ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງການຕ່າງປະເທດ ສໍາເລັດການຢ້ຽມຢາມ ສ. ອາເມຣິກາ ຢ່າງເປັນທາງການ

FMAmerica012020

 

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ໄມເຄີນ ຣີດຈາດ ພອມພຽວ, ລັດຖະມົນຕີກະຊວງການຕ່າງປະເທດ ສະຫະລັດ ອາເມຣິກາ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມ ສະຫະລັດ ອາເມຣິກາ ຢ່າງເປັນທາງການ ຄັ້ງປະຖົມມະລຶກ, ໃນລະຫວ່າງ ວັນທີ 27-29 ມັງກອນ 2020, ເພື່ອສົ່ງເສີມການພົວພັນ ແລະ ຮ່ວມມືສອງຝ່າຍ ລາວ ແລະ ສະຫະລັດ ອາເມຣິກາ ໃຫ້ຂະຫຍາຍຕົວຍິ່ງໆຂຶ້ນ ແລະ ເພື່ອຜັນຂະຫຍາຍການເປັນຄູ່ຮ່ວມມືແບບກວມລວມ ໂດຍສະເພາະເນື່ອງໃນໂອກາດຄົບຮອບ 65 ປີ ແຫ່ງ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສະຫະລັດ ອາເມຣິກາ ໃນປີ 2020 ລວມທັງການກະກຽມກອງປະຊຸມສຸດຍອດສະໄໝພິເສດ ອາຊຽນ-ອາເມຣິກາ ໃນຖານະ ສປປ ລາວ ເປັນປະເທດປະສານງານ ອາຊຽນ-ສະຫະລັດ ອາເມຣິກາ.

 

ໃນວັນທີ 28 ມັງກອນ 2020, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ໄມ ພອມແພວ, ລັດຖະມົນຕີຕ່າງປະເທດ ສະຫະລັດ ອາເມຣິກາ. ສອງຝ່າຍ ໄດ້ຕີລາຄາສູງຕໍ່ການຮ່ວມມືທີ່ມີໝາກຜົນໃນດ້ານຕ່າງໆ ບົນພື້ນແຫ່ງການເປັນຄູ່ຮ່ວມມືແບບກວມລວມ ແລະ ໄດ້ປຶກສາຫາລືທິດທາງການຮ່ວມມືໃນອະນາຄົດ. ໃນໂອກາດດຽວກັນນີ້, ທ່ານລັດຖະມົນຕີຕ່າງປະເທດ ສປປ ລາວ ໄດ້ຢືນຢັນຄວາມມຸ້ງໝັ້ນຂອງລັດຖະບານລາວ ສປປ ລາວ ທີ່ຈະສືບຕໍ່ໃຫ້ການຮ່ວມມືໃນການເສີມຂະຫຍາຍການພົວພັນ ແລະ ຮ່ວມມືສອງຝ່າຍໃຫ້ເຂັ້ມແຂງມີປະສິດທິຜົນຍິ່ງຂຶ້ນໃນຕໍ່ໜ້າ. ທ່ານລັດຖະມົນຕີຕ່າງປະເທດອາເມຣິກາ ໄດ້ຕີລາຄາສູງ ແລະ ຊົມເຊີຍການປະຕິບັດບົດບາດຂອງ ສປປ ລາວ ໃນຖານະເປັນປະເທດປະສານງານ ອາຊຽນ-ອາເມຣິກາ ທີ່ໄດ້ປະກອບສ່ວນກະກຽມ ໃຫ້ແກ່ກອງປະຊຸມສຸດຍອດສະໄໝພິເສດ ອາຊຽນ-ອາເມຣິກາ ເຊິ່ງຈະຈັດຂຶ້ນໃນເດືອນມີນາ 2020, ທີ່ ລັດສ໌ເວກັດ, ສະຫະລັດ ອາເມຣິກາ.

 

ໃນໂອກາດການຢ້ຽມຢາມຄັ້ງນີ້, ທ່ານລັດຖະມົນຕີຕ່າງປະເທດ ສປປ ລາວ ຍັງໄດ້ພົບປະກັບຫຼາຍພາກສ່ວນຂອງສະຫະລັດ ອາເມຣິກາ ເຊັ່ນ: ສະມາຊິກລັດຖະສະພາ; ຮອງທີ່ປຶກສາດ້ານຄວາມໝັ້ນຄົງຂອງປະທານາທິບໍດີ; ຜູ້ຊ່ວຍລັດຖະມົນຕີຕ່າງປະເທດຮັບຜິດຊອບວຽກງານສົ່ງເສີມການເຕີບໂຕດ້ານເສດຖະກິດ, ພະລັງງານ ແລະ ສິ່ງແວດລ້ອມ; ຜູ້ບໍລິຫານອົງການ USAID; ຜູ້ຊ່ວຍຫ້ອງການການຄ້າສະຫະລັດ ອາເມຣິກາ ປະຈໍາຫ້ອງການປະທານາທິບໍດີ (USTR) ກໍ່ຄືອົງການຈັດຕັ້ງບໍ່ສັງກັດລັດຖະບານຈໍານວນໜຶ່ງ ເຊິ່ງໃນນັ້ນກໍ່ໄດ້ມີການແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບການຮ່ວມມື ແລະ ຊ່ວຍເຫຼືອຂອງອາເມຣິກາແກ່ ສປປ ລາວ ໃນຂະແໜງການຕ່າງໆ ເປັນຕົ້ນການເກັບກູ້ລະເບີດທີ່ບໍ່ທັນແຕກ, ການຄ້າ, ການລົງທຶນ, ສາທາລະນະສຸກ, ການສຶກສາ ແລະ ອື່ນໆ.

 

ການພົບປະຕ່າງໆດັ່ງກ່າວ ໄດ້ດໍາເນີນໄປດ້ວຍບັນຍາກາດອັນສ້າງສັນ, ກົງໄປກົງມາ ແລະ ດ້ວຍຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ ແຕ່ຕົ້ນຕະຫຼອດປາຍ ແລະ ສາມາດເວົ້າໄດ້ວ່າການຢ້ຽມຢາມ ສະຫະລັດ ອາເມຣິກາຢ່າງເປັນທາງການຄັ້ງປະຖົມມະລຶກນີ້ ໄດ້ປະສົບຜົນສໍາເລັດຕາມລະດັບຄາດໝາຍ ອັນເປັນພື້ນຖານອັນສໍາຄັນໃນການສົ່ງເສີມການພົວພັນຮ່ວມມືລະຫວ່າງສອງປະເທດໃນຕໍ່ໜ້າ ໃຫ້ກວ້າງຂວາງ ແລະ ມີປະສິດທິຜົນຢ່າງບໍ່ຢຸດຢັ້ງ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ ກໍ່ຄືເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາແບບຍືນຍົງໃນພາກພື້ນ ແລະ ສາກົນ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485369
ມື້ນີ້70
ມື້ວານ227
ອາທິດນີ້405
ເດືອນນີ້4674