ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ກະຊວງປ້ອງກັນປະເທດ ແຫ່ງ ສ ສິງກະໂປ

2019624 slx-hup-singapor

2019624 slx-hup-singapor2

ໃນວັນທີ 24 ມິຖຸນາ 2019, ທ່ານ ສະ​ເຫຼີ​ມ​ໄຊ ກົມມະ​ສິດ, ລັດ​ຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ ແຫ່ງ ສປປ ລາວ ໄດ້​ຕ້ອນຮັບ​ ທ່ານ Dr. Mohamad Maliki Bin Osman, ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ ແລະ ກະຊວງ​ປ້ອງ​ກັນ​ປະ​ເທດ ແຫ່ງ ສາທາລະນະ​ລັດ ສິງກະ​ໂປ ພ້ອມຄະນະ ເຊີ່ງທັງສອງຝ່າຍໄດ້ແລກປ່ຽນຄໍາຄິດເຫັນ ກ່ຽວກັບການເສີມຂະຫຍາຍສາຍ​ພົວພັນ ​ແລະ ການ​ຮ່ວມມື​ສອງ​ຝ່າຍ, ລວມທັງ​​ການຈັດ​ຕັ້ງ​ປະຕິບັດ​ບັນດາ​ກິດຈະກຳ​ຂອງ​ສູນ​ຝຶກ​ອົບຮົມ​ ລາວ-ສິງກະ​ໂປ ຊຶ່ງ​ບັນດາ​ຜູ້​ນໍາ​ອາ​ຊຽນ​ໄດ້​ເຫັນ​ດີ​ໃຫ້​ສ້າງ​ຕັ້ງຂື້ນເລີ່ມແຕ່ປີ 2001 ​ພາຍ​ໃຕ້​ຂໍ້​ລິ​ເລີ່​ມ ​ເພື່ອ​ການ​ເຊື່ອມ​ໂຍງ​ອາ​ຊຽນ​ໃຫ້​ບັນ​ປະ​ເທດ​ສະມາ​ຊິກ​ອາ​ຊຽນ​ໃໝ່ຄື: ກຳປູ​ເຈຍ, ສປປ ລາວ, ມຽນມາ ​ແລະ ຫວຽດນາມ. ພ້ອມດຽວກັນນີ້ ທ່ານລັດຖະມົນຕີ ສະເຫລີມໄຊ ກົມມະສິດ ກໍ່ໄດ້ສະແດງຄວາມຂອບໃຈ ຕໍ່ການຮ່ວມມື ແລະ ໃຫ້ການຊ່ວຍເຫລືອໃນຜ່ານມາໂດຍສະເພາະແມ່ນການຊ່ວຍເຫລືອໃນໄລຍະທີ່ ສປປ ລາວ ປະສົບໄພພິບັດທີ່ເມືອງສະໝາມໄຊ, ແຂວງອັດຕະປືໃນປີຜ່ານມາ.

​ໃນ​ຕອນ​ແລງຂອງວັນດຽວກັນ, ທ່ານ ທອງ​ຜ່ານ ສະຫວັນເພັດ,​ ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ​ໄດ້​ເຂົ້າ​ຮ່ວມ​ພິທີ​ເປີດ​ສູນ​ຮ່ວມ​ມື​ລາວ-ສິງກະ​​ໂປ ຢ່າງ​ເປັນ​ທາງ​ການ ຮ່ວມ​ກັບ ທ່ານ Dr. Mohamad Maliki Bin Osman, ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ, ແລະ ກະຊວງ​ປ້ອງ​ກັນ​ປະ​ເທດ ແຫ່ງ ສາທາລະນະ​ລັດ ສິງກະ​ໂປ. ຈຸດປະສົງ​ຂອງ​ການ​ເປີດ​ສູນ​ຄັ້ງ​ນີ້ ​ແມ່ນ​ເພື່ອ​ຍົກ​ລະດັບ​ບົດບາດ​ຂອງ​ສູນ ​ແລະ ​ເພີ່ມ​ທະວີການ​ຮ່ວມ​ມືດ້ານການ ຝຶກອົບຮົມ ​ໃນ​ຂອບ​ທີ່​ກວ້າງ​ກວ່າ​ເກົ່າ ໂດຍ​​ປ່ຽນ​ຊື່​ຈາກ​ສູນ​ຝຶກ​ອົບຮົມ​ລາວ-ສິງກະ​ໂປ ໃນເມື່ອກ່ອນ, ມາ​ເປັນ ​ສູນ​ຮ່ວມ​ມື​ລາວ-ສິງກະ​ໂປ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485313
ມື້ນີ້14
ມື້ວານ227
ອາທິດນີ້349
ເດືອນນີ້4618