ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ແບບວົງແຄບ ທີ່ ຍ່າຈ່າງ, ສສ ຫວຽດນາມ

 

AFR2020-1

 

AFR2020-2

 

AFR2020-3

 

ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ແທນ ຂອງ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ແບບວົງແຄບ, ຊຶ່ງເປັນກອງປະຊຸມທຳອິດໃນການເປັນປະທານອາຊຽນຂອງຫວຽດນາມ, ຈັດຂຶ້ນໃນວັນທີ 17 ມັງກອນ 2020 ທີ່ ຍ່າຈ່າງ, ຫວຽດນາມ ພາຍໃຕ້ຄໍາຂວັນ: “ອາຊຽນທີ່ໜຽວແໜ້ນ ​ແລະ ຕອບ​ສະໜອງຕໍ່​ສະພາບ​ການ(Cohesive and Responsive ASEAN).

ກອງປະຊຸມ ໄດ້ຮັບຊາບຄວາມຄືບຫນ້າຂອງການຈັດຕັ້ງປະຕິບັດບັນດາຄໍາຕົກລົງຂອງຜູ້ນໍາອາຊຽນໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 34 ແລະ 35 ຜ່ານມາ ກໍຄືການຈັດຕັ້ງປະຕິບັດບັນດາເອກະສານແຜນແມ່ບົດ ສໍາລັບ ສາມເສົາຄໍ້າປະຊາຄົມອາຊຽນ 2025, ແຜນງານຂໍ້ລິເລີ່ມເພື່ອການເຊື່ອມໂຍງອາຊຽນ ສະບັບທີ III ແລະ ແຜນແມ່ບົດວ່າດ້ວຍການເຊື່ອມຈອດອາຊຽນ 2025.

ກອງປະຊຸມ ໄດ້ປຶກສາຫາລື ແລະ ຮັບຊາບ ບັນດາຂໍ້ລິເລີ່ມບູລິມະສິດ ສໍາລັບການເປັນປະທານອາຊຽນ ສົກປີ 2020 ຂອງ ຫວຽດນາມເຊັ່ນ: 1). ການຮັດແໜ້ນຄວາມສາມັກຄີແລະຄວາມເປັນເອກະພາບຂອງອາຊຽນ, ສົ່ງເສີມຄວາມເປັນແກນກາງແລະປະກອບສ່ວນໃນການຮັກສາສັນຕິພາບແລະສະຖຽນລະພາບຂອງພາກພື້ນ; 2). ເພີ່ມທະວີການເຊື່ອມໂຍງແລະເຊື່ອມຈອດອາຊຽນ, ເພີ່ມປະສິດທິພາບໃຫ້ແກ່ເສດຖະກິດແລະປະຊາຄົມອາຊຽນໃຫ້ສາມາດປັບຕົວແລະຮັບມືກັບການປະຕິວັດອຸດສາຫະກຳ 4.0 ແລະເສດຖະກິດດີຈີຕອນ; 3). ສົ່ງເສີມເອກະລັກຂອງອາຊຽນແລະສ້າງຄວາມຮັບຮູ້ໃຫ້ແກ່ປະຊາຊົນອາຊຽນກ່ຽວກັບປະຊາຄົມອາຊຽນໃຫ້ຫຼາຍຂຶ້ນ; 4). ເພີ່ມທະວີການຮ່ວມມືກັບບັນດາປະເທດຄູ່ຮ່ວມມືໃນໂລກເພື່ອສັນຕິພາບ, ສະຖຽນລະພາບແລະການພັດທະນາແບບຍືນຍົງ; ແລະ 5). ເພີ່ມທະວີຄວາມອາດສາມາດແລະປະສິດທິພາບຂອງສະຖາບັນອາຊຽນ. ກອງປະຊຸມໄດ້ເຫັນດີມອບໃຫ້ຂະແໜງການກ່ຽວຂ້ອງ ນຳໄປປຶກສາຫາລືລາຍລະອຽດບັນດາຂໍ້ລິເລີ່ມບູລິມະສິດດັ່ງກ່າວ ເພື່ອຈັດຕັ້ງປະຕິບັດຕໍ່ໄປ. ນອກນັ້ນ, ກອງປະຊຸມຍັງໄດ້ແລກປ່ຽນຄຳຄິດເຫັນກ່ຽວກັບທິດທາງໃນຕໍ່ໜ້າຂອງການສ້າງປະຊາຄົມອາຊຽນເປັນຕົ້ນແມ່ນການທົບທວນກາງສະໄໝການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025.

ກອງປະຊຸມ ຍັງໄດ້ປຶກສາຫາລື ກ່ຽວກັບການຮ່ວມມື ລະຫວ່າງ ອາຊຽນ ກັບພາຍນອກ, ໂດຍສະເພາະ ໄດ້ປຶກສາຫາລືກ່ຽວກັບການກະກຽມໃຫ້ແກ່ການຈັດກອງປະຊຸມສະເຫຼີມສະຫຼອງການຮ່ວມມືອາຊຽນ-ນິວຊີແລນຄົບຮອບ 45 ປີ, [ກອງປະຊຸມສຸດຍອດສະໄໝພິເສດອາຊຽນ-ສະຫະລັດອາເມຣິກາທີ່ຄາດວ່າຈະຈັດຂຶ້ນໃນເດືອນມີນາ 2020 ທີ່ສະຫະລັດອາເມຣິກາ]. ໃນໂອກາດນີ້, ບັນດາລັດຖະມົນຕີຕ່າງປະເທດອາຊຽນ ຍັງໄດ້ແລກປ່ຽນຄວາມຄິດເຫັນ ກ່ຽວກັບບັນຫາພາກພື້ນ ແລະ ສາກົນ ທີ່ພົ້ນເດັ່ນ ແລະ ມີຄວາມສົນໃຈຮ່ວມກັນ ເປັນຕົ້ນແມ່ນບັນຫາທີ່ເປັນສິ່ງທ້າທາຍຕໍ່ສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນ ແລະ ຂອງໂລກ, ສົງຄາມການຄ້າ ລະຫວ່າງ ປະເທດມະຫາອຳນາດ, ບັນຫາການກໍ່ການຮ້າຍ, ສະພາບຄວາມເຄັ່ງຕຶງຢູ່ຕາເວັນອອກກາງ, ໄພພິບັດທໍາມະຊາດ ແລະ ອື່ນໆ.

ໃນກອງປະຊຸມຄັ້ງນີ້ ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ເນັ້ນຢໍ້າເຖິງຄວາມສໍາຄັນ ຂອງການຮ່ວມມືເພື່ອຮັດແຄບຄວາມແຕກໂຕນທາງດ້ານການພັດທະນາ ລະຫວ່າງ ປະເທດສະມາຊິກອາຊຽນ ແລະ ການເຊື່ອມຈອດພາກພື້ນ ເພື່ອຫຼຸດຜ່ອນຄວາມແຕກໂຕນດ້ານການພັດທະນາໃນອາຊຽນ, ໂດຍສະເພາະການກະກຽມແຜນວຽກເພື່ອການເຊື່ອມໂຊງອາຊຽນສະບັບທີ IV ເພື່ອປ່ຽນແທນແຜນວຽກສະບັບທີ III ທີ່ຈະສິ້ນສຸດການຈັດຕັ້ງປະຕິບັດໃນປີ 2020 ນີ້. ໃນຂະນະດຽວກັນ, ອາຊຽນຄວນສືບຕໍ່ສົ່ງເສີມບົດບາດຄວາມເປັນແກນກາງຂອງຕົນໃນການພົວພັນກັບພາຍນອກ ແລະ ໃນໂຄງສ້າງພາກພື້ນທີ່ພວມຜັນແປ.

ບົດຂ່າວອື່ນໆ

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484454
ມື້ນີ້158
ມື້ວານ273
ອາທິດນີ້892
ເດືອນນີ້3759