ໃນວັນທີ 08 ມັງກອນ 2020, ກະຊວງການຕ່າງປະເທດ ຮ່ວມກັບ ແຂວງຫລວງພະບາງ ໄດ້ຈັດກອງປະຊຸມສຳມະນາເຜີຍແຜ່ຜົນສຳເລັດ ຂອງກອງປະຊຸມ ໜຶ່ງແລວ ໜຶ່ງເສັ້ນທາງ ເພື່ອການຮ່ວມມືສາກົນ ຄັ້ງທີ 2 ແລະ ຄວາມຄືບໜ້າການຈັດຕັ້ງປະຕິບັດວຽກງານການເຊື່ຶອມໂຍງເສດຖະກິດ ກັບພາກພື້ນ ແລະ ສາກົນ ຂອງ ສປປ ລາວ ທີ່ຫ້ອງປະຊຸມ ຂອງພະແນກກະສິກຳ ແລະ ປ່າໄມ້ແຂວງຫລວງພະບາງ, ພາຍໃຕ້ການເປັນປະທານຮ່ວມ ຂອງ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ສຸກັນ ບຸນຍົງ, ຮອງເຈົ້າແຂວງໆຫລວງພະບາງ, ໂດຍມີຜູ້ຕາງໜ້າ ຈາກບັນດາຂະແຫນງການ ຂອງສູນກາງ ແລະ ຈາກ 09 ແຂວງພາກໜືອ (ແຂວງວຽງຈັນ, ແຂວງຫລວງພະບາງ, ແຂວງອຸດົມໄຊ, ແຂວງໄຊຍະບູລີ, ແຂວງຊຽງຂວາງ, ແຂວງບໍ່ແກ້ວ, ແຂວງຫົວພັນ, ແຂວງຜົ້ງສາລີ ແລະ ແຂວງໄຊສົມບູນ) ເຂົ້າຮ່ວມ.
ໃນກອງປະຊຸມສຳມະນາຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ຮັບຟັງການເຜີຍແຜ່ຜົນສຳເລັດ ຂອງການເຂົ້າຮ່ວມກອງປະຊຸມ ໜຶ່ງແລວ ໜຶ່ງເສັ້ນທາງ ເພື່ອການຮ່ວມມືສາກົນຄັ້ງທີ 2 ຂອງພະນະທ່ານ ບຸນຍັງວໍລະຈິດ, ປະທານປະເທດ ແຫ່ງ ສປປ ລາວ ແລະ ຮັບຟັງການລາຍງານຄວາມຄືບໜ້າ ແລະ ຜົນສຳເລັດໃນການຈັດຕັ້ງປະຕິບັດຂອບການຮ່ວມມື ໜຶ່ງແລວ ໜຶ່ງເສັ້ນທາງ ຂອງ ສປປ ລາວ. ນອກຈາກນີ້, ຜູ້ເຂົ້າຮ່ວມກອງປະຊຸມ ຍັງໄດ້ຮັບຟັງການລາຍງານຜົນສຳເລັດໃນການເຄື່ອນໄຫວວຽກງານການເຊື່ອມໂຍງ-ເຊື່ອມຈອດ ກັບພາກພື້ນ ແລະ ສາກົນ ຂອງ ສປປ ລາວ ໃນຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ (MLC) ແລະ ບາງເອກະສານຍຸດທະສາດທີ່ສຳຄັນອື່ນໆ ເພື່ອເຮັດໃຫ້ບັນດາພະນັກງານ ຈາກບັນດາຂະແຫນງການ ແລະ ອຳນາດການປົກຄອງທ້ອງຖິ່ນ ໄດ້ຮັບຊາບກ່ຽວກັບການຈັດຕັ້ງປະຕິບັດນະໂຍບາຍການເຊື່ອມໂຍງເຊື່ອມຈອດພາກພື້ນແລະສາກົນຂອງພັກແລະລັດຖະບານຂອງພວກເຮົາ.ໃນກອງປະຊຸມສຳມະນາ ຜູ້ເຂົ້າຮ່ວມ ຍັງໄດ້ມີການແລກປ່ຽນຄຳຄິດເຫັນ ດ້ວຍບັນຍາກາດອັນຟົດຟື້ນ ແລະ ແບບກົງໄປກົງມາ ຕໍ່ບັນດາສິ່ງທ້າທາຍ, ກາລະໂອກາດ ແລະ ການກະກຽມຄວາມພ້ອມໃນດ້ານຕ່າງໆ ແນໃສ່ຍາດແຍ່ງຜົນປະໂຫຍດຈາກບັນດາຂອບການຮ່ວມມືດັ່ງກ່າວ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ.