ໃນຕອນບ່າຍຂອງວັນທີ 28 ມັງກອນ 2020, ທີ່ ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ໄດ້ຖະແຫຼງຂ່າວ ກ່ຽວກັບ ກໍລະນີພະຍາດ ໂຄໂຣນາ ໄວຣັສ ສາຍພັນໃໝ່ (2019 nCOV), ຊຶ່ງທ່ານໄດ້ແຈ້ງໃຫ້ຊາບດັ່ງນີ້:
ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ບັນດາສໍານັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈໍາ ຢູ່ຕ່າງປະເທດ ໄດ້ຕິດຕາມສະພາບການລະບາດຂອງພະຍາດດັ່ງກ່າວຢູ່ຕ່າງປະເທດ ຢ່າງໃກ້ຊິດ ແລະ ໄດ້ປະສານງານກັບບັນດາພາກສ່ວນກ່ຽວຂ້ອງຂອງປະເທດ ທີ່ມີການລະບາດຂອງພະຍາດດັ່ງກ່າວ ເພື່ອອໍານວຍຄວາມສະດວກ ແລະ ຊ່ວຍເຫຼືອພົນລະເມືອງລາວ, ນັກທ່ອງທ່ຽວ, ນັກທຸລະກິດ ແລະ ນັກສຶກສາລາວ ທີ່ກໍາລັງດໍາລົງຊີວິດ ແລະ ສຶກສາຮໍ່າຮຽນຢູ່ບັນດາປະເທດ ທີ່ມີການລະບາດ, ພ້ອມທັງໄດ້ລາຍງານສະພາບການດັ່ງກ່າວ ຢ່າງເປັນປະຈໍາ.
ກະຊວງການຕ່າງປະເທດ ໄດ້ເປັນເຈົ້າການປະສານງານ ແລະ ແລກປ່ຽນຂໍ້ມູນຂ່າວສານ ກັບບັນດາປະເທດຕ່າງໆໃນພາກພື້ນ ກໍຄື ສາກົນ ແລະ ອົງການອະນາໂມໂລກ ຢ່າງໃກ້ຊິດ ເພື່ອຕິດຕາມທ່າອ່ຽງ ຂອງການລະບາດພະຍາດດັ່ງກ່າວ ແລະ ຍາດແຍ່ງການຊ່ວຍເຫຼືອ, ໂດຍສະເພາະການສົ່ງຄະນະຜູ້ຊ່ຽວຊານດ້ານການແພດ ພ້ອມດ້ວຍອຸປະກອນເຄື່ອງມື, ຢາ, ແລະ ວັກຊິນປ້ອງກັນ ໃນກໍລະນີທີ່ມີການລະບາດໃຫຍ່.
ກະຊວງການຕ່າງປະເທດ ຂໍແນະນໍາໃຫ້ພົນລະເມືອງລາວຢູ່ຕ່າງປະເທດ ຕິດຕາມສະພາບການລະບາດຂອງພະຍາດດັ່ງກ່າວ ຢ່າງເປັນປົກກະຕິ ຜ່ານແຫຼ່ງຂໍ້ມູນທາງການຂອງກະຊວງສາທາລະນະສຸກ, ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ອົງການອະນາໄມໂລກ.
ກະຊວງການຕ່າງປະເທດ ຂໍແຈ້ງເຕືອນໃຫ້ພົນລະເມືອງລາວ ຫຼີກລ່ຽງການເດີນທາງໄປຍັງບັນດາເຂດ ທີ່ມີການລະບາດຂອງພະຍາດດັ່ງກ່າວຢູ່ຕ່າງປະເທດ. ຖ້າພົນລະເມືອງລາວຢູ່ຕ່າງປະເທດ ຕ້ອງການຄວາມຊ່ວຍເຫຼືອ, ກະລຸນາຕິດຕໍ່ບັນດາສໍານັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈໍາຢູ່ຕ່າງປະເທດ ຫຼື ກະຊວງການຕ່າງປະເທດ ຕາມ website ຫຼື ເບີຕິດຕໍ່. ພໍ່ແມ່ຍາດພີ່ນ້ອງຂອງພົນລະເມືອງລາວທີ່ມີລູກຫຼານ ຫຼື ພີ່ນ້ອງຂອງຕົນຍັງຄ້າງຢູ່ຕ່າງປະເທດ ເມື່ອມີຄວາມຫຍຸ້ງຍາກແນວໃດ ກໍໃຫ້ປະສານຫາກະຊວງການຕ່າງປະເທດ ເພື່ອຈະໄດ້ປະສານຕໍ່ໄປຍັງສຳນັກງານຂອງເຮົາທີ່ຕ່າງປະເທດ ກໍຄື ປະເທດເຈົ້າພາບ.
ເບີຕິດຕໍ່ພົວພັນຂອງສະຖານທູດ ແລະ ສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວ ທີ່ ຕ່າງປະເທດ
ກົດເພື່ອດາວໂຫລດຂໍ້ມູນ: Download