ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກະຊວງການຕ່າງປະເທດ ຈັດພິທີຖະແຫຼງຂ່າວ ກ່ຽວກັບ ມາດຕະການສະກັດກັ້ນ, ປ້ອງກັນ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ຂອງ ລັດຖະບານ ສປປ ລາວ

 

20200319 Briefing on COVID-19-1

20200319 Briefing on COVID-19-2

20200319 Briefing on COVID-19-3

 

ໃນວັນທີ 19 ມີນາ 2020, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ຮ່ວມກັບ ກະຊວງສາທາລະນະສຸກ ໄດ້ຮ່ວມກັນຈັດພິທີຖະແຫຼງຂ່າວ ກ່ຽວກັບ ມາດຕະການສະກັດກັ້ນ, ປ້ອງກັນ ແລະ ແກ້ໄຂການລະຍາດຂອງພະຍາດ COVID-19 ຂອງລັດຖະບານ ແຫ່ງ ສປປ ລາວ ຕໍ່ບັນດາທູຕານຸທູດ ແລະ ບັນດາຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈໍາລາວ, ໂດຍການໃຫ້ກຽດເຂົ້າຮ່ວມໃນພິທີຖະແຫຼງຂ່າວຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ຮສ. ດຣ. ພູທອນ ເມືອງປາກ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ແຫ່ງ ສປປ ລາວ.

ໃນກອງປະຊຸມຖະແຫຼງຂ່າວໃນຄັ້ງນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຊີ້ແຈງວ່າ: ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ສືບຕໍ່ຕິດຕາມສະພາບການລະບາດຂອງພະຍາດອັກເສບປອດເຊື້ອຈຸລະໂລກໂຄໂຣນາສາຍພັນໃໝ່ COVID-19 ຢ່າງໃກ້ຊິດ ພາຍຫຼັງທີ່ພະຍາດດັ່ງກ່າວ ໄດ້ເລີ່ມລະບາດຢູ່ເມືອງອູຫັ້ນ, ແຂວງຫູເປີ່ຍ ຂອງ ສປ ຈີນ ນັບແຕ່ທ້າຍປີ 2019 ເປັນຕົ້ນມາ, ຊຶ່ງມາຮອດປະຈຸບັນ ສປ ຈີນ ສາມາດຄວບຄຸມການລະບາດຂອງພະຍາດດັ່ງກ່າວໄດ້ແລ້ວ. ສະພາບການລະບາດຂອງພະຍາດ COVID-19 ໄດ້ແຜ່ຂະຫຍາຍເປັນວົງກວ້າງໃນ 165 ປະເທດ ຢູ່ພາກພື້ນ ແລະ ໃນທົ່ວໂລກ ໂດຍສະເພາະ ຮ້າຍແຮງກວ່າໝູ່ແມ່ນກຸ່ມປະເທດ ເອີຣົບ (ອີຕາລີ, ສະເປນ, ຝຣັ່ງ) ແລະ ປະເທດ ອີຣານ. ມາຮອດປະຈຸບັນ, ເວລາ 16:00 ໂມງ ຂອງວັນທີ 19 ມີນາ 2020 ມີຜູ້ຕິດເຊື້ອທັງໝົດ 219,345 ກໍລະນີ, ເສຍຊີວິດ 8,969 ກໍລະນີ, ປິ່ນປົວດີແລ້ວ 85,745 ກໍລະນີ. ສຳລັບສປປ ລາວ ແມ່ນຍັງບໍ່ທັນ​ພົບ​ຜູ້​ຕິດ​ເຊື້ອ​ COVID-19 ເທື່ອ, ແຕ່ເນື່ອງຈາກວ່າ ປະເທດລາວ ມີຊາຍແດນຕິດຈອດ ແລະ ມີການເດີນທາງເຂົ້າມາຂອງຄົນຈາກຕ່າງປະເທດທີ່ມີຜູ້ຕິດເຊື້ອ ເຮັດໃຫ້ ສປປ ລາວ ມີຄວາມສ່ຽງສູງ. ດັ່ງນັ້ນ, ລັດຖະບານ ໄດ້ສຸມໃສ່ບັນດາມາດຕະການເພື່ອສະກັດກັ້ນ ແລະ ປ້ອງກັນການແຜ່ລະບາດ ພ້ອມທັງມີແຜນການກະກຽມຄວາມພ້ອມໃນການຮັບມືກັບກໍລະນີ ທີ່ອາດກວດພົບຜູ້ຕິດເຊື້ອໃນຕໍ່ໜ້າ. ໃນໄລຍະຜ່ານມາ, ເລີ່ມແຕ່ເດືອນມັງກອນ 2020 ເປັນຕົ້ນມາ, ລັດຖະບານ ໄດ້ປະຕິບັດບາງມາດຕະການ ເພື່ອສະກັດກັ້ນ ແລະ ປ້ອງກັນ ແຕ່ຫົວທີ ເປັນຕົ້ນແມ່ນ: ໄດ້ແຕ່ງຕັ້ງຄະນະສະເພາະກິດເພື່ອຊີ້ນຳການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດດັ່ງກ່າວ, ໂດຍມີທ່ານຮອງນາຍົກລັດຖະມົນຕີ ສົມດີ ດວງດີ, ເປັນຫົວໜ້າຄະນະສະເພາະກິດ ເພື່ອໂຄສະນາເຜີຍແຜ່ຕໍ່ສັງຄົມ ກ່ຽວກັບ ໄພອັນຕະລາຍ ແລະ ວິທີປ້ອງກັນການຕິດເຊື້ອພະຍາດນີ້; ເຂັ້ມງວດກັ່ນກອງຜູ້ເດີນທາງເຂົ້າມາໃນລາວ; ກຽມຄວາມພ້ອມຂອງໂຮງໝໍ; ຈັດສັນງົບປະມານ ເພື່ອຮັບໃຊ້ໃຫ້ແກ່ການປ້ອງກັນ ແລະ ຄວບຄຸມພະຍາດດັ່ງກ່າວ; ອອກມາດຕະການຄຸ້ມຄອງລາຄາຜ້າປິດປາກ-ປິດດັງ, ນໍ້າຢາລ້າງມື ແລະ ອຸປະກອນການແພດ ແລະ ມອບໃຫ້ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຈັດສຳມະນາປຶກສາຫາລື ກັບຂະແໜງການທີ່ກ່ຽວຂ້ອງ ແລະ ພາກທຸລະກິດ ກ່ຽວກັບຜົນກະທົບຂອງ COVID-19 ແລະ ສະເໜີມາດຕະການທາງດ້ານເສດຖະກິດ ເພື່ອຮັບມືກັບຜົນກະທົບດັ່ງກ່າວ.

ໃນຕໍ່ໜ້າ ລັດຖະບານ ຈະສືບຕໍ່ປະຕິບັດມາດຕະການຜ່ານມາທີີ່ໄດ້ວາງອອກແລ້ວ ແລະ ມາດຕະການເພື່ອສະກັດກັ້ນເພີ່ມເຕີມຄື: ປິດດ່ານທ້ອງຖິ່ນ ແລະ ດ່ານປະເພນີ ໃນຂອບເຂດທົ່ວປະເທດ, ສ່ວນດ່ານສາກົນ ໃຫ້ເບິ່ງຄວາມຮັບປະກັນຮອບດ້ານ ຈຶ່ງອະນຸຍາດໃຫ້ເປີດ ໃຫ້ເຂົ້າ-ອອກ ປົກກະຕິ; ໂຈະການອອກ VISAກັບດ່ານທຸກປະເພດ ສຳລັບທຸກປະເທດ ໃນໄລຍະເວລາ 30 ວັນ. ສຳລັບຜູ້ທີ່ໄດ້ວິຊາເຂົ້າລາວແລ້ວ ກໍຕ້ອງມີການຢັ້ງຢືນການກວດສຸຂະພາບ ແລະ ກວດປະຫວັດການເຄື່ອນໄຫວໃນໄລຍະ 14 ວັນຜ່ານມາ, ສຳລັບປະເທດ ທີ່ໄດ້ຮັບການຍົກເວັ້ນວິຊາ ເຫັນດີໃຫ້ຍົກເລີກການຍົກເວັ້ນວິຊາດັ່ງກ່າວຊົ່ວຄາວ ຈົນກວ່າຈະມີການພິຈາລະນາໃໝ່ຂອງລັດຖະບານ; ຫຼີກລ່ຽງການເດີນທາງໄປຕ່າງປະເທດ ຂອງພົນລະເມືອງລາວ ໃນໄລຍະນີ້; ຜູ້ທີ່ເດີນທາງກັບຈາກປະເທດທີ່ມີການແຜ່ລະບາດຂອງພະຍາດ ໃຫ້ປະຕິບັດການແຍກປ່ຽວຢ່າງໜ້ອຍ 14 ວັນ ເພື່ອຕິດຕາມສຸຂະພາບ; ຫຼີກລ່ຽງການໂຮມຊຸມນຸມໃຫຍ່ ແລະ ງານບຸນປະເພນີຕ່າງໆ; ປິດກິດຈະການຮ້ານບັນເທິງ, ຮ້ານຄາລາໂອເກະ ແລະ ຮ້ານນວດ, ສ່ວນກິດຈະການອື່ນໆ ແມ່ນສາມາດດໍາເນີນໄດ້ປົກກະຕິ ແຕ່ໃຫ້ມີມາດຕະການປ້ອງກັນຂັ້ນພື້ນຖານ ເປັນຕົ້ນ ແມ່ນການກວດອຸ່ນຫະພູມ ແລະ ສະໜອງນໍ້າຢາລ້າງມື; ປິດບັນດາໂຮງຮຽນ ແລະ ສະຖາບັນການສຶກສາຕ່າງໆ ໃນທົ່ວປະເທດຊົ່ວຄາວ ຈົນກວ່າຈະມີການປ່ຽນແປງ. ພ້ອມກັນນັ້ນ ກໍ່ໃຫ້ພິຈາລະນາໃຫ້ບັນດາໂຮງຮຽນ ມີແບບວິທີການຮຽນ-ການສອນ ໂດຍຜ່ານລະບົບອອນລາຍ, ໂທລະພາບ, ວິທະຍຸ, ໜັງສືພິມ ແລະ ວິທີການອື່ນໆ; ກຳນົດສະຖານທີ່ໃນການກັກບໍລິເວນ 14 ວັນ ສຳລັບຜູ້ທີ່ເດິນທາງມາຈາກປະເທດທີ່ມີຄວາມສ່ຽງ (ລວມທັງແຮງງານລາວ-ນັກສຶກສາລາວ ແລະ ປະຊາຊົນລາວ ຜູ້ທີ່ອາໄສຢູ່ຕ່າງປະເທດ) ໃຫ້ເລື່ອນການເດີນທາງກັບຄືນປະເທດ ຈົນກວ່າສະຖານະການທົ່ວໂລກຈະມີທ່າອ່ຽງທີ່ດີຂຶ້ນ.

ພ້ອມດຽວກັນນີ້, ລັດຖະບານ ໄດ້ມີມາດຕະການປ້ອງກັນ ຄື: ປັບປຸງຂໍ້ມູນຂ່າວສານ ກ່ຽວກັບການລະບາດຂອງພະຍາດ Covid-19ໃນທົ່ວໂລກ ໃຫ້ມີຄວາມຖືກຕ້ອງ ແລະ ວ່ອງໄວ ເພື່ອຊີ້ນຳການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດດັ່ງກ່າວ; ໂຄສະນາເຜີຍແຜ່ຂໍ້ມູນ ກ່ຽວກັບ ໄພອັນຕະລາຍ, ຄວາມສ່ຽງ ແລະ ວິທີປ້ອງກັນຕ່າງໆ; ປຸກລະດົມ ແລະ ສຶກສາອົບຮົມໃຫ້ທົ່ວສັງຄົມ ຫຼີກລ່ຽງການເດີນທາງໄປຕ່າງປະເທດເຂດທີ່ມີຜູ້ຕິດເຊື້ອ.

ມາດຕະການປິ່ນປົວ ກໍລະນີກວດພົບຜູ້ຕິດເຊື້ອ, ລັດຖະບານໄດ້ ກຳນົດເອົາໂຮງໝໍ 103, ໂຮງໝໍມິດຕະພາບ (150 ຕຽງ), ໂຮງໝໍມະໂຫສົດ ແລະ ໂຮງໝໍໄຊເສດຖາ ເປັນສະຖານທີ່ໃນການປິ່ນປົວຜູ້ຕິດເຊື້ອ ແລະ ກໍານົດເອົາໂຮງໝໍແຂວງທຸກໆແຂວງ ໂດຍໃຫ້ແຍກຈາກເຂດການປິ່ນປົວທົ່ວໄປອອກ; ກະກຽມພະນັກງານແພດໝໍໄວ້ໃຫ້ພຽງພໍ ແລະ ປະສານຂໍການຊ່ວຍເຫຼືອຈາກຊ່ຽວຊານ ແລະ ແພດໝໍ ທີ່ມີຄວາມຊຳນານຈາກປະເທດເພື່ອນມິດ, ອົງການຈັດຕັ້ງສາກົນ ເພື່ອກຽມໄວ້ໃນກໍລະນີມີຄວາມຈໍາເປັນ; ກໍານົດຄວາມຕ້ອງການທາງດ້ານເຄື່ອງມືແລະອຸປະກອນ ໂດຍສະເພາະໜ້າກາກອະນາໄມ, ນໍ້າຢາລ້າງມື, ຊຸດປ້ອງກັນຂອງແພດໝໍແລະອຸປະກອນຕ່າງໆທີ່ຈຳເປັນ; ກະກຽມຢາປົວພະຍາດແຮໄວ້ໃນກໍລະນີມີການຄົ້ນພົບວັກຊິນ ແລະ ຢາປິ່ນປົວໃໝ່ ທີ່ມີປະສິດທິຜົນຈາກຕ່າງປະເທດ. ພ້ອມນີ້, ລັດຖະບານ ໄດ້ມອບໃຫ້ ທ່ານຮອງນາຍົກລັດຖະມົນຕີ ສອນໄຊ ສີພັນດອນ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ເປັນຫົວໜ້າຄະນະນໍາພາການຄົ້ນຄວ້າ ປະເມີນຜົນກະທົບຂອງ COVID-19 ຕໍ່ເສດຖະກິດ. ຄຽງຄູ່ກັນນີ້, ກໍ່ໃຫ້ພ້ອມໃຈກັນປຸກລະດົມທົ່ວສັງຄົມ ບໍ່ໃຫ້ມີການແຕກຕື່ນ ແລະ ວິຕົກກັງວົນຈົນເກີນໄປ ເພື່ອຫຼີກລ່ຽງພຶດຕິກຳການກັກຕຸນສິນຄ້າເຄື່ອງອຸປະໂພກບໍລິໂພກ ແລະ ວິພາກວິຈານ ທີ່ບໍ່ຖືກກັບຄວາມເປັນຈິງ; ໃຊ້ມາດຕະການເຄັ່ງຄັດ ຕໍ່ກັບຜູ້ທີ່ສວຍໂອກາດໃນການກັກຕຸນສິນຄ້າ ເປັນຕົ້ນແມ່ນ : ໜ້າກາກອານາໄມ, ນໍ້າຢາລ້າງມື, ຢາປົວພະຍາດ, ອຸປະກອນການແພດ ແລະ ອື່ນໆ; ເພີ່ມທະວີການກວດກາ ແລະ ປະຕິບັດມາດຕະການຕໍ່ການກະທໍາທີ່ສ້າງຄວາມສັບສົນ ຫລື ສ້າງຄວາມເຂົ້າໃຈຜິດໃນຮູບແບບຕ່າງໆ ເຊັ່ນ: ການປ່ອຍຂ່າວທີ່ວ່າມີມູນຄວາມຈິງທາງສື່ສັງຄົມອອນລາຍ ແລະ ສື່ອື່ນໆ; ຊຸກຍູ້ສົ່ງເສີມການຜະລິດພາຍໃນ ໂດຍສະເພາະເຄື່ອງອຸປະໂພກ-ບໍລິໂພກ; ສືບຕໍ່ປະສານງານແລກປ່ຽນຂໍ້ມູນຂ່າວສານ ແລະ ຍາດແຍ່ງເອົາການຮ່ວມມືຊ່ວຍເຫລືອຈາກສາກົນ ໃນດ້ານທີ່ພວກເຮົາຈໍາເປັນ ແລະ ຍັງບໍ່ທັນມີຄວາມພ້ອມ; ໃຫ້ຄະນະສະເພາະກິດຕິດຕາມ ແລະ ປະເມີນຜົນບັນດາມາດຕະການຈັດຕັ້ງດັ່ງກ່າວ ເພື່ອສະເໜີພິຈາລະນາປັບປຸງ ຫລື ແກ້ໄຂໃຫ້ແທດກັບສະພາບຄວາມເປັນຈິງໃນແຕ່ລະໄລຍະ.

ບົດຂ່າວອື່ນໆ

ແຈ້ງການ

 

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

 

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

 

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

 

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

 

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

 

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ.

 

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
404541
ມື້ນີ້17
ມື້ວານ171
ອາທິດນີ້952
ເດືອນນີ້6581