ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສປ ຈີນ ສົ່ງທີມຄະນະແພດ ແລະ ຊ່ຽວຊານ ພ້ອມດ້ວຍອຸປະກອນການແພດ ມາຊ່ວຍເຫຼືອ ສປປ ລາວ ເພື່ອຕ້ານພະຍາດ COVID-19

20200329LaosChinaDT1

 

20200329LaosChinaDT2

 

ຈາກສະພາບລະບາດຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ (COVID-19) ໄດ້ລະບາດແຜ່ລາມອອກໄປທົ່ວໂລກ ຢ່າງກວ້າງຂວາງໃນທຸກມື້, ຢູ່ ສປປ ລາວ ເຮົາ ກໍໄດ້ພົບຜູ້ຕິດເຊື້ອເປັນຜົນບວກ ເຖິງ 08 ຄົນ ແລ້ວນັ້ນ, ເພື່ອສືບຕໍ່ການຮ່ວມມື ລະຫວ່າງສອງປະເທດ ເພື່ອນມິດຍຸດທະສາດ ແລະ ຄູ່ຮ່ວມຊະຕາກຳ ລາວ-ຈີນ, ລັດຖະບານ ແຫ່ງ ສປ ຈີນ ໄດ້ປະກາດຊ່ວຍເຫຼືອ ສປປ ລາວ ໃນການຕ້ານ ແລະ ສະກັດກັ້ນກັບພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ (COVID-19) ດັ່ງກ່າວ ໂດຍໄດ້ສົ່ງຄະນະແພດ ແລະ ຊ່ຽວຊານ ຈຳນວນ 12 ທ່ານ ພ້ອມດ້ວຍອຸປະກອນການແພດ ເພື່ອມາຊ່ວຍ ສປປ ລາວ, ຊຶ່ງການຊ່ວຍເຫຼືອດັ່ງກ່າວ ໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕ ທີ່ ນະຄອນຫຼວງວຽງຈັນ ໃນເວລາ 10:30 ໂມງ ຂອງວັນທີ 29 ມີນາ 2020.

 

ທີ່ສະໜາມບິນສາກົນວັດໄຕ ໄດ້ຈັດພິທີຕ້ອນຮັບຄະນະແພດ ແລະ ຊ່ຽວຊານ ຢ່າງເປັນທາງການ ແລະ ສົມກຽດ, ໂດຍແມ່ນ ພະນະທ່ານ ສົມດີ ດວງດີ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ (COVID-19) ແລະ ທ່ານ ຮສ. ດຣ. ບຸນກອງ ສີຫາວົງ, ລັດຖະມົນຕີກະຊວງສາທາລະນະສຸກ, ພ້ອມດ້ວຍຄະນະ ແລະ ເຈົ້າໜ້າທີ່ຈາກສະຖານເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈໍາ ນະຄອນຫຼວງວຽງຈັນ, ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ. ສຳລັບບັນຍາກາດໃນການຕ້ອນຮັບ ຄະນະແພດ ແລະ ຊ່ຽວຊານ ດັ່ງກ່າວ ແມ່ນເຕັມໄປດ້ວຍໄມຕີຈິດມິດຕະພາບອັນອົບອຸ່ນ ພາຍໃຕ້ຄຳຂວັນຮ່ວມກັນຂອງສອງປະເທດ ລາວ-ຈີນ ຄື: ຮ່ວມມືກັນຕ້ານພະຍາດ ໂຄວິດ-19 ຮ່ວມທຸກຮ່ວມຍາກ”.

 

ສຳລັບແຜນການເຮັດວຽກ ຢູ່ ສປປ ລາວ ຂອງຄະນະແພດ ແລະ ຊ່ຽວຊານ ແມ່ນຈະດຳເນີນໄປໃນໄລຍະເວລາ 14 ວັນ, ໂດຍຈະແບ່ງປັນປະສົບການກັບຝ່າຍລາວ ໃນການປ້ອງກັນ ແລະ ຄວບຄຸມພະຍາດດັ່ງກ່າວ, ກວດຄັດກອງຫາຜູ້ຕິດເຊື້ອ, ກວດວິເຄາະເຊື້ອພະຍາດຢູ່ຫ້ອງທົດລອງ ແລະ ປິ່ນປົວຄົນເຈັບ, ພ້ອມທັງຈະແລກປ່ຽນບົດຮຽນກັບກະຊວງສາທາລະນະສຸກ ແລະ ໂຮງໝໍສູນກາງຂອງ ສປປ ລາວ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484516
ມື້ນີ້32
ມື້ວານ188
ອາທິດນີ້954
ເດືອນນີ້3821