ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຄະນະຜູ້ແທນລາວ ເຂົ້າຮ່ວມພິທີສະເຫຼີມສະຫຼອງ ວັນລົງປະຊາມະຕິ ຄົບຮອບ 20 ປີ ທີ່ ປະເທດ ຕີມໍ-ເລສເຕ

SLXTimorA

 

SLXTimorB

 

ໃນລະຫວ່າງວັນທີ 29-30 ສິງຫາ 2019 ທີ່ຜ່ານມາ, ພະນະທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ, ໄດ້ເປັນຜູ້ຕາງໜ້າພິເສດຂອງ ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ນໍາພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມພິທີສະເຫຼີມສະຫຼອງ ວັນລົງປະຊາມະຕິ ຄົບຮອບ 20 ປີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ເລສເຕ ຕາມການເຊື້ອເຊີນ ຂອງ ພະນະທ່ານ ຕາອູ ມາຕານ ຣູອັກ, ນາຍົກລັດຖະມົນຕີ ແຫ່ງສາທາລະນະລັດ ປະຊາທິປະໄຕ ຕີມໍ-ເລສເຕ ເຊິ່ງພິທີໄດ້ຈັດຂື້ນ ທີ່ ນະຄອນຫຼວງດີລີ, ຕີມໍ-ເລສເຕ ໂດຍມີ ການນຳຂັ້ນສູງ ຂອງປະເທດອາຊຽນ, ອົດສະຕາລີ, ປະເທດເພື່ອນມິດ ຂອງຕີມໍ-ເລສເຕ ແລະ ຜູ້ຕາງໜ້າ ຈາກອົງການສະຫະປະຊາຊາດ ເຂົ້າຮ່ວມເປັນກຽດ ແລະ ສະແດງຄວາມຊົມເຊີຍມາຍັງລັດຖະບານ ແລະ ປະຊາຊົນຕີມໍ-ເລດສເຕ ຕໍ່ເອກະລາດ ແລະ ຜົນສຳເລັດໃນການສ້າງສາ ແລະ ພັດທະນາປະເທດຊາດ ຕະຫຼອດໄລຍະ 20 ປີ ທີ່ຜ່ານມາ. ໃນພິທີສຳຄັນດັ່ງກ່າວ, ປະທານາທິບໍດີ ຂອງຕີມໍ-ເລສເຕ ໄດ້ໃຫ້ກຽດກ່າວເປີດພິທີ ເພື່ອຫວນລໍາລຶກເຖິງມູນເຊື້ອ ອັນພິລະອາດຫານຂອງປະຊາຊົນຕີມໍ-ເລສເຕ ໃນການຍາດເອົາເອກະລາດ ແລະ ສິດເປັນເຈົ້າຕົນເອງ ແລະ ປະດັບຫຼຽນແກ່ບຸກຄົນສຳຄັນ ທີ່ໄດ້ປະກອບສ່ວນແກ່ການໄດ້ຮັບເອກະລາດຂອງປະເທດຕີມໍ-ເລສເຕ. ພ້ອມນີ້, ເຈົ້າພາບ ຍັງໄດ້ຈັດການສະແດງສິນລະປະ, ວັດທະນະທຳພື້ນເມືອງ ຂອງ ຊາວຕີມໍ-ເລສເຕ ແລະ ຍິງບັ້ງໄຟດອກ ເພື່ອສະເຫຼີມສະຫຼອງພິທີດັ່ງກ່າວຢ່າງຟົດຟື້ນ ແລະ ມີຄວາມໝາຍສຳຄັນ.

          ວັນລົງປະຊາມະຕິ ເປັນວັນທີ່ມີຄວາມໝາຍສຳຄັນ ຂອງ ປະເທດຕີມໍ-ເລສເຕ ແລະ ຖືກຈັດໃຫ້ເປັນວັນພັກທາງລັດຖະການໃນແຕ່ລະປີ ເພື່ອລະນຶກເຖິງປະຫວັດສາດກ່ອນໜ້ານີ້ 20 ປີ, ເຊິ່ງປະຊາຊົນຕີມໍ ໄດ້ພ້ອມໃຈກັນລົງປະຊາມະຕິແຍກຕົວເປັນເອກະລາດໃນວັນທີ 30 ສິງຫາ 1999. ປະເທດຕີມໍ-ເລສເຕ ຕັ້ງຢູ່ໃນຂົງເຂດອາຊີຕາເວັນອອກສ່ຽງໃຕ້, ມີຊາຍແດນຕິດຈອດກັບຕີມໍຕາເວັນຕົກ ຂອງອິນໂດເນເຊຍ ແລະ ມີຊາຍແດນທາງນໍ້າ ຕິດກັບປະເທດອົດສະຕາລີ ທາງທິດເໜືອ ໂດຍມີທະເລຕີມໍ ຂັ້ນກາງ, ມີເນື້ອທີ່ທັງໝົດ 15.007 km2, ມີປະຊາກອນທັງໝົດ 1,06 ລ້ານຄົນ (ປີ 2010), ໃນນັ້ນປະຊາຊົນປະມານ 90 ເປີເຊັນຖືສາດສະໜາກາໂຕລິກ ແລະ ປະກອບມີ 13 ເມືອງ.

          ສປປ ລາວ ແລະ ສປ ຕີມໍ-ເລສເຕ ສ້າງຕັ້ງສາຍພົວພັນການທູດນຳກັນໃນວັນທີ 29 ກໍລະກົດ 2002 ແລະ ໄດ້ມີການພົວພັນຮ່ວມມືກັນດີ ຢ່າງເປັນປົກກະຕິ ຕະຫຼອດໄລຍະເວລາ 17 ກວ່າປີຜ່ານມາ. ຫຼ້າສຸດ, ໃນລະຫວ່າງວັນທີ 5-8 ມິຖຸນາ 2019, ລັດຖະມົນຕີຕ່າງປະເທດ ແລະ ການຮ່ວມມື ຂອງ ຕີມໍ-ເລສເຕ ໄດ້ເດີນທາງມາຢ້ຽມຢາມທາງການ ທີ່ ສປປ ລາວ ເພື່ອສືບຕໍ່ຮັດແໜ້ນ ແລະ ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສອງປະເທດໃຫ້ເຂົ້າສູ່ລວງເລິກ ແລະ ຂະຫຍາຍຕົວຍິ່ງໆຂື້ນ. ການເຂົ້າຮ່ວມພິທີສຳຄັນຄັ້ງນີ້ ຂອງຄະນະຜູ້ແທນລາວ ເປັນການສືບຕໍ່ເຈດຕະນາລົມອັນສະເໝີຕົ້ນສະເໝີປາຍ ໃນການສົ່ງເສີມການພົວພັນຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ກັບບັນດາປະເທດຕ່າງໆ ໃນພາກພື້ນ ແລະ ໃນໂລກ ລວມທັງປະເທດ ຕີມໍ-ເລດສເຕ ທັງຍັງເປັນການນໍາເອົາ ການສະໜັບສະໜູນຢ່າງຈິງໃຈ ຈາກລັດຖະບານ ແລະ ປະຊາຊົນ ແຫ່ງ ສປປ ລາວ ມາຍັງລັດຖະບານ ແລະ ປະຊາຊົນ ແຫ່ງ ຕີມໍ-ເລສເຕ ໃນໂອກາດທີ່ມີຄວາມໝາຍສຳຄັນຄັ້ງນີ້ ແລະ ຖືໂອກາດນີ້ສະແດງຄວາມຍິນດີ ແລະ ຊົມເຊີຍ ຕໍ່ຜົນສຳເລັດ ໃນການສ້າງສາ ແລະ ພັດທະນາປະເທດຕີມໍ-ເລດເຕ ຕະຫຼອດໄລຍະເວລາ 20 ປີຜ່ານມາ ອີກດ້ວຍ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485409
ມື້ນີ້110
ມື້ວານ227
ອາທິດນີ້445
ເດືອນນີ້4714