວຍພັກ-ລັດ, ຊ່ວຍລັດ, ຊ່ວຍແບ່ງເບົາການເປັນພາລະຂອງຄະນະສະເພາະກິດ ແລະ ແພດໝໍຂອງພວກເຮົາ ທີ່ກໍາລັງເຮັດວຽກດ້ວຍຄວາມອິດເມື່ອຍ ເຕັມໄປດ້ວຍຄວາມສ່ຽງ, ຊ່ວຍແບ່ງເບົາພາລະຂອງສັງຄົມ, ຊ່ວຍກອບກູ້ເອົາຊີວີດຂອງປະຊາຊົນ ເຮົາທັງທາງກົງ ແລະ ທາງອ້ອມ.

ລັດຖະບານ ຊາບດີເຖິງຄວາມປ່ຽນແປງ ວິຖີຊີວີດຂອງສັງຄົມເຮົາ ທີ່ເກີດຂຶ້ນຢ່າງກະທັນຫັນແບບນີ້. ມັນເປັນສິ່ງທີ່ບໍ່ເພິ່ງປາດຖະໜາ ທັ້ງໆທີ່ປະຊາຊົນເຮົາ ຄວນໄດ້ມີເສລີພາບ ໃນການດຳລົງຊີວິດ, ການເຄື່ອນໄຫວໄປມາຫາສູ່ກັນຢ່າງບໍ່ຈຳກັດໃດໆ, ກະທົບເຖິງທຸລະກິດທຸກລະດັບ ໃນການທຳມາຫາກິນ ອັນເປັນສະຕິ ຕະຫຼອດເຖິງການມ່ວນຊື່ນ ເບີກບານໃນວັນສົງການປີໃໝ່ ຕາມປົກກະຕິ ທີ່ເປັນປະເພນີ ປະຕິບັດຜ່ານມາຫຼາຍຮ້ອຍຫຼາຍພັນປີ ຂອງຊາດເຮົານັ້ນ, ມື້ນີ້ ພວກເຮົາພັດຖືກຈຳກັດ...          ນີ້ແຫຼະ ຄືພວກເຮົາພວມຢູ່ໃນສະຖານະການ ທີ່ບໍ່ເປັນປົກກະຕິ (ສະຖານະການສຸກເສີນ) ຂອງສະພາບການເກີດຂຶ້ນ, ແຕ່ມັນພັດຮຽກຮ້ອງໃຫ້ທຸກຄົນຕ້ອງໄດ້ເສຍສະ   ຫຼະ, ເສຍສະຫຼະເພື່ອຕົນເອງ ແລະ ເສຍສະຫຼະເພື່ອຄວາມສະຫງົບສຸກຂອງສັງຄົມ ແລະ ເສຍສະຫຼະເພື່ອສະຖຽນລະພາບ ແລະ ຄວາມໝັ້ນຄົງ ຂອງປະເທດຊາດເຮົາ... ຖ້າພວກເຮົາພ້ອມກັນ ຜ່ານພົ້ນໄລຍະວິກິດນີ້ໄປໄດ້ ຄວາມຜາສຸກ ຮ່ວມກັນໃນວົງຄະນະຍາດແຫ່ງຊາດ ຂອງພວກເຮົາ, ຂອງຄອບຄົວເຮົາ ຈະກັບຄືນມາອີກຄັ້ງຢ່າງແນ່ນອນ.

ໃນກອງປະຊຸມ ຄັ້ງຜ່ານມາ, ລັດຖະບານ ໄດ້ຕົກລົງ ສະບັບເລກທີ 31/ນຍ ທີ່ໄດ້ກຳນົດບັນດານະໂຍບາຍ ແລະ ມາດຕະການ ທາງດ້ານເສດຖະກິດ-ການເງິນ ເພື່ອຊ່ວຍແບ່ງເບົາ ການກະທົບທາງດ້ານເສດຖະກິດ ຂອງປະເທດເຮົາ, ຫວັງວ່າພາກສ່ວນກ່ຽວຂ້ອງຕ່າງໆ ຈະດຳເນີນການຢ່າງເປັນຮູບປະທຳ ແລະ ທັນເວລາ. ພ້ອມກັນນັ້ນ ກໍ່ຂໍໃຫ້ທຸກຄອບຄົວ, ທຸກທ້ອງຖິ່ນ ຖືເອົາວິກິດການນີ້ ເປັນກາລະໂອກາດ ລົງມືປະຕິບັດການເພີ່ມພູນຜະລິດຜົນ ເພື່ອຮັບມືກັບການຂາດແຄນສະບຽງອາຫານ ທີ່ຈະເກີດໄດ້ໃນອະນາຄົດ ທັງເປັນການຊ່ວຍໃຫ້ເສດຖະກິດຂອງຊາດດີຂຶ້ນ.

ຂ້າພະເຈົ້າ ຂໍຮຽກຮ້ອງໃຫ້ທຸກຄົນຈົ່ງມີສະຕິ, ຈົ່ງຢ່າສວຍໃຊ້ ໃນຍາມຫຍຸ້ງຍາກນີ້ ໃຫ້ເປັນໂອກາດຂອງບຸກຄົນ, ກຸ່ມຄົນ ເພື່ອຫາຜົນປະໂຫຍດໃສ່ຕົນເອງ, ສ້າງຄວາມເດືອດຮ້ອນໃຫ້ປະຊາຊົນ ແລະ ສັງຄົມ, ປະຊາຊົນຈະບໍ່ອະໄພໃຫ້ໄດ້.

ຂໍໃຫ້ທຸກຄົນ ມີສະຕິ, ຢ່າເຊື່ອຂ່າວລວງ, ຂ່າວລື, ຂ່າວອະກຸສົນ, ຂ່າວປັ່ນປວ່ນໃດໆ. ຂໍໃຫ້ຕິດຕາມຂ່າວທາງການ, ຂໍຢ່າປັກໃຈເຊື່ອກະແສທີ່ຝືນຕໍ່ກົດເກນ ແຫ່ງຄວາມເປັນຈິງ ແລະ ຄວາມເປັນທຳ. ຄວາມມີຈັນຍາທຳ ແລະ ຈັນຍາບັນ ຍັງຕິດແໜ້ນຢູ່ໃນຫົວໃຈຂອງຄົນລາວ ທີ່ຮັກຊາດ ທຸກສ່ວນ ຢູ່ຕະຫຼອດມາ ແລະ ຕະຫຼອດໄປ.

ພວກເຮົາ ຕ້ອງສາມັກຄີກັນ, ທົ່ວທັງຊາດ ເປັນຈິດໜຶ່ງໃຈດຽວກັນ, ຄົນລາວເຮົາບໍ່ຖິ້ມກັນ, ໃນໄລຍະນີ້ ຂໍໃຫ້ອົດທົນຢູ່ເຮືອນ, ລ້າງມືເລື້ອຍໆ, ໃສ່ຜ້າປິດປາກ, ປິດດັງ, ຢູ່ຫ່າງກັນ (ຮັກສາໄລຍະຫ່າງໃນສັງຄົມ),  ບໍ່ເຕົ້າໂຮມກັນຫຼາຍຄົນ... ພວກເຮົາ ພ້ອມກັນສູ້ໆ ຕ້ານກັບ Covid-19, ໄຊຊະນະຈະຕ້ອງເປັນຂອງພວກເຮົາທຸກຄົນ. ປະຕິບັດຄຳຂວັນ “ ຮ່ວມແຮງຮ່ວມໃຈຕ້ານ Covid-19 ແມ່ນພາລະກິດຂອງໝົດ  ທຸກຄົນ ”.  

(ຂໍຂອບໃຈ)

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480415
ມື້ນີ້73
ມື້ວານ172
ອາທິດນີ້813
ເດືອນນີ້6646