ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສສ.ຫວຽດນາມ ມອບເຄື່ອງອຸປະກອນທາງການແພດມາຊ່ວຍເຫຼືອ ສປປ ລາວ ເພື່ອປ້ອງກັນ ແລະ ຕ້ານພະຍາດ Covid-19

 

20200404CovidVietnam20200404CovidVietnam1

 

ໃນວັນທີ 4 ເມສາ 2020, ທີ່ ສະໜາມບິນສາກົນວັດໄຕ ໄດ້ມີພິທີມອບ-ຮັບເຄື່ອງຊ່ວຍເຫລືອອຸປະກອນການແພດ ຈາກລັດຖະບານແລະ ປະຊາຊົນ ຫວຽດນາມ ໃຫ້ແກ່ລັດຖະບານ ແລະ ປະຊາຊົນລາວ ເພື່ອປ້ອງກັນ ແລະ ຕ້ານພະຍາດໂຄວິດ-19 ຢູ່ພາຍໃນປະເທດ. ເຄື່ອງຊ່ວຍເຫລືອດັ່ງກ່າວປະກອບມີ:ຜ້າອັດປາກ 330.000 ອັນ, ຊຸດກັນພະຍາດ 1000 ຊຸດ, ເຄື່ອງຈັກທີ່ຈຳເປັນຕ່າງໆ 3 ເຄື່ອງ ແລະ ອຸປະກອນການແພດອື່ນໆ ລວມມູນຄ່າຫລາຍກວ່າ 300.000 ໂດລາສະຫະລັດ ເຊິ່ງໃຫ້ກຽດຕາງໜ້າມອບໂດຍ ທ່ານ ຫງວຽນ ບ່າ ຮຸ່ງ, ເອກອັກຄະລັດຖະທູດ ແຫ່ງ ສສ. ຫວຽດນາມ ປະຈຳລາວ ແລະ ຕາງໜ້າລັດຖະບານລາວກ່າວຮັບໂດຍ ທ່ານ ສົມດີ ດວງດີ, ຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງການເງິນ, ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ ຫລື ໂຄວິດ-19.

ໃນໂອກາດດັ່ງກ່າວ, ທ່ານ ສົມດີ ດວງດີ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ມາຍັງລັດຖະບານ ແລະ ປະຊາຊົນຫວຽດນາມທີ່ໄດ້ມອບອຸປະກອນການແພດທີ່ຈຳເປັນໃນຄັ້ງນີ້ ເພື່ອມາຊ່ວຍ ສປປ ລາວ ໃນການປ້ອງກັນ ແລະ ຕ້ານພະຍາດໂຄວິດ-19 ຢ່າງທັນການ. ພ້ອມໃຫ້ຄຳໝັ້ນສັນຍາວ່າຈະນຳເອົາອຸປະກອນດັ່ງກ່າວ ນຳໃຊ້ໃຫ້ຖືກເປົ້າໝາຍ, ມີປະສິດທິຜົນສູງສຸດ ແລະທົ່ວເຖິງ. ການຊ່ວຍເຫຼືອໃນຄັ້ງນີ້ຈະເປັນການປະກອບສ່ວນອັນສໍາຄັນໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສປປ ລາວ ແລະ ສສ. ຫວຽດນາມ ໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ.

ບົດຂ່າວອື່ນໆ

ແຈ້ງການ

 

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

 

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

 

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

 

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

 

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

 

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ.

 

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
404541
ມື້ນີ້17
ມື້ວານ171
ອາທິດນີ້952
ເດືອນນີ້6581