ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືສອງຝ່າຍ

Summit34CLV

 

ນາຍົກລັດຖະມົນຕີ ລາວ-ຫວຽດນາມ-ກຳປູເຈຍ

 

Summit34LTH

 

ນາຍົກລັດຖະມົນຕີ ລາວ-ໄທ

 

ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 34, ທີ່ ບາງກອກ, ປະເທດໄທ, ໃນລະຫວ່າງວັນທີ22-24ມິຖຸນາ 2019, ໄດ້ມີການຮັບປະທານອາຫານເຊົ້າ ແລະ ພົບປະແບບບໍ່ເປັນທາງການ ລະຫວ່າງ ສາມນາຍົກລັດຖະມົນຕີ ກຳປູເຈຍ-ລາວ-ຫວຽດນາມ (CLV),ຕາມຄໍາເຊີນຂອງນາຍົກລັດຖະມົນຕີຫວຽດນາມ, ໃນຕອນເຊົ້າຂອງວັນທີ 23 ມິຖຸນາ 2019 ທີ່ຜ່ານມາ.

 

ໃນໂອກາດນີ້, ພະນະທ່ານ ນາຍົກລົດຖະມົນຕີ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈທີ່ ພະນະທ່ານນາຍົກລັດຖະມົນຕີ ຫງວຽນ ຊວັນ ຟຸກ ໄດ້ເຊື້້ອເຊີນເຂົ້າຮ່ວມພົບປະສາມນາຍົກ CLV ໃນຄັ້ງນີ້ ແລະ ໄດ້ສະແດງຄວາມດີໃຈທີ່ໄດ້ພົບກັບ ພະນະທ່ານ ຫງວຽນ ຊວັນ ຟຸກ ແລະ ສົມເດັດ ຮຸນແຊນ ອີກຄັ້ງ ຊຶ່ງສະແດງໃຫ້ເຫັນເຖິງຄວາມຮັກແພງ ແລະ ຄວາມສາມັກຄີແບບພິເສດ ທີ່ມີມູນເຊື້ອມາແຕ່ດົນນານ ລະຫວ່າງ ສາມ ປະເທດ. ໃນການພົບປະຄັ້ງນີ້, ສາມນາຍົກໄດ້ທົບທວນຄືນການຮ່ວມມື ລະຫວ່າງ ສາມ ປະເທດ ໃນຂອບ CLV ເຊິ່ງກວມເອົາການຮ່ວມມືໃນດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະ ອື່ນໆ. ພ້ອມນີ້ຍັງໄດ້ປຶກສາຫາລືການພົວພັນຮ່ວມມືນໍາກັນໃນຕໍ່ຫນ້າ ລະຫວ່າງສາມປະເທດ  ແລະ ແລກປ່ຽນຄວາມຄິດເຫັນຕໍ່ບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.

 

ໃນຕອນທ້າຍຂອງການພົບປະໂອ້ລົມ, ພະນະທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ຍັງອວຍພອນໃຫ້ສາຍພົວພັນມິດຕະພາບແບບພິເສດ ລະຫວ່າງ ສາມຊາດ ລາວ-ຫວຽດນາມ-ກໍາປູເຈຍ ທີ່ມີມາແຕ່ດົນນານ ຈົ່ງໝັ້ນຄົງທະນົງແກ່ນ, ພ້ອມທັງອວຍພອນໃຫ້ສອງນາຍົກລັດຖະມົນຕີຫວຽດນາມ ແລະ ກຳປູເຈຍ ຈົ່ງມີສຸຂະພາບແຂງແຮງ ແລະ ປະສົບຜົນສຳເລັດໃນການເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ໃນຄັ້ງນີ້.

 

ໃນຕອນບ່າຍຂອງວັນດຽວກັນ, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ, ຍັງໄດ້ພົບປະສອງຝ່າຍກັບ ພະນະທ່ານ ພົນເອກ ປຣະຢຸດ ຈັນໂອຊາ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ. ໃນການພົບປະດັ່ງກ່າວ ພະນະທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ສະແດງຄວາມຊົມເຊີຍ ​​​ຕໍ່ຜົນສຳເລັດ​​ອັນຈົງາມໃນການເລືອກຕັ້ງທົ່ວໄປຂອງ​​ໄທເມື່ອບໍ່ດົນຜ່ານມາແລະຊົມເຊີຍຢ່າງຈິງໃຈຕໍ່ ພະນະທ່ານພົນເອກຣະຢຸດຈັນໂອຊາທີ່ໄດ້ຮັບເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນນາຍົກລັດມົນຕີອີກວ່າລະໜຶ່ງ, ພ້ອມທັງສະແດງຄວາມດີໃຈ ແລະ ຍິນດີເຮັດວຽກຮ່ວມກັນໃນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ ໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ການເຊື່ອມໂຍງທາງດ້ານພື້ນຖານໂຄງລ່າງ, ດ້ານພະລັງງານໄຟຟ້າ ແລະ ອື່ນໆ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດລາວແລະໄທຕໍ່ໜ້າ ແລະ ສອງຝ່າຍຍັງເຫັນດີຮ່ວມກັນຈັດກິດຈະກຳສະເຫລີມສະຫລອງຄົບຮອບ 70 ປີ ( 19/12/1950-19/12/2020 ) ການສ້າງຕັ້ງສາຍພົວພັນການທູດນຳກັນໃນປີ 2020 ໃຫ້ມີບັນຍາຟົດຟື້ນ. ພ້ອມກັນນີ້, ພະນະທ່ານ ທອງລຸນ ສີສຸລິດ ຍັງໄດ້ນໍາເອົາຄວາມຍິນດີແລະຄຳຊົມເຊີຍຢ່າງຈິງໃຈຂອງ ພະນະທ່ານປະທານປະເທດບຸນຍັງວໍລະຈິດມາຍັງພະບາດສົມເດັດພະເຈົ້າຢູ່ຫົວມະຫາວະຊິຣາລົງກອນບໍດິນຣະເທບພະຍະວະຣາງກູນແຫ່ງຣາຊະອານາຈັກໄທໃນໂອກາດ​​ພິທີບໍຣົມລາຊາພິເສກຂຶ້ນຄອງລາດສະບັນລັງຢ່າງເປັນທາງການແລະຮຽນເຊີນພະອົງພ້ອມດ້ວຍພະລາຊິນີສະເດັດຢ້ຽມຢາມທາງລັດຖະກິດຢູ່ລາວໃນໂອກາດທີ່ສົມເດັດສະດວກ.ສອງຝ່າຍຍັງ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມື ຖານບ້ານໃກ້ເຮືອນຄຽງທີ່ດີນຳກັນ ລະຫວ່າງສອງປະເທດ ທີ່ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ບົນພຶ້ນຖານຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຂົ້າອົກເຂົ້າໃຈຊຶ່ກັນ ແລະ ກັນ ເພື່ອຜົນປະໂຫຍດ ແລະ ຄວາມສົມບູນພູນສຸກຂອງປະຊາຊົນສອງຊາດ ລາວ-ໄທ.

 

ໃນຕອນທ້າຍ, ພະນະທ່ານ ທອງລຸນ ສີສຸລິດ ຍັງສະແດງຄວາມຊົມເຊີຍ ຕໍ່ການກະກຽມອັນດີເລີດ,  ຮອບດ້ານ ແລະ ຜົນສຳເລັດອັນຈົບງາມ ໃນການເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 34 ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ ແລະ ຖືໂອກາດນີ້ ຮຽນເຊີນພະນະທ່ານ ນາຍົກ ປຣະຢຸດ ຈັນໂອຊາ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄປຢ້ຽມຢາມ ສປ ລາວ ຢ່າງເປັນທາງການໃນອານາຄົດອັນໃກ້ນີ້.

 

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480418
ມື້ນີ້76
ມື້ວານ172
ອາທິດນີ້816
ເດືອນນີ້6649