ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມທາງໄກ (Video Conference) ສະພາປະສານງານອາຊຽນ ຄັ້ງທີ 25

 

20200409ACC25th1

 

20200409ACC25th2

 

20200409ACC25th3

 

20200409ACC25th4

 

20200409ACC25th5

 

ໃນວັນທີ 09 ​ເມສາ 2020, ທີ່ ກະຊວງ​ການ​ຕ່າງປ​ະ​ເທດ, ນະຄອນຫຼວງວຽງຈັນ, ທ່ານ ສະ​​ເຫຼີມ​ໄຊ ກົມມະ​ສິດ, ລັດຖະມົນຕີກະຊວງການຕ່າງປະເທດ, ພ້ອມ​ດ້ວຍຄະນະ​ ໄດ້ເຂົ້າຮ່ວມກອງປະຊຸມທາງ​ໄກ ສະພາ​ປະສານ​ງານ​ອາຊຽນ ຄັ້ງທີ 25 (25th Meeting of the ASEAN Coordinating Council (ACC)) ພາຍໃຕ້ການເປັນປະທານຂອງຫວຽດນາມ ໃນຖານະປະທານໝູນວຽນອາຊຽນ ປີ 2020 ໂດຍມີການເຂົ້າຮ່ວມຂອງບັນດາລັດຖະມົນຕີຕ່າງປະເທດອາຊຽນ ແລະ ເລຂາທິການໃຫຍ່ອາຊຽນ.

 

ກອງປະຊຸມໄດ້ຮັບຊາບ ແລະ ຕີລາຄາສູງ ຕໍ່ຄວາມພະຍາຍາມຂອງແຕ່ລະປະເທດສະມາຊິກອາຊຽນ ກໍຄື ອາຊຽນ ໂດຍລວມໃນການປ້ອງກັນ, ຄວບຄຸມ ແລະ ຮັບມືກັບພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃຫມ່ ຫຼື ໂຄວິດ-19, ເຊິ່ງສະແດງອອກໃນຜົນສຳເລັດຂອງກອງປະຊຸມສະໄໝພິເສດສະພາປະສານງານອາຊຽນ ກ່ຽວກັບ ພະຍາດໂຄວິດ-19 ດັ່ງກ່າວ ທີ່ຈັດຂຶ້ນໃນເດືອນກຸມພາຜ່ານມາ ຢູ່ ສປປ ລາວ ກໍຄື ກອງປະຊຸມທາງໄກໜ່ວຍງານວິຊາການຂອງສະພາປະສານງານອາຊຽນ ວ່າດ້ວຍ ການຊ່ວຍເຫຼືອສຸກເສີນດ້ານສາທາລະນະສຸກຄັ້ງທຳອິດ ໃນທ້າຍເດືອນມີນາ ລວມທັງບັນດາກອງປະຊຸມທາງໄກຂອງຂະແໜງການກ່ຽວຂ້ອງ ທັງລະດັບລັດຖະມົນຕີ ແລະ ລະດັບວິຊາການ ອັນໄດ້ປະກອບສ່ວນສໍາຄັນເຂົ້າໃນການຮັດແໜ້ນຄວາມພະຍາຍາມລວມຂອງອາຊຽນ ໃນການຮັບມືກັບພະຍາດດັ່ງກ່າວ.

 

ພ້ອມນີ້, ກອງປະຊຸມ ຍັງໄດ້ຮັບຊາບການລາຍງານສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ແຕ່ລະປະເທດສະມາຊິກອາຊຽນ ລວມທັງ ຢູ່ ສປປ ລາວ ເຮົາ ແລະ ໄດ້ປຶກສາຫາລື, ແລກປ່ຽນບົດຮຽນ ແລະ ປະສົບການຮ່ວມກັນ ໃນການສະກັດກັ້ນ, ຄວບຄຸມ ແລະ ຈໍາກັດການແຜ່ລະບາດຂອງພະຍາດໂຄວິດ-19. ພິເສດ, ໄດ້ເປັນເອກະພາບກັນສືບຕໍ່ເສີມຂະຫຍາຍການຮ່ວມມືພາຍໃນອາຊຽນ, ອາຊຽນ ກັບຄູ່ເຈລະຈາ ແລະ ຄູ່ຮ່ວມມື ລວມທັງກັບອົງການຈັດຕັ້ງສາກົນ ໂດຍສະເພາະອົງການອະນາໄມໂລກ ໂດຍຜ່ານບັນດາກົນໄກຮ່ວມມືອາຊຽນທີ່ມີຢູ່. ນອກນັ້ນ, ກໍຢືນຢັນສືບຕໍ່ຮັດແໜ້ນການຮ່ວມມື ເພື່ອຮັບປະກັນສະຖຽນລະພາບທາງດ້ານເສດຖະກິດຂອງພາກພື້ນ ໂດຍສະເພາະໃຫ້ສາມາດຮັກສາໄດ້ການສະໜອງແບບຕ່ອງໂສ້ດ້ານການຄົມມະນາຄົມຂົນສົ່ງ, ການບໍລິການ ແລະ ການສະໜອງສິນຄ້າອຸປະໂພກ-ບໍລິໂພກ, ຢາປົວພະຍາດ ແລະ ອຸປະກອນການແພດທີ່ຈໍາເປັນ.

 

ໃນກອງປະຊຸມຄັ້ງນີ້, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ, ກໍໄດ້ປະກອບຄຳຄິດຄຳເຫັນ ແລະ ແລກປ່ຽນບົດຮຽນທີ່ດີ ຕໍ່ຄວາມພະຍາຍາມຂອງສປປລາວໃນການປ້ອງກັນ, ຄວບຄຸມ ແລະ ຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19: 1). ໄດ້ແຕ່ງຕັ້ງຄະນະສະເພາະກິດລະດັບຊາດ, ກະຊວງ, ແຂວງ ແລະ ເມືອງ ເພື່ອຕິດຕາມ ແລະ ສະກັດກັ້ນ ທ່າອ່ຽງການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງໃກ້ຊິດ ແລະ ທັນການ; 2). ດໍາເນີນມາດຕະການ ​​ປິດປະເທດ(lockdown) ໄລຍະ​ແຕ່​ວັນ​ທີ 1-19 ​ເມສາ 2020, ເຊິ່ງລວມມີການປິດດ່ານທ້ອງຖິ່ນ, ດ່ານປະເພນີ ແລະ ດ່ານສາກົນ, ໃຫ້ປະຊາຊົນຢູ່ເຮືອນ, ໃຫ້ພະນັກງານເຮັດວຽກຢູ່ເຮືອນ, ຢຸດຕິການຊຸມນຸມຕ່າງໆຫຼາຍກວ່າ 10 ຄົນ, ປິດໂຮງຮຽນ ແລະ ສະຖາບັນການສຶກສາ, ປິດຮ້ານຄ້າໃຫຍ່ ແລະ ສະຖານທີ່ບັນເທິງ ແລະ ກິລາຕ່າງໆ, ເອົາໃຈໃສ່ໂຄສະນາເຜີຍແຜ່ຂໍ້ມູນໃຫ້ທົ່ວສັງຄົມເຂົ້າໃຈ ກ່ຽວກັບ ໄພອັນຕະລາຍ ແລະ ຄວາມສ່ຽງໃນການຕິດເຊື້ອພະຍາດ ແລະ ວິທີປ້ອງກັນຕົນ​ເອງ, ​ແລະ ມີການໃຫ້ສໍາພາດຂ່າວ ກ່ຽວກັບ ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ທຸກມື້; 3). ຕໍ່ມາດຕະການປິ່ນປົວກໍລະນີຕິດເຊື້ອພະຍາດ, ລັດຖະບານ ໄດ້ກໍານົດໂຮງໝໍ ​ແລະ ສໍາຮອງ​ຕຽງສໍາລັບປິ່ນປົວ ລວມທັງຝຶກອົບຮົມແພດໝໍ ແລະ ກະກຽມຄວາມພ້ອມດ້ານວັດຖຸອຸປະກອນການແພດ ແລະ ຢາປົວ​ພະຍາດ; 4). ລັດຖະບານ​ ໄດ້​ມີ​ມາດ​ຕະການ​ຮອງ​ຮັບ​ຜົນ​ກະທົບ​ທາງ​ດ້ານ​ເສດຖະກິດ ກໍ​ຄື​ ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ ທ່າມກາງ​ການລະບາດ​ຂອງ​ພະຍາດ​ໂຄ​ວິດ-19; ​ແລະ 5). ໄດ້ເນັ້ນເຖິງຄວາມສຳຄັນໃນການສືບຕໍ່ແລກປ່ຽນບົດຮຽນ ແລະ ປະສົບການທີ່​ດີຮ່ວມກັນ ລວມທັງສະໜອງຂໍ້ມູນຂ່າວສານທີ່ຖືກຕ້ອງ ແລະ ຊັດເຈນ, ຫຼີກລ້ຽງການອອກຂ່າວປອມ ຫຼື ທີ່ບໍ່ມີມູນຄວາມຈິງ, ​ເຊິ່ງຈະ​ເຮັດ​ໃຫ້​ປະຊາຊົນ​ແຕກ​ຕື່ນ ​ແລະ ຂາດ​ຄວາມ​ເຊື່ອໝັ້ນ.

 

ພ້ອມກັນນີ້, ກອງ​ປະຊຸມ ຍັງ​ໄດ້ປຶກສາ​ຫາລື​ ​ເພື່ອ​ກະກຽມ​ໃຫ້​ແກ່​ກອງ​ປະຊຸມສຸດ​ຍອດ​ສະ​ໄໝພິ​ເສດຂອງ​ຜູ້​ນໍາ​ອາຊຽນ ​ແລະ ກອງ​ປະຊຸມ​ສຸດ​ຍອດສະ​ໄໝພິ​ເສດຜູ້ນໍາ​ອາຊຽນບວ​ກສາມ ​ກ່ຽວກັບ ​ພະຍາດ​​ໂຄວິດ-19, ຊຶ່ງ​ຈະ​ຈັດ​ຂຶ້ນ​ໃນມໍ່ໆນີ້.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485763
ມື້ນີ້62
ມື້ວານ206
ອາທິດນີ້799
ເດືອນນີ້5068