ໂດຍຕອບສະໜອງຕາມຄຳເຊີນຂອງ ທ່ານ ຊອນ ອັສແຊນລ໌ບອນ (H.E. Mr. Jean ASSELBORN), ລັດຖະມົນຕີກະຊວງການຕ່າງປະເທດ ແລະ ວຽກງານເອີຣົບ ແຫ່ງ ຣາຊະອານາຈັກ ລຸກຊຳບວກ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ຣາຊະອານຈັກ ລຸກຊຳບວກ ຢ່າງເປັນທາງການ, ໃນລະຫວ່າງວັນທີ 26-27 ມິຖຸນາ 2019, ເຊິ່ງເປັນການຢ້ຽມຢາມຄັ້ງປະຖົມມະລືກ ແລະ ເປັນນິມິດໝາຍອັນສຳຄັນໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ລຸກຊຳບວກ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.
ໃນຕອນບ່າຍຂອງວັນທີ 26 ມິຖຸນາ 2019, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ຊອນ ອັສແຊນລ໌ບອນ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ວຽກງານເອີຣົບ ແຫ່ງ ຣາຊະອານາຈັກ ລຸກຊຳບວກ, ເຊິ່ງໄດ້ດຳເນີນໄປພາຍໃຕ້ບັນຍາກາດອັນສະໜິດສະໜົມ ແລະ ສ້າງສັນ. ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ລຸກຊໍາບວກ ນັບແຕ່ ສອງປະເທດໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 25 ກັນຍາ 1997 ເປັນຕົ້ນມາ. ພ້ອມກັນນັ້ນ, ກໍ່ໄດ້ທົບທວນຄືນການຊ່ວຍເຫຼືອຂອງ ຣາຊະອານາຈັກ ລຸກຊຳບວກ ແກ່ ສປປ ລາວ ເຊິ່ງສຸມໃສ່ຂະແໜງການບຸລິມະສິດຂອງແຜນພັດທະນາເສດຖະກິດ-ສັງຄົມ ໃນໄລຍະຜ່ານມາຮອດປັດຈຸບັນ ເຊັ່ນ: ດ້ານການສຶກສາ, ສາທາລະນະສຸກ, ອຸດສາຫະກຳການທ່ອງທ່ຽວ, ການເກັບກູ້ລະເບີດບໍ່ທັນແຕກຢູ່ລາວ, ໂຮງແຮມ ແລະ ການບໍລິການ, ການເງິນ-ການທະນາຄານ, ພັດທະນາຊົນນະບົດ ແລະ ພື້ນຖານໂຄງລ່າງ. ສຳລັບການຊ່ວຍເຫຼືອຂອງລຸກຊຳບວກ ແມ່ນເປັນແຜນງານຮ່ວມມືໄລຍະຍາວ ລະຫວ່າງ ສອງລັດຖະບານ (Indicative Cooperation Programme (ICP) ແລະ ຈັດເປັນແຕ່ລະໄລຍະ, ຊຶ່ງມາເຖິງປັດຈຸບັນ ປະຕິບັດໄດ້ 4 ໄລຍະແລ້ວ ຄື: 1) ICP I ແຕ່ປີ 2003-2006 ມູນຄ່າ 18 ລ້ານເອີໂຣ, 2) ICP II ແຕ່ປີ 2007-2010 ມູນຄ່າ 35 ລ້ານເອີໂຣ, 3) ICP III ແຕ່ປີ 2011-2015 ມູນຄ່າ 50 ລ້ານເອີໂຣ ແລະ 4) ICP IVແຕ່ປີ 2016-2020 ມູນຄ່າ 75 ລ້ານເອີໂຣ, ຊຶ່ງລວມມູນຄ່າການຊ່ວຍເຫຼືອທັງໝົດ ນັບແຕ່ປີ 2003 ເປັນຕົ້ນມາ ມີເຖິງ 178 ລ້ານເອີໂຣ. ໃນໂອກາດນີ້, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ຕາງໜ້າໃຫ້ລັດຖະບານ ສະແດງຄວາມຮູ້ບຸນຄຸນຢ່າງສູງຕໍ່ການຊ່ວຍເຫຼືອອັນລ້ຳຄ່າຂອງ ລັດຖະບານ ແລະ ປະຊາຊົນ ລຸກຊຳບວກ ໃຫ້ແກ່ ສປປ ລາວ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງຕົນໃຫ້ມີຄວາມກ້າວໜ້າ ແລະ ປະສົບຜົນສຳເລັດເປັນຢ່າງດີ, ອັນເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ ໃຫ້ດີຂຶ້ນເທື່ອລະກ້າວ. ຄຽງຄູ່ກັນນັ້ນ, ສອງຝ່າຍ ໄດ້ປຶກສາຫາລືທິດທາງແຜນການຮ່ວມມືໃນຕໍ່ໜ້າ ລວມທັງການຮ່ວມມື ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ລຸກຊໍາບວກ. ໃນຂະນະດຽວກັນນັ້ນ, ຝ່າຍລຸກຊຳບວກ ກໍ່ໄດ້ຢືນຢັນທີ່ຈະສືບຕໍ່ໃຫ້ການຊ່ວຍເຫຼືອເພີ່ມຕື່ມ ເພື່ອປະກອບສ່ວນຊ່ວຍເຫຼືອໃຫ້ ສປປ ລາວ ຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ໃນປີ 2024 ແລະ ບັນລຸເປົ້າໝາຍການພັດທະນາແບບຍືນຍົງເທື່ອລະກ້າວ. ນອກຈາກນັ້ນ, ສອງຝ່າຍ ຍັງໄດ້ແລກປ່ຽນທັດສະນະກ່ຽວກັບບັນຫາພາກພື້ນ ແລະ ສາກົນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈຮ່ວມກັນ.
ໃນໂອກາດຢ້ຽມຢາມທາງການ ທີ່ ຣາຊະອານາຈັກລຸກຊຳບວກ ໃນຄັ້ງນີ້, ນອກຈາກການພົບປະສອງຝ່າຍ ກັບ ທ່ານ ຊອນ ອັສແຊນລ໌ບອນ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ວຽກງານເອີຣົບ ແລະ ພົບປະກັບ ທ່ານ ນາງ Paulette Lenert, ລັດຖະມົນຕີຮ່ວມມື ເພື່ອການພັດທະນາ ແລະ ມະນຸດສະທຳ ແຫ່ງ ຣາຊະອານາຈັກ ລຸກຊຳບວກ ແລ້ວ, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ແລະ ຄະນະ ຍັງໄດ້ເຂົ້າຢ້ຽມຂໍ່ານັບ ພະນະທ່ານ ຊາວີເອ ແບນແຕນ (Xavier Bettel), ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ລຸກຊໍາບວກ ແລະ ທ່ຽວຊົມ ສະຖານທີ່ທ່ອງທ່ຽວທີ່ສຳຄັນທາງປະຫວັດສາດ ຈໍານວນໜຶ່ງໃນ ລຸກຊຳບວກ.