ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະບານ ແຫ່ງ ສປປ ລາວ ປະດັບຫຼຽນກາມິດຕະພາບໃຫ້ແກ່ທ່ານທູດສິງກະໂປ ປະຈຳລາວ

 

FMawardedSingaporeAmb1 FMawardedSingaporeAmb2

 

ໃນວັນທີ 08 ກໍລະກົດ 2019, ທີ່ ກະຊວງການຕ່າງປະເທດ,  ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ໂດມິນິກ ໂກ (Dominic goh), ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ສິງກະໂປ ປະຈຳ ສປປ ລາວ ໃນໂອກາດທີ່ຈະສຳລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ.

ໃນໂອກາດນີ້, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບທ່ານເອກອັກຄະລັດຖະທູດ ແລະຊົມເຊີຍ ທີ່ໄດ້ສຳເລັດໃນການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ແລະສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການສະໜັບສະໜູນ ແລະ ການຊ່ວຍເຫຼືອຂອງສິງກະໂປທີ່ມີຕໍ່ ສປປ ລາວ ໃນໄລຍະຜ່ານມາໃນຫຼາຍດ້ານເຊັ່ນ: ດ້ານການເມືອງ, ເສດຖະກິດ ແລະ ວັດທະນະທຳ-ສັງຄົມ ເປັນຕົ້ນ: ໄດ້ປະກອບສ່ວນຊຸກຍູ້ການພົວພັນ ແລະ ປະກອບສ່ວນອັນສຳຄັນໃຫ້ແກ່ການແລກປ່ຽນການຢ້ຽມຢາມຂອງການນຳຂັ້ນສູງລະຫວ່າງສອງປະເທດ; ດ້ານການຄ້າ ແລະ ການລົງທຶນ, ທ່ານໄດ້ຊຸກຍູ້ໃຫ້ນັກລົງທຶນ ສິງກະໂປ ມາລົງທຶນ ຢູ່ ສປປ ລາວ ມາເຖິງປະຈຸບັນ ລວມມີມູນຄ່າການລົງທຶນຂອງ ສິງກະໂປ ຢູ່ ລາວປະມານ 187 ລ້ານໂດລາສະຫະລັດ, ກວມເອົາໃນ 79 ໂຄງການ ແລະ ຖືກຈັດຢູ່ໃນອັນດັບທີ 11 ຂອງ ສປປ ລາວແລະ ຍັງໄດ້ຊຸກຍູ້ການເປີດສາຍການບິນ Silk Air ຢູ່ ສປປ ລາວ ໃນເດືອນ ເມສາ 2016 ທີ່ຜ່ານມາ; ດ້ານການແລກປ່ຽນທາງດ້ານວັດທະນະທຳ ໄດ້ປະກອບສ່ວນຈັດພິທີເປີດໂຕປື້ມ “From Third World to First” ແລະ ໄດ້ຂົນຂວາຍທຶນຮອນ ໃຫ້ນັກສະແດງກອງລະຄອນຄົນພິການ ແລະນັກສະແດງເຕັ້ນບາເລ້ຂອງລາວ, ຈຳນວນ 14 ຄົນ ໄປຖອດຖອນບົດຮຽນ ທີ່ ປະເທດສິງກະໂປ; ດ້ານການສຶກສາ ໄດ້ຂົນຂວາຍຍາດແຍ່ງທຶນຝຶກອົບຮົມພາສາອັງກິດ ໃຫ້ແກ່ການນຳລາວຈຳນວນ 35 ທ່ານ, ຊ່ວຍຂົນຂວາຍທຶນຝຶກອົບຮົມແກ່ພະນັກງານລາວ ໃນສາຂາຕ່າງໆ ຢູ່ສິງກະໂປ ຫຼາຍກ່ວາ 100 ທຶນ ແລະ ຍັງໄດ້ຊ່ວຍຝຶກອົບຮົມຢູ່ ສູນຮ່ວມມືລາວ-ສິງກະໂປ ໃຫ້ແກ່ພະນັກງານລາວອີກຫຼາຍ ກ່ວາ 90 ຫຼັກສູດ ແລະ ມີພະນັກງານລາວຫຼາຍກວ່າ 2000 ຄົນເຂົ້າຮ່ວມ. ພິເສດ, ທ່ານທູດຍັງໄດ້ຂົນຂວາຍອາສາສະໝັກນັກຮຽນຈາກມະຫາວິທະຍາໄລທີ່ສຳຄັນຂອງສິງກະໂປ ມາຊ່ວຍເຫຼືອແກ່ໂຮງຮຽນຕ່າງໆ ຂອງ ສປປ ລາວ ມີຈຳນວນຫຼາຍກ່ວາ 1800 ຄົນ. ນອກຈາກນັ້ນ, ທ່ານທູດຍັງໄດ້ປະກອບສ່ວນຊຸກຍູ້ໃຫ້ລັດຖະບານສິງກະໂປຊ່ວຍເຫຼືອລາວ ໃນຊ່ວງທີ່ເປັນປະທານອາຊຽນ ເຊິ່ງມີມູນຄ່າຫຼາຍກ່ວາ 200,000 ໂດລາສະຫະລັດ ແລະ ໃນຊ່ວງເວລາເກີດອຸປະຕິເຫດສັນກັນນໍ້າເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍ ແຕກ ທີ່ ເມືອງສະໜາມໄຊ, ແຂວງອັດຕະປື, ລັດຖະບານສິງກະໂປ ກໍໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ເຊິ່ງຈັດເປັນປະເທດອັນດັບຕົ້ນໆ.

ໃນໂອກາດດຽວກັນນີ້, ທ່ານ ສະເຫຼີມໄຊ ກົມມະສິດ ຍັງໄດ້ຕາງໜ້າລັດຖະບານ ແລະ ປະຊາຊົນລາວ ປະດັບຫຼຽນກາມິດຕະພາບໃຫ້ແກ່ທ່ານທູດສິງກະໂປ ເພື່ອສະແດງຄວາມຍ້ອງຍໍຊົມເຊີຍ ຜົນສຳເລັດອັນໃຫຍ່ຫຼວງຕໍ່ຜົນງານຂອງທ່ານເອກອັກຄະລັດຖະທູດ ໃນໄລຍະການປະຕິບັດໜ້າທີ່ທາງການທູດຢູ່ ສປປ ລາວ ເປັນເວລາ 4 ປີກວ່າ.

ໃນໂອກາດດຽວກັນ, ທ່ານ ທູດສິງກະໂປ ກໍໄດ້ສະແດງຄວາມຂອບໃຈເປັນຢ່າງຍິ່ງຕໍ່ລັດຖະບານ ສປປ ລາວທີ່ໄດ້ອຳນວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວປະຕິບັດວຽກງານການທູດຂອງຕົນ ຢູ່ ສປປ ລາວ, ພິເສດແມ່ນຄວາມຮູ້ບຸນຄຸນຢ່າງສູງຕໍ່ການມອບຫຼຽນກາມິດຕະພາບອັນສົມກຽດໃຫ້ແກ່ທ່ານ ແລະ ຢືນຢັນຈະສືບຕໍ່ປະກອບສ່ວນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດສິງກະໂປ-ລາວ ທີ່ມີມາແຕ່ດົນນານນັ້ນໃຫ້ຈະເລີນງອກງາມຍິ່ງໆຂຶ້ນ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484538
ມື້ນີ້54
ມື້ວານ188
ອາທິດນີ້976
ເດືອນນີ້3843