ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງການຕ່າງປະເທດ ຖະແຫລງຂ່າວຕໍ່ຜົນສຳເລັດຂອງກອງປະຊຸມສຸດຍອດທາງໄກ (Video Conference) ສະໄໝພິເສດ ຂອງຜູ້ນຳອາຊຽນ ແລະ ກອງປະຊຸມສຸດຍອດສະໄໝພິເສດ ຜູ້ນຳອາຊຽນບວກສາມ ກ່ຽວກັບ ການລະບາດຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ (ໂຄວິດ-19)

 

20200414FMthalengkhao

 

  1. I.ພາກອະລຳພະບົດ:
  • ສະແດງຄວາມຂອບໃຈ ມາຍັງບັນດາສື່ມວນຊົນ, ໂທລະພາບ ແລະ ສື່ສັງຄົມອອນລາຍທີ່​ໄດ້ມາຮ່ວມຮັບຟັງການຖະແຫລງຂ່າວ ຜົນກັບຜົນສຳເລັດຂອງ ກອງປະຊຸມສຸດຍອດທາງໄກ (Video Conference) ສະໄໝພິເສດຂອງຜູ້ນຳອາຊຽນ ແລະ ກອງປະຊຸມສຸດຍອດສະໄໝພິເສດ ຜູ້ນໍາອາຊຽນບວກສາມ (​ສປ ຈີນ, ສ. ເກົາ​ຫລີ ແລະ ຍີ່ປຸ່ນ) ກ່ຽວກັບການແຜ່ລະບາດຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ (ໂຄວິດ-19)ໃນມື້ນີ້. ເຊິ່ງທ່ານນາ​ຍົກລັດ​ຖະ​ມົນ​ຕີ ທອງລຸນ ສີສຸລິດ, ພ້ອມຄະນະໄດ້ເຂົ້າຮ່ວມ ດ້ວຍຜົນສຳເລັດສູງ ແລະ ມີບົດບາດສຳຄັນຍິ່ງ.
  • ກອງປະຊຸມສຸດຍອດສະໄໝພິເສດທັງ 2 ກອງປະຊຸມ ແມ່ນໄດ້ດຳເນີນໄປເປັນເວລາ 1 ວັນ ໂດຍຄາບເຊົ້າ ແຕ່ເວລາ 08:00-10:00 ໂມງ ແມ່ນກອງປະຊຸມສະໄໝພິເສດ ຜູ້ນໍາອາຊຽນ ແລະ ຄາບບ່າຍແຕ່ເວລາ 14:00-16:00 ໂມງ ແມ່ນກອງປະຊຸມສຸດຍອດ ສະໄໝພິເສດ ຜູ້ນຳອາຊຽນ ບວກສາມ (​ສປ ຈີນ, ສ.ເກົາຫຼີ ແລະ ຍີ່​ປຸ່ນ)ກ່ຽວກັບພະຍາດໂຄວິດ-19.
  1. II.ຜົນກອງປະຊຸມສຸດຍອດ ສະໄໝພິເສດຜູ້ນຳອາຊຽນ ກ່ຽວກັບການແຜ່ລະບາດຂອງພະຍາດ ໂຄວິດ-19:
  • ກອງປະຊຸມ ໄດ້ຕີລາຄາສູງ ຕໍ່ຄວາມພະຍາຍາມ ແລະ ຄວາມສາມັກຄີເປັນປຶກແຜ່ນຂອງອາຊຽນ ໃນການສະກັດກັ້ນ, ເຝົ້າລະວັງ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19; ໃນນີ້, ບັນດາຜູ້ນຳ ໄດ້ແລກປ່ຽນຂໍ້ມູນ-ຂ່າວສານ ກ່ຽວກັບສະພາບການ ແລະ ມາດຕະການຂອງແຕ່ລະປະ ເທດສະມາຊິກ ກໍຄືຂອງອາຊຽນໂດຍລວມ ແນໃສ່ພ້ອມກັນຮັບມື ແລະ ຕອບໂຕ້ຢ່າງທັນການຕໍ່ການແຜ່ລະບາດຂອງພະຍາດດັ່ງກ່າວ.
  • ສຳລັບ ສປປ ລາວ, ທ່ານນາຍົກລັດຖະມົນຕີ ໄດ້ແລກປ່ຽນຂໍ້ມູນ-ຂ່າວສານ ກ່ຽວກັບສະພາບການ ແລະ ມາດຕະການໃນການສະກັດກັ້ນ, ເຝົ້າລະວັງ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຮັບມືກັບພະຍາດໂຄວິດ-19 ເຊັ່ນ: ສະກັດກັ້ນການເຄື່ອນຍ້າຍຂອງພົນລະເມືອງ ດ້ວຍການໂຈະການເດີນທາງເຂົ້າ-ອອກປະເທດ ລວມທັງພົນລະເມືອງລາວ ແລະ ຕ່າງປະເທດ; ປິດສະຖາບັນການສຶກສາທຸກລະດັບ, ສະຖານບໍລິການທຸກປະເພດ, ຮຽກຮ້ອງໃຫ້ປະຊາຊົນຢູ່ເຮືອນ;    ຫຼີກລ້ຽງການຊຸມນຸມ ແລະ ທຸກກິດຈະກຳທີ່ມີການເຕົ້າໂຮມຈຳນວນຫຼາຍ; ປະຕິບັດຢ່າງເຂັ້ມງວດຕໍ່ຂໍ້ສະເໜີແນະຂອງອົງການອະນາໄມໂລກ; ແລະ ສຸມໃສ່ການໂຄສະນາເຜີຍແຜ່ ກ່ຽວກັບຄວາມອັນຕະລາຍ ແລະ ວິທີປ້ອງກັນຕົນເອງຈາກການຕິດເຊື້ອໂຄວິດ-19.
  • ສຳລັບທິດທາງໃນຕໍ່ໜ້າ, ເພື່ອຕໍ່ສູ້ກັບພະຍາດໂຄວິດ-19, ທ່ານນາຍົກລັດຖະມົນຕີ ໄດ້ສະເໜີໃຫ້ກອງປະຊຸມພິຈາລະນາ:
  1. ສະເໜີໃຫ້ອາຊຽນ ເພີ່ມທະວີການຮ່ວມມືກັນໃຫ້ທັນການ ໂດຍສະເພາະໃນການປະຕິບັດມາດຕະການຈຳກັດການເຄື່ອນຍ້າຍຂອງຄົນໃນສັງຄົມ ເປັນຕົ້ນແມ່ນການເຄື່ອນຍ້າຍແຮງງານ ຈາກບ່ອນໜື່ງໄປອີກບ່ອນໜື່ງໃນຈຳນວນຫຼວງຫຼາຍ ເພື່ອຕັດວົງຈອນການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ມີປະສິດທິຜົນ; ແລະ
  2. ຊຸກຍູ້ໃຫ້ບັນດາປະເທດທີ່ມີຄວາມສາມາດສູງດ້ານວິທະຍາສາດການແພດ ຮີບຮ້ອນຄົ້ນຄ້ວາ ແລະ ຜະລິດຢາປົວໂຄວິດ-19 ກໍຄືຢາວັກແຊັງ ອອກມາໃຫ້ໄດ້ໂດຍໄວ ແນໃສ່ເພື່ອສະກັດກັ້ນການແຜ່ລະບາດ ແລະ ປິ່ນປົວຜູ້ຕິດເຊື້ອຢ່າງມີປະສິດທິຜົນ.
  • ກອງປະຊຸມຄັ້ງນີ້, ໄດ້ຮັບຮອງເອົາຖະແຫຼງການກອງປະຊຸມສຸດຍອດ ສະໄໝພິເສດ ຜູ້ນຳອາຊຽນ ກ່ຽວກັບການແຜ່ລະບາດຂອງພະຍາດໂຄວິດ-19, ເຊິ່ງອັນສຳຄັນໃນນີ້ ແມ່ນຜູ້ນຳໄດ້ເຫັນດີສືບຕໍ່ຮ່ວມມືກັນ:
  1. ສືບຕໍ່ໃນການແລກປ່ຽນຂໍ້ມູນຂ່າວສານ ແລະ ບົດຮຽນອັນດີ ກ່ຽວກັບມາດຕະການໃນການສະກັດກັ້ນ, ຄວບຄຸມ, ປິ່ນປົວ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ ແລະ ເຫັນດີໃຫ້ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ;
  2. ໄດ້ເຫັນດີຕໍ່ຂໍ້ສະເໜີສ້າງກອງທຶນສຸກເສີນເພື່ອຮັບມືກັບພະຍາດໂຄວິດ;
  3. ການສ້າງຄັງແຮສຸກເສີນອຸປະກອນ ແລະ ເຄື່ອງມືການແພດທີ່ຈຳເປັນ;
  4. ການຮັກສາການສະໜອງແບບຕ່ອງໂສ້ ດ້ານຄົມມະນາຄົມຂົນສົ່ງ, ການບໍລິການ, ແລະ ການສະໜອງສິນຄ້າອຸປະໂພກ-ບໍລິໂພກ, ຢາປົວພະຍາດ ແລະ ອຸປະກອນການແພດທີ່ຈຳເປັນ;
  5. ການຮ່ວມມືກັນເພື່ອສະກັດກັ້ນ ແລະ ຫຼີກລ້ຽງຂ່າວປອມ ຫຼື ຂ່າວທີ່ບໍ່ມີມູນຄວາມຈິງ ເຊິ່ງຈະເຮັດໃຫ້ແຕກຕື່ນ ແລະ ຂາດຄວາມເຊື່ອໝັ້ນ; ແລະ
  6. ເຫັນດີຮ່ວມກັນໃນການວາງແຜນຟື້ນຟູເສດຖະກິດທີ່ໄດ້ຮັບຜົນກະທົບຄືນໃໝ່ ພາຍຫຼັງສິ້ນສຸດການແຜ່ລະບາດພະຍາດໂຄວິດ-19.

ແລະ ຂໍ້ລິເລີ່ມທັງໝົດນີ້ ແມ່ນໄດ້ມອບໝາຍໃຫ້ກະຊວງຂະແໜງການ ໄປປຶກສາຫາລືໃນລາຍລະອຽດ ແລະ ຜັນຂະຫຍາຍຕໍ່ໄປ.

  • ໃນໂອກາດນີ້, ສປປ ລາວ ໄດ້ສະແດງຄວາມຂອບໃຈ ບັນດາປະເທດເພື່ອນມິດອາຊຽນ ກໍຄື ອົງການ ຈັດຕັ້ງສາກົນ ລວມທັງອົງການອະນາໄມໂລກ ທີ່ໄດ້ໃຫ້ການຊ່ວຍເຫລືອດ້ານຊ່ຽວຊານ ກໍຄື ອຸປະ ກອນການແພດໃຫ້ແກ່ ສປປ ລາວ ໃນການຮັບມືກັບການລະບາດຂອງພະຍາດໂຄວິດ-19; ພິເສດ, ໄດ້ສະແດງຄວາມຂອບໃຈ ລັດຖະບານ ຫວຽດນາມ ທີ່ໄດ້ຈັດສົ່ງອຸປະກອນ ພ້ອມດ້ວຍທີມງານວິຊາການແພດໝໍມາຊ່ວຍ ໃນການວາງແຜນສະກັດກັ້ນ ກໍຄື ໃຫ້ບົດຮຽນການປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ ສປປ ລາວ.
  1. III.ຜົນກອງປະຊຸມສຸດຍອດ ສະໄຫມພິເສດ ຜູ້ນຳອາຊຽນ ບວກສາມ ວ່າດ້ວຍການແຜ່ລະບາດພະຍາດໂຄວິດ-19:
  • ກອງປະຊຸມຄັ້ງນີ້ດຳເນີນໄປ ພາຍໃຕ້ການເປັນປະທານຮ່ວມ ຂອງທ່ານນາຍົກລັດຖະມົນຕີຫວຽດນາມ, ໃນນາມປະທານອາຊຽນ ແລະ ທ່ານປະທານາທິບໍດີ ສ.ເກົາຫລີ, ໃນນາມປະທານ ປະ ເທດບວກສາມ (ສປຈີນ, .ເກົາຫລີ ແລະ ຍີ່ປຸ່ນ). ພິເສດ, ກອງປະຊຸມຄັ້ງນີ້, ຜູ້ອຳນວຍການໃຫຍ່ ອົງການອະນາໄມໂລກ ກໍ່ໄດ້ເຂົ້າຮ່ວມ.
  • ກອງປະຊຸມຄັ້ງນີ້ ໄດ້ດຳເນີນໄປເປັນເວລາສອງຊົ່ວໂມງ ແລະ ໄດ້ປິດລົງ ດ້ວຍຜົນສຳເລັດອັນຈົບງາມ, ໃນນີ້:
  1. ໄດ້ຕີລາຄາສູງ ແລະ ຊົມເຊີຍຄວາມພະຍາຍາມຂອງແຕ່ລະປະເທດສະມາຊິກ ກໍຄື ມາຕະການ ລວມ ພາຍໃຕ້ຂອບການຮ່ວມມືອາຊຽນບວກສາມ ໃນການສະກັດກັ້ນ, ເຝົ້າລະວັງ, ຄວບຄຸມແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19;
  2. ບັນດາຜູ້ນຳ ໄດ້ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບສະພາບການ ກໍຄື ບົດຮຽນທີ່ດີໃນການສະກັດກັ້ນ ແລະ ຮັບມືກັບພະຍາດໂຄວິດ-19 ແລະ ຢືນຢັນຄຳຫມາຍຫມັ້ນ ທີ່ຈະສືບຕໍ່ຮັດແໜ້ນຮ່ວມມືກັນໃນຕໍ່ໜ້າ; ແລະ
  3. ໃນກອງປະຊຸມຄັ້ງນີ້, ທ່ານນາຍົກລັດຖະມົນຕີ ກໍ່ໄດ້ສະເຫນີບາງທິດທາງໃນຕໍ່ໜ້າ ເພື່ອໃຫ້ກອງປະຊຸມພິຈາລະນາເປັນຕົ້ນ: ໃຫ້ມີການຮ່ວມມືກັນໃນວຽກຄົ້ນຄວ້າ ແລະ ພັດທະນາ (R&D) ຢາປົວພະຍາດ ກໍຄື ຢາວັກແຊັງກັນພະຍາດໂຄວິດ-19 ໃຫ້ສະເລັດໂດຍໄວ; ສະໜັບສະໜູນຊ່ວຍເຫລືອ ດ້ານການສ້າງຊັບພະຍາກອນມະນຸດ ຂະແໜງສາທາລະນະສຸກ; ແລະ ການແກ້ໄຂຜົນກະທົບຕໍ່ເສດຖະກິດ ກໍຄື ຊີວິດການເປັນຢູ່ຂອງປະຊາຊົນ.
  • ກອງປະຊຸມຄັ້ງນີ້ ໄດ້ຮັບຮອງເອົາຖະແຫຼງການຮ່ວມ ກອງປະຊຸມສຸດຍອດ ສະໄໝພິເສດ ຜູ້ນຳອາຊຽນບວກສາມ ກ່ຽວກັບການແຜ່ລະບາດພະຍາດໂຄວິດ-19, ເຊິ່ງໃນນີ້, ຜູ້ນຳໄດ້ເຫັນດີເປັນເອກະພາບກັນ:
  1. ສ້າງກອງທຶນພິເສດເພື່ອຮັບມືກັບພະຍາດໂຄວິດ-19;
  2. ເຫັນດີ ສ້າງຄັງແຮສຸກເສີນເພີ່ມເຕີມ ເພື່ອແຮສະສົມອຸປະກອນ ແລະ ເຄື່ອງມືການແພດທີ່ຈຳ ເປັນຕ່າງໆ;
  3. ເຫັນດີຮ່ວມມືກັນ ເພື່ອເຮັດແນວໃດໃຫ້ມີຜົນກະທົບໜ້ອຍທີ່ສຸດ ຕໍ່ເສດຖະກິດ-ສັງຄົມ ໂດຍສະເພາະ ຮັບປະກັນເຮັດໃຫ້ລະບົບຂົນສົ່ງເຊື່ອມຈອດ ບໍ່ເປັນອຳມະພາດ ເປັນຕົ້ນການຂົນສົ່ງສິນຄ້າອຸປະໂພກ-ບໍລິໂພກ ແລະ ເຄື່ອງມືອຸປະກອນການແພດ ລວມທັງຢາປົວພະຍາດທີ່ຈຳ ເປັນຕ່າງໆ;
  4. ການຄ້ຳປະກັນດ້ານສະບຽງອາຫານ ໃນທ່າມກາງການລະບາດຂອງພະຍາດໂຄວິດ-19 ດ້ວຍການອະນຸມັດໃຫ້ນຳໃຊ້ ຄັງເຂົ້າແຮສຸກເສີນອາຊຽນບວກສາມ ສຳລັບປະເທດສະມາຊິກທີ່ຫຍຸ້ງ ຍາກ ແລະ ມີຄວາມຈຳເປັນ; ແລະ
  5. ປະເທດບວກສາມ ຍິນດີໃຫ້ປະເທດສະມາຊິກອາຊຽນ ສາມາດເຂົ້າເຖິງກອງທຶນສະສົມ (Trust Fund) ຂອງຕົນຢູ່ບັນດາສະຖາບັນການເງິນສາກົນຕ່າງໆ ເປັນຕົ້ນທະນາຄານພັດທະ ນາອາຊີ, ທະນາຄານໂລກ ແລະ ອື່ນໆ.

ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ຍັງໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ບັນດາປະ ເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ໂດຍສະເພາະປະເທດບວກສາມ ທີ່ໄດ້ສົ່ງຊ່ຽວຊານດ້ານການແພດ, ອຸປະກອນການແພດ ແລະ ຢາກັນພະຍາດຕ່າງໆ ໃຫ້ແກ່ ສປປ ລາວ ໃນການສະກັດກັ້ນ ແລະ ຮັບມືກັບພະຍາດໂຄວິດ-19. ພິເສດ, ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຂອບໃຈຕໍ່ປະເທດບວກສາມ ທີ່ໄດ້ເອົາໃຈໃສ່ເບິ່ງແຍງດູແລພົນລະເມຶອງລາວ ກໍຄື ນັກສຶກສາລາວ ທີ່ຍັງຕິດຄ້າງຢູ່ບັນດາປະເທດເຫລົ່ານີ້ເປັນຢ່າງດີ ຄືກັນກັບພົນລະເມືອງຂອງຕົນເອງ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484708
ມື້ນີ້19
ມື້ວານ205
ອາທິດນີ້1146
ເດືອນນີ້4013